ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-08 23:10:04    
ຮູບ​ເງົາ​ໃນ​ອະ​ນາ​ຄົດ

cri Author: da
ຮູບ​ເງົາ​ແມ່ນ​ຜະລິດ​ຕະພັນ​ວິທະຍາ​ສາດ-​ເຕັກ​ໂນ​ໂລ​ຢີ​ໃນ​ຍຸກ​ປະຈຸ​ບັນ.ຄຽງ​ຄູ່​ກັບ​ວິທະຍາ​ສາດ​ເຕັກ​ນິກ​ສູງ​ໄດ້​ພັດ​ທະນາ​ໄວ​ທີ່​ສຸດ​ນັ້ນ,ກໍ​ຍ່ອມ​ຈະ​ຊຸກຍູ້​ໃຫ້​ໂສມ​ໜ້າ​ຮູບ​​​ເງົາ​ມີ​ການ​ປ່ຽນ​ແປງ​ໃນ​ດ້ານ​ກົກ​ຮາກ.ນັກ​ວິທະຍາ​ສາດ​ເຫັນ​ວ່າ,ພາ​ລະກິດ​ຮູບ​ເງົາ​ຈະ​ຈ້ອງ​ຜ່ານ 3 ​ໄລຍະ​ການ​ພັດ​ທະນາ ຄື: ​ໄລຍະ​ຮູບ​ເງົາ​ດັ້ງ​ເດີມ ​ໄລຍະ​ຮູບ​ເງົາ​ຍຸກ​ປະຈຸ​ບັນ ​ແລະ​ໄລຍະ​ຮູບ​ເງົາ​ໃນ​ອະນາ​ຄົດ.​ຮູບ​ເງົາ​ດັ້ງ​ເດີມ​ແມ່ນ​ໄລຍະ​ຮູບ​ເງົາ​ທີ່​ສາຍ​ໃສ່​ຜ້າ​ຈໍ ລວມ​ທັງ​ຮູບ​ເງົາ​ບໍ່​ມີ​ສຽງ​ໃນ​ຟິມ​ໄລຍະ​ຕົ້ນ ​ແລະ​ຮູບ​ເງົາ​ມີ​ສຽງ​ໃນ​ຟີມ​ແລະ​ຮູບ​ເງົາ​ສີ​ໃນ​ໄລຍະ​ຕໍ່​ມາ,ຮູບ​ເງົາ​ຍຸກ​ປະຈຸ​ບັນ​ແມ່ນ​ໄລຍະ​ທີ່​ມີ​ທັງ​ຮູບ​ເງົາ​ແລະ​ມີ​ທັງ​ໂທລະ​ພາບ​ຄົງ​ຕົວ​ຢູ່​ນຳ​ກັນ,​ສ່ວນ​ຮູບ​ເງົາ​ໃນ​ອະນາ​ຄົດ​ນັ້ນ​ແມ່ນ​ຮຽກ​ວ່າ"ຮູບ​ເງົາ​ເທ​ສະ"ທີ່​ຕ່າງ​ກັບ​ຮູບ​ເງົາ​ທຳ​ມະ​ດາ​ໃນ​ເມື່ອ​ກ່ອນ​ແລະ​ໃນ​ປະຈຸ​ບັນ.ຮູບ​ເງົາ​ເທສະ​ແມ່ນ​ໃຊ້​ເຄື່ອງພິ​ເສດ​ຊະນິດ​ໜຶ່ງ​ທີ່​ເຮັດ​ໃຫ້​ສີ່​ງ​ໃນ​ຟີມ​ເປັນ​ຮູບ​ເງົາ​ໃນ​ມ່ານ​ຕາ​ຂອງ​ຄົນ​ໂດຍ​ໂດຍ​ກົງ​ໂດຍ​ບໍ່​ຕ້ອງ​ສາຍ​ໃສ່​ຜ້າ​ຈໍ,ມັນ​ເຂົ້າສູ່​ສະ​ໝອງ​ຄົນ​ດ້ວຍ​ຮູບ​ການ​ສາມ​ມິ​ຕິ​ໂດຍ​ກົງ.​ເມື່ອ​ຮອດ​ຍາມ​ນັ້ນ ຄົນ​ເຮົາ​ກໍ​ອາດ​ຈະ​ບໍ່​ຕ້ອງ​ໄປ​ໂຮງ​ຮູບ​ເງົາ​ອີກ​,ມີ​ແຕ່​ໃຊ້​ເຄື່ອງ​ລີ​ໂມດ​ຂະ​ໜາດ​ນ້ອຍ​ອັນ​ໜຶ່ງ​ກໍ​ສາມາດ​ເລືອກ​ເບິ່ງ​ຟີມ​ທີ່​ຢາກ​ເບິ່ງ​ຈາກ​ອິນ​​ເຕີ​ເນັດ​ອັນ​ມະ​ຫຶມາ​ຢູ່​ບ່ອນ​ໃດ​ແລະ​ຍາມ​ໃດ​ກໍ​ໄດ້.

1  2  3