ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-08 15:32:17    
ຄວາມ​ຍິກ​ຍ່ອຍ​ກ່ຽວ​ກັບ​ການ​ບົ່ງ​ພະຍາດ​ແລະ​ເບິ່ງ​ເອົາ​ເອງ​ວ່າ​ຕົນ​ເອງ​ຂາດ​ວິຕາ​ມິນ​ຫຍັງ

cri

ກ່ອນ​ອື່ນ​ຂໍ​ເວົ້າ​ການ​ບົ່ງ​ພະຍາດ​ດ້ວຍ​ວິທີ​ສັງ​ເກດ​ຈາກ​ເລັບມື  ​ເວົ້າ​ທົ່ວ​ໄປ​ແລ້ວ  ​ເລັບມື​ຂອງ​ຄົນ​ແຂງ​ແຮງ​ຄວນ​ເປັນ​ສີ​ບົວ  ທັງ​ເຫຼື້ອມ​ແລະ​ສີ​ຊົ້ງໆ​ຂຶ້ນ​ທາງ​ກາງ​ຫນ້ອຍ​ຫນຶ່ງ  ຍາມ​ເປັນ​ພະຍາດ​ຫຼື​ຂາດ​ວິຕາມິນ​ນັ້ນ  ​ເລັບມື​ກໍ​ຈະ​ປະ​ກົດ​ມີ​ອາການ​ຕ່າງໆ ​ເຊັ່ນ:​ເລັບມື​ມີ​ລາຍ​ເປັນ​ເສັ້ນ​ຊື່​ແມ່ນ​ຍ້ອນ​ຂາດ​ວິຕາມິນ​ອາ  ຖ້າ​ເລັບມື​ຫາກ​ມີ​ເມັດ​ສີຂາວ​ຄື​ຍວງ​ຝ້າຍ  ອາດ​ຈະ​ແມ່ນ​ບລຳ​ໄສ້​ປົກກະຕິ ຖ້າ​ເລັບມື​ຂາວ​ຊີດ​ແມ່ນ​ຍ້ອນ​ເລືອດ​ຈາງ ຖ້າ​ເລັບມື​ອ່ອນ​ບໍ່​ຫນຽວ​ແມ່ນ​ຂາດ​ທາດ​ບຳລຸງ ຖ້າ​ເປັນ​ຫາກ​ພຽງ​ຄື​​ແປ້ນ​ຫຼື​ທາງ​ກາງ​ຫຼຸບ​ລົງ ສິ​ເສົ້າໆ​ແລະ​ຜ່ອຍ​ແມ່ນ​ຍ້ອນ​ເລືອດ​ຈາງ​ປະ​ເພດ​ຂາດ​ທາດ​ເຫຼັກ  ຖ້າ​ເລັບມື​ມີ​ລາຍ​ຂວາງ​ແມ່ນ​ອາການ​ປະກົດ​ກ່ອນ​ຂອງ​ໂລກ​ຫົວ​ໃຈ​ວາຍ  ຖ້າ​​ເລັບມື​ເປັນ​ສີ​ຊ້ຳໆ​ແມ່ນ​ບອກ​ໃຫ້​ຮູ້​ວ່າ​ຄົນ​ຜູ່​ນີ້​ມີ​ພະຍາດ​ສາຍ​ໂລຫິດ​ໃນ​ຫົວ​ໃຈ


ຄວາມ​ຮູ້​ທົ່ວ​ໄປ​ທີ່​ເຮົາ​ເວົ້າ​ມ່​ເມື່ອ​ກີ້​ນີ້​ແມ່ນ​ເພື່ອ​ໃຫ້​ທ່ານ​ສັງ​ເກດ​ເອົາ​ເອງ​ວ່າ​ຕົນ​ເປັນ​ພະຍາດ​ຫຍັງ  ​ແລ້ວ​ຟ້າວ​ໄປ​ຫາ​ຫມໍ  ​ແຕ່​ຢ່າ​ກິນ​ຢາ​ເອົາ​ເອງ​ໂລ​ເລ


ວິທີ​ສັງ​ເກດ​ວ່າ​ຕົນ​ຂາດ​ວິຕາມິນ​ຫຍັງ


ຫນຶ່ງ  ຜູ່​ທີ່​ມັກ​ຮູ້ສຶກ​ວ່າ​ຕາ​ສີ​ຈື້ນໆ ຢ້ານ​ແສງ ມັກ​ມີ​ນ້ຳ​ຕາ​ຊືມອອກ  ຕາ​ມັກ​ມົວ ຜິວຫນັງ​ຫ້າວ​ແຫ້ງ​ແລະ​ຕາບອດ​ກາງຄືນ​ນັ້ນ ທົ່ວ​ໄປ​ແລ້ວ​ແມ່ນ​ຍ້ອນ​ຂາດ​ວິຕາມິນ​ອາ


ສອງ:ຜູ່​ທີ່​ຍ້ຽອາຫານ​ບໍ່​ດີ ມັກ​ມຶນ​ຕີນ​ມືນ​ມື​ແລະ​ເສັ້ນປະສາດ​ມັກ​ອັກ​ເສບ​ເລື້ອຍ​ໆ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ຍ້ອນ​ຂາດ​ວິຕາມິນ​ເບ​ຫນຶ່ງ


 ສາມ:​ເຫ​ງືອກ​ແລະ​ຜິວຫນັງ​ມັກ​ອອກ​ເລືອດ ປາກ​ບາດ​ຈອດ​ກັນຍາ​ກ​ແມ່ນ​ຍ້ອນ​ຂາດ​ວິຕາມິນ​ເຊ
  ສີ່:ຜູ່​ທີ່​ມີ​ໄຂມັນ​ຫຼາຍ​ໃນ​ເລືອດ ສາຍ​ເລືອດ​ແດງ​ແຂງ​ແລະ​ຕີນ​ມື​ເຢັນ​ແມ່ນ​ຍ້ອນ​ຂາດ​ວິຕາມິນ​ເອີ
   ຫ້າ:ຫົວ​ຂອງ​ເດັກນ້ອຍ​ທີ່​ມັກ​ອອກ​ເຫື່ອ ກະດູກ​ອ່ອນ ​ແລະ​ບໍ່​ສູ້​ອອກ​ໄປ​ຫຼ໊ນນອກ​ເຮືອນ​ນັ້ນ​ແນ່ນອນ​ແມ່ນ​ຂາດ​ວິ​ຕາ​ມິນ​ເດ


ຜູ່​ທີ່​ຂາດ​ວິຕາມິນ​ດັ່ງກ່າວ​ມາ​ເທິງ​ນີ້ ວິທີ​ບຳລຸງ ນອກຈາກ​ກິນ​ວິຕາມິນ​ຕາມ​ຄຳ​ສັ່ງ​ຂອງ​ຫມໍ​ແລ້​ວ  ​ໃນ​ນອາຫານ​ການ​ກິນ​ນັ້ນ ກໍ​ໃຫ້​ທ່ານ​ເລືອກ​ກິນຊິ້ນ​ກິນ​ປາ ຜັກ​ສົດ​ແລະ​ຫມາກ​ໄມ້ທີ່​ມີ​ທາດ​ບຳລຸງ​ຕ່າງກັນ ​ເຊັ່ນ:​ໃນ​ຫມາກ​ເຫຼັ່ນ ຫນໍ່​ໄມ້ ຜັກ​ກະ​ຫຼ່ຳປີ ຫມາກ​ເຜັດ ຫມາກກ້ຽງ​ແລະ​ອື່ນໆ​ແມ່ນ​ມີ​ວິ​ຕາ​ມິນ​ເຊ​ຫຼາຍ  ​ໃນ​ຫົວ​ກະ​ຫຼົດ​ມີ​ວິຕາມິນ​ອາ​ຫຼາຍ​ທີ່​ສຸດ  ຊີ້ນ​ລ້ວນໆ ​ເຄື່ອງ​ໃນ​ສັດ ຫນໍ່​ໄມ້​ມີ​ວິຕາມິນ​ເບ​ຫນຶ່ງ​ແລະ​ເບ​ສອງ ສຳລັບ​ເດັກນ້ອຍ​ທີ່​ຂາດ​ວິຕາ​ມິນ​ເດ​ນັ້ນ  ຕ້ອງ​ກິນ​ນ້ຳມັນຕັບປາ ​ໄຂ່​ເຫຼືອງ​ແລະ​ຕັບ​ໄຕ​ຂອງ​ສັດ  ສຳລັບຜູ່​ທີ່​ເລືອດຈາງ​ປະ​ເພດ​ຈາດ​ທາດ​ເຫຼັກ​ນັ້ນ​ກໍ​ໃຫ້​ກິນ​ຜັກ​ເຊ​ເລີ​ລີ ​​​ຖົ່ວ​ເຫຼືອງ ປູ​ນ້ຳ​ຈືດ ຕັບ​ຫມູ​ແລະ​ຊີ້ນ​ທີ່​ບໍ່​ປັນ​ນ້ຳມັນ​ນັ້ນ​ໃຫ້ຫຼາຍ​ແດ່