ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-08 14:16:05    
[ທ່ານ​ຊາງ​ທາງ]

cri

ທ່ານ​ຊາງ​ທາງ ​ຜູ່​ທີ່​ມີ​ຊື່​ສຽງ​ໃນ​ສະ​ໄຫມ​ຈີນ​ບູຮານ   ໃນ​ປະຫວັດສາດ​ບູຮານຂອງ​ຈີນ  ສົມ​ເດັດ​ຊາງ​ທາງແມ່ນບຸກຄົນ​ທີ່​ມີ​ຊື່​ສຽງ​ຜູ່​ຫນຶ່ງ  ສົມ​ເດັດໄດ້​ໂຄ່ນ​ລົ້ມ​ລາຊະວົງ​​ເຊ້ຍທີ່​ມີ​ຖານະປົກຄອງ​ຢູ່​ເຂດຍ່ານ​ກາງ​ແລະ​ຍ່ານ​ໃຕ້​ແມ່​ນ້ຳ​ເຫຼືອງໃນ​ຄາວ​ນັ້ນ  ​ແລ້ວ​ສ້າງ​ລາຊະ​ວົງຊາງທີ່​ມີປະຫວັດສາດ 500 ກວ່າ​ປີ   ອາລິຍະທຳ​ທອງ​ສຳລິດ​ແລະ​ການກຳ​ເນີ​ດຂອງ​ຕົວ​ຫນັງສື​ທີ່​ຄວັດ​ໃສ່​ອອງ​ເຕົ່າ​ແລະ​ກະດູກ​ສັດ​ຂອງ​ລາຊະ​ວົງ​ຊາງ​ໄດ້​ກະທົບກະ​ເທືອ​ນ​ເຖິງ​ປະຫວັດສາດ​ຂອງ​ຈີນ​ຢ່າງ​ເລິກ​ເຊິ່ງ&nbລາຊະ​ວັງ​ເຊ້ຍ​ແມ່ນ​ລາຊະ​ວົງ​ທຳ​ອິດ​ຂອງ​ຈີນ  ​ໃນ​ທ້າຍ​ລາຊະ​ວົງ​ເຊ້ຍ ​ສົມ​ເດັດເຈ ​ເຈົ້າ​ຊີວິດທີ່​ຄອງ​ອຳນາດໃນ​ຄາວ​ນັ້ນ​ໄດ້​ເປັນ​ເຈົ້າ​ຊີວິດ​ທີ່​ໂງ່​ຈ້າ​ມືນ​ເມົາ​ແລະ​ໂຫດຮ້າຍ​ທາລຸນ   ຕາມ​ເລົ່າ​ລື​ກັນ​ວ່າ ສົມ​ເດັດ​ເຈ​ໄດ້​ຊົງສັ່ງ​​ໃຫ້ ຄົນ​ໄປ​ຂຸດ​ຫນອງ​ເຫຼົ້າ​​ໃຫຍ່​​ແຫ່ງ​ຫນຶ່ງ​ຢູ່​ໃນ​ພະ​ລາຊະວັງ  ​ສາ ມາດ​ໃຫ້​ຫຼາຍພັນ​ຄົນ​ຕື່ມ​ເຫຼົ້າ​ໄປ​ພ້ອມ​ກັນ  ​​ເຈົ້າ​ຊີວິດ​ເຈ​ຈັດ​ງາ​ນ​ລ້ຽງ​ເຫຼົ້າ​ເລື້ອຍໆ ຫຼັງ​ຫຼາຍ​ຄົນ​​ເມື່ອ​ເມົາເຫຼົ້າ​ແລ້ວ​ເລີຍ​ຕົວຢູ່​ໃນ​ຫນອງ​ເຫຼົ້າ​ຢ່າງ​ບໍ່​ລະວັງ ​ແລ້ວ​ຕາຍ​​ໄປ ​ເຈົ້າ​ຊີວິດ​ເຈ​ກັບ​ມະ​ເຫ​ສີຂອງ​ສົມ​ເດັດ​ມັກ​​ຊົມ​ສະພາບ​ທີ່ຄົນ​ທັງຫຼາຍ​ດື່ມ​ເຫຼົ້າ​ຫຼິ້ນມ່ວນ​ຊື່ນ​ແບບປ່ວງ​ບ້າ  ​ເພື່ອ​ສະຫນັບ​ສະ​ຫນູນ​ການ​ບໍລິ​ໂພ​ກອັນ​ຟູມ​ເຟືອຍຂອງພະ​ອົງ ​ເຈົ້າ​ຊີວິດ​ເຈ​ໄດ້​ເພີ່ມ​ເກັບສ່ວນ​ສາອາກອນຢ່າງ​ຫຼວງ​ຫຼາຍ​ຈາກ​ປະຊາຊົນ  ​​ເມື່ອເປັນ​ແນວ​ນີ້​ດົນ​ໄປ ຄວາມ​ຄຽງ​​ແຄ້ນຂອງ​ປະຊາຊົນ​​ກໍນັບ​ມື້​ນັບ​​ເພີ່ມຂຶ້ນ

 




ໃນ​ຄາວ​ນັ້ນ​​ໃຕ້​ການ​ປົກຄອງ​ຂອງ​ລາຊະ​ວົງ​ເຊ້ຍ ມີ​ລັດ​ນ້ອຍຊື່ວ່າລັດ​ຊາງ  ສົມ​ເດັດ​ຊາງ​ທາງແມ່ນ​ເຈົ້າ​ຊີວິດ​ຂອງ​ລັດ​ຊາງ  ສົມ​ເດັດ​ຊາງ​ທາງມີ​ເມດ​ຕາ​ກາລຸ​ນາ​ຕໍ່​ປະຊາຊົນ​ ສະນັ້ນປະຊາຊົນ​ກໍ​ສະຫນັບ ສະຫນູນ​ອຸ້ມ​ຊູ​ສົມ​ເດັດທີ່​ສຸດ .ມີ​ນິທານເລື່ອງ​ຫນຶ່ງ​ເລົ່າກັນ​ວ່າ ມີ​ມື້ຫນຶ່ງ ​ເຈົ້າ​ຊີວິດ​ຊາງທາງ​ໄດ້​ໄປ​ທ່ຽວຢູ່​ນອກ ​ເຫັນ​ຄົນ​ຫນຶ່ງກາງຕາຫນ່າງ​ໃຫຍ່ໆທີ່​ຈະຈັບ​ນົກ ​ແລະ​ອະທິຖານ​ວ່າ ຂໍ​ໃຫ້​ນົກທັງ​ຫມົດ​ໃນ​ໂລກ​ລ້ວນ​ແຕ່​ບິນ​ເຂົ້າສູ່​ຕາຫນ່າງ​ຂອງຂ້ອຍ    ສົມ​ເດັດ​ຊາງ​ທາງ​ຊົງ​ຕັດ​ວ່າ  ​ເຮັດ​ແນວນີ້​ແມ່ນ​ຢາກ​ຈັບ​ນົກ​ທັງ​ຫມົດ​ໃນ​ໂລກ​ບໍ່  ຈາກ​ນັ້ນ ສົມ​ເດັດ​ໄດ້​ສັ່ງ​ໃຫ້​ຜູ່​ນີ້​ກູ້ຕາຫນ່າງ​​ໃຫຍ່ຄືນ  ​ແລ້ວປ່ຽນ​​ເປັນຕາ​ຫນ່າງນ້ອຍ​ຈັບ​ນົກ  ​ເມື່ອ​ເຈົ້າ​ຊີວິດ​ຂອງ​ລັດ​ນ້ອຍອື່ນໆ​ຈຳນວນ​ຫນຶ່ງ​ໄດ້​ຍິນ​ເລື່ອງ​ນີ້​ແລ້ວ ​ເຫັນ​ວ່າ​ສົມ​ເດັດ​ຊາງ​ທາງ​ເປັນຄົນ​ໃຈ​ບຸນ​ແລ້ວ​ພາກັນ​​ເຂົ້າ​ເພີ່ງ​ສົມ​ເດັດ​ຊາງ​ທາງ





ສົມ​ເດັດຊາງ​ທາງ​ໄດ້​​ໃຫ້​ຄົນ​ທີ່​ມີຄວາມ​ປີ​ຊາ​ສາມາດ​ເປັນ​ຜູ່​ຊ່ອຍມື  ພ້ອມ​ກັນວາງ​ແຜນການ​ດັບ​ສູນ​ລາຊະວົງ​ເຊ້ຍ  ສ່ວນ​ສົມ​ເດັດ​ເຈ​ມີ​​ແຕ່ຫຼິ້ນ​ກິນ​ຢ່າງ​ຊົ່ວຊ້າ​ເລວ​ຊານ   ​ເລີຍ​ກາຍ​ເປັນ​ຜູ່​ໄຮ້​ຍາດ​ຂາດ​ມິດ   ສົມ​ເດັດຊາງ​ທາງໄດ້​​ຍົກ​ພົນສູ້​ລົບ 11 ​ເທື່ອ  ເມື່ອສະ​ຕະວັດ​ທີ 16ກ່ອນ​ຄ .ສ  ​ໄດ້​​ເອົາ​ຊະນະ​ເຈົ້າ​ຊີວິດ​ເຈ ​ແລ້ວດັບ​ສູນ​ລາຊະວົງ​ເຊ້ຍ  ຫຼັງ​ຈາກ​ລາຊະວົງ​ເຊ້ຍຖືກ​ດັບ​ສູນ​ແລ້ວ ສົງ​ເດັດ​ຊາງ​ທາງໄດ້​ສ້າງ​ຕັ້ງລາຊະວົງຊາງຢູ່​ເມືອງ​ຮາວ (​​ຄື ເມືອງ​ຊາງສິ່ວແຂວງ​ເຫີ​ນານ​ໃນ​ປັດຈຸບັນ)





ກ່ຽວ​ກັບ​ຄຸນສົມບັດຂອງ​ສົມ​ເດັດ​ຊາງ​ທາງ  ມີ​ການ​ເລົ່າ​ລື​ກັນ​ຫຼາຍ​ຢ່າງຫຼາຍ​ແນວ   ຕາມ​ການ​ບັນທຶກ​​ໃນຫນັງສື​ປະຫວັດສາດ​ຂຽນວ່າ  ຫຼັງ​ຈາກ​ສົມ​ເດັດ​ຊາງ​ທາງ​ໄດ້​ສ້າງ​ຕັ້ງ​ປະ​ເທດ​ບໍ່​ດົນ  ​ໄດ້​ເກີດ​ມີ​​ໄພແຫ້ງ​ແລ້ງ​ຢ່າງຕໍ່​ເນື່ອງ​ກັນ  ເກັບ​ກ່ຽວ​ເຂົ້າ​ບໍ່​ໄດ້​ຈັກ​ເມັດ  ຄົນ​ທັງຫຼາຍ​ໃນຄາວ​ນັ້ນ​ລ້ວນ​ແຕ່​ເຫັນ​ວ່າ​ແມ່ນ​ເຈົ້າຟ້າ​​ເກີດ​ໂມ​ໂຫ ຈຶ່ງລົງ​ໂທດ​ຄົນ​ທັງຫຼາຍ​ໃນ​ເມືອງ​ຄົນ  ຫມໍ​ມົນ​ສະ​ເຫ​ນີ​​ໃຫ້​​ໃຊ້​ຄົນ​ເປັນ​ມາ​ບູຊາ​ເທ​ບພະ​ເຈົ້າ  ​ໃນ​ເວລາ​ນີ້ ສົມ​ເດັດ​ຊາງ​ທາງ​​ສະ​ເຫ​ນີຢ່າງເປັນ​ເຈົ້າ​ກາ​ນວ່າ:ຖ້າ​ຕ້ອງ​ເອົາ​ຄົນ​​ເປັນມາ​​ເຮັດ ເປັນ​ເຄື່ອງ​ລ້ຽງຜີ​ແທ້​​  ກໍ​ຂໍ​​ໃຫ້​ພະ​ອົງ​ເຮົາ​ເຮັດ​ເປັນ​ເຄື່ອງ​ລ້ຽງສາ!   ສົມ​ເດັດ​ ​ຂີ່​ລົດ​ມ້າ​ສີຂາວ  ນຸ່ງ​ເຄື່ອງ​ຜ້າຝ້າຍ  ​ເອົາຫຍ້າ​ຄາ​​ເຮັດ​ເປັນ​​ເຄື່ອງ​ປະດັບ​ພະ​ເກດ  ​ ​ໄປ​ປ່າ​ໄມ້​ຕົ້ນ​ມອນ​ແລະ​ອະ​ທິຖານ​ວ່າ:ດຽວ​ນີ້ ​ໃນ​ທົ່ວ​ປະ​ເທດ​ໄດ້​ເກີດ​ໄພ​ແຫ້ງ​ແລ້ງ​​ແລ້ວ ​ ​ຄວນ​ໃຫ້​ພະ​ອົງ​ເຮົາ​ເປັນ​ຜູ່ຮັບ​ຜິດຊອບ  ຂໍ​ໃຫ້​ເຈົ້າ​ຟ້າ​ຢ່າສູ່ລົງ​ໂທດສາມັນຊົນ​ອັນ​ໄພສານ  ຢ່າສູ່ທຳ ຮ້າຍມວນ​ຊົນ​ພະ​ອົງ​ເຮົາ​ທີ່ ​ບໍ່​ສະຫຼາດ​ສະ​ຫຼຽວ    ຫຼັງ​ຈາກ​ອະທິຖານ​ແລ້ວແລ້ວ ສົມ​ເດັດ​ຊາງ​ທາງກຽມ​ຂ້າ​ໂຕ​ຕາຍ​ເພື່ອ​ບູຊາ​ເຈົ້າຟ້າ  ​ໃນ​ເວລາ​ນີ້  ​ໄດ້​ມີ​ຝົນຕົກ​ຢ່າງ​ກະທັນຫັນ  ຄົນ​ທັງຫຼາຍ​​ເຫັນ​ວ່າ​ແມ່ນ​ການ​ກະທຳ​ຂອງສົມ​ເດັດ​ຊາງ​ທາງ​​ໄດ້ກະ ຕຸ້ນ​ໃຈ​ເຈົ້າຟ້າ 





ຫຼັງ​ຈາກ​ສົມ​ເດັດ​ຊາງ​ທາງ​ສ້າງ​ຕັ້ງ​ປ​ະ​ເທດ​ແລ້ວ ​ເພື່ອ​ປັບປຸງ​ອຳນາດ​ການ​ປົກຄອງ  ​ໄດ້​ໃຊ້​ມາດ​ຕະການ​ອັນ​ບັງ​ເກີດ​ຜົນ​ຕ່າງໆ ຕົວຢ່າງ​ຄື​ໃຫ້​ລັດ​ຕ່າງໆ​ປົກຄອງ​ຕົນ​ເອງ​​ໃນ​ລະດັບ​ສູງ  ລັດຖະບານ​ສູນ​ກາງ​ພຽງ​ແຕ່​ເກັບ​ເອົາສ່ວນ​ສາອາກອນ​ທີ່​ເຫ​ມາະສົມ  ​ແລ້ວ​ໃຫ້​ປະຊາຊົນ​ພັກຜ່ອນ​ເພື່ອ​ມີ​ແຮງ​ຄືນ   ສົມ​ເດັດຍັງ​​ໄດ້ວາງ​ແຜນການ​​ແບ່ງ​ເປັນ​ເຂດ​ບໍລິຫານ​ຂອງ​ລັດ ​ ໃຫ້​ປະຊາຊົນ​ເຜົ່າ​ດຽວ​ກັນ​ທີ່​ຕິດຕາມ​ສົມ​ເດັດ​ສູ້​ລົບນັ້ນ​​ແຈກ​ຢາຍ​ຢູ່​ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ  ດ້ານ​ຫນຶ່ງ​ມີ​ຜົນ​ດີ​ຕໍ່​ສະຖຽນ​ລະ​ພາບ​ຂອງ​ລັດ ອີກ​ດ້ານ​ຫນຶ່ງ  ​​ເຮັດ​ໃຫ້​ຄົນ​ເຜົ່າ​ຊາງ​ກັບ​ຄົນເຜົ່າ​ອື່ນໆ​ເຊື່ອມ​ໂຍງ​ເຂົ້າກັນ​​ເປັນ​ກ້າວໆ ອັນ​ໄດ້ສ້າງ​ກົກ​ຮາກ​ປະຊາ​ຊາດ​ຈີນທີ່ເປັນ​ປະ​ເທດ​ຫຼາຍ​ຊົນ​ເຜົ່າ​​ແລະ​ເປັນ​ເອກະ​ພາບ​ກັນ​ໃນ​ຕໍ່​ໄປ​ພາຍ​ຫນ້າ ນອກ​ນີ້  ສົມ​ເດັດ​ຊາງ​ທາງ​ໄດ້ປະດິດສ້າງ​ລະບອບ​ເຈົ້າ​ນາຍ​ຊຸດ​ຫນຶ່ງ  ຕັ້ງ​ເຈົ້າ​ນາຍ​ຜູ່​ທີ​ຫນຶ່ງທີ່​ຊ່ອຍ​ສົມ​ເດັດ​ປົກ​ຄອງ​ລັດ  ​ແລ້​ວ​ເຮັດ​ໃຫ້​ສົມ​ເດັດຕ້ອງ​​ໄປ​ເຮັດ​ເລື້​ອງຫມົດ​ທຸກ​ຢ່າງ  ສ່ວນ​ການ​ປົກຄອງ​ຂອງ​ລັດ​ຍັງເປັນ​ລະບຽບ​ຮຽບຮ້ອຍ





ລາຊະ​ວົງ​ຊາງ​ທີ່​ສົມ​ເດັດ​ຊາງ​ທາງ​ລິ​ເລີ່​ມສ້າງ​ຂຶ້ນນັ້ນ​ໄດ້​ກາຍ​ເປັນ​ການ​ເລີ່​ມຕົ້ນ​ຂອງ​ຈີນ​ທີ່​ມີ​ການ​ບັນທຶກ​​ໃນ​ປະຫວັດສາດ​ຢ່າງ​ແຈ່ມ​ແຈ້ງ   ຕົວ​ຫນັງສື​ທີ່​ຄວັດ​ໃສ່​ອອງເຕົ່າ​ແລະ​ກະດູກ​ສັດ​ທີ່​ສ້າງ​ຕັ້ງ​ຂຶ້ນ​ໃນ​ລາຊະວົງ​ຊາງ​ໄດ້​ຫັນປ່ຽນ​ເປັນ​ຕົວ​ຫນັງສື​ຮ້ານ​ຂອງ​ຈີນ  ອາລິຍະ​ທຳ​ທອງ​ສຳລິດ​ໃນ​ສະ​ໄຫມ​ຊາງ​ໄດ້​ມີ​ຊື່​ສຽງ​ໃນ​ໂລກ   ນັບມາ​ຮອດ​ປັດຈຸບັນ ມໍລະດົກ​ອັນຫຼວງຫຼາຍ​ພາຍ​ມາກ​ທີ່ຕົກ​ທອດ​ມາ​ແຕ່​ລາຊະວົງ​ຊາງ​ຍັງຄົງດູດ​ດຶງ​ເອົາສາຍຕາ​ຂອງ​ນັກ​ບູຮານ​ນະ​ຄະດີ​ແລະນັກ​ປະຫວັດສາດ​