ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-06 15:35:09    
ດ້ວຍ​ເຫດ​ໃດ ທ່ານ​ອາ​ບັສ​​ປະ​ກາດ​ເລື່ອນ​ເວ​ລາ​ຈັດ​ການ​ເລືອກ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ນິ​ຕິ​ບັນ​ຍັດ​ປາ​ເລັສ​ຕີນ(ສຽງ)

cri Author: mo


ຕາມ​ຂ່າວCRI: ວັນ​ທີ 4 ມິຖຸນາ, ທ່ານ​ອາບັສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ເຊັນ​ດຳລັດປະກາດວ່າ, ​ເລື່ອນ​​ເວລາ​ຈັດການ​ເລືອກຕັ້ງຄະນະ​ກຳມະການ​ນິຕິ​ບັນຍັດ​ປາ​ເລັສຕີນ​ທີ່​​ຈະ​ຈັດ​ຂຶ້ນ​ໃນເດືອນ​ກໍລະກົດຕາມ​ແຜນການ​ເດີມ. ​ເລື່ອງ​ນີ້​ໄດ້​ຖືກຂະ​ບວນການອິສລານ​ປາ​ເລັສຕີນຕໍ່ຕ້ານຫຼື​​ອົງການ​ຮາ​ມັສ ຄັດຄ້ານ​ຢ່າງ​ຮຸນ​ແຮງ. ບຸກຄົນ​ວິ​ເຄາະ​ຊີ້​ອອກ​ວ່າ, ການ​ຖົກ​ຖ້ຽງກັນ​ລະ​ຫວ່າງ​ທ່ານ​ອາບັສກັບ​ອົງການ​ຮາ​ມັສທີ່​ໝູນ​ອ້ອມ​ວັນ​​ເລືອກ​ຕັ້ງຄະນະ​ກຳມະການ​ນິຕິບັນຍັດ, ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ຂັດ​ແຍ່ງ​ກັນ​ລະຫວ່າງ​ ຂະ​ບວນປົດ​ປ່ອຍ​ຊາດ​ປາ​ເລັສຕີນຫຼືອົງການ​ອານ​ຟາ​ຕາ ​ເຊິ່ງ​ເປັນ​ພັກ​ຄອງ​ອຳນາດ​ປາ​ເລັສຕີນ​ ກັບ​ອົງການ​ຮາ​ມັສ ກຳລັງ​ການ​ເມືອງ​ທີ່​ເຕີບ​ໂຕ​ໃໝ່, ​​ແລະ​ການ​ຍາດ​ຊິງສິດ​ນຳພາ​ປາ​ເລັສຕີນ ​ລະຫວ່າງ​ສອງ​ຝ່າຍ​​.

ຕາມ​ກົດໝາຍ​ເລືອກ​ຕັ້ງສະບັບ​ປັບປຸງທີ່​ຄະນະ​ກຳມະການ​ນິຕິບັນຍັດ​ປາ​ເລັສຕີນ​ຜ່ານ​ຮັບຮອງ​ໃນ​ຫວ່າງ​ມໍ່ໆ​ນີ້, ​ໃນ 132 ​ທີ່​ນັ່ງຂອງ​ຄະນະ​ກຳມະການ​ນິຕິບັນຍັດ​, ມີ 2/3 ​​ແມ່ນກຳ​ເນີ​ດຂຶ້ນ​ຕາມລະບອບ​ການ​ເລືອກ​ຕັ້ງສ່ວນ​ຫລາຍ, 1/3 ກຳ​ເນີ​ດຂຶ້ນ​ຕາມ​ລະບອບ​ມາດຕາ​ສ່ວນ. ​ແຕ່​ທ່ານ​ອາບັສທວງ​​ໃຫ້ການ​ເລືອກ​ຕັ້ງ​ໃຊ້​ລະບອບ​ມາດຕາ​ສ່ວນໝົດ ​ເຊິ່ງກໍ​ຄື: ທີ່​ນັ່ງ​ທັງ​ໝົດ​ຂອງ​ຄະນະ​ກຳມະການ​ນິຕິບັນຍັດ​ໃຫ້​​​ແບ່ງປັນ​ຕາມ​ມາດຕາ​ສ່ວນ​ຂອງ​ບັນດາພັກ​.

ສື່​ມວນ​ຊົນ​ເຫັນ​ວ່າ, ທ່ານ​ອາ​ບັສຍຶດໝັ້ນລະບອບ​​ແບ່ງ​ປັນ​ຕາມ​ມາດຕາ​ສ່ວນ​ໝົດແມ່ນ​ເພື່ອ​ຮັບປະກັນກຳລັງ​ປີກ​ຊ້າຍແລະ​ກຳລັງ​ລະຫວ່າງກາງທີ່​ນຳ​ໂດຍອົງການ​ອານ​ຟາ​ຕາຈະ​​ໄດ້​​ທີ່​ນັ່ງ​ສ່ວນ​ຫລາຍ​ໃນ​ຄະນະ​ກຳມະການ​ນິຕິບັນຍັດ, ​ເພື່ອຕ້ານ​ກັບ​ອົງການ​ຮາ​ມັສທີ່​ໄດ້​​ອັດຕາ​ສະໜັບສະໜູນ​​ຂ້ອນ​ຂ້າງ​ສູງ​ຈາກ​ມະຕິ​ຊົນ.

ເທື່ອ​ນີ້​ແມ່ນ​ອົງການ​ຮາ​ມັສ​ເຂົ້າຮ່ວມ​ການ​ເລືອກ​ຕັ້ງ​ເປັນ​ຄັ້ງທຳ​ອິດ​ແຕ່​ສ້າງຕັ້ງຂຶ້ນ​ເມື່ອ​ປີ 1987 ​​ເປັນຕົ້ນມາ. ​ໃນ​ເວລາ​ດົນ​ນານ​ມາ​ນີ້, ອົງການ​ຮາ​ມັສ​ໄດ້​ຍຶດໝັນການ​ຕໍ່​ສູ້​ດ້ວຍ​ກຳລັງ​​ອາວຸດ ​ແລະ​ຄັດ​ຄ້ານ​ການ​ເຈລະຈາ​ສັນຕິພາບ​ກັບ​ອິສຣາ​ແອນ​ໂດຍ​ຕະຫລອດ, ຈຶ່ງບໍ່​ແມ່ນອົງການ​ການ​ເມືອງ​ປາ​ເລັສຕີນ. ​ແຕ່​ວ່າ, ​ໃນ​ຫລາຍ​ປີ​ມາ​ນີ້, ອົງການ​ຮາ​ມັສນັບ​ມື້​ນັບ​ຄ່ອງ​ແຄ້ວ​ແລະ​ຕິດ​ແທດ​ຕົວ​ຈິງ, ຄ່ອຍໆ​ປ່ຽນ​ແປງ​ຍຸດ​ໂທ​ບາຍ, ​ເລີ່​ມສະ​ແຫວງ​ຫາ​ເຂົ້າຮ່ວມ​ຂະ​ບວນວິວັດ​ການ​ເມືອງ​​ແລະ​ລະບຽບ​ການ​ຕົກລົງ​ວຽກ​ງານ​ຂອງ​ປາ​ເລັສຕີນ.

ສື່​ມວນ​ຊົນ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ, ອົງການ​ຮາ​ມັສ​ໄດ້ທ້າ​ທາຍອົງການ​ອານ​ຟາ​ຕາ​ທີ່​ເປັນ​ພັກ​ຄອງ​ອຳນາດ​ປັດຈຸບັນຢ່າງ​ແຂງ​ແຮງ. ຜ່ານ​ການ​ຕໍ່​ສູ້​ດ້ວຍ​ກຳລັງ​ອາວຸດ​ເປັນ​ເວລາ​ຍາວ​ນານ, ອົງການ​ຮາ​ມັສບໍ່​ພຽງ​ແຕ່​ໄດ້ສ້າງພື້ນຖານ​ມະຕິ​ຊົນຫລາຍ​ສົມ​ຄວນ, ​​ແລະໃນ​ຖານ​ເປັນກຳລັງ​ໃໝ່​ບົນ​ເວທີ​ການ​ເມືອງ​ປາ​ເລັສຕີນ, ອົງການ​ຮາ​ມັສຍິ່ງ​ເອົາ​ໃຈ​ໃສ່​ການ​ສ້າງ​​ໂສມ​ໜ້າ​ຂອງ​ຕົນ​ເອງ, ​ແລະ​ຜ່ານ​ການ​ເຄື່ອນ​ໄຫວ​ກຸສົນ​ແລະສົງ​ເຄາະຕ່າງໆ​ຍາດ​ເອົາ​​ໃຈ​ຄົນ. ​ໃນ​ການ​ເລືອກ​ຕັ້ງທ້ອງ​ຖິ່ນ​ຂອງ​ປາ​ເລັສຕີນໄລຍະ​ທີ 2 ​ທີ່​ຈັດ​ຂຶ້ນ​ໃນ​ຫວ່າງ​ບໍ່​ດົນ​ນີ້, ອົງການ​ຮາ​ມັສ​ໄດ້​ຮັບ​ສິດ​ຄວບ​ຄຸມ​ຫົວໜ່ວຍ​ບໍລິຫານ​ທ້ອງ​ຖິ່ນກວມ​ເຖິງ 1/3.

ເມື່ອ​ທຽບ​ໃສ່​ກັນ​ແລ້ວ, ​ເຖິງ​ວ່າອົງການ​ອານ​ຟາ​ຕາ​ຍັງ​ຄົງ​ແມ່ນ​ພັກ​ໃຫຍ່​ທີ​ໜຶ່ງ​ຂອງ​ປາ​ເລັສຕີນ, ​ແຕ່​ຍ້ອນວ່າ ຢູ່ພາຍ​ໃນ​ອົງການມີ​​ຫລາຍ​ກ້ຳ​ຫລາຍ​ຝ່າຍ, ການ​ຕໍ່​ສູ້​​ເພື່ອ​ຍາດ​ເອົາອຳນາດກໍ​ສັບສົນ, ກຳລັງ​ໜ່ຽງ​ເຂົ້າກັນແລະ​ກຳລັງ​ສັງ​ລວມຂອງ​ພັກ​ດັ່ງກ່າວ​ໄດ້​ຖືກ​ບັ່ນ​ທອນ​ແລ້ວ. ​ໃນ​ຫລາຍ​ປີ​ມາ​ນີ້, ຍ້ອນ​​ເປັນ​ພັກ​ຄອງ​ອຳນາດດົນນານ​, ຄະດີ​ເຈົ້າໜ້າ​ທີ່ອານ​ຟາ​ຕາ​ຊຸດ​​ໂຊມ​ເປື່ອຍ​ເຍື່ອຍ​ແລະ​ສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດດ້ວຍ​ສິດ​ອຳນາດ​ຂອງ​ຕົນ​ກໍ​ໄດ້​ປະກົດ​ຂຶ້ນ​ເລື້ອຍ​ໆ, ​ໂສມ​ໜ້າ​ຂອງ​ອົງການ​ບໍ່​ຈົບ​ບໍ່​ງາມ​ຄື​ແຕ່​ກ່ອນ​ແລ້ວ.

ບຸກຄົນ​ວິ​ເຄາະ​ເຫັນ​ວ່າ, ທ່ານ​ອາບັສຕົກລົງ​ເລື່ອນ​ເວລາ​ຈັດການເລືອກ​ຕັ້ງຄະນະ​ກຳມະການ​ນິຕິບັນຍັດ​​ເທື່ອ​ນີ້, ຕົ້ນຕໍ​ແມ່ນ​ຢາກ​ໄດ້​ເວລາ​ຍິ່ງ​ຫລາຍ​ມາ​ແກ້​ໄຂ​ຄວາມ​ເຫັນ​ຂັດ​ກັນຢູ່​​ພາຍ​ໃນອານ​ຟາ​ຕາ, ປັບປຸງ​ອົງການຄືນ​ໃໝ່, ​ເພື່ອ​ຮັບມື​ກັບ​ການ​ທ້າ​ທາຍ​ຂອງ​ອົງການ​ຮາ​ມັສ.

ພ້ອມ​ກັນນັ້ນ, ບຸກຄົນ​ວິ​ເຄາະ​ຍັງເຫັນ​ວ່າ, ​ເຖິງ​ວ່າ​ອົງການ​ຮາ​ມັສຄັດຄ້ານ​ຢ່າງ​ຮຸນ​ແຮງ​ຕໍ່​ການ​ຕົກລົງ​​ຂອງ​ທ່ານ​ອາບັສທີ່ເລື່ອນ​ເວລາ​ຈັດການເລືອກຕັ້ງຄະນະ​ກຳມະການ​ນິຕິບັນຍັດກໍ​ຕາມ, ​ແຕ່​ຄວາມ​ອາດ​ສາມາດ​ທີ່​ຄວາມ​ຂັດ​ແຍ້​ງກັນ​ລະຫວ່າງ​ສອງ​ຝ່າຍ​ພາຍ​ໃນ​​ໄລຍະ​ມໍ່ໆ​ນີ້​ຈະ​ຂະຫຍາຍ​ກວ້າງ​ອອກ​ນັ້ນ​ແມ່ນບໍ່​ຫລາຍ​ປານ​ໃດ, ທ່ານ​ອາບັສອາດ​ຈະ​ສະໜອງ​ຜົນ​ປະ​ໂຫຍ​ດທາງ​ການ​ເມືອງ​ອື່ນໆ​​ໃຫ້​ອົງການ​ຮາ​ມັສ, ​ເພື່ອ​ໃຫ້​ເຂົາ​ເຫັນ​ດີ​ເລື່ອນ​ເວລາຈັດ​ການ​ເລືອກ​ຕັ້ງ.