ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-10 16:09:17    
ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ສະ​ຫະ​ພາບ​ເອີ​ລົບ​ກ່ຽວ​ກັບ​ແຜນ​ການ​ກາ​ລີ​ເລ​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ

cri Author: sayvanny
ວັນ​ທີ 9 ມິຖຸນາ, ຢູ່​ປັກ​ກິ່ງ ນະ​ຄອນ​ຫລວງ​ຂອງ​ຈີນ, ​ເຈົ້າ​ຫນ້າ​ທີ່​ຂອງ​ຈີນ​ແລະ​ສະ​ຫະ​ພາບ​ເອີ​ລົບ​ໄດ້​ຈັດ​ການ​ເຈ​ລະ​ຈາ​ຊັ້ນ​ສູງ​ກ່ຽວ​ກັບ​ແຜນ​ການ​ກາລີ​ເລ,ຜູ່​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ຂອງ​ຝ່າຍ​ຈີນ​ແລະ​ສະ​ຫະ​ພາບ​ເອີ​ລົບ​ລ້ວນ​ແຕ່​ໄດ້​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ຕັ້ງ​ແຕ່​ຈີນ​ເຂົ້າ​ຮ່ວມ​ແຜນ​ການ​ກາລີ​ເລ​ເປັນ​ຕົ້ນ​ມາ.

​​ແຜນ​ການ​ກາ​ລີ​ເລ​ແມ່ນ​ແຜນ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ດ້ານ​ຍຸດ​ທະ​ສາດ​ຂອງ​ສະ​ຫະ​ພາບ​ເອີ​ລົບ​ເຊິ່ງ​ເລີ່​ມ​ດຳ​ເນີນ​​ເມື່ອ​ປີ 2002,ຄາດ​ຫມາຍ​ຂອງ​ແຜນ​ການ​ແມ່ນ​ສ້າງ​ລະ​ບົບ​ນຳ​ທາງ​ກຳ​ນົດ​ທິດ​ໂດຍ​ຜ່ານ​ດາວ​ທຽມ​ໃນ​ທົ່ວ​ໂລກ​ທີ່​ຕ່າງ​ກັບ​ລະບົບ​ GPS ຂອງ​ອາ​ເມ​ລິ​ກາ.ລະ​ບົບ​ນີ້​ປະ​ກອບ​ດ້ວຍ​ດາວ​ທຽມ 30 ຫນ່ວຍ​ທີ່​ບິນ​ອ້ອມ​ຫນ່ວ​ໂລກ​ໂດຍ​ສູງ​ຈາກ​ຫນ້າ​ດິນ 24000 ກິ​ໂລ​ແມັດ,ກະ​ວ່າ​ຈະ​ເລີ່​ມ​ເຮັດ​ວຽກໃນ​ປີ 2008.

ທ້າຍ​ເດືອນ​ຕຸ​ລາ​ປີ 2003,ຈີນ​ໄດ້​ເຊັນ​ສັນຍາຮ່ວມ​ມື​ກັບ​ສະ​ຫະ​ພາບ​ເອີ​ລົບ​ກ່ຽວ​ກັບ​ແຜນ​ການ​ກາ​ລີ​ເລ,​ແລ້ວ​ໄດ້ກາຍ​ເປັນ​ປະ​ເທດ​ສະ​ມາ​ຊິກ​ທີ່​ບໍ່​ແມ່ນ ປະ​ເທດ​ສະ​ຫະ​ພາບ​ເອີ​ລົບ​ປະ​ເທດ​ທຳ​ອິດ​ຂອງ​ແຜນ​ການ​ດັ່ງກ່າວ, ​ແລະ​ໃຫ້​ຄຳ​ຫມັ້ນ​ສັນ​ຍາ​ວ່າ​ຈະ​ລົງ​ທຶນ 200 ລ້ານ​ເອີ​ໂລ​ເຂົ້າ​ໃນ​ແຜນ​ການ​ນີ້.

ວັນ​ທີ 9 ມິ​ຖຸ​ນາ,ຢູ່​ປັກ​ກິ່ງ,ທ່ານ​ໂກຼ​ໂຮ ຫົວ​ຫນ້າ​ຮັບ​ຜິດ​ຊອບ​ແຜນ​ການ​ກາລີ​ເບ​ຂອງ​ສະ​ຫະ​ພາບ​ເອີ​ລົບ​ໄດ້​ນຳ​ພາ​ຄະ​ນະ​ຜູ່​ແທນ​ເຈ​ລະ​ຈາ​ກັບ​ຈີນກ່ຽວ​ກັບ​ບັນຫາ​ຮ່ວມ​ມື​ກ້າວ​ຕໍ່​ໄປ.ທ່ານ​ຈ່າງ​ໂກ​ເສິງ ຜູ່​ຮັບ​ຜິດ​ຊອບ​ຝ່າຍ​ຈີນ​ເວົ້າ​ໃນ​ງານ​ຖະ​ແຫລ​ງຂ່າວ​ຫລັງ​ການ​ເຈ​ລະ​ຈາ​ວ່າ:

ຈຸດ​ປະ​ສົງ​ຕົ້ນຕໍ​ຂອງ​ການ​ເຈລະຈາ​ເທື່ອ​ນີ້​ແມ່ນ​ປະສານ​ວຽກ​ງານ​ທີ່ກ່ຽວຂ້ອງ​ທີ່​​ຈີນ​ເຂົ້າຮ່ວມ​ແຜນ​ການ​ກາລີ​ເລ​ເອີ​ລົບ. ຂ້າ​ພະ​ເຈົ້າກັບ​ທ່ານ​ໂກຼ​ໂຮ​ຮູ້ສຶກ​ເພິ່ງ​ພໍ​ໃຈ​ຕໍ່​ການ​ຮ່ວມ​ມື​ແຕ່​ຈີນ​ເຂົ້າຮ່ວມ​ແຜນການ​ກາລີ​ເລ​ມາ.

ທ່ານ​ຈ່າງ​ໂກ​ເສິງ​ເວົ້າ​ວ່າ, ການ​ເຈ​ລະ​ຈາ​ເທື່ອ​ນີ້​ຕົ້ນຕໍ​ໄດ້​ກ່ຽວ​ພັນ​ເຖິງ​ບັນຫາ​ຕ່າງໆ​ຄື ວິ​ສາ​ຫະ​ກິດ​ຈີນ​ເຮັດ​ແນວ​ໃດ​ຈິ່ງ​ເຂົ້າຮ່ວມ​ການ​ທຸລະ​ກິດຂອງ​ແຜນການ​ກາລີ​ເລ​ໄດ້,ຮູບ​ການ​ຮ່ວມມື​ລະຫວ່າງ​ວິ​ສາ​ຫະກິດ​ຈີນ​ກັບຜູ່​ຮັບ​ເຫມົາ​ການ​ທຸລະ​ກິດ​ລວມຂອງ​ແຜນການ​ກາລີ​ເລ​ແລະ​ອຸປະກອນ​ເຕັກນິກ​ອະວະກາດ​ຈຳນວນຫນຶ່ງ​ທີ່​ຈີນ​ຄົ້ນຄວ້ານັ້ນຈະ​ນຳ​ໃຊ້​ເຂົ້າ​ໃນ​ແຜນການ​ກາລີ​ເລ​ແນວ​ໃດ​ເປັນຕົ້ນ.ທ່ານ​ເຜີຍ​ໃຫ້​ຮູ້​ວ່າ, ສອງ​ຝ່າຍ​ຈີນ​ກັບ​ສະ​ຫະ​ພາບ​ເອີ​ລົບ​ຈະ​ເຊັນ​ສັນ​ຍາ​ຮ່ວມ​ມື​ລະ​ອຽດ​ກ່ຽວ​ກັບ​ການ​ໃຊ້​ເຕັກ​ນິກ​ຈີນ​ເຂົ້າ​ໃນ​ແຜນ​ການ​ກາລີ​ເລ​ໃນ​ເດືອນ​ຫນ້າ.

ທ່ານ​ໂກຼ​ໂຮ ຜູ່​ຮັບຜິດຊອບ​ຂອງ​ຝ່າຍ​ສະ​ຫະ​ພາບ​ເອີ​ລົບ​ໄດ້​ຢືນຢັນ​ຢ່າງ​ເຕັມ​ສ່ວນ​ຕໍ່​ຈີນ​ທີ່​ເປັນ​ຫມູ່​ຄູ່ຮ່ວມ​ມື.ທ່ານ​ຊີ້​ອອກ​ວ່າ, ​ເຖິງ​ວ່າ​ມີ​ປະ​ເທດຫລວງ ຫລາຍ​​ໃນ​ໂລກ​ນີ້​ສົນ​ໃຈ​ນຳ​ແຜນການ​ກາລີ​ເລ,​ແຕ່​ຈົນ​ຮອດ​ປະຈຸ​ບັນ, ຍັງ​ບໍ່​ມີ​ປະ​ເທດ​ໃດ​ສາມາດ​ລົງທຶນ​ຫລາຍ​ປານ​ນີ້​ແລະ​ປະກອບສ່ວນ​ຫລາຍ​ປານ​ນີ້​ຄື​ດັ່ງ​ຈີນ.

ທ່ານ​ໂກຼ​ໂຮ​ເວົ້າ​ວ່າ, ຈີນ​ເຂົ້າຮ່ວມ​ແຜນ​ການ​ກາລີ​ເລ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ປາ​ຖະ​ຫນາ​ຂອງ​ຈີນ​ໃນ​ການ​ຮ່ວມ​ມື​ກັບ​ເອີ​ລົບ​ທາງ​ດ້ານ​ການ​ເມືອງ​ແລະ​ເຕັກ​ນິກ.ທ່ານ​ເຊື່ອ​ວ່າ​ວິ​ສາ​ຫະກິດ​ຈີນ​ກໍ່​ຈະ​ໄດ້​ຮັບ​ໂອ​ກາດ​ທຸ​ລະ​ກິດ​ດີ​ຍ້ອນ​ຈີນ​ເຂົ້າ​ຮ່ວມ​ແຜນ​ການ​ນີ້.ທ່ານ​ຍັງ​ໄດ້​​ຊົມ​ເຊີຍ​ຈີນ​ໃຊ້​ເຕັກ​ນິກ​ການ​ບິນ​ອະ​ວະ​ກາດ​ເຂົ້າ​ໃນ​ແຜນ​ການ​ກາ​ລີ​ເລ.ທ່ານ​ເວົ້າ​ວ່າ:

ຂ້າ​ພະ​ເຈົ້າ​ຮູ້​ແຈ້ງ​ວ່າ, ຈີນ​ມີ​ເຕັກ​ນິກ​ອະ​ວະ​ກາດ,ສະ​ນັ້ນ, ຂ້າ​ພະ​ເຈົ້າ​ຄອງ​ຄອຍ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ສະ​ຫະ​ພາບ​ເອີ​ລົບ​ຈະ​ໄດ້​ຮັບ​ຜົນສຳ​ເລັດ.ທ່ານ​ໂກຼ​ໂຮ​ຍັງ​ກ່າວ​ເນັ້ນ​ເປັນ​ພິ​ເສດ​ວ່າ, ​ແຜນ​ການ​ກາລີ​ເລ​ຈະ​ສືບ​ຕໍ່​ເຜີຍ​ແຜ່​ຍຸດ​ທະ​ສາດ​ທົ່ວ​ໂລກ.ທ່ານ​ແນະ​ນຳ​ວ່າ, ປະຈຸ​ບັນ, ອິສ​ລາ​ແອນ​ພວມ​ຮ້ອງ​ຂໍ​ເຂົ້າ​ຮ່ວມ​ແຜນ​ການ​ນີ້, ອິນ​ເດຍ ສາ​ທາ​ລະ​ນະ​ລັດ​ເກົາ​ຫລີ ອົສ​ຕຼາ​ລີ ​ເບຼຊິນ ອັກ​ຊັງ​ຕິນ ມາ​ລົກ​ແລະ​ອຸຍ​ແກຼນ​ເປັນ​ຕົ້ນ​ລ້ວນ​ແຕ່​ມີ​ຄວາມ​ສົນ​​ໃຈ​ຢ່າງ​ເຂັ້ມ​ຂຸ້ນ​ຕໍ່​ການ​ເຂົ້າ​ຮ່ວມ​ແຜນ​ການ​ນີ້.