ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-03 19:46:37    
ການ​ເສື່ອ​ມ​ພິດ​ສິ່ງ​ແວດ​ລ້ອມ​ກັບ​ວິ​ທີ​ປົ່ວ​ພະ​ຍາດ​ດ້ວຍ​ອາ​ຫານ​ການ​ກິນ

cri Author: li
ເຮົາ​ກໍ​ບໍ່​ຮູ້​ວ່າ, ທ່ານ​ເຮັດ​ອາຊີບ​ອີ​ຫຍັງ? ບ່ອນ​ເຮັດ​ວຽກ​ຂອງ​ທ່ານ​ອາດ​ຈະ​ເປັນ​ບ່ອນ​ສະອາດ​ແລະ​ສະຫວາດສະ​ເຫວີຍ​ດີ ​ເຊິ່ງອາດ​ຈະ​ບໍ່​ມີ​ບັນຫາ​ເປິ​ເປື້ອນ​ຫຍັງ​ກໍ​ວ່າ​ໄດ້. ຖ້າ​ເປັນ​ຈັ່ງຊັ້ນ​ແທ້ກໍ​ເປັນ​ເລື່ອງ​ດີ​ທີ່​ສຸດ. ​ແຕ່​ກໍ​ຍັງ​ມີຫຼາຍ​ຄົນ, ຍ້ອນ​​ເຮັດ​ວຽກ​ຕ່າງ​ກັນ​ຈຶ່ງ​ຕ້ອງ​ຈັບ​ຕ້ອງ​ບາຍ​ວັດຖຸ​ບາງ​ຢ່າງ​ທີ່​ເປັນ​ຜົນ​ຮ້າຍ​ຕໍ່​ຮ່າງກາຍ​ຂອງ​ຜູ່​ກ່ຽວ ​ເຊັ່ນ, ກຳມະກອນ​ໂຮງພິມ ຊ່າງ​ຈອດ​ດ້ວຍ​ໄຟຟ້າ ຊ່າງ​ເຮັດ​ເຄື່ອງ​ເຫຼັກ​ເຄືອບ​ແລະ​ເຮັດ​ວຽກ​ອຸດສາຫະກຳ​ຫຼໍ່ຫຼອມ​ເປັນຕົ້ນ​ແມ່ນ​ຕ້ອງ​ສຳ​ຜັດ​ກັບ​ຊືນ ​ແລະ​ໂລຫະ​ອື່ນໆ​ພ້ອມທັງ​ຢູ່​ໃນ​ບັນຍາກາດ​ທີ່​ມີ​ທາດ​ເບື່ອ​ຈຳນວນ​ໜຶ່ງ; ຜູ່​ປະຕິບັດ​ງານ​ຝ່າຍ​ແພດ​​ໃນ​ພະ​ແນກຊ່ອງ​ໄຟຟ້າ​ກໍ່​ຕ້ອງ​ສຳ​ຜັດ​ກັບ​ລັງສີ​ເລື້ອຍໆ; ສ່ວນ​ກຳ​ມະກອນ​ໂຮງງານ​ຕ່ຳ​ແຜ່ນ​ນັ້ນກໍ​ມີ​ໃຍ​ຝ້າຍ​ໃຍ ປ່ານ​ຫຼືຂົນ​ສັດ​ຜ່ານ​ປາກ​ຜ່ານ​ຮູດັງ​ເຂົ້າ​ໄປ​ໃນ​ໂຕ​ຢ່າງ​ບໍ່​ຮູ້​ເມື່ອຄີງ​ເລື້ອຍ​ເຫຼົ່ານີ້​ເປັນ​ຕົ້ນ. ສິ່ງ​ເຫຼົ່ານີ້​ລ້ວນ​ແຕ່​ເປັນ​ຜົນ​ຮ້າຍ​ຕໍ່​ສຸຂະພາບ​ຂອງ​ຄົນ​ເຮົາ, ດົນ​ຕາມ​ດົນ​ກໍ​ຈະ​ພາ​ໃຫ້​ເປັນ​ພະຍາດ​ແນວ​ໃດ​ແນວ​ໜຶ່ງ. ສະນັ້ນຈຶ່ງ​ເປັນ​ບັນຫາ​ທີ່​ຄວນ​ເອົາ​ໃຈ​ໃສ່​ທີ່​ສຸດ. ​ແຕ່​ທ່ານ​ກໍ​ບໍ່​ຕ້ອງ​ເປັນ​ຫວ່ງຫຼາຍ, ​ເພາະວ່າ, ບັນຫາ​ນີ້​ມັນ​ໄດ້​ພາ​ໃຫ້​ຜູ່​ຊ່ຽວຊານ​ທັງຫຼາຍ​ສົນ​ໃຈ​ມາ​ແຕ່​ດົນ, ​ແລະ​ກໍ​ໄດ້​ດຳ​ເນີນ​ການ​ຄົ້ນຄວ້າ​ມາ​ແລ້ວ. ພວກ​ທ່ານ​ປະກົດ​ເຫັນ​ວ່າ, ​ໃນ​ອາຫານ​ການ​ກິນ​ຂອງ​ຄົນ​ເຮົາ​ໃນ​ຍາມ​ປົກກະຕິ​ນັ້ນ, ມີ​ຂອງ​ກິນ​ບາງ​ຢ່າງ​ກໍ​ມີ​ບົດບາດ​ແກ້​ທາດ​ເບື່ອ​ແລະ​ຂັບ​ຖ່າຍ​ສິ່ງ​ທີ່ມີ​ທາດ​ເບື່ອ​ອອກ​ຈາກ​ຮ່າງກາຍ​ຂອງ​ຄົນ​ເຮົາ​ໄດ້.

ຕົວຢ່າງ​ຄືຜັກທຽມ​ກໍ​ເປັນ​ສິ່ງ​ທີ່​ແກ້​ທາດ​ເບື່ອ​ໄດ້​ດີ.ກຳມະກອນ​ທີ່​ຕ້ອງ​ຈັບ​ຕ້ອງ​ບາຍ​ຊືນ​ເລື້ອຍໆ​ນັ້ນ​ໃຫ້​ໝັ່ນ​ກິນ​ຜັກທຽມ​ເລື້ອຍໆ. ບັນດາ​ຜູ່​ຊ່ຽວຊານ​ເຄີຍ​ທົດ​ລອງ​ແລ້ວ​ວ່າ, ຖ້າ​ໃຫ້​ກຳມະກອນ​ຜະລິດຊືນ​ກິນ​ຜັກທຽມ​ມື້​ລະກຼາມ​ເຄິ່ງ, ກິນ​ໄປ​ຈັກ 3 ​ເດືອນ​ກໍ​ຈະ​ບໍ່ມີ​ປະກົດ​ການ​ເບື່ອ​ຊືນ​ອີກ. ຜູ່​ທີ່​ເຄີຍ​ເບື່ອ​ທາດ​ຊືນ​ມາ​ແລ້ວນັ້ນ, ​ເມື່ອ​ກິນ​ຜັກທຽມ​ແລ້ວ, ອາການ​ກໍ​ຈະ​ທຸ​ເລົາ​ລົງ​ຢ່າງ​ເດັ່ນ​ຊັດ.

ການ​ກິນ​ເລືອດ​ໝູນັ້ນຄົນ​ທັງຫຼາຍຖື​ເປັນ​ຢາ​ແກ້​ພິດ​ຂີ້ຝຸ່ນ​ຕ່າງໆ​ມາ​ແລ້ວ. ຜ່ານ​ການ​ຄົ້ນ​ຄວ້າ​ປະກົດ​ເຫັນ​ວ່າ, ​ໂປຼຕິນ​ເລືອດ​ແດງ​ໃນ​ເລືອດ​ໝູ​ນັ້ນ​ເມື່ອ​ຖືກ​ນ້ຳ​ຍ້ອຍ​ອາຫານ​ໃນ​ກະ​ເພາະ​ແຍກ​ທາດ​ແລ້ວ, ມັນ​ກໍ​ຈະ​ເກີດ​ເປັນ​ວັດຖຸ​ຢ່າງ​ໜຶ່ງ​ທີ່​ແກ້​ທາດ​ເບື່ອ​ໄດ້, ​ແລ້ວ​ເຮັດ​ໃຫ້​ລະອອງ​ແລະ​ຂີ້​ໂທ​ຫະຕ່າງໆ​ທີ່​ເຂົ້າ​ໄປ​ໃນ​ຮ່າງກາຍ​ຂອງ​ຄົນ​ນັ້ນກັບ​ກາຍ​ເປັນ​ສິ່ງ​ທີ່​ບໍ່​ມີ​ຜົນ​ຮ້າຍ​ແລະ​ຂັບ​ຖ່າຍ​ອອກ​ຈາກ​ຮ່າງກາຍ.

​ເຫັດ​ຫູ​ໜູ​ກໍ​ມີ​ສະມັດຖະ​ພາບ​ພິ​ເສດ​ທີ່​ສາມາດລະລາຍ​ໃຍ​ວັດຖຸ. ດັ່ງນັ້ນ, ມັນ​ຈຶ່ງ​ເປັນ​ອາຫານ​ຮັກສາ​ສຸຂະພາບ​ຢ່າງ​ມີ​ຜົນ​ສັກ​ສິດ​ພິ​ເສດ​ສຳລັບ​ກຳມະກອນ​ຕ່ຳ​ແຜ່ນ.

ທ່ານ​ກໍ​ມັກ​ກິນ​ຫົວ​ກະ​ລົດ​ບໍ່? ຫົວ​ກະ​ລົດ​ນອກຈາກ​ມິ​ທາດ​ບຳລຸງ​ແນວ​ອື່ນ​ຢ່າງ​ອຸດົມ​ສົມບູນ​ແລ້ວ, ມັນ​ຍັງ​ມີ​ສະມັດ​ຖະພາບ​ເລັ່ງລັດ​ການ​ຂັບ​ຖ່າຍ​ອີ​ອົງ​ນ້ຳ​ບາ​ອອກ​ຈາກ​ໂຕ​ຄົນ, ​ເພາະວ່າ, ​ໃນ​ຫົວ​ກະລົດ​ນັ້ນມີ​ນ້ຳ​ຢາງ​ແນວ​ໜຶ່ງຫຼາຍ​ທີ່​ສຸດ, ​ເມື່ອ​ວັດ​ຖຸດັ່ງກ່າວ​ປະສົມ​ກັບ​ນ້ຳ​ບາ​ແລ້ວ, ກໍ​ຈະ​ເຮັດ​ໃຫ້​ອີ​ອົງ​ນ້ຳ​ບາ​ໃນ​ເລືອດ​ຈາງ​ລົງ ​ແລ້ວ​ຂັບ​ຖ່າຍ​ໄດ້​ໄວ.

ຜູ່​ທີ່​ເຮັດ​ວຽກ​ທີ່​ສຳຜັດ​ກັບ​ວັດຖຸ​ລັງສີ​ນັ້ນຕ້ອງ​ໝັ່ນ​ກິນ​ໄຂ່​ໄກ່ ຖົ່ວ​ເຫຼືອງ ນົມງົວ ຊີ້ນ​ລ້ວນໆ ຕັບ​ໄຕ​ສັດ​ແລະ​ອື່ນໆ ​ເຊິ່ງ​ເປັນ​ຂອງ​ທີ່ມີ​ທາດ​ໂປຼຕິນ​ຫຼາຍນັ້ນ​ເລື້ອຍໆ. ​ເພື່ອ​ຕາບ​ຈູນທາດ​​ໂປຼຕິນ​ໃນ​ຮ່າງກາຍ​ທີ່​ເສຍ​ໄປ​ຍ້ອນ​ລັງສີ​ທຳ​ລາຍ, ​ແລ້ວ​ເຮັດ​ໃຫ້​ຮ່າງກາຍ​ມີ​ທາດ​ບຳລຸງ​ໂປຼຕິນ​ຢ່າງ​ພຽງພໍ​ຢູ່​ສ​ເມີ. ນອກ​ນີ້, ຍັງ​ຕ້ອງ​ກິນ​ນ້ຳ​ຊາ​ຂຽວ​ໃຫ້ຫຼາຍ​ເພາະວ່າ​ນ້ຳ​ຊາ​ຂຽວ​ຈະ​ຊ່ອຍ​ຂັບ​ຖ່າຍວັດຖຸ​ລັງສີ​ໃນ​ໂຕອອກ​ໄດ້​ໄວ.

 ທ່ານ​ອາດ​ຈະ​ຄຶດ​ວ່າ, ອາຊີບ​ທີ່​ເວົ້າ​ເມື່ອ​ກີ້​ນີ້​ທ່ານ​ບໍ່​ເຄີຍ​ເຮັດ​ຈັກ​ເທື່ອ, ຄື​ຊິ​ບໍ່​ມີ​ບັນຫາ​ຖືກ​ທາດ​ເບື່ອ​ໃນ​ຍາມ​ເຮັດ​ວຽກ. ທີ່​ຈິງ​ແລ້ວບໍ່​ແມ່ນ​ຈັ່ງຊັ້ນ, ຄຽງ​ຄູ່​ກັບ​ອຸດສາຫະກຳ​ຈະ​ເລີນຂຶ້ນ​ເລື້ອຍໆ​ນັ້ນ​ໃນ​ເວລາ​ຜະລິດ, ກໍ​ມັກ​ມີ​ວັດຖຸ​ທີ່​ມີ​ທາດ​ເບື່ອ​ບາງ​ຢ່າງ​ລະບາຍ​ອອກ​ມາ​ເລື້ອຍໆ, ຖ້າວ່າ​ໂຮງງານ​ຫຼື​ກົມກອງ​ທີ່​ກ່ຽວຂ້ອງ​ບໍ່​ຊຳ​ລະ​ແກ້​ໄ​ຂຢ່າງ​ເຄັ່ງ​ຄັດ, ວັດ​ຖຸອັນ​ເປັນ​ຜົນ​ຮ້າຍ​ເຫຼົ່ານີ້​ຈຶ່ງ​ອາດ​ຈະ​ເຮັດ​ໃຫ້​ນ້ຳ​ແລະ​ອາກາດ​ຫຼື​ເຄື່ອງ​ປູກ​ຂອງ​ຝັງ​ໃນ​ບໍລິ​ເວນອ້ອມ​ແອ້ມ​ຫັ້ນ​ເປິ​​ເປື້ອນ​ແລ້ວ​ກາຍ​ເປັນ​ໄພ​ຕໍ່​ສຸຂະພາບ​ຂອງ​ຄົນ​ທັງຫຼາຍ. ສະນັ້ນ, ​ເຮົາ​ຈຶ່ງ​ເຫັນ​ວ່າ, ບໍ່ວ່າ​ທ່າ​ນຈະ​ເຮັດ​ວຽກ​ຫຍັງ, ​ໃນ​ຍາມ​ປົກກະຕິ, ອາດ​ຈະກິນ​ເລືອດໝູ ຜັກທຽມ ​ເຫັດ​ຫູໜູ ຫົວ​ກະ​ລົດ​ແລະ​ກິນ​ນ້ຳ​ຊາ​ຂຽວ ມັນ​ກໍ​ຈະ​ມີ​ຜົນ​ດີ​ຕໍ່​ສຸຂະພາບ​ຂອງ​ທ່ານ​ຄື​ກັນ. ທ່ານ​ວ່າ​ແມ່ນ​ບໍ່?