ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-07 15:57:05    
ອາຈານ​ຖູ​ເຕິ​ງດາ​ເຈ ນັກ​ຄົ້ນ​ຫາ​ມະ​ຫາ​ກາບ​ເກີ​ຊາ​ເອີ

cri Author: mo


ທ່ານ​ອາດ​ຈະ​ເຄີຍ​ໄດ້​ຍິນ​ມະຫາ​ກາບ​ເກີ​ຊາ​ເອີມາ​ກ່ອນ​ແລ້ວ​ຕິ​ນໍ? ມະຫາ​ກາບ"​ເກີ​ຊາ​ເອີ"​ແມ່ນ​ມະຫາ​ກາບ​​ເກົ່າ​ແກ່​ທີ່​ມີ​ຮູບ​ການ​ເປັນໆ​ພຽງ​ຊຸດ​ດຽວໃນ​ໂລກ​ປັດຈຸບັນ, ເລົ່າ​ລື​ສືບ​ທອດກັນ​ມາຢູ່​ເຂດ​ເຜົ່າ​ຕິ​ເບ​ດ ​ເຜົ່າ​ມົງ​ໂກນ​ແລະ​ເຜົ່າ​ຖູ​ຂອງ​ຈີນ​ຢ່າງ​ກວ້າງ​ຂວາງ. ​ມະຫາ​ກາບ​ແມ່ນ​ວັນ​ນະ​ຄະດີ​ບູຮານ​ຊະນິດ​ໜຶ່ງ, ສຳຄັນ​ສືບ​ທອດ​ກັນ​ມາ​ດ້ວຍ​ອາ​ໃສ​ສິນລະ​ປິນ​ຂັບ​ສູ່​ຟັງ. ​ໃນ​ນັ້ນ, ມີ​ສິນລະປິນ​ປະ​ເພດ​ໜຶ່ງ, ​ເອີ້ນກັນ​ວ່າ"ນັກ​ຂຸດ​ຄົ້ນສິ່ງຊຸກ​ຊ່ອນ​", ວຽກ​ງານ​ຂອງ​ພວກ​​ເພີ່ນບໍ່​ແມ່ນ​ຂັບ​ມະຫາ​ກາບ​ສູ່​ຄົນ​ຟັງ, ​ແຕ່ຫາກ​ແມ່ນ​ຂຸດ​ຄົ້ນເອົາ​ສິ່ງທີ່​ມີ​ສ່ວນກ່ຽວ​ຂ້ອງ​ກັບ​ມະຫາ​ກາບ​.

ກິ່ງ​ແຂວງ​ໂກ​ໂລ​ເຜົ່າ​ຕິ​ເບ​ດປົກຄອງ​ຕົນ​ເອງທີ່​ຕັ້ງຢູ່​ຍອດ​ແມ່​ນ້ຳ​ເຫຼືອງ ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ, ​ແມ່ນ​ເຂດ​ທີ່​​ເຜີຍ​ແຜ່​ມະຫາ​ກາບ​"​ເກີ​ຊາ​ເອີ"ຢ່າງ​ກວ້າງຂວາງ. ຢູ່​ແຫ່ງ​ນີ້, ​ຍິງ​ຊາຍ​ນ້ອຍ​ໃຫຍ່ໃຜໆ​ກໍ​ຮູ້​ເລື່ອງ​ອັດສະຈັນ​ຂອງ​​ເຈົ້າ​ເກີ​ຊາ​ເອີ ພະ​ເອກ​ໃນ​ມະຫາ​ກາບ​ທີ່​ບໍ່​ຢ້ານ​ຄວາມ​​ໂຫດຮ້າຍ​ປ່າ​ເຖື່ອນ, ​ປາບ​ພວກຍັກ​ມານດ້ວຍມານະ​ຈິດ​ອັນ​ຄົງ​ທົນ​ໜຽວ​ແໜ້ນແລະ​ກຳລັງ​ແຮງ​ອັນມະຫັດສະຈັນ, ຊ່ອຍ​ເຫຼືອຜູ້​ອ່ອນ​​ໂຊ​ທຸກ​ຍາກ, ​ແລະ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ​. ປັດຈຸບັນ, ສະພາ​ບັນດິດ​ວິທະຍາສາດ​ສັງຄົມ​ຈີນ​ໄດ້​ຕົກລົງ​ສ້າງ​ແຫຼ່ງຄົ້ນຄວ້າ​ມະຫາ​ກາບ"​ເກີ​ຊາ​ເອີ"​​ເຊິ່ງ​ເປັນ​ວັນນະຄະດີ​ເລົ່າ​ຕໍ່ປາກແຫ່ງ​ທຳ​ອິດ​ຢູ່​ກິ່ງ​ແຂວງ​ໂກ​ໂລ. ອາຈານ​ຖູ​ເຕິ​ງດາ​ເຈ ອາຍຸ 28 ປີ​​ແມ່ນ​ພະ​ເຖລະ​ທີ່ມີ​ຊື່ສຽງ​ໃນທ້ອງ​ຖິ່ນນັ້ນ, ​ມີ​ການ​ພົວພັນຢ່າງ​ສະໜິດ​ແໜ້ນ​ກັບ​ມະຫາ​ກາບ"​ເກີ​ຊາ​ເອີ".
​​​
ໃນ​ເວລາ​ນັກ​ຂ່າວ​ພວກ​ເຮົາ​​ພົບ​ອາຈານ​ຖູ​ເຕິ​ງດາ​ເຈນັ້ນ, ​ເພີ່ນ​ຊົງເສື້ອຍ່າມ​ຕິ​ເບ​ດສີ​ແດງຊ້ຳ, ​ໃສ່​ແຫວນ​​ຕິ​ເບ​ດ, ຄິ້ວດົກ, ອາຈານ​ຍີ້ມຢ່າງ​ເບີກບານ​ທັງ​ອະທິບາຍ​ຄຳ​ວ່າ"ນັກຄົ້ນສິ່ງ​ຊຸກ​ຊ່ອນ" ສູ່​ພວກ​ເຮົາ​ຟັງ.

ອັນ​ທີ່​ວ່າ"ນັກຄົ້ນສິ່ງ​ຊຸກ​ຊ່ອນ"​ໝາຍ​ເຖິງ​ບຸກຄົນພຸດທະ​ສາສະໜາ​ທີ່​ຄົ້ນຫາເຄື່ອງ​ຄ້ຳ​ຂອງ​ຄູນ​ທາງ​ພຸດທະ​ສາສະໜາ​ເຊິ່ງລວມທັງ​ເຄື່ອງ​ພິທີກຳ ຮູບ​ປັ້ນ, ​ແລະ​ຄຳ​ພີ​ເປັນຕົ້ນທີ່​ຖືກ​ຄົນ​ລຸ້ນ​ກ່ອນ​ເຊື່ອງ​ຊ່ອນ​ໄວ້​ຢູ່​​ໃຕ້​ດິນ​ຫລື​​ໃນ​ພະເຈດີ​. ຕາມ​ເລົ່າ​ລື​ກັນ​ວ່າ, ​ໃນ​ສະຕະວັດ​ທີ 9 , ພະ​ມະຫາອາຈານ​ລຽນ​ຮວາ​ເຊິ່ງ ຜູ້​ລິ​ເລີ່ມ​ສ້າງ​ພຸດ​ທະ​ສາສະໜາ​ຕິ​ເບ​ດ, ​​ໄດ້​ເອົາ​ພຸດທະຄຳ​ພີ​ທັງ​ໝົດ​ຝັງ​​ໄວ້ຢູ່​ບ່ອນ​ໃດ​ບ່ອນ​ໜຶ່ງ​ໃນ​ຕິ​ເບ​ດກ່ອນ​​ເພີ່ນ​ປະລິນິພານ, ທັງ​ທຳນາຍ​ວ່າ, ​ໃນ​ກາລະ​ໂອກາດ​ອັນ​ເໝາະ​ສົມ​​ໃນ​ອະນາຄົດ, ຈະມີສິລະ​ປິນຂຸດ​ຄົ້ນ​ຈຳນວນ​ໜຶ່ງ​​ໄປຂຸດຄົ້ນ​ເອົາ​ຄຳ​ພີ​​ເຫຼົ່ານັ້ນອອກ​ມາ. ອາຈານ​ຖູ​ເຕິ​ງ​ດາ​ເຈ​ກ່າວ​ວ່າ:

ຄຳ​ພີ​ແລະສິ່ງ​ອື່ນໆ​ທີ່​ພວກອາ​ຕະມາ​ຂຸດ​ຄົ້ນ​ໄດ້​ນັ້ນ​ແມ່ນພະ​ມະຫາ​ອາ​ຈານ​​ໃດ​ໜຶ່ງ​​ຝັງ​ໄວ້ຢູ່​ໃຕ້​ດິນ​ເມື່ອ​ຫລາຍໆ​ປີ​ກ່ອນ, ​ແລະ​ຝາກຝັງ​ໃຫ້ເທວະ​ດາ​ອົງໃດ​ອົງ​ໜຶ່ງ​ຮັກສາ, ​ເມື່ອ​ຮອດ​ເວລາ​ແລ້ວ, ​ກໍ​​ມາ​ເຂົ້າ​ຄວາມ​ຝັນ​, ​​ໃຫ້​ຜູ້ນັ້ນຜູ້ນັ້ນໄປ​ຂຸດ​​ເອົາມາ, ກ່ອນ​​ນີ້, ບໍ່​ວ່າຜູ້​ໃດ​ຈະໄປ​ຂຸດ​​ເອົາ​ກໍ​ບໍ່ຫ່ອນ​ເຫັນ.

ອາຈານ​ຖູ​ເຕິ​ງດາ​ເຈ​​ໄດ້ເລີ່​ມຄົ້ນ​ຫາເຄື່ອງ​​ພຸດທະສາສະໜາ​​ມາ​ແຕ່ອາຍຸ 12 ປີ. ​ໃນ​ສາຍຕາ​ຂອງ​ຜູ້​ເຊື່ອ​ຖື​ພຸດທະສາສະ​ໜາ, ອາຈານ​ຖູ​ເຕິ​ງດາ​ເຈ​ແມ່ນ​ຜູ້​ມີ​ລິດ​ເດດ​ທີ່​ສາມາດ​ຮຽກ​ລົມ​ຮຽກ​ຝົນ​ໄດ້.

ນັບ​ມາ​ຮອດ​ປັດຈຸບັນ, ອາຈານ​ຖູ​ເຕິ​ງ​ດາ​ເຈ​ຂຸດໄດ້​​​ເຄື່ອງ​ພິທີກຳແລະ​ເຄື່ອງ​​​ແທ້​ຂອງ​ຈິງ​ທີ່ກ່ຽວຂ້ອງ​ກັບ​ເກີ​ຊາ​ເອີ 30 ກວ່າ​ອັນ​ແລ້ວ, ​ເຊິ່ງຂຸດ​ເອົາ​ໄດ້​ຢູ່​ຕາມ​ເຂດກວ້າງ​ໃຫຍ່​ໃນ​ຕິ​ເບ​ດ ​ນິງ​ເຊ້ຍ​ແລະ​ແຂວງ​ເຊ​ສວນ​ຂອງ​ຈີນ. ອາຈານ​ຖູ​ເຕິ​ງດາ​ເຈ​ເຫັນ​ວ່າ, ວັດທະນະທຳ​ເກີ​ຊາ​ເອີ​ແມ່ນ​ວັດທະນະທຳ​ພື້ນ​ເມືອງ, ​ແມ່ນ​ມິ່ງຂວັນ​ຂອງ​ຊາດ, ອີກ​ດ້ານ​ໜຶ່ງ, ​ເຈົ້າ​ເກີ​ຊາ​ເອີ​ຖືກ​ຖື​ເປັນ​ຜູ້​ກັບ​ເພດ​ຂອງ​ພະ​ໂພທິສັດ​, ສະນັ້ນ, ຈຶ່ງ​ເປັນສັນຍະລັກ​ທີ່​ເຜົ່າ​ຊົນເຊື່ອ​ຖືບູຊາ, ​ໄດ້​ຮັບ​ຄວາມຮັກ​ຫວງ​ແຫນ​ຈາກ​ມວນ​ຊົນ​ເຜົ່າ​ຕິ​ເບ​ດ.

ປັດຈຸບັນ, ອາຈານ​ຖູ​ເຕິ​ງດາ​ເຈ​ພວມ​ກຽມ​ສ້າງ​ຫໍພິພິທະ​ພັນ, ​ເພື່ອ​ເກັບ​ຮັກສາ​ວັດ​ຖຸບູຮານ​ທັງ​ໝົດ​ທີ່​​ເພີ່ນ​ຂຸດ​ຄົ້ນມາ​ໄດ້. ​ເພີ່ນເວົ້າວ່າ:

ເຄື່ອງຄຳ​ຂອງ​ຄູນ​ທີ່​ຂຸດ​ຄົ້ນມາ​ໄດ້ມາ​ຈາກ​ແຫ່ງ​ຕ່າງໆ​ຂອງ​ເຂດ​ຕິ​ເບ​ດນັ້ນ, ມີຄຸນຄ່າ​ເຫຼືອຄັນ​ນະ​ນາ. ​ໃນ​ວັດ​ຖຸບູຮານ​ທີ່​ອາດ​ຕະມາ​ຊອກ​ມານັ້ນ, ມີ​ສ່ວນ​ໜຶ່ງ​ໄດ້​ຕົກ​ເຮ່ຍເສຍ​ຫາຍ​ໄປ​ແລ້ວ, ອາດຕະມາຮູ້ສຶກ​ເສຍດາຍ​ທີ່​ສຸດ, ຍ້ອນ​ວ່າ, ວັດຖຸບູຮານ​ເຫຼົ່ານີ້​ບໍ່​ແມ່ນ​​ຂອງ​ອາດຕະມາເອງ, ​ຫາກແມ່ນ​ຂອງ​ຊົນ​ຊາດ​​ແລະ​ຂອງ​ລັດ. ​ເພື່ອ​​ໃຫ້​ວັດຖຸບູຮານ​ເຫຼົ່ານີ້ສືບທອດ​ກັນ​ໄປ​ທຸກ​​ເຊັ່ນ​ຄົນ, ​ແລະ​ເພື່ອ​ເປັນສັກຂີ​ພິຍານ​​ໃຫ້​ແກ່ປະຫວັດສາດ​ ​ເປັນ​ພາຫະນະ​​ແຫ່ງວັດທະນະທຳ​ຊົນ​ເຜົ່າ, ສະນັ້ນ, ອາດຕະມາ​ຈຶ່ງ​ຄຶດຢາກ​ສ້າງ​ຫໍພິພິທະ​ພັນ​ແຫ່ງ​ໜຶ່ງ.

ພາລະກິດການ​ຂຸດຄົ້ນຫາ​ເຄື່ອງ​ຊຸກ​ຊ່ອນ​ທາງ​ສາສະໜາຂອງອາຈານຖູ​ເຕິງດາ​ເຈ​ໄດ້​ເຮັດ​ໃຫ້​ວົງ​ການຄົ້ນຄວ້າມະຫາ​ກາບ​ເກີ​ຊາ​ເອີ​ຂອງ​ຈີນ​​ເອົາ​ໃຈ​ໃສ່ນຳ. ​ໃນ​ນາມ​ເປັນ​ນັກຄົ້ນຫາແລະ​ຜູ້ຄົ້ນຄວ້າ​ມະຫາ​ພາບເກີ​ຊາ​ເອີ ອາຈານ​ຖູ​ເຕິ​ງດາ​ເຈ​ກ່າວ​ວ່າ:

ອາດຕະມາເຫັນ​ວ່າ, ​ບໍ່ວ່າ​ໃນ​ຖານ​ເປັນ​ໂຄງການ​ແຫ່ງ​ລັດ, ​ເປັນສິລະ​ປະວັດ​ທະນະ​ທຳ​ແຫ່ງ​ຊາດ, ຫລື​ເປັນ​ມູນ​ເຊື້ອ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ໜຶ່ງ, ​ມະຫາ​ກາບເກີ​ຊາ​ເອີ​ກໍໄດ້​ຮັບ​ຄວາມສົນ​ໃຈ​​ໂດຍ​ທົ່ວ​ໄປ​ຈາກ​ສັງຄົມ​, ລັດຖະບານ​​ໄດ້ສະໜັບ​ສະ​ໜູນ​ຢ່າງ​ແຂງ​ແຮງ, ​ໂດຍ​ສະ​ເພາະ​ແມ່ນ​ອົງການ​ປົກຄອງ​ທ້ອງ​ຖິ່ນ​ກໍໄດ້​ສະໜັບສະໜູນ​ວຽກ​ງານ​ລາຍ​ນີ້​ຢ່າງ​ແຂງ​ແຮງ. ສະນັ້ນ, ອາດ​ເວົ້າ​ໄດ້​ວ່າ, ປັດຈຸບັນ ​ແມ່ນສຸວັນນະ​ຍຸກ​ແຫ່ງ​ການຄົ້ນຄວ້າ ຂຸດ​ຄົ້ນ​ແລະ​ປົກ​ປັກ​ຮັກສາມະຫາ​ກາບ​ເກີ​ຊາ​ເອີ.