ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-09 16:58:16    
ປາ​ເລັສຕິ​ນອິສ​ຣາ​ແອນ​ກ້າວ​​ເຖິງ​ຂັ້ນ​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ກ່ຽວ​ກັບ​ການ​ປະ​ສານ​ງານ​ຜັນ​ຂະ​ຫຍາ​ຍ​ແຜນ​ການ​ເຄື່ອນ​​ໄຫວ​​ແຕ່​ຝ່າຍ​ດຽວ

cri Author: q
ຕາມ​ຂ່າວCRI,ຕອນ​ຄ່ຳ​ວັນ​ທີ8​ມິຖຸນາ,ທ່ານ​ໂມ​ຟາ​ຈ໌ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອິສ​ຣາ​ແອນ​ກັບ​ທ່ານ​ຢູ​ເຊ​ຟ ລັດຖະມົນຕີ​ກະຊວງ​ພາຍ​ໃນ​ປາ​ເລັສ​ຕິນ​ໄດ້​ເຈ​ລະ​ຈາ​ກັນ,​ສອງ​ຝ່າຍ​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ຈຳນວນ​ໜຶ່ງ​ກ່ຽວ​ກັບ​ການ​ປະ​ສານ​ງານ​ຜັນ​ຂະ​ຫຍາຍ​​ແຜນ​ການ​​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ.

ໂຄສົກ​ຜູ້​ໜຶ່ງ​ຂອງ​ທ່ານ​ຢູ​ເຊ​ຟກ່າວ​ວ່າ,ສອງ​ຝ່າຍ​ໄດ້​ເຫັນ​ດີ​ຈັດ​ການ​ປຶກ​ສາ​ຫາ​ລື​ທຸກ​ຂັ້ນ​ເຊິ່ງລວມທັງ​ຂັ້ນ​ລັດຖະມົນຕີ​ກ່ຽວ​ກັບ​ບັນຫາ​ຄວາມ​ປອດ​ໄພ​ຂອງ​ການ​ເຄື່ອນ​ໄຫວ​ຖອນ​ທະ​ຫານ.​ຝ່າຍ​ອິສຣາ​ແອນ​ຈະ​ຍືນ​ຕາລາງ​​ເວລາ​ລະອຽດ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຖອນ​ທະ​ຫານ.​ປາ​ເລັສ​ຕິ​ນ​ອິສ​ຣາ​ແອນ​ຈະ​ເພີ່ມ​ທະວີ​ການ​ປະສານ​ງານ​ກັນ​​ເພື່ອ​ໃຫ້​ຝ່າຍ​ປາ​ເລັສ​ຕິນ​ຈັດ​ວາງ​ກອງ​ທະ​ຫານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຢ່າງ​ສະດວກ,​ແລະ​ຫຼີກ​ເວັ້ນບໍ່​ໃຫ້​ພວກ​ປະ​ກອບ​ອາວຸດ​ປາ​ເລັສ​ຕິນ​ຍຶດ​ຄອງ​ເຂດ​ ​ທີ່​ກອງ​ທະຫານ​ອິສຣາ​ແອນ​ຖອນ​ອອກ​ໄປ​.ອິນ​ໂດ​ເນ​ເຊຍ​ຕົກ​ລົງ​ຈະ​ຈຳ​ກັດ​ວຽກ​ງານ​ປົກກະຕິ​ຂອງ​ເຮືອ​ຫາ​ປາ​ຕ່າງປະ​ເທດ​