ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-08 09:40:09    
ອິສຣາ​ແອນ​ກ່າວ​ວ່າ​ປັດ​ຈຸ​ບັນ​ຈະ​ບໍ່​ແກ້​ແຄ້ນ​ການ​ຫຼອນ​ໂຈມ​ຕີ​ຂອງ​ກອງ​ປະ​ກອບ​ອາ​ວຸດ​ປາ​ເລັສ​ຕີນ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 7 ມິຖຸນາ ທ່ານ​ຮາ​ລູສ໌ ຫົວໜ້າ​ກົມ​ໃຫຍ່​ເສນາ​ທິການ​ຂອງ​ກອງ​ທະຫານ​ປ້ອງ​ກັນ​ປະ​ເທດ​ອິສຣາ​ແອນ​ກ່າວ​ວ່າ,ປັດຈຸບັນ,ທະຫານ​ອິສຣາ​ແອນ​ບໍ່​ມີ​ແຜນ​​ເປີດ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​​ແກ້​​ແຄ້ນ​​ການ​ກະທຳ​ຂອງ​ພວກ​ປະກອບ​ອາວຸດ​​ປາ​ເລັສ​ຕີນ​ທີ່​ຫຼອນ​ໂຈມ​ຕີ​ຈຸດ​ຕັ້ງຖິ່ນ​ຖານ​ຂອງ​ຊາວ​ຢິວ​ທີ່​ແຖບ​ກາຊາ.

ວັນ​ທີ 7 ມິ​ຖຸນາ ອົງການ​ຈີ​ຮັດ​ຂອງ​ປາ​ເລັສຕີນ​ໄດ້​ຍິງ​ປືນ​ໃຫຍ່​ໃສ່​ຈຸດ​ຕັ້ງຖິ່ນ​ຖານ​ຂອງ​ຊາວ​ຢິວທີ່​ແຖບ​ກາຊາ,​ໄດ້​ລະ​ເບີດ​ກຳມະກອນ​ຈີນ​ຜູ້​ໜຶ່ງ​ແລະ​ກຳມະກອນ​ປາ​ເລັສຕີນ​ຜູ້​ໜຶ່ງ​ຕາຍ,ກຳມະກອນ​ປາ​ເລັສຕີນ​ອີກ 6 ຄົນ​ບາດ​ເຈັບ. ມື້​ດຽວ​ກັນ ສະມາຊິກ​ອົງການ​ຮາ​ມັສ​ຂອງ​ປາ​ເລັສຕີນ​ກໍ​ໄດ້​ຍິງ​ຈະ​ຫຼວດ​ແລະ​ປືນ​ຄົກ​ຫຼາຍ​ລູກ​ໄປ​ໃສ່​ຈຸດ​ຕັ້ງຖິ່ນ​ຖານ​ຂອງ​ຊາວ​ຢິວທີ່​ເຂດ​ພາກ​​ໃຕ້​ອິສ​ຣາ​ແອນ​ແລະ​ແຖບ​ກາຊາ.