ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-10 11:11:48    
ທ່ານ​ອາບັສ​ກັບ​ບັນດາ​ກອງ​ປະກອບ​ອາວຸດ​ປາ​ເລັສຕີນ​ເຊັນ​ສັນຍາ​ກ່ຽວ​ກັບ​ການ​ຮັກສາ​ສະຖານະ​ພາບ​ຢຸດ​ຍິງ​ລະຫວ່າງປາ​ເລັສຕີນ​ອິສຣາ​ແອນ

cri Author: mo
ຕາມ​ຂ່າວCRI: ວັນ​ທີ 9 ມິຖຸນາ ຢູ່​ແຖບ​ກາຊາ, ທ່ານ​ອາບັສ ປະທານ​ອົງການ​ອຳນາດ​ແ​ຫ່ງຊາດ​ປາ​ເລັສຕີນ​ໄດ້​ເຊັນສັນຍາ​ກັບ​ຜູ້ນຳ​ບັນດາ​ກອງ​ປະກອບ​ອາວຸດ​ປາ​ເລັສຕີນ​ກ່ຽວ​ກັບ​ການ​ຮັກສາ​ສະຖານະ​ພາບ​ຢຸດ​ຍິງລະຫວ່າງ​ປາ​ເລັສຕີນ​ອິສຣາ​ແອນ. ທ່ານ​ຍັງ​ເຫັນ​ດີ​ບັນດາກຳລັງ​ປະກອບ​ອາວຸດ​ຕ່າງໆ​ເຂົ້າຮ່ວມ​ວຽກ​ກະກຽມ​ຂອງ​ຝ່າຍ​ປາ​ເລັສຕີນ​ກ່ຽວ​ກັບ​ອິສຣາ​ແອນ​ຖອນ​ອອກ​ຈາກ​​ແຖບ​ກາຊາ.

ວັນ​ທີ 7 ມິຖຸນາ, ຢູ່​ແຖບ​ກາຊາ​ແລະ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ, ທະຫານ​ອິສຣາ​ແອນ​ກັບອົງການ​ຫົວ​ຮຸນ​ແຮງ​ປາ​ເລັສຕີນຄື​ອົງການ​ຮາ​ມັສ​ເປັນຕົ້ນ​ໄດ້​ປະ​ທະ​ກັນ​ຢ່າງ​ຮ້າຍ​ແຮງ. ວັນ​ທີ 8 ມິຖຸນາ, ທ່ານ​ອາບັສ​ເດີນທາງ​ໄປ​ຮອດ​ແຖບ​ກາຊາ, ປະສານ​ງານກັບ​ບັນດາກອງ​ກຳລັງ​ປະກອບ​ອາວຸດ, ​ເພື່ອ​ຫລີກ​ເວັ້ນບໍ່​ໃຫ້​ສະຖານະ​ການ​ຊຸດ​ຮ້າຍ​ລົງ.