|
 |
(GMT+08:00)
2005-06-08 16:36:35
|
 |
ການຢຸດຍິງລະຫວ່າງປາເລັສຕີນກັບອິສຣາແອນປະເຊີນກັບການທົດສອບ
cri
Author: li
ຕາມຂ່າວ CRI: ວັນທີ 7 ມິຖຸນາ ຜູ້ປະກອບອາວຸດຂອງປາເລັສຕີນໄດ້ຍິງປືນໃຫຍ່ໃສ່ຈຸດຕັ້ງຖິ່ນຖານຊາວຢິວທີ່ແຖບກາຊາ,ກຳມະກອນຈີນຜູ້ໜຶ່ງແລະກຳມະການປາເລັສຕີນຜູ້ໜຶ່ງທີ່ເຮັດວຽກຢູ່ແຫ່ງນັ້ນຖືກລະເບີດຕາຍ,ກຳມະກອນປາເລັສຕີນອີກ 6 ຄົນບາດເຈັບ. ມື້ດຽວກັນ ຜູ້ປະກອບອາວຸດປາເລັສຕີນໄດ້ປະທະກັນຢ່າງຮ້າຍແຮງກັບທະຫານອິສຣາແອນຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ. ໃນການລົບເລວກັນ,ຜູ້ປະກອບອາວຸດປາເລັສຕີນສອງຄົນຖືກຍິງຕາຍ. ເຫດການຕ່າງໆເຮັດໃຫ້ການຢຸດຍິງລະຫວ່າງປາເລັສຕີນກັບອິສຣາແອນທີ່ອ່ອນແອນັ້ນໄດ້ປະສົບການທົດສອບອີກເທື່ອໜຶ່ງ.
ຕາມໄດ້ຊາບ,ອົງການຈີຮັດໄດ້ປະກາດວ່າຮັບຜິດຊອບຕໍ່ເຫດການຍິງປືນໃຫຍ່ໃສ່ແຖບກາຊາໃນວັນທີ 7 ມິຖຸນາ,ແລະກ່າວວ່າ,ການກະທຳຂອງພວກເຂົາເຈົ້າແມ່ນເພື່ອແກ້ແຄ້ນທະຫານອິສຣາແອນທີ່ຍິງຜູ້ບັນຊາການຊັ້ນສູງຂອງອົງການດັ່ງກ່າວຕາຍ. ອົງການດັ່ງກ່າວຍັງກ່າວວ່າ,ຍັງຈະສືບຕໍ່ແກ້ແຄ້ນອິສຣາແອນ. ຂ່າວແຈ້ງວ່າ,ເລື່ອງທີ່ພາໃຫ້ອົງການຈີຮັດແກ້ແຄ້ນເທື່ອນີ້ແມ່ນຍ້ອນການເຄື່ອນໄຫວທາງການທະຫານຂອງທະຫານອິສຣາແອນອົງການດັ່ງກ່າວ. ຕອນເຊົ້າວັນທີ 7 ມິຖຸນາ ທະຫານອິສຣາແອນໄດ້ເຂົ້າບ້ານຄາບາທີຢາທີ່ພາກໃຕ້ເຈນິງ,ຍົນເຮລີກົບປະກອບອາວຸດລະເບີດທ່ານຄະເມວ ຜູ້ບັນຊາການຊັ້ນສູງຂອງອົງການຈີຮັດປະຈຳເຂດດັ່ງກ່າວຕາຍ,ແລະຍິງຜູ້ປະກອບອາວຸດປາເລັສຕີນຜູ້ໜຶ່ງຕາຍ,ອີກ 5 ຄົນບາດເຈັບ.
ຄວາມຈິງແລ້ວ,ການປະທະກັນລະຫວ່າງອົງການຈີຮັດກັບກອງທະຫານອິສຣາແອນແມ່ນມາແຕ່ດົນນານ,ແຕ່ຜູ້ນຳປາເລັສຕີນອິສຣາແອນເຊັນສັນຍາຢຸດຍິງຢູ່ເອຢິບໃນເດືອນກຸມພາປີນີ້,ເຖິງວ່າອົງການຈີຮັດໄດ້ເຫັນດີນຳສັນຍາຢຸດຍິງໃນດ້ານໜ້າແລ້ວກໍຕາມ,ແຕ່ຄວາມຈິງແລ້ວ,ແມ່ນບໍ່ຍອມ. ພາຍຫຼັງຜູ້ນຳປາເລັສຕີນອິສຣາແອນເຊັນສັນຍາຢຸດຍິງແລ້ວບໍ່ດົນ,ສະມາຊິກອົງການດັ່ງກ່າວກໍໄດ້ກໍ່ການລະເບີດແບບສະຫຼະຊີບລາຍໜຶ່ງຢູ່ເຕລາວິບ, 4 ຄົນຖືກລະເບີດຕາຍ. ນອກນີ້ ອິສຣາແອນໄດ້ເພີ່ມຄວາມແຮງໃນການໂຈມຕີອົງການຈີຮັດ,ໄດ້ຈັບຕົວຫຼືຍິງສະມາຊິກຊັ້ນສູງຈຳນວນໜຶ່ງຂອງອົງການດັ່ງກ່າວຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນຕາຍ.
ໜັງສືພິມ"ເຢລູຊາເລັມພົສຂອງອິສຣາແອນລາຍງານວ່າ,ເຈົ້າໜ້າທີ່ຄວາມປອດໄພປາເລັສຕີນຈຳນວນໜຶ່ງເຫັນວ່າ,ອົງການຈີຮັດກັບອົງການຫົວຮຸນແຮງອື່ນໆຂອງປາເລັສຕີນພວມເຈຕະນາຟື້ນຟູການຫຼອນໂຈມຕີອິສຣາແອນ,ທຳລາຍຄວາມພະຍາຍາມສັນຕິພາບຂອງທ່ານອັບບາສ ປະທານອົງການອຳນາດແຫ່ງຊາດປາເລັສຕີນ. ຕາມຊາບວ່າ,ທ່ານອັບບາສຈະໄປພົບປະຜູ້ນຳອົງການຈີຮັດແລະອົງການຮາມັສຢູ່ແຖບກາຊາ,ເພື່ອຫຼີກເວັ້ນບໍ່ໃຫ້ສະຖານະການຊຸດຮ້າຍລົງຕໍ່ໄປ.ນອກນີ້ ຂ່າວແຈ້ງວ່າ,ວັນທີ 7 ມິຖຸນາ ທ່ານຮາລູສ໌ ຫົວໜ້າກົມໃຫຍ່ເສນາທິການຂອງກອງທັບປ້ອງກັນປະເທດອິສຣາແອນກ່າວວ່າ,ປັດຈຸບັນ ທະຫານອິສຣາແອນບໍ່ມີແຜນເປີດການເຄື່ອນໄຫວທາງການທະຫານ,ແກ້ແຄ້ນການເຄື່ອນໄຫວຂອງຜູ້ປະກອບອາວຸດປາເລັສຕີນຫຼອນໂຈມຕີຈຸດຕັ້ງຖິ່ນຖານຊາວຢິວທີ່ແຖບກາຊາ. ທ່ານເຫັນວ່າ,ຜູ້ປະກອບອາວຸດປາເລັສຕີນຫຼອນໂຈມຕີແຖບກາຊາຕົ້ນຕໍແມ່ນຍ້ອນຄວາມຂັດແຍ່ງຢູ່ພາຍໃນປາເລັສຕີນ. ດັ່ງນັ້ນ ອິສຣາແອນບໍ່ຫ່ອນຈະມີປະຕິກິລິຍາເກີນຂອບເຂດ.
|
|
|