ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-06 15:30:29    
ງານ​ຕະ​ຫຼາດ​ນັດ​ຄຸນ​ມິ​ງ​ຄັ້ງ​ທີ​13​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ມິ​ງ​ແຂວງ​ຢຸນ​ນານ​ໃນ​ວັນ​ທີ​6​ມິ​ຖຸ​ນາ

cri Author: q
ຕາມ​ຂ່າວCRI,ງານຕະຫຼາດນັດ​ຄຸນ​ມິ​ງປີ2005​ໄດ້​ໄຂ​ຂຶ້ນ​ຢູ່​ທີ່​ນະຄອນ​ຄຸນ​ມິ​ງ​ໃນ​ຕອນ​​ເຊົ້າ​ວັນ​ທີ6​ມິຖຸນາ.

ຕາມ​ຄະນະ​ກຳມະການ​ຈັດ​ງານຕະຫຼາດນັດຄຸນ​ມິ​ງສະ​​ເໜີ​ໃຫ້​ຮູ້​ວ່າ,ງານ​ຕະຫຼາດນັດຄັ້ງ​ນີ້​ໄດ້​ຈັດ​ວາງ​ບ່ອນ​ວາງສະ​ແດງ1559​ແຫ່ງ,​ໃນ​ນັ້ນ​ມີ​ບ່ອນ​ວາງສະ​ແດງ​ສຳລັບ​ວິ​ສາ​ຫະກິດ​ຕ່າງປະ​ເທດ227​ແຫ່ງ,ບ່ອນ​ວາງສະ​ແດງ​ສຳລັບ​ວິ​ສາ​ຫະກິດ​ຈີນ1282​ແຫ່ງ.ຕາມ​ສະຕິ​ຖິ,ມີ​ນັກ​ທຸ​ລະ​ກິດ​ຕ່າງ​ປະ​ເທດ​ເກືອບ6​ພັນ​ຄົນ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ.​ໃນ​ນັ້ນ,ຜູ້​ຮ່ວມ​ງານ​ຂອງ10​ປະ​ເທດ​ອາ​ຊຽນ​ແລະບັນດາ​ປະ​ເທດ​ອາຊີ​ໃຕ້​ມີ5ພັນ​ຄົນ.ສະມາຄົມ​ການ​ຄ້າ​ຂອງ20​ປະ​ເທດ​ແລະ​ເຂດ​ແຄວ້ນ​ເຊັ່ນ​ສະ​ມາ​ຄົມ​ການ​ຄ້າ​ແຫ່ງ​ຊາດ​ລາວ,​ສະ​ມາ​ຄົມ​ການ​ຄ້າ​ແຫ່ງ​ຊາດ​ຫວຽດ​ນາມ​ເປັນ​ຕົ້ນ​ໄດ້​ຈັດ​ຕັ້ງ​ຄະນະ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ໝົດ.10ປະ​ເທດ​ອາ​ຊຽນ​ໄດ້​ເຂົ້າ​ຮ່ວມ​ການວາງສະ​ແດງ​ໝົດ,ລວມມີ​ບ່ອນ​ວາງສະ​ແດງ203​ແຫ່ງ.