ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-02 20:42:50    
ສະພາບ​ນຳ​ໃຊ້​ອາຍ​ເມ​ຕານ​ຢູ່​ຊົນ​ນະ​ບົດ​ຈີນ

cri Author: li
ຕາມ​ຂ່າວ CRI: ເລີ່​ມ​ແຕ່​ປີ 2000 ​ເປັນຕົ້ນ​ໄປ,ກະຊວງ​ກະສິກຳ​ຈີນ​​ໄດ້​ເລີ່​ມ​​ເຜີຍ​ແຜ່​ເຕັກນິກ​ອາຍ​ເມ​ຕານຢູ່​ຊົນນະ​ບົດ​ທົ່ວ​ປະ​ເທດ​ຈີນ.

ອາຍ​ເມ​ຕານ​ແມ່​ນອາຍ​ຊະນິດ​ໜຶ່ງ​ທີ່​ເກີດ​ຂຶ້ນ​ໂດຍ​ນຳ​ໃຊ້​ເຊື້ອ​ໝັກ​ຂອງ​ອຸ​ຈາລະ,ກ້ານ​ແລະ​ໃບ​​ພືດ,​ໃຊ້​ເປັນ​ພະລັງງານ​ໄດ້,ພ້ອມ​ກັນນັ້ນ,ນ້ຳ​ແລະ​ກາກອາຍ​ເມ​ຕານຍັງ​ໃຊ້​ເປັນ​ຝຸ່ນ​ໄດ້. ​ເມືອງ​ເອີນ​ຊື​ແຂວງ​ຫູ​ເປ ພາກ​ກາງ​ຂອງ​ຈີນ​ແມ່ນ​ເຂດ​ໜຶ່ງ​ທີ່​ເຜີຍ​ແຜ່ອາຍ​ເມ​ຕານ​ກ່ອນ​ໝູ່. ນັກ​ຂ່າວ​ໄດ້​ໄປ​ຮອດ​​ເຮືອນ​ຂອງ​ທ່ານ​ຊ້ຽງອີ​ຈີ ຊາວນາ​ບ້ານ​ກູນລົງ​ປ້າ​ເມືອງ​ດັ່ງກ່າວ,​ໄດ້​ເຫັນ​ທໍ່​ປຼາສ໌ຕິກ​ສີຂາວ​ເສັ້ນ​ໜຶ່ງ​ຕໍ່ຈາກ​ສະອາຍ​​ເມ​ຕານ​ເຂົ້າ​ເຮືອນ​.​ ​ເມື່ອ​ເປີດ​ສະ​ວິດ​ດອກ​ໄຟ​ອາຍ​ເມ​ຕານ,​ແລ້ວ​​ເອົາ​ກັບ​ໄຟ​ມາ​ຈູດ,​ເຮືອນ​ທີ່​ມືດມົວ​ນັ້ນກໍ​ໄດ້​ສະ​ຫວ່າງ​ຂຶ້ນ​ໃນ​ທັນທີ, ​ເມື່ອກົດ​ປຸ່ມ​ເປີດກອກ​ເຕົາ​ອາຍ​ເມ​ຕານ,​​ແປວ​ໄຟ​ສີຟ້າ​ອ່ອນ​ກໍ​ລຸກຂຶ້ນວູ່ໆ; ​ເມື່ອ​ເປີດ​ເຄື່ອງ​ຕົ້ມນ້ຳຮ້ອນ​ດ້ວຍອາຍ​ເມ​ຕານ,ກໍ​ຈະ​ມີນ້ຳຮ້ອນ​ໄຫຼ​ອອກ​ຈາກ​ທໍ່​ໃນ​ທັນທີ.

ທ່ານ​ຊ້ຽງອີ​ຈີ​ແນະນຳ​ວ່າ,​ເລີ່​ມ​ແຕ່ 6 ປີ​ກ່ອນ,ອົງການ​ປົກຄອງ​ທ້ອງ​ຖິ່ນ​ກໍໄດ້​ຊັກ​ນຳ​ຊາວນາ​ສ້າງ​ສະ​ອາຍ​ເມ​ຕານ,​ເມື່ອ​ໄດ້​ພະຍາຍາມ​ຫຼາຍປີ​ແລ້ວ,ປັດຈຸບັນ ​ໄດ້​ມີ​ຄອບຄົວ​ຊາວນາ 70% ​ສ້າງ​ສະ​ອາຍ​ເມ​ຕານ​ແລ້ວ.

ທ່ານ​ຊ້ຽງອີ​ຈີ​ເວົ້າວ່າ,​​ແຕ່​ກ່ອນ,ຊາວນາ​ທັງຫຼາຍ​ໃນ​ບ້ານ​ພວກ​ເຂົາ​ອາ​ໃສ​ການ​ຊື້​ຖ່ານ​ຫີນ​ແລະ​ປ້ຳ​ໄມ້​ເປັນ​ເຊື່ອ​ໄຟ,ການ​ຊື້​ຖ່ານ​ຫີນ​ໄດ້​ເພີ່ມ​ລາຍ​ຈ່າຍ​ຂອງ​ຄອບຄົວ,ການ​ປ້ຳ​ໄມ້​ໄດ້​ທຳລາຍ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ,ອາຍ​ເສຍເຊັ່ນຊຸນ​ເຟີ​ດີ​ອອກຊິດ​ທີ່​​ເກີດ​ມາ​ຈາກ​ການເຜົາ​ຖ່ານ​ຫີນ​​ນັ້ນ​ລະບາຍ​ຈາກ​ບ່ອນ​ເລິກ​ຂອງ​ພູ​ໃຫຍ່ບໍ່​ໄດ້,​ເຊິ່ງ​ໄດ້​ເຊື່ອມ​ພິດ​ອາກາດ​​ຂອງ​ທ້ອງ​ຖິ່ນ,ຜະລິດ​ຕະພັນ​ກະສິກຳ​ດັ້ງ​ເດີມທີ່​ສົ່ງ​ອອກ​ເຊັ່ນ​​ໃບຊາ​ເປັນຕົ້ນກໍ​ໄດ້​ຖືກ​ສົ່ງ​ຄືນ​ຍ້ອນ​ມີ​ປະລິມານ​ຊຸນ​ເຟີ​ເກີນ​ມາດຖານ. ​ແຕ່ຫຼັງຈາກ​​ເຜີຍ​ແຜ່​ເຕັກນິກ​ອາຍ​ເມ​ຕານ​ແລ້ວ,ປະກົດ​ການ​ອັນ​ບໍ່​ດີ​ເຊັ່ນ​ປ້ຳ​ໄມ້​ແລະ​ກອງ​ຂີ້​ໝູ​ທົ່ວທີບ​ນັ້ນ​ໄດ້​ຫັບຫາຍ​ໄປ​ໃນ​ຂັ້ນ​ພື້ນຖານ​ແລ້ວ. ສິ່ງ​ທີ່​ເຮັດ​ໃຫ້​ໄທບ້ານ​ທັງ​ຫຼາຍ​ດີ​ໃຈ​ເປັນ​ພິ​ເສດ​ນັ້ນ​ແມ່ນ,ປີ​ກາຍ​ນີ້ ​ໃບຊາ​ຂອງ​ບ້ານ​ກູນລົງ​ປ້າ​​ເປັນຕົ້ນ​ໄດ້​ຜ່ານ​ການກວດ​ສອບ​ຢ່າງ​ເຄັ່ງ​ຄັດ​ຂອງ​ສະຫະພາບ​ເອີ​ລົບ​ຄືນ​ໃໝ່,ສົ່ງ​​ໄປ​ຂາຍ​ນອກ​ຢ່າງຫຼວງ​ຫຼາຍ​ໄດ້​ອີກ​ແລ້ວ.

ການ​ໃຊ້​ອາຍ​ເມ​ຕານ​ຍັງ​ໄດ້​​ເຮັດ​ໃຫ້​ລາຍ​ໄດ້​ຂອງ​ຊາວນາ​ເພີ່ມ​ຂຶ້ນ. ​ທ່ານ​ຊ້ຽງຈີ​ອີ​ໄດ້​ຄິດ​ໄລ່​ໃຫ້​ນັກ​ຂ່າວ​ຟັງ​ວ່າ,​ຄອບຄົວ​ຂອງ​ທ່ານ​ໄດ້​ໃຊ້​ອາຍ​ເມ​ຕານມາ 3 ປີ​ແລ້ວ,ພຽງ​ແຕ່​ຄ່າ​ຖ່ານ​ຫີນ​ກໍ​ໄດ້​ປະຢັດ 500 ກວ່າ​ຢວນ,ສ່ວນ​ຝຸ່ນ​ທີ່​ຜະລິດ​ດ້ວຍ​ນ້ຳ​ແລະ​ກາກ​ອາຍ​ເມ​ຕານ​ນັ້ນ ບໍ່​ພຽງ​ແຕ່​ໄດ້​ປະຢັດ​ຄ່າ​ຝຸ່ນ​ເຄມີ​ທໍ່​ນັ້ນ ຫາກ​ຍັງ​ໄດ້​ຍົກ​ປະລິມານ​ການ​ຜະລິດ​ແລະ​ຄຸນ​ນະພາບຂອງ​ຜະລິດ​ຕະພັນ​ກະສິກຳ​ເຊັ່ນ​ທັນ​ຍາ​ຫານ,ຜັກ​ແລະ​ໝາກ​ໄມ້​ເປັນຕົ້ນ​ໃຫ້​ສູງ​ຂຶ້ນ,ລາຄາ​ຂາຍ​ກໍ​ສູງ​ຂຶ້ນ.

ອາຍ​ເມ​ຕານ​ບໍ່​ພຽງ​ແຕ່​​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຢູ່​ຊົນນະບົດ​ແຂວງ​ຫູ​ໄປ​ທໍ່​ນັ້ນ,ຊາວນາ​ຢູ່​ແຫ່ງ​ອື່ນໆ​ກໍ​ມັກຫຼາຍ. ຢູ່​ບ້ານ​ຊູນ​​ເຟີງ​ເມືອງ​ເຢ້ຢາງ​ແຂວງ​ຫູ​ນານ,ນັກ​ຂ່າວ​ໄດ້​ເຫັນ​ວ່າ,ຢູ່​ເຮືອນ​ຂອງ​ທ່ານເຮີ​ຊືຢຽນ​ໄດ້​ລ້ຽງ​ໝູ 2 ​ໂຕ​ແລະ​ກະຕ່າຍ 10 ກວ່າ​ໂຕ,ຂີ້​ໝູ​ແລະນີ້​ກະ​ຕ່າຍ​ຖືກ​ເຊາະ​ໄຫຼ​ເຂົ້າ​ສະ​ອາຍ​ເມ​ຕານ,​ເກືອບບໍ່​ມີ​ກິ່ນ​ຫຍັງ​ແລ້ວ,​ແມງວັນ​ກໍ​ໜ້ອຍ​ລົງ,​ເດີ່ນ​ບ້ານ​ສະອາດ​ຮຽບຮ້ອຍ. ທ່ານ​ເຮີ​ຊືຢຽນບອກ​ນັກ​ຂ່າວ​ວ່າ:

"​ເມື່ອອຸ​ຈາລະ​ເຂົ້າສະ​ອາຍ​ເມ​ຕານ​ແລ້ວ​ປ່ຽນ​​ເປັນ​ພະລັງງານ,ຜົນ​ປະ​ໂຫຍດ​ອີກ​ອັນ​ໜຶ່ງກໍ​ແມ່ນ​ກາກ​ອາຍ​ເມ​ຕານ​ສາມາດ​ເອົາ​ມາ​ບົ່ມ​ເພາະ​ເຫັດ​,​ເພີ່ມ​ລາຍ​ໄດ້​​ໃຫ້​ສູງ​ຂຶ້ນ. ຢູ່​ບ້ານ​ພວກ​ເຮົາມີ​ສະ​ອາຍ​ເມ​ຕານ​ເກືອບ​ທຸກ​ຄອບຄົວ."

ທ່ານ​ເຮີ​ຊືຢຽນ​ເວົ້າວ່າ,​ໃນ​ຄອບຄົວ​ຂອງ​ທ່ານ​ຍັງ​ໄດ້​ຮັບ​ເໝົາ​ສວນ​ຕົ້ນ​ໝາກຄາຍ​ສວນ​ໜຶ່ງ,ບໍ່​ໃຊ້​ຝຸ່ນ​ເຄມີ​ຈັກ​ເທື່ອ,​ລ້ວນ​ແຕ່​ໃຊ້​ກາກ​ແລະ​ນ້ຳອາຍ​ເມ​ຕານ​ເປັນ​ຝຸ່ນ​,ໝາກ​ຄາຍ​ບໍ່​ພຽງ​ແຕ່​​ເປັນ​ໝາກ​ໃຫຍ່,ສີສົດ​ໃສ​ທໍ່​ນັ້ນ ຍັງ​ຫວານ​ພິ​ເສດ,ລາຄາ​ກໍຂາຍ​ໄດ້​ດີກ​ວ່າ​ໝາກ​ຄາຍ​ທຳ​ມະ​ດາ.

​ໃນ​ຂະນະ​ທີ່​ເຕັກນິກ​ອາຍ​ເມ​ຕານ​ໄດ້​​ນຳ​ໃຊ້​ຢູ່​ຊົນນະບົດໂດຍ​ທົ່ວ​ໄປ​ນັ້ນ ກໍ​ໄດ້​ເຜີຍ​ແຜ່​ຢູ່​ວິ​ສາ​ຫະກິດ​ຈຳນວນ​ໜຶ່ງ. ​ບໍລິສັດ​ການ​ລ້ຽງສັດ​ເຈີ້ງຊີງ​ແມ່ນ​ວິ​ສາ​ຫະກິດ​ລ້ຽງສັດ​ຂະໜາດ​ໃຫຍ່​ຂອງ​ເມືອງ​ລິນ​ອານ​ແຂວງ​ເຈີ​ຈຽງ. ​ແຕ່​ກ່ອນ,​ໃນ​ເວລາ​ຜະລິດ ບໍລິສັດ​ດັ່ງກ່າວ​ຕ້ອງ​ລະບາຍ​ຂອງ​ເສຍທີ່​ມີ​ອິນ​ຊີ​ເຊັ່ນ​ຂີ້​ໝູ​ເປັນຕົ້ນ​ຢ່າງ​ຫຼວງຫຼາຍ,​ບໍ່​ພຽງ​ແຕ່​ເຊື່ອມ​ພິດ​ລະບົບ​ນ້ຳ​ແລະ​ນາ​ເຂົ້າທີ່​ຢູ່​ມໍ່ຫັ້ນ​ທໍ່​ນັ້ນ ກໍ​ໄດ້​ທຳລາຍ​ສິ່ງ​ແວດ​ລ້ອມ​ດຳລົງ​ຊີວິດ​ຂອງ​ຊາວນາ​ທີ່​ຢູ່​ອ້ອມ​ແອ້ມ​ອີກ​ດ້ວຍ.

​ແຕ່​ປັດຈຸບັນ,ບໍລິສັດ​ດັ່ງກ່າວ​ເລີ່​ມ​ໃຊ້​ເຕັກນິກ​ອາຍ​ເມ​ຕານ​ມາ​ຊຳລະ​ຂີ້​ໝູ. ທ່ານ​ກົງ​ວານ​ເພີງ ນັກ​ຂ່າວ​ວິທະຍຸ​CRI​ທີ່​ຫາ​ກໍ່​​ກັບ​ມາ​ຈາກ​ການ​ໄປເອົາ​ຂ່າວ​ຢູ່ແຂວງ​ເຈີ​ຈຽງ​​ໄດ້​ແນະນຳ​ວ່າ:

"ຢູ່​ບໍລິສັດການ​ລ້ຽງສັດ​ເຈີງ​ຊີງ ຂ້າພະ​ເຈົ້າ​ໄດ້​ເຫັນ​ວ່າ,ພວກ​​ເຂົາ​ເຈົ້າ​ໄດ້​ໃຊ້​ເຕັກນິກ​ອາຍ​ເມ​ຕານ​ມາຊຳ​ລະ​ຂອງ​ເສຍທີ່​ມີ​ອິນ​ຊີ,ອາຍ​ເມ​ຕານ​ທີ່​ເກີດ​ຂຶ້ນກໍ​​ໃຊ້​ມາ​ແຕ່ງກິນ​ໃຫ້​ພາລະ​ກອນ,ກາກ​ອາຍ​ເມ​ຕານ​ເຮັດ​ເປັນ​ຝຸ່ນ​ອິນ​ຊີ,ນ້ຳອາຍ​ເມ​ຕານ​ກໍ​ສະໜອງ​ໃຫ້​ຊາວນາ​ທີ່​ຢູ່​ມໍ່​ໂດຍ​ບໍ່​ເກັບ​ຄ່າ,​​ໃຊ້​ໃນ​ການ​ປູກ​​ພືດ​ພັນ​ທັນ​ຍາ​ຫານ,​​ແລ້ວ​ເກັບ​ຄືນ​​ເຟືອງ​ເຂົ້າ,​​ເຊິ່ງ​ຈໍ່​ຕົວ​ເປັນ​ລະບົບ​ໝູນ​ວຽນ​ຊີວະ​ພາບ​ສີຂຽວ."

ຕາມ​ແນະນຳ​ວ່າ,ຮອດ​ທ້າຍ​ປີ 2003 ຢູ່​ທົ່ວ​ແຂວງ​ເຈີ​ຈຽງ​ໄດ້​ສ້າງ​​ໂຄງການ​ອາຍ​ເມ​ຕານ​ຂະໜາດ​​ໃຫຍ່​ຂະໜາດ​ກາງ​ເກືອບ 200 ​ແຫ່ງ,​ໄດ້​ຊຳລະຂອງ​ເສຍ​ຂອງ​ປະສຸສັດ​ແລະ​ສັດ​ປີກ 2 ລ້ານ 8 ​ແສນ​ໂຕນ​ຕໍ່​ປີ,ຜະລິດ​ອາຍ​ເມ​ຕານ 5 ລ້ານ 2 ​ແສນ​ກວ່າ​ແມັດ​ກ້ອນຕໍ່​ປີ,​ໄດ້​ເດີນ​ຕາມ​ເສັ້ນ​ທາງ​ໃໝ່​ທີ່​ນິຄົມ​ລ້ຽງສັດ​ປົວ​ແປງ​ການ​ເຊື່ອມ​​ແບບ​ບໍ່​ມີ​ຜົນ​ຮ້າຍ​ແລະ​ຫັນເປັນ​ຊັບພະຍາ​ກອນ."