ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-10 09:40:10    
ທ່ານ​ນາງ​ອາ​ໂລ​ໂຢ​ກ່າວ​ວ່າ​ຈະ​ສືບ​ຕໍ່​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຂາ​ຍຸດ​ທະ​ສາດ​ຟິ​ລິບ​ປິນ​ຈີນ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 9 ມິຖຸນາ ​ໃນ​ງານ​ລ້ຽງ​ຮັບຮອງ​ສະຫຼອງວັນ​ສ້າງສາ​ຍສຳພັນ​ການ​ທູດ​ຟິລິບ​ປິນຈີນ​ຄົບຮອບ 30 ປີ​ທີ່​ກະຊວງ​ການ​ຕ່າງ​ປະ​ເທດ​ຟິລິບ​ປິນກັບ​ສະຖານທູດ​ຈີນ​ປະຈຳ​ຟິລິບ​ປິນຮ່ວມ​ກັນ​ຈັດ​ຂຶ້ນ,ທ່ານ​ນາງ​ອາ​ໂລ​ໂຢ​ ປະທານາທິບໍດີ​ຟິລິບ​ປິນ​ໄດ້​ກ່າວ​ປາຖະ​ກະຖາ​ທີ່​ສຳຄັນ,ຍ້ອງຍໍ​ໃນ​ລະດັບ​ສູງ​ຕໍ່​ໝາກ​ຜົນ​​ແຫ່ງ​ການ​ຮ່ວມ​ມື​ດ້ວຍ​ໄມຕີ​ຈິດ​ລະຫວ່າງ​ສອງ​ປະ​ເທດ​ຟິລິບ​ປິນຈີນ​ແຕ່​ສ້າງ​ສາຍສຳພັນ​ການ​ທູດ 30 ປີ​ມາ​ນີ້,​ແລະ​ກ່າວ​ວ່າ,ຟິລິບ​ປິນຈະ​ສືບ​ຕໍ່​ຂະຫຍາຍ​ການ​ພົວພັນ​ຄູ່​ຂາ​ຍຸດ​ທະ​ສາດ​ກັບ​ຈີນ.

​ໃນ​​ເວລາກ່າວ​ປາຖະກະຖາ,ທ່ານ​ນາງ​ອາ​ໂລ​ໂຢ​ເວົ້າວ່າ,ຈີນ​ໄດ້​ກາຍ​ເປັນ​​ເຄື່ອງ​ໂມ​ເຕີ​ຂອງ​ເສດຖະກິດ​ອາຊີ,ຟິລິບ​ປິນ​ໄດ້​ກຳ​ໂອກາດ​ປະຫວັດສາດ​ທີ່​ຂະຫຍາຍ​ການ​ພົວພັນ​ກັບ​ຈີນ.

ທ່ານ​ອູ​ຮົງ​ໂປ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ຟິລິບ​ປິນສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ທ່ານ​ນາງ​ອາ​ໂລ​ໂຢ​ທີ່​ໄດ້​ທຳ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ຂະຫຍາຍ​ການ​ພົວພັນ​ມິດຕະພາບ​ກັບ​ຈີນ,ກ່າວ​ວ່າ,ຈີນ​ຈະ​ສືບ​ຕໍ່​ພະຍາຍາມ​ຊຸກ​ຍູ້​ການ​ພົວພັນ​ມິດຕະພາບ​​ແລະ​ຮ່ວມ​ມື​ກັນ​ລະຫວ່າງ​ຈີນ​ກັບ​ຟິລິບ​ປິນ​ໃຫ້​​ຂຶ້ນສູ່​ລະດັບ​ສູງ​ໃໝ່.