ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-03 20:56:40    
ວິທີ​ປ້ອງ​ກັນ​ແລະ​ປົວ​ພະ​ຍາດ​ຕີນ​ຄັນ

cri Author: li
​ພະຍາດ​ຕີນ​​ຂີ້ຫິດ ທາງ​ແພດສາດ​ເອີ້ນ​ວ່າພະຍາດ​ຕີນ​ຄັນ​,​ເປັນ​ພະຍາດ​ໝົດ​ຄີງ​ຊະນິດ​ໜຶ່ງ​ຍ້ອນ​ຂາດ​ວິຕາມິນ​ເບ,​ໃນ​ລາຍການ​ສຸກສາລາ​ພາກ​ນີ້ ພວກ​ເຮົາ​ຈະ​​ແນະນຳ​ວິທີ​ປ້ອງ​ກັນ​​ແລະ​ປົວ​ພະຍາດ​ຕີນ​ຄັນ.

ພະຍາດ​ຕີນ​ຄັນ​ແມ່ນ​ພະຍາດ​ຜິວ​ໜັງ​ທີ່​ມັກ​ເປັນ​ຍ້ອນ​ຕິດ​ເຊື້ອ​ເຫັດ. ​ເມື່ອ​ເປັນ​ພະຍາດ​ຕີນ​ຄັນ,ຫງ່າ​ມ​ນີ້ວຕີນ​ແລະ​ພື້ນ​ຕີນ​ຈະ​ຮູ້ສຶກ​ຄັນ,ຜິວ​ລະຫວ່າງ​ນີ້ວ​ຂາວ​ອາກລາກ,​ເປື່ອຍ,ໜັງ​ລອກ. ຜິວ​ຕາມ​ພື້ນ​ຕີນມັກ​ເປັນ​ຕຸ່ມ​ນ້ອຍ,​ແລ້ວ​ຕົກ​ເກັດ,​ແຄມ​ຕຸ່ມ​ໜັງອາດ​ຈະ​ໜາ​ຂຶ້ນ,​ແລະ​ແຕກ​ຍະ​ອອກ. ​ຕີນ​ຂີ້ຫິດ​ຖ້າ​ບໍ່ປົວ​​ໄວໆ,ອາດ​ຈະ​ລາມ​ໄປ​ຮອດ​ມື​ແລະ​ເລັບ​ເປັນຕົ້ນ,ບາງທີ​ຍ້ອນ​ຄັນ​ຫຼາຍ​ຈຶ່ງ​ເກົາ​ຈົນ​ແຕກ,​ແລ້ວ​ຕິດ​ເຊື້ອ​ພະຍາດ​ອີກ,ຈະ​ພາ​ໃຫ້​ເປັນ​ພະຍາດ​ອື່ນ​ຢ່າງ​ໜັກໜ່ວງ. ການ​ປິ່ນປົວ​ພະຍາດ​ຕີນ​ຄັນ​ຕົ້ນຕໍ​ຕ້ອງ​ໃຊ້​ຢາ​ຕ້ານ​ເຊື້ອ​ເຫັດ.

ການ​ປ້ອງ​ກັນ​ພະຍາດ​ຕີນ​ຄັນ​ຕ້ອງ​ລະວັງ​ບໍ່​ໄປບາຍ​ຕີນ​ຂອງ​ຜູ້​ເປັນ​ຕີນ​ຂີ​ຫິດຫຼື​ເຄື່ອງ​ທີ່​ຄົນ​ເຈັບ​ເຄີຍ​​ໃຊ້. ​ປັດຈຸບັນ ມີຜູ້​ເປັນ​ພະຍາດ​ຕີນ​ຄັນ​ຫຼາຍ,ສະນັ້ນ ​ເກີບ,ຖົງ​ຕີນ,ຊາມ​ລ້າງ​ຕີນ​,ອ່າງ​ອາບນ້ຳ​ຈົນ​ຮອດ​ພື້ນ​ຫ້ອງ​ອາບນ້ຳ​ທີ່​ພວກ​ເຂົາ​ເຈົ້າ​ເຄີຍ​ໃຊ້​ລ້ວນ​ແຕ່​ອາດ​ຈະ​ມີ​ເຊື້ອ​​ເຫັດ​ທີ່​ພາ​ໃຫ້​ເປັນ​ຂີ້ຫິດ​ໄດ້,ສະນັ້ນ​ຈຶ່ງ​ຕ້ອງ​ລະມັດ​ລະວັງ.

ການ​ປົວ​ພະຍາດ​ຕີນ​ຄັນ​ຕ້ອງ​ລະວັງຫຼາຍຂໍ້​ດັ່ງ​ລຸ່ມ​ນີ້​ຄື:

ໜຶ່ງ,ຕ້ອງ​ໃຊ້​ຢາ​ບໍ່​ຂາດ. ພະຍາດ​ຕີນ​ຄັນ​ແມ່ນ​ພະຍາດ​ຕິດ​ເຊື້ອ​ໂຣກ​ຊຳ​ເຮື້ອ,​​ເຊື້ອ​​ເຫັດ​ເກາະ​ກິນ​​ແຜ່​ເຊື້ອຢູ່​ຕາມ​ຫຼືບ​ໜັງ,ຕ້ອງ​ທາ​ຢາ​ເປັນ​ເວລາ​ດົນ​ນານ​ຈຶ່ງ​ຂ້າ​​ມັນ​ຕາຍ​ໄດ້.

ສອງ,ຢ່າ​ໃຊ້​ຢາ​ອື່ນທົ່ວທີບ. ມີ​ຄົນ​ເອົາ​ຢາ​ອັສ​ເປຍ​ລິນ​ບົດ​ໃຫ້​ມຸ່ນ ​ແລ້ວ​​ໂຮຍ​ໃສ່​ຫງ່າມ​ນີ້ວຕີນ​ທີ່​ເປື່ອຍ​,​ໃນ​ທີ່​ສຸດ​ເຮັດ​ໃຫ້​ເປັນ​​ແຜ​ເປື່ອຍ,​ເຈັບ​ປວດ​ດົນ​ນານ​​ບໍ່​ຫາຍ​ຈັກ​ເທື່ອ.

ສາມ,ການ​ທາ​ຢາ​ຕ້ອງ​ອີງ​ຕາມ​ອາການ​ພະຍາດ​ທີ່​ປ່ຽນ​ແປງ. ​ແຕ່ຕ້ອງ​ລະວັງ​ບ່ອນ​ແຕກ,ບ່ອນ​ເປື່ອຍ,ຢ່າ​ໃຊ້​ທິງ​ເຈີ​ຄືນ້ຳຢາ​ທີ່​​ເອົາຢາ​ປະສົມ​ໃສ່​ເຫຼົ້າ​ເກົ້າສິບ,ບ່ອນ​ໜັງ​ໜາ​ຂຶ້ນ,ບ່ອນ​ແຕກ​ຄວນ​ໃຊ້​ຢາ​ໜຽວ. ​ເປື່ອຍ,ມີນ້ຳອອກ,ຄວນ​ໄປ​ປົວ​ຢູ່ໂຮງໝໍ,​ໃຫ້​ນາຍ​ໝໍ​ປົວ​​ໃຫ້​ຕາມ​ສະພາບ​ການ.

ສີ່,ຖ້າ​ພະຍາດ​ຕີນ​ຄັນ​ຕິດ​ເຊື້ອ​ພະຍາດ​ອື່ນ​ອີກ,ບາງ​ພາກສ່ວນ​ອັກ​ເສບ​ກະທັນ​ຫັນ,ກໍ​ບໍ່​ຄວນ​ປົວ​ຕາມ​ພະຍາດ​ຕີນ​ຄັນ​ທຳ​ມະ​ດາ,ຄວນ​​ແກ້ອາ​ການ​ອັກ​ເສບ​ກ່ອນ. ຖ້າ​ບວມ​ແດງ,​ໃຫ້​ທາ​ນ້ຳອາ​ຊິດ​ບໍຣິກ​ອຸ່ນ​ມາ​ລ້າງ​ກໍ​ແກ້​ອັກ​ເສບ​ແລະ​ແກ້​ບວມ​ໄດ້,​ໃນ​ເວລາ​ຈຳ​ເປັນ​ຍັງ​ຕ້ອງ​ໃຊ້​ຢາ​ຕ້ານ​ເຊື້ອ​ໝົດ​ຄີງ,​ແລະ​ພັກຜ່ອນ​ຢ່າງ​ເໝາະ​ສົມ​ຕາມ​ຄຳ​ສັ່ງ​ຂອງ​ນາຍ​ໝໍ.