ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-31 19:51:26    
ຕຳ​ລາ​ອາ​ຫານ​ເຊົ້າ​ທີ່​ມີ​ທາດ​ບຳ​ລຸງ

cri Author: li
ອາຫານ​ເຊົ້າຄວນກິນ​ຫຍັງ​ແດ່? ທຳ​ມະ​ດາ​ແລ້ວ,​ຄົນ​ເຮົາຕື່ນ​ເຊົ້າມາ,ການ​ຮັບ​ເອົາ​ທາດ​ບຳລຸງ​​ແມ່ນ​ມີ​ຈຳກັດ​ເພາະ​ກິນ​ບໍ່ຫຼາຍ,ສະນັ້ນ ນາຍ​ໝໍ​ຈຶ່ງ​ສະ​ເໜີ​ໃຫ້​ກິນ​ອາຫານ​ທາດ​ແຫຼວ​ເປັນຫຼັກ,​ແລະ​ກິນ​ອາຫານ​​ແຫ້ງ​ເລັກໜ້ອຍ​. ການ​ເພີ່ມນ້ຳ​ແກ່​ຮ່າງກາຍ​ແມ່ນ​ສຳຄັນ​ທີ່​ສຸດ,​ແຕ່​ນ້ຳລ້າໆ​ບໍ່​ມີທາດ​ບຳລຸງ​ປານ​ໃດ,ຈຶ່ງຄວນ​ກິນ​ນ້ຳນົມ​ດີກວ່າ. ​ໃນ​ນ້ຳນົມ​ມີ​​ແຄນ​ຊຽມ,​ໂປຼຕິນ​ແລະ​ວິຕາມິນ​ຢ່າງ​ຫຼວງຫຼາຍ​ທີ່​ຮ່າງກາ​ຍຕ້ອງການ,ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ທາດ​ບຳລຸງ​ຂອງ​ຮ່າງກາຍ. ​ຕອນ​ເຊົ້າກິນນ້ຳນົມ​ຈອກ​ໜຶ່ງ​,ທາດ​ຫວານ​ໃນ​ນ້ຳນົມ​ຈະ​ຊ່ອຍ​ໃຫ້​ຮ່າງກາຍ​ຮັບ​ເອົາ​ທາດ​ບຳລຸງ,ອາຫານ​ເຊົ້າທີ່​​ເໝາະສົມ​ຄວນ​ແມ່ນ​ນ້ຳນົມ​ຈອກ​ໜຶ່ງ,ໝາກ​ໄມ້​ສົດ​ຫຼືຜັກພໍ​ປະມານ,​ເຂົ້າຈີ່ 100 ກຼາມ​ຫຼື​ອາຫານ​ທີ່​​ເຮັດ​ດ້ວຍ​ແປ້ງ​​ເຊັ່ນ​ເຂົ້າໜົມ​ປັງ​ອື່ນໆ; ສ່ວນ​ຄົນໄວ​ກາງ​ໃຫ້​ຄວບ​ຄຸມ​ອາຫານ​ທາດ​ແປ້ງ​ຢ່າ​ກິນຫຼາຍ,​ໃຫ້​ກິນ​ໄຂ່​ໄກ່​ໜ່ວຍ​ໜຶ່ງ,ນ້ຳ​ເຕົ້າຮູ້​ຈອກ​ໜຶ່ງຫຼື​ເຂົ້າປຽກ​ຖ້ວຍ​ໜຶ່ງ,ອາຫານ​ແຫ້ງ​ພໍ​ປະມານ​ແລະ​ຜັກ​ໜ້ອຍ​ໜຶ່ງ; ອາຫານ​ເຊົ້າ​ສຳລັບ​ຜູ້​ເຖົ້າ ນອກຈາກ​ຕ້ອງ​ມີອາຫານ​ທີ່​ຍ່ອຍ​ງ່າຍ​ແລະ​ມີ​ທາດ​ບຳລຸງ​ອຸດົມ​ສົມບູນ​ເຊັ່ນ​ນ້ຳນົມ​ຫຼືນ້ຳ​ເຕົ້າຮູ້​ແລ້ວ,ກິນ​​ເຂົ້າປຽກ,​ໝີ່,ໝູ​ຫຍອງ​ແລະ​ຖົ່ວ​ດິນກວນ​ກໍ​ໄດ້. ຕື່ນເຊົ້າ​ມາ,ດື່ມນ້ຳນົມ​ຈອກ​ໜຶ່ງ,ກິນ​ກັບ​ອາຫານ​ທາດ​​ແປ້ງ​ເຊັ່ນ​ເຂົ້າຈີ່,​ເຂົ້າໜົມ​ໄຂ່​ແລະ​ອື່ນໆ,ທຳ​ມະ​ດາ​ແລ້ວ,ຕ່າງ​ຄົນ​ຕ່າງ​ກໍ​ມີ​ຄວາມ​ຕ້ອງການ​ທີ່​ບໍ່​ຄື​ກັນ.

ສຳລັບ​ເດັກນ້ອຍ​ພວມ​ຢູ່​ໃນ​ໄວ​ເຕີບ​ໃຫຍ່,ຄວນ​ເອົາ​ໃຈ​ໃສ່​ບຳລຸງ​ໂປຼຕິນ​ແລະ​​ແຄນ​ຊຽມ,ຂອງ​ຫວານ​ບໍ່​ຄວນ​ກິນຫຼາຍ,​ເພື່ອ​ປ້ອງ​ກັນ​​ແຂ້ວ​ແມງ​ແລະ​ຕຸ້ຍ​​ໂພດ. ຖ້າ​ມີເງື່ອນ​ໄຂ​,ອາຫານ​ເຊົ້າຂອງ​ເດັກນ້ອຍ​ຄວນ​ກິນ​ນ້ຳນົມ​ຈອກ​ໜຶ່ງ,​ໄຂ່​ໄກ່​ໜ່ວຍ​ໜຶ່ງ​ແລະ​ເຂົ້າຈີ່​ກ້ອນ​ນ້ອຍໆ​ກ້ອນ​ໜຶ່ງ.

ສຳລັບ​ຊາວ​ໜຸ່ມ​​ເຍົາວະ​ຊົນ​ເຕີບ​ໃຫຍ່​ໄວ,​ແມ່ນ​ໄລຍະ​ສຳຄັນ​ທີ່ກ້າມ​ເນື້ອ​ແລະ​ກະດູກ​ພວມ​ເຕີບ​ໂຕ,ຕ້ອງການ​ທາດ​ບຳລຸງ​ຕ່າງໆ​ຢ່າງ​ພຽງພໍ​ເຊັ່ນ​​ແຄນ​ຊຽມ,ວິຕາມິນ​ເຊ,​ວິຕາມິນ​ອາ​ເປັນຕົ້ນ,​ໂດຍ​ສະ​ເພາະ​ແມ່ນ​ຕ້ອງ​ຮັບປະກັນ​ກາ​ໂລ​ລີ​ຢ່າງ​ພຽງພໍ. ອາຫານ​ເຊົ້າ​ສຳລັບ​ຊາວ​ໜຸ່ມ​ເຍົາວະ​ຊົນ​​ເໝາະ​ສົມ​ທີ່​ສຸດ​ແມ່ນ​ຕ້ອງ​ມີ​ນ້ຳນົມ​ຈອກ​ໜຶ່ງ,ໝາກ​ໄມ້ຫຼືຜັກ​ສົດ​ສ່ຳ​ໃດ​ສ່ຳ​ໜຶ່ງ,​ເຂົ້າຈີ່ 100 ກຼາມ​ຫຼື​ອາຫານ​ທາດ​ແປ້ງ​​ແນວ​ອື່ນ. ກາ​ໂລ​ລີ​ພໍ​ກັບ​ຄວາມ​ຕ້ອງການ​ຂອງ​ການ​ເຄື່ອນ​ໄຫວ​ທາງ​ສະໝອງ​ແລະ​ຮ່າງກາຍ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ.

ສຳລັບ​ຄົນໄວ​ກາງ,ຕ້ອງຫາບ​ແບກທັງ​ວຽກ​ງານ​ແລະ​ຄອບຄົວ,ທັງ​ກາຍ​ແລະ​ໃຈ​ໜັກ​ສົມຄວນ,ບວກ​ກັບ​ສັບພະ​ຄຸນ​ຂອງ​ອະ​ໄວ​ຍະ​ວະ​ໃນ​ໄວນີ້​ກໍ​ຄ່ອຍໆ​ເສື່ອມ​ລົງ,ສັບພະ​ຄຸນ​ສະລີ​ລະສາດ​ນັບ​ມື້​ນັບ​ອ່ອນລົງ,ບໍ່​ທໍ່​ຊາວ​ໜຸ່ມ​ເຍົາວະ​ຊົນ​ແລ້ວ. ​ເພື່ອ​ເຮັດ​ໃຫ້​ຮ່າງກາຍ​ເສື່ອມ​ໂຊມ​ຊ້າ​ລົງ,​ຜ່ອນ​ຊ້າ​ໄວ​ຊະລາ,ນອກຈາກ​ຕ້ອງ​ມີ​ອາລົມ​ຈິດ​ທີ່​ມ່ວນ​ຊື່ນ​ແລະ​ຫັດກາຍ​ບໍລິຫານ​ທີ່​ຈຳ​ເປັນ​ແລ້ວ,ການ​ກິນ​ອາຫານ​ຢ່າງ​ເໝາະ​ສົມ​ກໍ​ສຳຄັນ​ທີ່​ສຸດ. ອາຫານ​ຂອງ​ໄວ​ກາງຄົນ ​ຕ້ອງ​ມີ​ໂປຼຕິນ,ວິຕາມິນ,​ແຄນ​ຊຽມ​ແລະ​ຟົສຟໍ​ແລ້ວ,ຍັງ​ຕ້ອງ​ຮັບປະກັນ​ໃຫ້​ມີ​ກາ​ໂລ​ລີ​ຕ່ຳ,​ໄຂມັນ​ໜ້ອຍ. ຄວນ​ຄວບ​ຄຸມ​ປະລິມານ​ທາດ​ແປ້ງ​ຢ່າງ​ເໝາະ​ສົມ. ອາຫານ​ເຊົ້າທີ່​​ເໝາະ​ສຳລັບ​ໄວ​ກາງຄົນ​ແມ່ນ: ​ໄຂ່​ໄກ່​ໜ່ວຍ​ໜຶ່ງ,ນ້ຳ​ເຕົ້າຮູ້​ຈອກ​ໜຶ່ງ​ຫຼື​ເຂົ້າປຽກ​ຖ້ວຍ​ໜຶ່ງ,​ເຂົ້າໜົມ​ປັງ​ຫຼື​ເຂົ້າຈີ່​ໜ້ອຍ​ໜຶ່ງ​ແລະ​ຜັກ​ຕາມ​ຕ້ອງການ.

ສັບພະ​ຄຸນການ​ຂັບ​ຖ່າຍສິ່ງ​ເກົ່າ​ປ່ຽນ​ສິ່ງ​ໃໝ່​ຂອງ​ຜູ້​ເຖົ້າ​ໄດ້​ລົງ​ຢ່າງ​ເດັ່ນ​ຊັດ,​ແຕ່​ທາດ​ບຳລຸງ​ທີ່​ຈຳ​ເປັນ​ແມ່ນ​ຫຼຸດ​ລົງ​ບໍ່​ໄດ້,​ໂດຍ​ສະ​ເພາະ​ແມ່ນ​ຕ້ອງ​ຮັບປະກັນ​​ແຄນ​ຊ່ຽມ,​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ກະ​ດູກ​ຜຸ​ຜ່ອຍ. ອາຫານ​ເຊົ້າ​ຂອງ​ຜູ້​ເຖົ້າ​ນອກ​ຈາກ​ມີນ້ຳນົມ​ແລະ​ນ້ຳ​ເຕົ້າຮູ້​ແລ້ວ,​ໃຫ້​ກິນ​ອາຫານ​ທີ່​ຍ່ອຍ​ງ່າຍ​ແລະ​ມີ​ທາດ​ບຳລຸງ​ອຸດົມ​ສົມບູນ​ເຊັ່ນ​ເຂົ້າ​ໂຈ໊ກ,​ໝີ່,ໝູ​ຫຍອງ​ແລະ​ຖົ່ວດິນ​ກວນ​ເປັນຕົ້ນ.​ສຳລັບ​ແມ່ຍິງ​ຖືພາ​,​ແມ່​ມານ​ແລະ​ລູກ​ໃນ​ທ້ອງ​ລ້ວນ​ແຕ່​ຕ້ອງການ​ກາ​ໂລ​ລີ​ແລະ​ທາດ​ບຳລຸງ​ຢ່າງ​ພຽງພໍ,ສະນັ້ນ ອາຫານ​ເຊົ້າຍິ່ງ​ຄວນ​ກິນ​ດີ​ແດ່. ນັກ​ໂພ​ສະນາ​ການ​ຊີ້​ອອກ​ວ່າ,​ແມ່​ມານ​ຄວນ​ກິນ​ອາຫານ​ທີ່​ມີທາດ​ເຫຼັກ​ຫຼາຍ,ຢ່າ​ຮິ​ຂອງ​ກິນ​ຫຼືກິນ​ແຕ່​​ແນວ​ທີ່​ຕົນ​ມັກ,​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເລືອດ​ຈາງ​ລັກສະນະ​ຂາດ​ທາດ​ເຫຼັກ,​ແລ້ວ​ເປັນ​​ໂທດ​ຕໍ່​ສຸຂະພາບ​ຂອງ​ຕົນ​ແລະ​ລູກ​ໃນ​ທ້ອງ. ຖ້າ​ຕອນ​ເຊົ້າປວດ​ຮາກ,​ໃຫ້​ກິນ​ເຂົ້າໜົມ​ປັງ​ໂຊດາ​ຈັກຫຼາຍ​ແຜ່ນ,ບຶດໜຶ່ງ​ຈຶ່ງ​ກິນ​ອາຫານ​ເຊົ້າ. ອາຫານ​ເຊົ້າຂອງ​ແມ່​ມານ ຢ່າງ​ໜ້ອຍ​ຕ້ອງ​ມີ​ໄຂ່​ໄກ່​ໜ່ວຍ​ໜຶ່ງ,ນ້ຳນົມ​ຈອກ​ໜຶ່ງ​​ກັບ​ເຂົ້າອົດ,​ແລະ​ຕ້ອງ​ກິນ​ໝາກ​ໄມ້​ສົດ​,​ເພື່ອ​ຮັບປະກັນ​ຄວາມ​ຕ້ອງການ​ຕໍ່​ວິຕາມິນ​ແລະ​ທາດ​ບຳລຸງ​ອື່ນໆ.