ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-08 16:48:41    
ສະພາບ​ແວດ​ລ້ອມ​ການ​ສຶກ​ສາ​ຢູ່​ຈີນ​ນັບ​ມື້​ນັບ​ດີ​ຂຶ້ນ​ໄດ້​ເຮັດ​ໃຫ້​ຈຳ​ນວນ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ມາ​ຮຽນ​ຢູ່​ຈີນ​ຫລາຍ​ຂຶ້ນ​ຊັກ​ໄຊ້(ສຽງ)

cri Author: mo


ຫວ່າງ​ມໍ່ໆ​ນີ້, ກະຊວງ​ສຶກສາ​ທິການ​ຈີນປະກາດ​ວ່າ, ປີ​2004, ລວມມີ​ນັກ​ສຶກສາ​ຕ່າງປະ​ເທດ 1 ​ແສນ 1 ໝື່ນ​ຄົນ​ມາ​ຮຽກ​ຢູ່​ຈີນ, ຈຳນວນ​ນັກ​ສຶກສາ​ຕ່າງປະ​ເທດ​​ໄດ້​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ປີ 2003 42%. ​ເຈົ້າໜ້າ​ທີ່​ກະຊວງ​ສຶກສາ​ທິການ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ, ລັດຖະບານ​ຈີນ​ຈະ​ສືບ​ຕໍ່​ໃຊ້​ມາດ​ຕະການ​ຊຸກ​ຍູ້​ນັກ​ສຶກສາ​ຕ່າງປະ​ເທດ​ມາຮຽນ​ຢູ່​ຈີນ. ຕໍ່​ໄປ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ລະອຽດ.

ຕາມ​ສະຖິຕິ​ຂອງ​ກະຊວງ​ສຶກສາ​ທິການ​ຈີນ, ນັກ​ສຶກສາ​ຕ່າງປະ​ເທດ 1 ​ແສນ 1 ໝື່ນ​ຄົນ​ແມ່ນ​ມາ​ຈາກ 178 ປະ​ເທດ, ​ເຊິ່ງ​ຫລາຍ​ກວ່າ​ໝູ່​ແມ່ນ ສ.​ເກົາຫລີ ຍີ່​ປຸ່ນ ອາ​ເມ​ລິ​ກາ ຫວຽດນາມ ​ແລະ​ອິນ​ໂດ​ເນ​ເຊຍ.

ແຕ່​ໃດ​ມາ, ລັດຖະບານ​ຈີນກໍ​ສົ່ງ​ເສີມ​ນັກ​ສຶກສາ​ຕ່າງປະ​ເທດ​ມາ​ຮຽນ​ຢູ່​ຈີນ​ຢ່າງ​ຕັ້ງໜ້າ​, ​ໄດ້​ສະໜອງ​ຄ່າ​ໃຊ້​ຈ່າຍ​ລາຍ​ຈຳ​ເພາະ, ​ທັງ​ອອກ​ແຮງ​ສ້າງ​ລະບອບ​ຄຸ້ມ​ຄອງ​ທີ່​ຄົບ​ຖ້ວນ​ບໍລິບູນ, ​ໄດ້​ບຳລຸງ​ສ້າງ​ຄູ​ອາຈານ​ທີ່​ສອນນັກ​ສຶກສາ​ຕ່າງປະ​ເທດ​​ໂດຍ​ສະ​ເພາະ​ງວດ​ໜຶ່ງ. ພ້ອມ​ກັນນັ້ນ, ການ​ຕ່າງປະ​ເທດ​ແລະ​ເສດຖະກິດ​ຈີນ​ໄດ້​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ກໍ​ໄດ້​ມີ​ກຳລັງອັນມະຫາສານ​ດູດ​ດຶງ​​​ນັກ​ສຶກສາ​ຕ່າງປະ​ເທດມາ​ຮຽນ​ຢູ່​ຈີນ. ທ່ານ​ນາງ​ເສິນ​ອິງ​ຮຸຍ ​ເຈົ້າໜ້າ​ທີ່​ກະຊວງ​ສຶກສາ​ທິການ​ຈີນ​ທີ່​ຮັບຜິດຊອບ​ວຽກ​ງານ​ນັກ​ສຶກສາ​ຕ່າງປະ​ເທດ​ມາ​ຮຽນ​ຢູ່​ຈີນ​ວິ​ເຄາະ​ວ່າ:

ໃນ​ຫລາຍ​ປີ​ມາ​ນີ້, ຄຽງ​ຄູ່​ກັບ​ການ​ພັດທະນາ​ຂອງ​ການ​ຕ່າງປະ​ເທດ​ແລະ​ເສດຖະກິດ​ຈີນ, ​ໂດຍ​ສະ​ເພາະ​ແມ່ນ​​ການ​ສຶກສາ​ໄດ້​ຂະຫຍາຍຕົວ​ອອກ, ​​ໄດ້​ເຮັດ​ໃຫ້​ປະ​ເທດ​ຍິ່ງ​ຫລາຍ​ນັບ​ມື້​ນັບຮັບຮອງ​ການ​ສຶກສາ​ຊັ້ນສູງ​ຂອງ​ຈີນ, ​ເຂົາ​ເຈົ້າ​ໄດ້​ຄັດ​ເລືອກນັກຮຽນ​ຍິ່ງ​ຫລາຍ​ມາ​ຮຽນ​ຢູ່​ຈີນ. ພ້ອມ​ກັນນັ້ນ, ​ເສດຖະກິດ​ຈີນ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ​ໄດ້​ເຮັດ​ໃຫ້​ຜົນ​ສະທ້ອນ​ຂອງ​ຈີນ​ຂະຫຍາຍ​ກວ້າງ​ອອກ, ວັດທະນະທຳ​ດັ້ງ​ເດີມ​ຂອງ​ຈີນ​ໄດ້​ດູດ​ດຶງ​ນັກ​ສຶກສາ​ຕ່າງ​ປະ​ເທດ​ມາ​ຮຽນ​ຢູ່​ຈີນ​ນັບ​ມື້​ນັບ​ຫລາຍ​ຂຶ້ນ.

ນັກ​ສຶກສາ​ຕ່າງປະ​ເທດ​ທີ່​ມາ​ຮຽນ​ຢູ່​ຈີນ​ໃນ​ປີ2004​ຕ່າງ​ຮຽນ​ຢູ່​ໂຮງຮຽນ​ຊັ້ນສູງ​ແລະສະ​ຖາ​ບັນການ​ສຶກສາ​ອື່ນໆ 420 ​ແຫ່ງ​ຂອງ​ຈີນ, ​ໃນ​ນັ້ນ, ​ເກືອບ 95% ​ແມ່ນ​ໃຊ້​ທຶນ​ເອງ. ວິຊາ​ສະ​ເພາະ​ຂອງນັກ​ສຶກສາ​ຕ່າງປະ​ເທດ​ໄດ້ກ່ຽວ​ພັນ​ເຖິງ​ຂົງ​ເຂດ​ພາສາ ວັດທະນະທຳ ​ເສດຖະກິດ ກົດໝາຍ ​ພ້ອມ​ດ້ວຍ​ວິຊາ​ການ​ຊ່າງ ອຸດສາຫະກຳ ກະສິກຳ​ແລະ​ການ​​ແພດ​ເປັນຕົ້ນ.

ທ້າວກີ​ຈູ​ນຄວົນ ຂອງ​ສ.​ເກົາຫລີ​ຮຽນ​ຢູ່​ວິທະຍາຄານ​ຄຸ້ມ​ຄອງ​ເສດຖະກິດ​ຂອງ​ມະຫາວິທະຍາ​ໄລ​ປັກ​ກິ່ງ, ດຽວ​ນີ້ກຳລັງ​ຮຽນ​ປີ 3. ລາວ​ເຫັນ​ວ່າ, ມາ​ຮຽນ​ຢູ່​ຈີນ​ແມ່ນ​ການ​ຄັດ​ເລືອກ​ທີ່​ສະຫລາດ​ທີ່​ສຸດ​ໃນ​ຊີວິດ​ຂອງ​ຕົນ. ​ເພາະວ່າ, ຢູ່​ວິ​ສາ​ຫະກິດ​ໃຫຍ່​ຈຳນວນ​ໜຶ່ງ​ຂອງ​ສ.​ເກົາຫລີ, ​ໂດຍ​ສະ​​ເພາະ​ແມ່ນ​ສະ​ຖາ​ບັນ​ການ​ເງິນ, ຕ້ອງ​ການພະນັກງານ​ທີ່​ຮູ້ຈັກປະ​ເທດ​ຈີນ​ຫລາຍ​ທີ່​ສຸດ; ລັດຖະບານ​ສ.​ເກົາຫລີ​ກໍ​ເອົາ​ໃຈ​ໃສ​ເປັນ​ພີ​ເສດ​ຕໍ່ຜູ້​ຮູ້​ພາສາ​ຈີນ. ຄົນ​​ເກົາຫລີ​ໃຕ້​ຖ້າ​​ຮຽນ​ຈົບ​ຈາກ​ມະຫາ​ວິທະຍາ​ໄລ​​ຊື່​ສຽງ​ຂອງ​ຈີນ​ແລ້ວ, ​ໃນ​ເວລາ​ປະກອບ​ອາຊີບ​ກໍ​ຈະ​ໄດ້​ຮັບ​ເງິນ​ເດືອນ​ຫລາຍກວ່າ​ນັກ​ສຶກສາ​ທີ່​ຮຽນ​ຈົບ​ຈາກ​ມະຫາວິທະຍາ​ເຊ​ອຸ່ນ ​ເຊິ່ງ​ເປັນ​ມະຫາວິທະຍາ​ໄລ​ທີ່​ມີ​ຊື່​ສຽງ​ກວ່າ​ໝູ່​ຂອງ​ສ.​ເກົາຫລີ. ລາວ​ເວົ້າວ່າ:

ຍ້ອນ​ວ່າ​ລັດຖະບານ​ແລະ​ວິ​ສາ​ຫະກິດ​ໃຫຍ່​ປະຕິບັດ​ນະ​ໂຍບາຍ​ພິ​ເສດ​ຈຳນວນ​ໜຶ່ງ, ດຽວນີ້, ຊາວ​ເກົາຫລີ​ໃຕ້​ທີ່​ມາ​ຮຽນ​ຢູ່ຈີນນັບ​ມື້​ນັບ​ຫລາຍ. ໝູ່​ຮຽນ​ຂ້ອຍ​ທີ່​ຮຽນ​ຢູ່​ມັດທະຍົມ​ປາຍ​​ແຫ່ງ​ດຽວ​ກໍ​ມີ 6-7 ຄົນ​ມາ​ຮຽນ​ຢູ່​ມະຫາ​ວິທະຍາ​ໄລ​ປັກ​ກິ່ງ.

ເຊັ່ນ​ດຽວ​ກັນ​ທ້າວ​ກີ​ຈູນຄວົນ, ຊາວ​ເກົາຫລີ​ໃຕ້​ຫລາຍ​ຄົນ​ເຫັນ​ວ່າ, ມາ​ຮຽນ​ຢູ່​ຈີນ​ຈະ​ເຮັດ​​ໃຫ້​ຕົນ​ເອງ​ມີ​ໂອກາດ​ຫລາຍ​ໃນ​ພາຍ​ໜ້າ. ​ແຕ່ທ່ານ​ນາງ​ເສີນ​ອິງ​ຮຸຍ ​ເຈົ້າໜ້າ​ທີ່​ກະຊວງ​ສຶກສາ​ທິການ​ຈີນ​​ເຫັນ​ວ່າ, ນັກ​ສຶກສາ​ຕ່າງປະ​ເທດ​ທີ່​ຄື​ດັ່ງ​ທ້າວກີ​ຈູ​ນຄວົນນັ້ນບໍ່​ພຽງ​ແຕ່​ແມ່ນຂົວ​ສະ​ພານ​​ແຫ່ງ​ການ​ຮ່ວມ​ມື​ແລະ​ໄມ​ຕີ​ຈິດ​ຂອງ​ປະຊາຊົນ​ສອງ​ປະ​ເທດ​ທໍ່​ນັ້ນ, ກໍ​ແມ່ນ​ຊັບພະຍາກອນ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ທີ່​ລ້ຳ​ຄ່າ​ຂອງ​ປະ​ເທດ​ສົ່ງ​ອອກ​ແລະປະເທດທີ່ຮັບ​ເອົາ​ນັກ​ສຶກາ​ຕ່າງປະ​ເທດ. ທ່ານ​ນາງ​ເຜີຍ​ໃຫ້​ຮູ້​ວ່າ, ຂະ​ແໜງ​ການ​ສຶກສາ​ຂອງ​ຈີນ​ໄດ້​ໃຊ້​ມາດ​ຕະການ​ຫລາຍ​ຊະນິດ​ມາ​ດູດ​ດຶງ​ເອົາ​ນັກ​ສຶກສາ​ຕ່າງປະ​ເທດ​ຍິ່ງ​ຫລາຍ.

ມາດ​ຕະການ​ເຫຼົ່ານີ້​ລວມທັງ​ການ​ເພີ່ມ​ທະວີ​ການ​ສຶກສາ​ແລະຄຸ້ມ​ຄອງ​ນັກສຶກສາຕ່າງປະ​ເທດ​ທີ່​ມາ​ຮຽນ​ຢູ່​ຈີນ​ແລະ​ການ​ສ້າງ​ຖັນ​ແຖວ​ຄູ​ອາຈານ; ບູລະນະ​ລະບອບ​ປິ່ນປົວ​ແລະ​ປະກັນ​ໄພ​ສັງ​ລວມຂອງ​ນັກ​ສຶກສາ​ທີ່​ມາ​ຮຽນ​ຢູ່​ຈີນ, ສະໜອງ​ສິ່ງ​ຄ້ຳປະກັນ​ຍິ່ງ​ຫລາຍ​ໃຫ້​ແກ່​ນັກ​ສຶກສາ​ຕ່າງປະ​ເທດ; ສ້າງ​ລະບົບ​ຄຸ້ມ​ຄອງ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ການ​ຮຽນ​ຢູ່​ຈີນ​​ໃນ​ທົ່ວ​ປະ​ເທດ​, ​ເພີ່ມ​ທະວີ​ການ​ບໍລິການ​ແລະ​ການ​ຄຸ້ມ​ຄອງ​ນັກ​ສຶກສາຕ່າງປະ​ເທດ.