ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-05 16:42:31    
ສະພາ​ທ້ອງ​ຖິ່ນ​ເຄິດ​ອີ​ຣັກ​ໄຂ​ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 4 ມິຖຸນາ​ນີ້ ສະພາ​ທ້ອງ​ຖິ່ນ​ເຄິດ​ອີຣັກ​ໄດ້​ໄຂ​ກອງ​ປະ​ຊຸມ​ຄັ້ງທຳ​ອິດ​ຢູ່​ເມືອງ​ອາ​ບິນ ທາງ​ພາກ​ເໜືອ​ອີຣັກ. ທ່ານ​ຕາລາ​ບາ​ນີ ປະທານາ​ທິ​ບໍ​ດີ​ລັດຖະ​ບານ​ຂ້າມ​ຜ່ານ​ອີຣັກ​ໄດ້​ກ່າວ​ປາ​ໄສ, ​ຮຽກຮ້ອງ​ໃຫ້​ຊາວ​ເຄິດ​​ເປັນ​ແບບຢ່າງ​ປະຊາທິປະ​ໄຕ​ຢູ່​ອີຣັກທີ່​ຍັງ​ຕົກ​ຢູ່​ໃນ​ສະພາບ​ວຸ້ນວາຍ​ແຫ່ງສົງຄາມ.

ທ່ານຕາລາ​ບາ​ນີ​​ແມ່ນຊາວ​ເຄິດ, ທ່ານປາກພາສາ​ອາ​ລັບ​ຕໍ່​ສະມາຊິກ​ສະພາ​ທ້ອງ​ຖິ່ນ 111 ຄົນ​ວ່າ, ​ໃນ​ສະ​ເພາະ​ໜ້າ​ນີ້ ອີຣັກພວມ​ຕົກ​ຢູ່​ໃນ​ໄລຍະ​ຫົວລ້ຽວຫົວ​ຕໍ່, ການ​ສ້າງ​ລັດຖະ​ທຳ​ມະນູນ​ສະບັບຖາວອນທີ່​ສາມາດ​ຮັບປະກັນ​ໝົດ​ທຸກ​ຄົນ​ໃນ​ສັງຄົມ​ອີຣັກຢູ່​ຮ່ວມ​ກັນ​ຢ່າງ​ສະ​ເໝີ​ພາບ ​ແມ່ນ​ໜ້າ​ທີ່​ອັນ​ສັກກາລະ​ບູຊາ​ຂອງ​ບັນດາ​ຊົນ​ເຜົ່າ​​ແລະ​ອົງການ​ສາ​ສະ​ໜາ​ຂອງ​ອີຣັກ. ຕາມ​ແຜນການ, ອີຣັກຈະ​ຈັດການ​ເອົາ​ປະຊາ​ມະຕິ​ທົ່ວ​ປວງ​ຊົນ​ກ່ຽວ​ກັບ​ຮ່າງ​ລັດ​ຖະທຳ​ມະນູນ​ສະບັບ​ໃໝ່​ໃນ​ເດືອນ​ຕຸລາ​ປີ​ນີ້​.