ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-07 16:11:47    
ຈີນ​ອາ​ເມ​ລິ​ກາ​ຮ່ວມ​ກັນ​ສ້າງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ເຕັກ​ນິກ​ນາ​ໂມ​ແມັດ​ສາ​ກົນ​ລັດ​ກາ​ລີ​ຟໍ​ເນຍ​ທີ່​ເຈີ້​ຈຽງ​ຈີນ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 6 ມິຖຸນາ​ນີ້ ຢູ່​ເມືອງ​ຫາງ​​ໂຈ່​ວ ທາງ​ພາກ​ຕາ​​ເວັນ​ອອກ​ຂອງ​ຈີນ, ອົງການ​ລັດຖະບານ​ແລະ​ອົງການ​ຄົ້ນຄວ້າ​ວິທະຍາສາດ​ຂອງ​ຈີນ​​ແລະ​ອາ​ເມ​ລິ​ກາ​ໄດ້​ຈັດ​ພິທີ, ປະກາດ​ຮ່ວມ​ກັນ​ສ້າງ​ສະ​ຖາ​ບັນ​ຄົ້ນຄວ້າ​ເຕັກນິກ​ນາ​ໂມ​ແມັດສາກົນ​ລັດ​ກາ​ລີ​ຟໍ​ເນຍ​ທີ່​ເຈີ້​ຈຽງຈີນ.

ຕາມ​ໄດ້​ຊາບ, ສະ​ຖາ​ບັນ​ຄົ້ນຄວ້າ​ດັ່ງກ່າວ​ລົງທຶນ​ລວມ 250 ລ້ານ​ຢວນ, ​ແມ່ນ​ອົງການ​ຄົ້ນ​ຄວ້າ​ພັດທະນາ​ຂ້າມ​ຊາດ​ທີ່​ລວມມີ​ການຄົ້ນຄວ້າ​ວິທະຍາສາດ ການນຳ​ໃຊ້​ໝາກຜົນ​ຄົ້ນ​ຄວ້າ​​ເຂົ້າ​ໃນ​ຕົວ​ຈິງ​ແລະ​ຫັນ​ການ​ລົງທຶນ​ເປັນອຸດສາຫະກຳ, ສະ​ຖາ​ບັນ​ຄົ້ນຄວ້າ​ດັ່ງກ່າວ​ຈະ​ນຳ​ເຂົ້າ​ເບົ້າ​ແບບ​ໝູນ​ເດີນ​ແລະ​ກົນ​ໄກ​ຄຸ້ມ​ຄອງ​ຂອງ​ອົງການ​ຄົ້ນຄວ້າວິທະ​ຍາ​ສາດ​ອັນ​ດັບ​ໜຶ່ງ​ໃນ​​ໂລກ, ສ້າງ​ສູນ​ຄົ້ນຄວ້າ​ທີ່​ມີລະດັບ​ສາກົນ 8 ​ແຫ່ງ​ໃນ​ຂົງ​ເຂດ​ເຕັກ​ນິກ​ຕ່າງໆ​ເຊັ່ນ ຊີ​ວະ​ສາດ​ເປັນ​ລະ​ບົບ​ແລະ​ການ​ວັດ​ແທກ​ຊີວະ​ຊາດ​ເປັນຕົ້ນ, ດຳ​ເນີນ​ການ​ຄົ້ນ​ຄວ້າ​ຊັ້ນ​ສູງ​ໃນ​ຂົງ​ເຂດ​ນາ​ໂມ​ແມັດ​​ແລະ​ຂົງ​ເຂດ​ເຕັກນິກ​ທີ່​ກ່ຽວຂ້ອງ.