ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-06 13:39:05    
ແມ່: ຄູ​ຜູ່ທຳ​ອິດ​ຂອງ​ລູກ​(ສຽງ)

cri Author: huachunmei

ໃນ​ຊີ​ວິດ​ຂອງ​ຄົນ​ເຮົາ, ​ການ​ສຶກ​ສາ​ທີ່​ເຮົາ​ໄດ້​ຮັບ​ກ່ອນ​ໝູ່​ແມ່ນ​ມາ​ຈາກ​ຄອບ​ຄົວ, ​ມາ​ຈາກ​ການ​ສຶກ​ສາ​ໄລ​ຍະ​ຕົ້ນ​ຂອງ​ແມ່​ທີ່​ສອນ​ລູກ. ​ເພື່ອ​ຄົ້ນ​ຄວ້າ​​ໃຫ້​ຮູ້​ຜົນ​ສະ​ທ້ອນ​ຂອງ​ແມ່​ທີ່​ມີ​ຕໍ່​ຊີ​ວິດ​ຂອງ​ຄົນ​ຜູ່​ໜຶ່ງ, ​ນັກ​ຈິດ​ຕະ​ສາດ​ທີ່​ມີ​ຊື່​ສຽງ​ຜູ່​ໜຶ່ງ​ຂອງ​ອາ​ເມ​ລິ​ກາ​ໄດ້​ເລືອກ​ເອົາ​ບຸກ​ຄົນ​ຜູ່​ສຳ​ເລັດ​ຜົນ 50 ຄົນ​ໃນ​ທົ່ວ​ອາ​ເມ​ລິ​ກາ, ​ພວກ​ເພິ່ນ​ລ້ວ​ນ​ແຕ່​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ດີ​ເລີດໃ​ນ​ຂະ​ແໜງ​ການ​ງານ​ຂອງ​ໃຜ​ລາວ. ​ພ້ອມ​ກັນ​ນັ້ນ​ກໍ​ໄດ້​ເລືອກ​ເອົາ 50 ​ຄົນ​ທີ່​ມີ​ການ​ບັນ​ທຶກ​​ເຄີບ​ຕ້ອງ​​ໂທດ, ​ແຍກ​ອອກ​ຂຽນ​ຈົດ​ໝາຍ​ໄປ​​ໃຫ້​ພວກ​ເຂົາ​ເຈົ້າ, ​ຂໍ​ໃຫ້​ພວກ​ເຂົາ​ເຈົ້າ​ເລົ່າ​ຜົນ​ສະ​ທ້ອນ​ຂອງ​ແມ່​ທີ່​ມີຕໍ່​ພວກ​ເຂົາ​ເຈົ້າ. ​ໃນ​ນັ້ນ, ​ມີ​ຈົດ​ໝາຍ​ຕອບ​ສອງ​ກ້ານ​ໄດ້​​ເຮັດ​ໃຫ້​ທ່ານ​ປະ​ທັບ​ໃຈ​ທີ່​ສຸດ. ​ຈົດ​ໝາຍ​ກ້ານ​ໜຶ່ງ​​ແມ່ນ​ຂອງ​ບຸນ​ຄົນ​ຜູ່​ມີ​ຊື່​ສຽງ​ຢູ່​ທຳ​ນຽບ​ຂາວ, ​ອີກ​ກ້ານ​ໜຶ່ງ​ແມ່ນ​ຂອງ​ນັກ​ໂທດ​ຜູ່​ໜຶ່ງ​ທີ່​ພວມ​ຕິດ​ຄຸກ. ສອງ​ຄົນ​ນີ້​ເລົ່າ​ເລື້ອງ​ທີ່​ຄື​ກັນ, ຄື, ໃນ​ເວ​ລາ​ຍັງ​ນ້ອຍ, ​ແມ່​ປັນ​ໝາກ​ໂປມ​ໃຫ້​ພວກ​ເຂົາ​ເຈົ້າ.

ໃນຈົດໝາຍ, ຂອງ​ນັກໂທດ​ໃນຄຸກຂຽນວ່າ:

ໃນ​ເວລາ​ຍັງເດັກນ້ອຍ, ມື້ໜຶ່ງ, ແມ່​ໄດ້ເອົາໝາກໂປມມາຫຼາຍໜ່ວຍ, ​​ສີ​ແດງ​ສິຂຽວ, ໜ່ວຍ​ນ້ອຍ​ໜ່ວຍໃຫຍ່ບໍ່​ທໍ່ກັນ. ຂ້ອຍ​​ເບິ່ງ​ປຶ​ນ, ກໍ​ເຫັນ​ໜ່ວຍ​ທາງກາງ​ທີ່ທັງ​ໃຫຍ່​ທັງສີ​ແດງໜ້າກິນນັ້ນໂລດ,  ຂ້ອຍດີໃຈຫຼາຍ, ​ຢາກໄດ້​ທີ່​ສຸດ. ​ໃນ​ຄາວ​ນັ້ນ, ​ແມ່​ເອົາ​ໝາກ​​ໂປ​ມມາວາງໄວ້ເທິງ​ໂຕະ, ​ແລະ​ຖາມ​ຂ້ອຍ​ກັບ​ນ້ອງ​ຊາຍ​ວ່າ, ພວກ​ລູກຢາກໄດ້​ໜ່ວຍ​ໃດ? ຂ້ອຍພວມຈະ​ເວົ້າວ່າ, ຢາກໄດ້າ​ໜ່ວຍ​ທີ່​​​ໃຫຍ່​ກວ່າໝູ່ແລະ​ແດງ​ກວ່າ​ໝູ່​, ນ້ອງ​ຊາຍ​ກໍຍາດ​ເວົ້າຄວາມທີ່ຂ້ອຍຢາກເວົ້ານັ້ນກ່ອນແລ້ວ. ​ແມ່​ຟັງ​ແລ້ວ, ກຶ້ງ​ຕາໃສ່ມັນແລະຕິ​ຕຽນ​ມັນ​ວ່າ, ຜູ່ຄຳຮູ້ຕ້ອງ​ຮູ້ຈັກເອົາສິ່ງທີ່​ດີ​ໃຫ້ຜູ່​ອື່ນ, ບໍ່​ແມ່ນຈະຄິດ​ແຕ່​ຕົນ​ເອງ.

ໃນຂະນະນັ້ນ, ຂ້ອຍ​ສະໝອງ​ໄວ, ​ເລີຍປ່ຽນ​ຄວາມ​ວ່າ, "​ແມ່, ລູກ​ຢາກໄດ້ໜ່ວຍ​ນ້ອຍ​ກວ່າ​ໝູ່​, ເອົາ​ໜ່ວຍ​ໃຫຍ່​ໃຫ້ນ້ອງ​ສາ."

​ແມ່​ຟັງ​ແລ້ວ, ດີ​ໃຈຫຼາຍ, ຫອມແກ້ມ​ຂ້ອຍບາດໜຶ່ງ, ​ແລ້ວເອົາໝາກ​ໂປ​ມທີ່​ທັງ​ແດງ​ທັງ​ໃຫຍ່​ໜ່ວຍ​ນັ້ນໃຫ້ຂ້ອຍເພື່ອ​ເປັນ​ລາງວັນ. ຂ້ອຍ​ໄດ້ສິ່ງ​ທີ່​ຂ້ອຍ​ຢາກ​ໄດ້. ​ແຕ່​ນັ້ນມາ, ຂ້ອຍ​ໄດ້​ຮຽນ​ຮູ້ເວົ້າຂີ້ຕົວະ​. ຫຼັງຈາກ​ນັ້ນ, ຂ້ອຍຍັງ​ຮຽນຮູ້​ຕີ​ກັນ ລັກໝົກຈົກ​ຫໍ່​ແລະ​ປຸ້ນຈີ້. ​ເພື່ອ​ໄດ້​​ສິ່ງ​ທີ່​ຕົນຢາກ​ໄດ້, ຂ້ອຍ​ໃຊ້​ທຸກວິທີ​, ຈົນ​ຮອບປັດຈຸບັນ, ຂ້ອຍ​ຖືກ​ສົ່ງ​ເຂົ້າ​​ຄຸກ.

1  2