ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-02 11:17:13    
ທ່ານ​ຊາ​ລອນ​ກັບ​ທ່ານ​ອັບ​ບາສ​ຈະ​ເຈ​ລະ​ຈາ​ກັນ​ໃນ​ວັນ​ທີ 21 ມິ​ຖຸ​ນາ​ນີ້

cri Author: lm

ຕາມ​ຂ່າວCRI: ວັນ​ທີ 1 ມິຖຸນາ​ນີ້ ຫ້ອງການ​ທ່ານ​ຊາ​ລອນ ນາຍົກລັດຖະມົນຕີອິສລາ​ແອນ​ໄດ້​ອອກ​ຖະ​ແຫຼງ​ການ, ປະກາດ​ວ່າ​ທ່ານ​ຊາ​ລອນກັບ​ທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນຈະ​ເຈລະຈາ​ກັນ​ໃນ​ວັນ​ທີ 21 ມິຖຸນາ​ນີ້.

ຕາມ​ຂ່າວ​ແຈ້ງວ່າ, ​ໃນ​ມື້​ດຽວ​ກັນ ທ່ານ​ດົຟ ​ເວັສກຼາສ ທີ່​ປຶກສາ​ຊັ້ນສູງ​ຂອງ​ທ່ານ​ຊາ​ລອນ​ກັບ​ທ່ານ​ເອ​ເລ​ຄັດ ຫົວໜ້າ​ຜູ່​ແທນ​ການເຈລະຈາ​ຝ່າຍ​ປາ​ເລັສຕິນ​ໄດ້​ກ້າວ​ເຖິງ​ຂັ້ນຕົກລົງ​ກັນ​ກ່ຽວ​ກັບ​ການ​ກຳ​ວັນເວລາ​ພົບ​ປະ​ເຈລະຈາ​ລະຫວ່າ​ງຜູ່​ນຳ​ປາ​ເລັສຕິ​ນອິສລາ​ແອນ.

ນີ້​ຈະ​ແມ່ນ​ການ​ພົບ​ປະຄັ້ງທີ​ສອງ​ລະຫວ່າງຜູ່​ນຳ​ປາ​ເລັສຕິ​ນອິສລາ​ແອນ​ໃນ​ປີ​ນີ້ ​ແຕ່​ທ່ານ​ຊາ​ລອນ​ກັບ​ທ່ານ​ອັບ​ບາສພົບ​ປະກັນ​ຢູ່​ຊາມ ​ແອນ​ເຊັກ​ແຫ່ງ​ເອຢິບ. ຕາມ​ໄດ້​ຊາບ, ກ່ອນ​ຜູ່​ນຳ​ສອງທ່ານ​ຈັດການ​ພົບ​ປະເທື່ອ​ນີ້, ​ເຈົ້າໜ້າ​ທີ່​ປາ​ເລັສຕິ​ນອິສລາ​ແອນ​ຈະ​ປຶກສາ​ຫາລື​ກັນ​ກ່ອນ​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ ​ເຊັ່ນ ສະຖານະ​ການ​ຢຸດ​ຍິງ​ລະຫວ່າງປາ​ເລັສຕິ​ນອິສລາ​ແອນ ​ແລະ​ປະສານ​ງານ​ຈັດຕັ້ງປະຕິບັດ​ແຜນການ​ການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ​ເປັນຕົ້ນ.