ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-31 20:33:09    
ທ່ານ​ຊາ​ລອນ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຕໍ່​ຜົນ​ການ​ເຈລະຈາ​ລະຫວ່າງ​ທ່ານ​ບຸ​ສກັບ​ທ່ານ​ອັບ​ບາສ

cri
ຕາມ​ຂ່າວສານ​ຊິນ​ຮວາ, ​ໜັງສືພິມຮາ​ອາ​ເລັສຂອງ​ອິສລາ​ແອນ​ສະບັບ​ວັນ​ທີ31​ພຶດສະພາ​ລາຍ​ງານ​ວ່າ, ວັນ​ທີ30​ພຶດສະພາ, ​ໃນ​ເວລາ​ທ່ານ​ຊາ​ລອນ ນາຍົກລັດຖະມົນຕີອິສລາ​ແອນ​ກ່າວ​ຄຳ​ປາ​ໄສ​ຕໍ່​ສະມາຊິກ​ຄະນະ​ກຳມາ​ທິການ​ເບີກ​ເງິນ​ຂອງ​ສະພາ​ຕ່ຳ​ອາ​ເມ​ລິ​ກາ​ນັ້ນ, ທ່ານ​ກ່າວ​ວ່າ, ທ່ານ​ຮູ້ສຶກ​ບໍ່ພໍ​ໃຈ​ຕໍ່​ຜົນ​ການ​ເຈລະຈາ​ລະຫວ່າງ​ທ່ານ​ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາ​ກັບ​ທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລ​ສຕິນທີ່​ໄປ​ຢາມ​ອາ​ເມ​ລິ​ກາ​ໃນ​ວັນ​ທີ26​ພຶດສະພາ.

ທ່ານ​ຊາ​ລອນ​ກ່າວ​ວ່າ, ອີງ​ຕາມ​ຜົນ​ການ​ເຈລະຈາ​ລະຫວ່າງ​ທ່ານ​ບຸ​ສກັບ​ທານ​ອັບ​ບາສ, ອາ​ເມ​ລິ​ກາ​ອະນຸຍາດ​ໃຫ້​ລັດຖະບານ​ປາ​ເລ​ສຕິນ​ເລີ່​ມປົດ​ອາວຸດ​ຂອງ​ອົງການ​ຫົວ​ຮຸນ​ແຮງປາ​ເລ​ສຕິນພາຍຫຼັງ​ການ​ເລືອກ​ຕັ້ງ​ຄະນະ​ກຳມະການ​ນິຕິບັນຍັດ​ທີ່​ຈັດ​ຂຶ້ນ​ໃນ​ເດືອນ​ກໍລະກົດ​ປີ​ນີ້, ນີ້​ໝາຍ​ຄວາມ​ວ່າ​ໜ້າ​ທີ່​ຮີບ​ດ່ວນ​ທີ່​ສຸດ​ຂອງ​ປາ​ເລ​ສຕິນໃນ​ສ​ະ​ເພາະ​ໜ້າ​ນີ້​ບໍ່​ແມ່ນວຽກ​ງານ​ປົດ​ອາວຸດ​ຂອງ​ກອງ​ປະກອບ​ອາວຸດ​ອົງການ​ຫົວ​ຮຸນ​ແຮງ​. ທ່ານ​ຊາ​ລອນ​ກ່າວ​ວ່າ, ນີ້​ຈະ​ເປັນ​ການ​ຂົ່ມ​ຂູ່​ຕໍ່​ຝ່າຍ​ປາ​ເລ​ສຕິນ​ໃນ​ການ​ປະຕິບັດ​ແຜນການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ.