|
|
(GMT+08:00)
2005-06-07 16:42:21
|
|
ທິດທະດີເນື້ອໂລກໄຫຼຫາກັນ
cri
ໃນລາຍການເມື່ອກ່ອນ, ພວກເຮົາເຄີຍແນະນຳທ່ານວິກເນີ ນັກວິທະຍາສາດແລະທິດສະດີແຜ່ນດິນໃຫຍ່ເລື່ອນລອຍຂອງທ່ານສູ່ທ່ານຟັງ, ເຄີຍສະເໜີໃຫ້ທ່ານຊາບວ່າ, ໃນທິດສະດີຂອງທ່ານ, ສິ່ງທີ່ສາມາດອະທິບາຍໃຫ້ຈະແຈ້ງໄດ້ນັ້ນກໍແມ່ນກຳລັງແມ່ແຮງທີ່ເຮັດໃຫ້ແຜ່ນດິນໃຫຍ່ເລື່ອນລອຍມາຈາກໃສ; ຮອດປີ1928, ທ່ານໂຮມສ ນັກທໍລະນີສາດອັງກິດໄດ້ປະດິດສ້າງທິດສະດີເນື້ອໜ່ວຍໂລກໄຫຼຫາກັນ, ໄດ້ຊອກພົບກຳລັງແມ່ແຮງໃຫ້ແກ່ການເຄື່ອນຍ້າຍຂອງແຜ່ນດິນໃຫຍ່. ໃນລາຍການມື້ນີ້, ພວກເຮົາຂໍແນະນຳທ່ານໂຮມສແລະທິດສະດີເນື້ອໜ່ວຍໂລກໄຫຼຫາກັນຂອງທ່ານ.
ໂລກສີຄາມທີ່ພວກເຮົາອາໃສຢູ່ນີ້ໄດ້ຜ່ານການແປປ່ຽນ4ຕື້ກວ່າປີແລ້ວ, ໂສມໜ້າໄດ້ມີການປ່ຽນແປງຢ່າງໃຫຍ່ຫຼວງ. ແຕ່ຕົ້ນສັດຕະວັດທີ່ແລ້ວມານີ້, ບັນດານັກວິທະຍາສາດກໍໄດ້ຄົ້ນຄິດຢ່າງລຳບາກຕະຫຼອດມາ, ແມ່ກຳລັງອັນໃດທີ່ເຮັດໃຫ້ແຜ່ນດິນໃຫຍ່ໃນສະໄໝດຶກດຳບັນປະກົດມີ7ທະວີບ, 4ມະຫາສະມຸດ, ດັ່ງທີ່ພວກເຮົາເຫັນໃນຊູ່ມື້ນີ້? ປີ1912, ທ່ານວິກເນີ ນັກທໍລະນີສາດເຢຍລະມັນທີ່ໜຸ່ມນ້ອຍໄດ້ນຳໜ້າສະເໜີຫຼັກທິດສະດີແຜ່ນດິນໃຫຍ່ເຄື່ອນຍ້າຍ, ແຕ່ໄດ້ຖືກຕິຕຽນຈາກຫຼາຍຝ່າຍ. ຮອດປີ1928, ທ່ານໂຮມສ ນັກທໍລະນີສາດ ນັກຟິຊິກໜ່ວຍໂລກຂອງອັງກິດໄດ້ປະດິດສ້າງທິດສະດີເນື້ອໂລກໄຫຼຫາກັນ. ອັນເປັນການສະໜັບສະໜູນທິດສະດີແຜ່ນດິນໃຫຍ່ເລື່ອນລອຍຂອງທ່ານວິກເນີ, ແລ້ວກາຍເປັນທິດສະດີໜຶ່ງໃນດ້ານຟິຊິກໜ່ວຍໂລກທີ່ຊົງອິດທິພົນກວ່າໝູ່ໃນສັດຕະວັດທີ20.
ວັນທີ14ມັງກອນປີ1890, ທ່ານໂຮມສເກີດຢູ່ໃນຄອບຄົວກະສິກອນນຶ່ງໃນອິງແກຼນ. ຕັ້ງແຕ່ຍາມຍັງນ້ອຍ, ທ່ານກໍມັກຮ່ຳຮໍຽນ, ເມື່ອອາຍຸ20ປີ, ທ່ານໄດ້ຮຽນຈົບຈາກສະຖາບັນຈັກກະພັດທີ່ລອນດອນ, ແລ້ວໄດ້ໄປສຳຫຼວດຢູ່ໂມຊຳບິກຂອງອາຟຼິກາ. ໃນຖານເປັນນັກທໍລະນີສາດນ້ຳມັນເຊື້ອໄຟ, ທ່ານຍັງເຄີຍໄປສຳຫຼວດຢູ່ມຽນມາ. ປີ1925, ທ່ານໄດ້ກັບຄືນອິງແກຼນ, ເປັນສາສະດາຈານທໍລະນີສາດສອນຢູ່ມະຫາວິທະຍາໄລດາເລີມ. ປະສົບການອັນອຸດົມສົມບູນໄດ້ເຮັດໃຫ້ທ່ານຊຳນິຊຳນານທີ່ສຸດໃນເວລາຄົ້ນຄວ້າທໍລະນີສາດ.
ທ່ານແມ່ນຜູ້ທີ່ຂີດແບ່ງຕາຕະລາງເວລາຂອງຍຸກສະໄໝທໍລະນີອັນຍາວນານກ່ອນເພິ່ນໃນໂລກ. ທ່ານໄດ້ໃຊ້ວິທີແຜ່ລັງສີ, ທົດລອງຄຳນວນອາຍຸຂອງໜ່ວຍໂລກ. ທ່ານແມ່ນຜູ້ທີ່ກ້າປ່ຽນແປງໃໝ່, ບົນພື້ນຖານການຄົ້ນຄວ້າຟິຊິກວິທະຍາພື້ນຖານ. ທ່ານໂຮມສໄດ້ຂຽນບົດນິພົນທີ່ມີອິດທິພົນຫຼາຍບົດ, ເຊັ່ນອາຍຸຂອງໜ່ວຍໂລກ, ຫຼັກມູນທໍລະນີສາດພື້ນຖານ, ການຕັ້ງຊື່ໃຫ້ວິທະຍາສາດຫີນ, ບົດບາດຂອງການແຜ່ລັງສີກັບການເຄື່ອນໄຫວຂອງໜ່ວຍໂລກແລະອື່ນໆ.
ທ່ານໂຮມສໄດ້ເອົາຈິດໃສ່ໃຈເສຍນຳການຈໍ່ຕົວຂອງອົງປະກອບທໍລະນີຕະຫຼອດມາ. ໃນຄາວນັ້ນ, ທິດສະດີວ່າດ້ວຍແຜ່ນດິນໃຫຍ່ເລື່ອນລອຍຂອງທ່ານວິກເນີໄດ້ສະເໜີອອກມາບໍ່ດົນ, ຍ້ອນວ່າທ່ານວິກເນີບໍ່ສາມາດອະທິບາຍກຳລັງແມ່ແຮງທີ່ເຮັດໃຫ້ແຜ່ນດິນໃຫຍ່ເຄື່ອນທີ່ນັ້ນແມ່ນຫຍັງ, ຈິ່ງໄດ້ຖືກນັກທໍລະນີສາດທີ່ຊົງອິດທິພົນຈຳນວນຫຼວງຫຼາຍຕິຕຽນ. ເວົ້າແທ້ແລ້ວທ່ານໂຮມສແມ່ນເຫັນດີເຫັນພ້ອມນຳທິດສະດີແຜ່ນດິນໃຫຍ່ເລື່ອນລອຍ. ສະນັ້ນ, ທ່ານຕັດສິນໃຈຜ່ານຈາກການຄົ້ນຄວ້າຂອງຕົນ, ຊອກຫາກຳລັງແມ່ແຮງໃຫ້ທິດສະດີແຜ່ນດິນໃຫຍ່ເລື່ອນລອຍ.
ມີເທື່ອໜຶ່ງ, ທ່ານໄດ້ຄິດຊວາດໃນເວລາອ່ານທິດສະດີຂອງທ່ານກຼີກສ ນັກຟິຊິກວິທະຍາອາເມລິກາ. ທ່ານປະກົດເຫັນວ່າ, ທິດສະດີແຜ່ນດິນໃຫຍ່ເລື່ອນລອຍແມ່ນໄດ້ຄາດຄະເນວ່າ, ແຜ່ນດິນໃຫຍ່ແມ່ນດິນຢູ່ເທິງພື້ນມະຫາສະມຸດທີ່ອ່ອນນຸ້ມຫຼືເນື້ອໂລກ, ການເຄື່ອນໄຫວຂອງມັນແມ່ນເປັນເຈົ້າການ. ສະນັ້ນ, ການເຄື່ອນໄຫວຂອງມັນກໍຄືກັບເຮືອລຳໜຶ່ງແລ່ນຢູ່ພື້ນມະຫາສະມຸດທີ່ອ່ອນນຸ້ມ. ແຕ່ຄວາມຈິງແລ້ວ, ພື້ນມະຫາສະມຸດແມ່ນແຂງແກ່ນ,ແຜ່ນດິນໃຫຍ່ທີ່ແຂງແກ່ນບໍ່ອາດແລ່ນຢູ່ພື້ນມະຫາສະມຸດທີ່ແຂງແກ່ນໄດ້. ສະນັ້ນ, ຖ້າທິດສະດີແຜ່ນດິນໃຫຍ່ເລື່ອນລອຍເປັນຈິງແລ້ວ, ກຳລັງແມ່ແຮງຂອງມັນກໍອາດຈະຍ້ອນເນື້ອໂລກໄຫຼຫາກັນ. ທ່ນຄາດຄິດວ່າ, ແຜ່ນດິນໃຫຍ່ແມ່ນເລື່ອນລອຍຍ້ອນຖືກເນື້ອໂລກທີ່ຫຼັ່ງໄຫຼຊັກນຳ, ຊິ່ງກໍໝາຍຄວາມວ່າ, ແຜ່ນດິນໃຫຍ່ກໍເໝືອນດັ່ງແຜໄມ້ໃຫຍ່ໆເຄື່ອນໄຫວຢູ່ເທິງທະເລຫີນທີ່ໜາແໜ້ນ.
ປີ1928, ທ່ານໂຮມສໄດ້ປະກາດບົດນິພົນທີ່ພາດຫົວເລື່ອງວ່າ: ບົດບາດຂອງທ່ານແຜ່ລັງສີກັບການເຄື່ອນໄຫວຂອງໜ່ວຍໂລກ ລົງໃສ່ວາລະສານເນເຊີ. ອັນໄດ້ສະເໜີທິດສະດີເນື້ອໂລກໄຫຼຫາກັນອອກມາ. ທິດສະດີດັ່ງກ່າວໄດ້ອະທິບາຍຢ່າງສົມເຫດສົມຜົນວ່າ, ເປືອກໂລກທັງເໜັງຕີນຂຶ້ນລົງ, ທັງເໜັງຕີນຊ້າຍຂວາ, ມີການຍີດອອກທັງມີການອັດແໜ້ນ, ທິດສະດີນີ້ໄດ້ສະໜັບສະໜູນທິດສະດີແຜ່ນດິນໃຫຍ່ເລື່ອນລອຍຂອງທ່ານວິກເນີ, ແລ້ວກາຍເປັນພື້ນຖານໃຫ້ແກ່ທິດສະດີພື້ນທະເລຂະຫຍາຍກວ້າງອອກແລະທິດສະດີອົງປະກອບຂອງຜືນແຜ່ນໜ່ວຍໂລກ.
|
|
|