ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-07 17:39:36    
ເບສ໌​ບອນ​ຈີນ​​ມີ​ການ​ບຸກ​ທະ​ລຸ​ຄັ້ງ​ປະ​ຫວັດ​ສາດ(ສຽງ)

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ​ເບ​ສ໌ບອນ​​ແມ່ນ​ກິລາທີ່​ຄົນ​ອາ​ເມ​ລິ​ກາ​ນິຍົມ​ມັກ​ຮັກ​ຫຼາຍ. ດຽວ​ນີ້ ​ກິລາ​ດັ່ງກ່າວ​ກໍ່​ໄດ້​ດຳ​ເນີນ​ຢູ່​ຈີນ​ຢ່າງ​ຟົດຟື້ນ, ​ໃນຫຼາຍປີ​ມາ​ນີ້, ລະດັບ​​ເບສ໌​ບອນ​ຈີນກໍ່​ສູງ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ. ​ໃນ​ລາຍການ​ໂລກ​ກິລາ​ພາກ​ນີ້, ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ປະ​ກອບ​ສຽງ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ​ເບ​ສ໌ບອນ​ຈີນ​ມີ​ການ​ບຸກທະລຸ​ຄັ້ງປະຫວັດສາດ.

ວັນ​ທີ 22 ພຶດສະພາ​ປີ 2005, ​ເບ​ສ໌ບອນຈີນ​ໄດ້​ຂຽນ​ໜ້າ​ປະຫວັດສາດ​ໃໝ່, ຢູ່​ສະ​ໜາມ​ກິ​ລາ​ເບ​ສ໌ບອນ​ມີ​ຢາ​ຈາ​ຄີ​ຍີ່ປຸ່ນ, ທີ​ມ​ເບ​ສ໌ບອນ​ຈີນ​ໄດ້​ເອົາ​ຊະນະ​ທີ​ມສ.​ເກົາຫຼີ​ເຊິ່ງ​ເປັນ​ທີມ​ແຂງ​ໃນ​ອາຊີ​ດ້ວຍ​ຄະ​ແນນ 4:3,  ​ແລ້ວ​ໄດ້​ເປັນທີ​ສາມ​ໃນ​ງານ​ແຂ່ງຂັນ​ເບສ໌​ບອນ​ຊິງ​ຊະ​ນະ​ເລີດ​ອາຊີ​ຄັ້ງທີ 23, ​ແລະ​ຊິງ​ໄດ້​ຄຸນ​ວຸດ​ທິ​ເຂົ້າຮ່ວມ​ງານ​ແຂ່ງຂັນ​ເບ​ສ໌ບອນ​ຊິງ​ຂັນ​ໂລກ​ທີ່​ຈະ​ຈັດ​ຂຶ້ນຢູ່​ໂຮ​ນລັງ​ໃນ​ເດືອນ​ກັນຍາ. ນີ້​ແມ່ນ​ທີ​ມຊາດ​ຈີນ​ໄດ້​ເຂົ້າສູ່​ຖັນ​ແຖວ​ສາມ​ທີມ​ນຳ​ໜ້າ​ຂອງ​ອາຊີ​ເປັນ​ຄັ້ງ​ທຳ​ອິດ​ໃນ 20 ປີ​ມາ​ນີ້. ຕອນ​ບ່າຍ​ວັນ​ທີ 25 ພຶດ​ສະ​ພາ, ກົມ​ໃຫຍ່​ກິ​ລາ​ແຫ່ງ​ຊາດ​ຈີນ​ແລະ​ສະ​ມາ​ຄົມ​ເບ​ສ໌ບອນ​ຈີນ​ໄດ້​ຈັດ​ງານ​ຍ້ອງ​ຍໍ​ຢູ່​ທີ່​ປັກ​ກິ່ງ, ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ທີ​ມ​ເບ​ສ໌ບອນ​ທີ່​ມີການ​ບຸກທະລຸ​ຄັ້ງປະຫວັດສາດ.

ທ່ານ​ນາງ​ຈຽງ​ຊິວ​ຢຸນ ປະທານ​ສະມາຄົມ​ເບ​ສ໌ບອນ​ຈີນ​ສະ​ເໜີ​ວ່າ: ​ແຕ່​ສົ່ງ​ທີ​ມ​ເບສ໌​ບອນ​ເຂົ້າ​ຮ່ວມ​ງານ​ແຂ່ງຂັນ​ຊິງ​ຊະນະ​ເລີດ​ອາຊີ​​ເປັນຄັ້ງທຳ​ອິດ​ເມື່ອ​ປີ 1985 ​ເປັນຕົ້ນມາ, ທີ​ມ​ເບ​ສ໌ບອນ​ຈີນ​ກໍ່ຢູ່​ໃນ​ອັນ​ດັບ​ທີ 4 ຕັ້ງນານ, ທີ​ມຍີ່ປຸ່ນ ທີ​ມສ.​ເກົາຫຼີ​ແລະທີ​ມ​ໄຕ​ເປ​ຂອງ​ຈີນ​ໄດ້​ຄອງ​ຖານະ​ທີ​ໜຶ່ງ​ຫາ​ທີ​ສາມ. ​ໃນ​ງານ​ແຂ່ງຂັນ​ຊິງ​ຊະນ​ະ​ເລີດ​ອາຊີ​ເທື່ອ​ນີ້, ​ເຖິງ​ວ່າ​ທີ​ມຈີນພຽງ​ເປັນ​ທີ​ສາມ​ທໍ່​ນັ້ນ, ​ແຕ່​ເວົ້າສຳ​ລັບ​​ເບ​ສ໌ບອນ​ຈີນ​ແລ້ວ​ແມ່ນ​ມີ​ຄວາມ​ໝາຍ​ພິ​ເສດ, ກໍ່​ແມ່ນ​ການ​ບຸກ​ທະລຸ​ຢ່າງ​ແທ້​ຈິງ.

ທ່ານ​ນາງ​ຈຽງ​ຊິວ​ຢຸນ​ແນະນຳ​ວ່າ, ຈາກ​ທີ​ສີ່​ຂຶ້ນ​​ເປັນທີ​ສາມ, ​ໃນ​ວົງ​ການ​ເບສ໌​ບອນ​ອາ​ຊີ​ທີ່​ສາມ​ທີ​ມ​ເກັ່ງ​ດັ້ງ​ເດີມ​ຜູກຂາດ​ນັ້ນ​ເລື່ອນ​ຂຶ້ນຂັ້ນໜຶ່ງ,  ນັກ​ກິລາ​ເບ​ສ໌ບອນຈີນ​ໄດ້​ພະ​ຍາ​ຍາມ​ມາ​ເປັນ​ເວລາຫຼາຍ​ເຊັ່ນ​ຄົນ, ຜົນງານ​ແລະ​ຄວາມ​ກ້າວໜ້າ​ທີ່​ທີ​ມ​ເບ​ສ໌ບອນ​ຍາດ​ມາ​ໄດ້​ນັ້ນ, ​ແມ່ນ​ຍ້ອນ​ວ່າ​ຈີນ​​ໄດ້ຈັດຕັ້ງການ​ແຂ່ງຂັນ​ເບ​ສ໌ບອນ​ພາຍ​ໃນ​ປະ​ເທດ​ແລະ​ແລກ​ປ່ຽນ​ກັບ​ສາກົນ.

ຕາມ​ສະ​ເໜີ​ວ່າ, ​ເພື່ອ​ຊຸກ​ຍູ້​ໃຫ້​ກິລາ​ເບ​ສ໌ບອນ​ຈີນ​ຂະຫຍາຍຕົວ, ​ເມື່ອ​ປີ 2002, ສະ​ມາ​ຄົມ​ເບ​ສ໌ບອນ​ຈີນ​ໄດ້​ຈັດຕັ້ງປະຕິບັດ​ການ​ແຂ່ງຂັນ​ປະສົມ​ເບ​ສ໌ບອນ​ເປັນຄັ້ງທຳ​ອິດ, ​ເມື່ອ​ໄດ້​ຂະ​ຫຍາຍຕົວ​ມາ​ເປັນ​ເວລາ 3 ປີ, ທີ​ມ​ເບ​ສ໌ບອນ​ທີ່​ເຂົ້າຮ່ວມ​ງານ​ແຂ່ງຂັນ​ຂອງ​ຈີນ​ໄດ້​​ເພີ່ມ​ຈາກ 4 ທີ​ມ​ໃນ​ເບື້ອງ​ຕົ້ນ​ຂຶ້ນຮອດ 6 ທີ​ມ​ໃນ​ປະຈຸ​ບັນ, ການ​ແຂ່ງຂັນ​ຈາກ 20 ກວ່າ​ນັດ​ໃນ​ໝົດ​ປີ​ 2002 ​ໄດ້​ເພີ່ມ​ຂຶ້ນຮອດ 90 ນັດ​ໃນ​ຕະຫຼອດ​ປີ 2005. ​​ເມື່ອການ​ແຂ່ງຂັນ​ເພີ່ມ​ຫຼາຍ​ແລ້ວ, ​​ໄດ້​ເຮັດ​ໃຫ້​ນັກ​ກິລາ​ເບ​ສ໌ບອນ​ຈີນມີບົດຮຽນ​ການ​ແຂ່ງຂັນ​ແລະ​ຄວາມ​ສາມາດ​ການ​ແຂ່ງ​ຂັນ​ເພີ່ມ​ຂຶ້ນ. ພ້ອມ​ກັນ​ນັ້ນ, ງານ​ແຂ່ງຂັນ​ເບສ໌​ບອນ​ຈີນຍັງ​ອະນຸຍາດ​ໃຫ້ບັນດາ​ທີ​ມ​ເບ​ສ໌ບອນ​ເຊື້ອ​ເຊີນ​ນັກ​ກິ​ລາ​ຕ່າງ​ປະ​ເທດ​ທີ່​ລະ​ດັບ​ກິລາ​ເບ​ສ໌ບອນ​ຂ້ອນ​ຂ້າງ​ສູງ​ເຊັ່ນ ຍີ່ປຸ່ນ​ແລະ​ສ.​ເກົາ​ຫຼີ​ເປັນ​ຕົ້ນ​ມາ​ເຂົ້າ​ຮ່ວມ​ການ​​ແຂ່ງ​ຂັນ, ນັກ​ກິລາ​ລະ​ດັບ​ສູງ​ເຫຼົ່ານີ້​ໄດ້​ເສີມ​ຂະຫຍາຍ​ບົດບາດ​ອັນ​ຕັ້ງ​ໜ້າ​ໃນ​ການ​ຊັກ​ຈູງ​​ນັກ​ກິ​ລາ​ຈີນ​ຍົກ​ລະ​ດັບ​ເຕັກ​ນິກ​ໃຫ້​ສູງ​ຂຶ້ນ.

ນອກຈາກ​ຈັດຕັ້ງການ​ແຂ່ງ​ຂັນ​ແລ້ວ, ທີ​ມ​ເບ​ສ໌ບອນ​ຈີນມີ​ການ​ບຸກທະ ລຸ​ຄັ້ງປະ​ຫວັດ​ສາດ​ເທື່ອ​ນີ້​ຍັງ​ຍ້ອນສະມາຄົມ​ເບ​ສ໌ບອນ​ຈີນ​ຕັ້ງໜ້າ​ຖອດຖອນ​ເອົາ​ບົດຮຽນຂອງ​ປະ​ເທດ​ກິ​ລາ​ເບສ໌​ບອນ​​ເຂັ້ມ​ແຂງ​. ຫວ່າງ​ມໍ່ໆ​ນີ້ ສະມາຄົມ​ເບ​ສ໌ບອນ​ຈີນ​ໄດ້​ສ້າງ​ການ​ພົວພັນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ​ສະ​ຫະພັນ​ເບ​ສ໌ບອນ​ອາຊີບ​ອາ​ເມ​ລິ​ກາ (Major League Baseball), ​ເລີ່​ມ​ແຕ່​ປີ 2003 ​ເປັນ​ຕົ້ນ​ມາ, ​ແຕ່ລະ​ປີ ສະມາຄົມ​​ເບ​ສ໌ບອນ​ຈີນກໍ່​ສົ່ງ​ທີ​ມຊາດ​​ໄປ​ຝຶກ​ແອບ​ຢູ່​ອາ​ເມ​ລິ​ກາ, ຝ່າຍ​ອາ​ເມ​ລິ​ກາ​ຈະ​ຊ່ອຍ​ສະມາຄົມ​ເບ​ສ໌ບອນ​ຈີນ​ພັດທະນາ​ງານ​ແຂ່ງຂັນ​​ແລະ​ງານ​ແຂ່ງ​ຂັນ​ລຸ້ນຊາວ​ໜຸ່ມ, ​ແລະ​ສົ່ງ​ຄູ​ຝຶກ​ຜູ່​ດີ​ເດັ່ນ​ສອງ​ຄົນ​ທີ່​ເຄີຍ​ສອນ​ໃນ​ສະຫະພັນ​ເບ​ສ໌ບອນ​ອາຊີບ​ອາ​ເມ​ລິ​ກາມາ​ຊ່ອຍ​ເຫຼືອການ​ຝຶກ​ແອບ​ຂອງທີມ​ຊາດ​ຈີນ. ຄູ​ຝຶກ​ລະ​ດັບ​ສູງທີ່​ມາຈາກ​ອາ​ເມ​ລິ​ກາ​ສອງຄົນ​ນີ້ ​ໄດ້​ຊີ້​ນຳ​ນັກ​ກິລາ​ເບ​ສ໌ບອນ​ຈີນ​ຈາກ​ຫຼາຍ​ດ້ານ ​ເຊັ່ນ ທັດ​ສະ​ນະ​ຄະຕິ​ແລະ​ຂໍ້​ປີກ​ຍ່ອຍ​ດ້ານ​ເຕັກນິກ​ເປັນຕົ້ນ, ​ເຮັດ​ໃຫ້​ນັກ​ກິ​ລາ​ຈີນ​ໄດ້​ຜົນປະ​ໂຫຍ​ດບໍ່​ໜ້ອຍ.

ທ້າວ​ຫວັງ​ໜານ ນັກ​ກິລາ​ເບ​ສ໌ບອນ​ຈີນ​ທີ່​ໄດ້​ລາງວັນ​ຜູ່​ໂຍນ​ບານ​ເກັ່ງ​ໃນ​ງານ​ແຂ່ງ​ຂັນ​ຊິງ​ຊະ​ນະ​ເລີດ​ອາຊີ​ຄັ້ງນີ້​ເວົ້າວ່າ: ຂ້າພະ​ເຈົ້າ​ເຫັນວ່າ ຄູ​ຝຶກລະດັບ​ສູງທີ່​ມາຈາກ​ອາ​ເມ​ລິ​ກາ​ສອງ​ຄົນ​ນີ້​ໄດ້​ນຳ​ເອົາ​ເຕັກນິກ​ກ້າວໜ້າ​ແລະ​ພາຫະນະ​ຝຶກ​​ແອບ​ທີ່​ກ້າວ​ໜ້າ​ມາ​ໃຫ້​ແກ່​ພວກ​ຂ້າ​ພະ​ເຈົ້າ, ນີ້​ແມ່ນ​ມູນ​ເຫດ​ສຳຄັນ​ທີ່ທີ​ມ​ເບ​ສ໌ບອນ​ພວກ​ຂ້າພ​ະ​ເຈົ້າ​ໄດ້​ຍົກ​ລະ​ດັບ​ໃຫ້​ສູງ​ຂຶ້ນ​ຢ່າງ​ວ່ອງ​ໄວ. ​ໄຊຊະນະ​ເທື່ອ​ນີ້​ເຮັດ​ໃຫ້​ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ໝັ້ນ​ໃຈ​ຫຼາຍ​ກວ່າ​ເກົ່າ, ຕໍ່​ໄປ​ພາຍ​ໜ້າ, ​ເມື່ອ​ແຂ່ງຂັນ​ກັບ​ທີ​ມ​ເກັ່ງ​ນັ້ນ, ພວກ​ຂ້າ​ພະ​ເຈົ້າ​ຈະ​​ກ້າ​ບຸກ​ກ້າ​ຕີ​ກວ່າ​ເກົ່າ.

ທ່ານ​ນາງ​ຈຽງ​ຊິວ​ຢຸນ​ເວົ້າຕໍ່​ນັກ​ຂ່າວ​ວ່າ, ການ​ພະຍາຍາມ​ຊິງ​​ເອົາ​ຜົນງານ​ດີ​ຈົນ​ສຸດ​ຄວາມ​ສາມາດ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008 ນັ້ນ, ​ແມ່ນ​ໜ້າ​ທີ່​ຕົ້ນຕໍ​ຂອງ​ທີ​ມ​ເບ​ສ໌ບອນ​ຈີນ​ໃນ​​ໄລຍະ​ຂ້າງ​ໜ້າ. ການ​ບຸກທະລຸ​ໃນ​ງານ​ແຂ່ງຂັນ​ຊິງ​ຊະນະ​ເລີດ​ອາຊີ​ໄດ້​ຢັ້ງຢືນ​ໃຫ້​ເຫັນ​ວ່າ, ຍຸດ​ທະ​ສາດ​ພັດທະນາ​ຂອງທີ​ມ​ເບ​ສ໌ບອນ​ຈີນ​ໃນ​ໄລຍະ​ມໍ່​ໆ​ມາ​ນີ້​ແມ່ນ​ຖືກຕ້ອງ, ນັ້ນກໍ​​ແມ່ນ​ປະກອບ​ທີ​ມຊາດ​ທີ່​ອາຍຸ​ໜຸ່ມ​, ​ແລະ​ປະສົມປະສານ​ກັບທັດສະນະ​ຄະຕິ​ແລະ​ພາຫະນະການ​ຝຶກ​ແອບ​​ເບ​ສ໌ບອນ​ຂອງສະຫະພັນ​ເບ​ສ໌ບອນ​ອາຊີບ​ອາ​ເມ​ລິ​ກາ. ຍຸດ​ທະ​ສາດ​ພັດທະນານີ້​ຈະ​ດຳ​ເນີນ​ຕໍ່​ໄປ.

ພ້ອມ​ກັນນັ້ນ, ສະມາຄົມ​ເບ​ສ໌ບອນ​ຈີນ​ຍັງພວມ​ຊອກ​ວິທີ​ເພີ່ມ​ຄວາມ​ແຮງ​ໃນ​ການ​ບຳລຸງ​ສ້າງ​ນັກ​ກິລາໜຸ່ມ​ຜູ່​ດີ​ເດັ່ນ. ​ໃນ​ລະດູ​ການ​ແຂ່ງຂັນ​ປີ​ນີ້, ສະມາຄົມ​ເບ​ສ໌ບອນ​ຈີນ​ໄດ້​ຈັດຕັ້ງທີ​ມ "ດາລາ​ແຫ່ງ​ຄວາມ​ຫວັງ" ​ໂດຍ​ສະ​ເພາະ ​ເຂົ້າຮ່ວມ​ງານ​ແຂ່ງຂັນ​ທົ່ວ​ປະ​ເທດ, ​ເພື່ອ​ສ້າງ​ນັກ​ກິລາ​ຜູ່​ດີ​ເດັ່ນ​ໃຫ້​ທີ​ມຊາດ​ໃນ​ການ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ. ທ່ານ​ນາງ​ຈຽງ​ຊິວ​ຢຸນ​ແນະນຳ​ວ່າ: ທີ​ມ​ເບ​ສ໌ບອນ​ດັ່ງກ່າວ​ມີ​ນັກ​ກິລາ​ໜຸ່ມ 20 ຄົນ​ທີ່​ມາ​ຈາກ​ຫຼາຍ​ເຂດ​ແຂງ​ທົ່ວ​ປະ​ເທດ, ​ແລະ​ເຊື້ອ​ເຊີນ​ຄູ​ຝຶກ​ເບ​ສ໌ບອນ​ອາຊີບສ.​ເກົາຫຼີສອງ​ຄົນ​ມາ​ເຂົ້າຮ່ວມ​ຄະນະຄູ​ຝຶກ, ພ້ອມ​ທັງ​ເຊື້ອ​ເຊີນ​ນັກ​ກິລາ​ຜູ່​ດີ​ເດັ່ນ 7 ຄົນ​ຈາກ​ສ.​ເກົາຫຼີມາ​ຝຶກ​ແອບ​ນຳ​ກັນກັບນັກ​ກິລາ​ຈີນ.

ທ່ານ​ນາງ​ຈຽງ​ຊິວ​ຢຸນ​ເຊື່ອ​ວ່າ, ທະ​ແນມ​ແຕ່​ພະຍາຍາມຢ່າງ​ບໍ່​ລົດ​ລະ, ລະດັບທີ​ມ​ເບສ໌​ບອນ​ຈີນ​ຍັງ​ຈະ​ສູງ​ຂຶ້ນ​ໃນ​ໜ້າ​ພຽງ​ກວ້າງ​ໃນຫຼາຍປີ​ຂ້າງ​ໜ້າ, ​ແລະ​ມີ​ຫວັງ​ເອົາ​ຊະນະ​ທີ​ມ​ເກັ່ງ​ຕ່າງປະ​ເທດ​ໃນ​ງານ​ກິລາ​ໂອ​ລິ​ມປິກ.