ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-01 09:30:27    
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ລັດ​ຖະ​ບານ​ຂ້າມ​ຜ່ານ​ອີ​ຣັກ​ກ່າວ​ວ່າ​ອີ​ຣັກ​ຈະ​ສຳ​ເລັດ​ວຽກ​ງານ​ສ້າງ​ລັດ​ຖະ​ທຳ​ມະ​ນູນ​ຕາມ​ເວ​ລາ​ກຳ​ນົດ

cri Author: q
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ31ພຶດສະພາ,ທ່ານ​ອານ​ເຈ​ບາ​ລີ ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ລັດ​ຖະ​ບານ​ຂ້າມ​ຜ່ານ​ຂອງ​ອີຣັກ​ໄດ້​ຍື່ນ​ຖະ​ແຫຼ​ງການສະບັບ​ໜຶ່ງ​ໃຫ້​ສະພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ,ຖະ​ແຫຼ​ງການ​ຂຽນ​ວ່າ,ລັດຖະບານ​ຂ້າມ​ຜ່ານ​ຂອງ​ອີຣັກຈະ​ອອກ​ແຮງ​ສຸດ​ຂີດ,​ຮັບ​ປະ​ກັນ​ສຳ​​ເລັດ​ວຽກ​ງານ​ສ້າງ​ລັດ​ຖະທຳ​ມະນູນ.ທ່ານ​ຍັງ​ຮຽກຮ້ອງ​ໃຫ້​ສະ​ພາ​ຄວາມ​ໝັ້ນ​ຄົງ​ອະ​ນຸ​ມັດ​ເລື່ອນ​ເວ​ລາ​ອາຍຸ​ການ​ຂອງ​ກອງ​ທະຫານ​ນາໆ​ຊາດ​ປະຈຳ​ອີຣັກ.

ໃນ​ມື້​ດຽວ​ກັນ,ທ່ານ​ອານ​ເຈ​ບາ​ລີ​ໄດ້​ເຂົ້າ​ຮ່ວມ​ການ​ປຶກສາ​ຫາລື​ຂອງ​ສະພາ​ຄວາມ​ໝັ້ນ​ຄົງ​ກ່ຽວ​ກັບ​ບັນຫາ​ອາຍຸ​ການ​ຂອງ​ກອງ​ທະຫານ​ນາໆ​ຊາດປະຈຳ​ອີຣັກ.

ທ່ານ​ອານ​ເຈ​ບາ​ລີ​ກ່າວ​ລື້​ມວ່າ,ອີຣັກຈະ​ຍາດ​ແຍ່ງ​ສຳ​ເລັດ​ວຽກ​ງານ​ຮ່າງ​ລັດຖະທຳ​ມະ​ນູນ​ສະ​ບັບ​ໃໝ່​ກ່ອນ​ວັນ​ທີ15​ສິງຫາ.ຈັດການ​ເອົາ​ປະຊາ​ມະຕິ​ທົ່ວ​ປວງ​ຊົນ​ຕໍ່​ລັດ​ຖະທຳ​ມະນູນ​ສະບັບ​​ໃໝ່​ໃນ​​ເດືອນ​ຕຸລາ,ທຳ​ການກະກຽມ​ໃຫ້​ດີ​ສຳລັບ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ທັນ​ວາ​ປີ​ນີ້.