ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-09 16:33:47    
ລະບົບ​ລົດ​ເມ​ທີ່​ມີ​ສະ​ຕິ​ປັນ​ຍາ​ຂອງ​ປັກ​ກິ່ງ

cri
ປັດຈຸບັນ,ຢູ່​ຄິວ​ລົດ​ເມ​ທຸກ​ແຫ່ງ​ຂອງ​ລົດ​ເມ​ຖ້ຽວ 420 ພາກ​ຕາ​ເວັນ​ອອກ​ຂອງ​ເຂດ​ເມືອງ​ປັກ​ກິ່ງ,ລ້ວນ​ແຕ່​ມີ​ສາລາ​ຄິວ​ລົດ​ເມ​ທີ່​ມີ​ສະຕິ​ປັນຍາ,ມັນ​ສູງ 3 ​ແມັດ,​ແມ່ນ​ເສົາ​ສາມ​ດ້ານ,​ແຕ່​ລະ​ດ້ານ​ລ້ວນ​ແຕ່​ມີໜ້າ​ຈໍ​ເອ​ເລັກ​ໂຕຼນິກ,ຕ່າງ​ຫັນ​ໜ້າ​ໄປ​ສູ່​ທາງ​ຍານ​ຍົນ​ພາຫະນະ,ທາງ​​ບໍ່​ແມ່ນ​ຍານ​ຍົນ​ພາຫະນະ​ແລະ​ຄິວ​ລົດ​ເມ.

​ເວົ້າງ່າຍໆ​​ແລ້ວ,ລະບົບ​ລົດ​ເມ​ທີ່​ມີ​ສະຕິ​ປັນຍາ​ປະກອບ​ດ້ວຍ​ສາມ​ພາກສ່ວນ​ຄື: ພາກສ່ວນ​ທີ​ໜຶ່ງ​ແມ່ນ​ເຄື່ອງ​ເອ​ເລັກ​ໂຕຼນິກ​ທີ່​ຕິດຕັ້ງຢູ່​ໃນ​ລົດ​ເມ,ມັນ​ໃຫຍ່​ສ່ຳ​ໝາກຈອງ,ສັບພະ​ຄຸນ​ຕົ້ນຕໍ​ແມ່ນ​ເກັບ​ເອົາ​ຂໍ້​ມູນ​ຂ່າວສານ​​ການແລ່ນ​ຂອງ​ລົດຍົນ,​ແລ້ວ​ສົ່ງ​ຕໍ່​ໂດຍ​ຜ່ານ​ເຄືອ​ຂ່າຍ​ທີ່​ບໍ່​ມີ​ສາຍ; ພາກສ່ວນ​ທີ​ສອງ​​ແມ່ນ​ສູນ​ຂໍ້​ມູນ​ຂ່າວສານ​ທີ່​ຕັ້ງຢູ່​ກອງ​ບັນຊາ​ການລົດ​ເມ,ມັນ​ສາມາດ​ຮັບ​ເອົາ​ຂໍ້​ມູນ​ຂ່າວສານ​ທີ່​ຝາກ​ມາ​ຈາກ​ເຄື່ອງ​ເອ​ເລັກ​ໂຕຼນິກ​ໃນ​ລົດ​ເມ​,​ແລ້ວ​ຜ່ານ​ການ​ຄິດ​ໄລ່,ສົ່ງ​ເວລາ​ທີ່​ລົດ​ເມ​​ແລ່ນ​ຮອດ​ຄິວລົດ​ນັ້ນ​ໃຫ້​ພາກສ່ວນ​ທີ​ສາມ​ຂອງ​ລະບົບ​ຄົມມະ​ນາຄົມ​ທີ່​ມີ​ສະຕິ​ປັນຍາ​ເຊິ່ງ​ເປັນ​ພາກສ່ວນ​ແກນ​ກາງຄື​ສາລາຄິວ​ລົດ​​ເມ​ທີ່​ມີ​ສະຕິ​ປັນຍາ.

ທ່ານ​ເສີນ​ເວີນ​ລົງ ນັກວິຊາການ​ຂອງ​ບໍລິສັດ​ໜຶ່ງ​ຂອງ​ປັກ​ກິ່ງ​ທີ່​ເຂົ້າຮ່ວມ​ການ​ຄົ້ນຄວ້າ​ຜະລິດ​ລະບົບ​ລົດ​ເມ​ທີ່​ມີ​ສະຕິ​ປັນຍາ​ໄດ້​ເວົ້າວ່າ:

"ຜ່ານ​ຈາກ​ໜ້າ​ຈໍ​​ທີ່​ຫັນ​ໜ້າ​ສູ່​ຄິວ​ລົດ,ພວກ​ເຮົາ​ສາມາດ​ປະກາດ​ຂໍ້​ມູນ​ຂ່າວສານ​ການ​ແລ່ນລົດ​​ໃຫ້​ຜູ້​ໂດຍສານ​ທີ່​ຄອຍ​ລົດ​ນັ້ນ​ຊາບ,ຕົ້ນຕໍ​ແມ່ນ,ດຽວ​ນີ້ ລົດ​​ແລ່ນຮອດ​ຄິວລົດ​ໃດ​ແລ້ວ,​ແລ່ນ​ມາຮອດ​ຄິວ​ນີ້​ຍັງ​ຕ້ອງການ​ເວລາ​ດົນ​ປານ​ໃດ​ແລະ​ອື່ນໆ."

ຕາມ​ຊາ​ບວ່າ,ລະບົບ​ລົດ​ເມ​ທີ່ມີ​ສະຕິ​ປັນຍາ​ໄດ້​ທົດ​ລອງ​ໃນ​ລົດ​ເມ​ຖ້ຽວ 420 ຂອງ​ປັກ​ກິ່ງ​ເກືອບ​ໜຶ່ງ​ປີ​ແລ້ວ,ຜູ້​ໂດຍສານ​ທີ່​ຂີ່​ລົດ​ເມສາ​ຍນີ້​ຮູ້ສຶກ​ພໍ​ໃຈຫຼາຍ​ຕໍ່​ສັບ​ພະ​ຄຸນ​ພະຍາກອນ​ເວລາ​ລົດ​​ແລ່ນ​ມາຮອດ​ຄິວ​ຂອງ​ລະບົບ​ດັ່ງກ່າວ. ນາງ​ຫວັງ​ເວົ້າວ່າ:

"ຂ້າພະ​ເຈົ້າຮູ້ສຶກ​ວ່າ,ສາລາ​ຄິວ​ລົດ​ເມ​ທີ່​ມີ​ສະຕິ​ປັນຍາ​ດັ່ງກ່າວນີ້​ເບິ່ງ​ສະດວກ,ດີຫຼາຍ,ສາມາດ​ຮູ້​ເວລາ​ລົດ​ຮອດ​ຄິວ​ແລະ​ອື່ນໆ."

ນອກ​ຈາກ​ພະຍາກອນ​ເວລາ​ລົດ​ເມ​ຮອດ​ຄິວ​ແລ້ວ,ລະບົບ​ລົ​ດ​ເມ​ທີ່​ມີ​ສະຕິ​ປັນຍາ​ນີ້​ຍັງ​ມີ​ສັບພະ​ຄຸນ​ອື່ນໆຫຼາຍຢ່າງ. ຕົວຢ່າງ​ຄື,ໜ້າ​ຈໍ​ເອ​ເລັກ​ໂຕຼນິກຂອງ​ສາລາ​ລົດ​ເມ​ທີ່​ມີ​ສະຕິ​ປັນຍາ​ທີ່​ຫັນໜ້າ​ສູ່​ທາງ​ຍານຍົນ​ພາຫະນະ​ແມ່ນ​ບົ່ງ​ບອກ​ເວລາ,​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ຜູ້​ຂັບ​ລົດ​ຜ່ານ;ສ່ວນ​ໜ້າ​ຈໍ​ທີ່​ຫັນ​ໜ້າ​ສູ່​ທາງ​ບໍ່​ແມ່ນ​ຍານຍົນ​ພາຫະນະ​ແມ່ນ​ບົ່ງ​ບອກຂໍ້​ມູນ​ຂ່າວສານ​ສາທາ​ລະນະ,ລວມທັງ​ຂ່າວ​ສຳຄັນ,ປະກາດ​​ແຈ້ງ​ການຂອງ​ລັດຖະບານ,ພະຍາກອນ​ອາກາດ​ແລະ​ຂໍ້​ມູນ​ຂ່າວສານກ່ຽວ​ກັບ​ສະພາບ​ຖະໜົນ​ຫົນທາງ​ເປັນຕົ້ນ. ​ເມື່ອ​ເກີດ​ມີ​ອາກາດ​​ໄພ​ຮ້າຍ​ຫຼື​ເກີດ​ອຸບັດ​ເຫດ​ຄົມມະ​ນາຄົມ​ທີ່​ຮ້າຍ​ແຮງ,ພະຍາດ​ລະບາດ​ແລະ​ເຫດການ​ອື່ນໆ​ທີ່​ເກີດ​ຂຶ້ນ​ຢ່າງ​ກະທັນຫັນ,ໜ້າ​ຈໍ​ເອ​ເລັກ​ໂຕຼນິກ​ກໍ​ຈະ​ປະກາດ​ຂໍ້​ມູນ​ຂ່າວສາ​ນທີ່​ກ່ຽວຂ້ອງ​ຢ່າງ​ວ່ອງ​ໄວ,​ເຖິງ​ຈະ​ຢູ່​ໃນຍາມ​ກາງຄືນ,ຂໍ້​ມູນ​ຂ່າວສານ​ດັ່ງກ່າວ​ກໍ​ຈະ​ແຈ້ງ​ທີ່​ສຸດ.

ນອກ​ນີ້,ຢູ່​ຫຼັງຄາສາລາ​ຄິວ​ລົດ​ເມ​ທີ່​ມີ​ສະຕິ​ປັນຍາ,ຍັງ​ໄດ້​ຕິດ​ຕັ້ງກ້ອງ​ຖ່າຍ​ວິ​ດີ​ໂອ​ທີ່​ສາມາດ​ໝູນວຽນ 270 ອົງສາ,ຜ່ານ​ຈາກ​ກ້ອງຖ່າຍ​ວິ​ດີ​ໂອ​ດັ່ງກ່າວ,​ພະນັກງານ​ຄຸ້ມ​ຄອງ​ໃນ​ກອງ​ບັນຊາ​ການລົດ​ເມ ສາມາດ​ຕິດ​ຕາມ​ຄວບ​ຄຸມ​ປະລິມານ​ຄົມມະນາ​ຄົນ,ອີກ​ດ້ານ​ໜຶ່ງ​ກໍ​ສາມາດ​ຊອກ​ຮູ້​ຈຳນວນ​ຜູ້​ໂດຍສານ​ທີ່​ກຳລັງ​ຄອຍ​ລົດ​ຢູ່​,​ແລ້ວຈັດ​ວາງ​ລົດ​ເມ​ຢ່າງ​ທັນ​ການ​ບົນ​ພື້ນຖານ​ດັ່ງກ່າວ.

​ໃນ​ເວລາ​ເອົາ​ຂ່າວ,ນັກ​ຂ່າວ​ໄດ້​ຮູ້​ວ່າ,ລະບົບ​ລົດ​ເມ​ທີ່​ມີ​ສະຕິ​ປັນຍາ​ຍັງ​ມີ​ສັບ​ພະ​ຄຸນ​ສຳຄັນ​ທີ່​ຈະ​ນຳ​ໃຊ້​ໃນ​ໄວໆ​ນີ້,ຄື​ນຳພາ​ຄົນ​ຕາບອດ​ຂີ່​ລົດ​ເມ. ​ປັດຈຸບັນ,ນັກ​ວິຊາການ​ຂອງ​ຈີນ​ໄດ້​ຄົ້ນຄວ້າ​ຜະລິດ​ເຄື່ອງ​ໃນມື​ທີ່​ໃຊ້​ໃນ​ການ​ຂີ່​ລົດ​ເມ​ໂດຍ​ຈຳ​ເພາະ​ສຳລັບ​ຄົນ​ຕາ​ບອດ. ທ່ານ​ເສີນ​ເວີນ​ລົງ ນັກ​ວິຊາ​ການ​ທີ່​ເຂົ້າຮ່ວມ​ວຽກ​ງານ​ລາຍ​ນີ້​ແນະນຳ​ວ່າ:

"​ເມື່ອ​ຄົນ​ຕາບອດ​ເຂົ້າ​ໃກ້​ຄິວ​ລົດ​ນີ້,​ເຄື່ອງ​ໃນມື​ຂອງ​ເຂົາ​ກໍ​ຈະ​ໄດ້​ຮັບ​ສັນຍານ​ທີ່ຝາກ​ມາ​ຈາກ​ສາລາ​ຄິວ​ລົດ​ເມ​ທີ່​ມີ​ສະຕິ​ປັນຍາ​,​ແລ້​ວ​ເຄື່ອງ​ໃນ​ມື​ຈະ​ມີ​ສຽງ​ບອກ​ວ່າ,ນີ້​ແມ່ນ​ຄິວລົດ​ຫຍັງ,ມີ​ລົດ​ໃດ​ແດ່​​ແລ່ນ​ຜ່ານ​ຄິວ​ນີ້. ​ໃນ​ເວລາ​ລົດ​ເມສາ​ຍ​ໃດ​ໜຶ່ງ​ແລ່ນ​ເຂົ້າ​ຄິວ​ແລ້ວ,ມັນ​ກໍ​ຈະ​ບອກ​ເຕືອນ​ຜູ້​ໂດຍສານ​ຕາ​ບອດ​ໄດ້."

ທ່ານ​ເສີນ​ເວີນ​ລົງ​ເວົ້າວ່າ,ນອກ​ຈາກ​​ບໍລິການ​ນຳພາ​ຄົນ​ຕາບອດ​ຂີ່​ລົດ​ແລ້ວ,​ເຄື່ອງ​ໃນມື​ຍັງ​ສາມາດ​ບໍລິການ​ພະຍາກອນ​ອາກາດ​ແລະ​ຂ່າວ​ເປັນຕົ້ນ. ​ນອກ​ນີ້ ​ໃນ​ເວລາ​ຄົນ​ຕາບອດ​ຕ້ອງການ​ຊ່ອຍ​ເຫຼືອ​ຢູ່​ມໍ່​ຄິວ​ລົດຫຼື​ໃນ​ເວລາ​ຂີ່​ລົດ,​ກໍ​ສາມາດໃຊ້​ເຄື່ອງ​ໃນມື​​ເຄື່ອງ​ນີ້​ຂໍ​ຄວາມ​ຊ່ອຍ​ເຫຼືອ​ໂດຍ​ດ່ວນ​ໄດ້.

ຕາມ​ຊາບ​ວ່າ,​ເພື່ອ​ເປີດ​ກວ້າງ​ສັບພະ​ຄຸນ​ຂອງ​ລະບົບ​ລົດ​ເມ​ທີ່​ມີ​ສະຕິ​ປັນຍາ​ຕື່ມ​ອີກ,ນັກ​ວິຊາການ​ຂອງ​ຈີນ​ພວມ​ສືບ​ຕໍ່​ຄົ້ນຄວ້າ,ຫວັງ​ໃຫ້​ລະບົບ​ຊຸດ​ນີ້​ສາມາດ​ສະໜອງ​ການ​ບໍລິການ​ອິນ​ເຕີ​ເນັດ,​​ວິ​ດີ​ໂອ​ກາງ​ແຈ້ງ,​ເຕີມ​ເງິນ​ໃສ່​ບັດ​ຂີ່​ລົດ​ເມ​​ແລະ​ອື່ນໆ.

​ເຖິງ​ວ່າ​ປັດຈຸບັນ ຢູ່​ປັກ​ກິ່ງ​ມີ​ແຕ່​ລົດ​ເມສາ​ຍດຽວ​ນຳ​ໃຊ້​ລະບົບ​ລົດ​ເມ​ທີ່​ມີ​ສະຕິ​ປັນຍາ​ກໍ​ຕາມ,​ແຕ່​ເພື່ອ​ຍົກ​ລະດັບ​ບໍລິການ​ຂອງ​ຄົມມະ​ນາຄົມ​ສາທາ​ລະນະ​ຂອງ​ຕົວ​ເມືອງ​ໃຫ້​ສູງ​ຂຶ້ນ,ປັກ​ກິ່ງ​ຈະ​ໃຊ້​ມາດ​ຕະການ​ຢ່າງ​ແຂງ​ແຮງ,​ເພື່ອ​​ໃຫ້​ລົດ​ເມທັງ​ໝົດ​ລ້ວນ​ແຕ່​​ໄດ້​ໃຊ້​ລະບົບ​ຊຸດນີ້​ກ່ອນ​ງານ​ກິລາ​ໂອ​ລິມປິກ​ປີ 2008. ນອກ​ຈາກ​ປັກ​ກິ່ງ​ແລ້ວ,ນະຄອນ​ຊຽງ​ໄຮ້​ເຊິ່ງ​ເປັນ​ເມືອງ​ໃຫຍ່​ອີກ​ເມືອງ​ໜຶ່ງ​ຂອງ​ຈີນ​ກໍ​ໄດ້​ເລີ່ມ​ທົດ​ລອງ​ລະບົບ​ລົດ​ເມ​ທີ່​ມີ​ສະຕິ​ປັນຍາ​ແລ້ວ.