ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-02 21:17:24    
ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງ​ທຶນ​ຈີນ​ອາ​ຊຽນ​ຄັ້ງ​ທີ​ສອງ​ຈະ​ເຊີນ 900 ຄົນ​ເຂົ້າ​ຮ່ວມ

cri Author: li
ຕາມ​ຂ່າວ​ໜັງສືພິມ​ກວາງຊີ​ລາຍ​ວັນ: ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນ​ອາ​ຊຽນ​ຄັ້ງທີ​ສອງ​ທີ່​ຈະ​ຈັດ​ຂຶ້ນຢູ່​ນະຄອນ​ນານ​ນິງ​ເຂດ​ກວາງຊີ​ແຕ່​ວັນ​ທີ 18 ຮອດ​ວັນ​ທີ 19 ຕຸລາ​ປີ​ນີ້​ຈະ​ເປີດ​ກວ້າງ​ຂະໜາດ. ​ເມື່ອ​ຮອດ​ເວລາ​ນັ້ນ ຈະ​ມີ​ບຸກຄົນ​ຂອງ​ຈີນ,ລັດຖະບານ​ຂອງ 10 ປະ​ເທດ​ອາ​ຊຽນ,ສະມາຄົມ​ການ​ຄ້າ​ຂອງ 10 ປະ​ເທ​ດອາ​ຊຽນ​ແລະ​ນັກ​ທຸລະກິດ​ອາ​ຊຽນທີ່​ເຂົ້າຮ່ວມ​ງານ​ວາງສະ​ແດງ​ເປັນຕົ້ນ​ລວມ 900 ຄົນ​ເຂົ້າຮ່ວມ.

ຝ່າຍ​ເຈົ້າພາບ​ກ່າວ​ວ່າ,​ໃນ​ໄລຍະ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງນີ້ ຈະ​ຈັດ​ໃຫ້​ມີ​ການ​ແລກປ່ຽນ​ລະຫວ່າງ​ເຈົ້າໜ້າ​ທີ່​ຊັ້ນສູງ​ກັບ​ນັກ​ທຸລະກິດ,​ແລະ​ໃຊ້​ຮູບ​ການ​ເວທີ​ປາ​ໄສ​​ເສດຖະກິດ​ການ​ຄ້າ​ມາ​ສ້າງ​ແທ່ນ​ຮ່ວມ​ມື​ທີ່​ໂຄສະນາ​ນະ​ໂຍບາຍ​ເສດຖະກິດ​ການ​ຄ້າ​ແລະ​ໂຄງການ​ຮ່ວມ​ມື,ດຳ​ເນີນ​ການ​​ໄປ​ມາ​ຫາ​ສູ່​ກັນ​ຫຼາຍ​ທິດ​ແລະ​​ແລກ​ປ່ຽນ​ຂໍ້​ມູນ​ຂ່າວສານ​ໃຫ້​ເຈົ້າໜ້າ​ທີ່​ລັດຖະບານ​ຂອງ​ຈີນ​ແລະ 10 ປະ​ເທດ​ອາ​ຊຽນ,ບຸກຄົນ​ຂອງ​ວົງ​ການ​ວິ​ສາ​ຫະກິດ​ແລະ​ວິຊາ​ການ,​ແລະ​ຊ່ອຍ​ນັກ​ທຸລະກິດ​ທີ່​ເຂົ້າຮ່ວມ​ງານ​ວາງ​ສະ​ແດງ,ນັກ​ທຸລະ​ກິດ​ຫາຊື້​ຂອງ,ນັກ​ທຸລະກິດ​ຜະລິດ​ແລະ​ນັກ​ລົງທຶນ​ຂອງ​ບັນດາ​ປະ​ເທດ​ຊອກ​ຫາ​ໂອກາດ​ການ​ຄ້າ​ຫຼາຍກວ່າ​ເກົ່າ​​ໃນກອງ​ປະຊຸມ​ສຸດ​ຍອດ​ຄັ້ງນີ້.