ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-10 16:26:07    
ປື້​ມ​ປະຫວັດ​ສາດ​ທີ່​ຈີນ​ຍີ່​ປຸ່ນ​ແລະ​ສ.​ເກົາ​ຫລີ​ຮ່ວມ​ກັນ​ຮຽບ​ຮຽງ​ໄດ້​ຮັບ​ຮອງ​ການ​ສັງ​ຫານ​ໂຫດ​ນະ​ຄອນ​ນານ​ກິ່ງ

cri Author: mo
ວັນ​ທີ 9 ມິຖຸນາປີ 2005, ປື້ມ"ປະຫວັດສາດ​ສະ​ໄໝ​ມໍ່ແລະ​ສະ​ໄໝ​ປັດຈຸບັນ​ຂອງ​ສາມ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ"ສະບັບ​ພາສາ​ຈີນ​ທີ່ຮຽບຮຽງ​ໂດຍນັກປາດ​ຈີນ ຍີ່ປຸ່ນ ​ແລະ​ສ.​ເກົາຫລີເກືອບ 40 ທ່ານ ​ໄດ້​ຈັດ​ພິທີ​ຈຳໜ່າຍ​ຄັ້ງທຳ​ອິດ​ຢູ່​ທີ່​ປັກ​ກິ່ງ. ​ໃນ​ປື້​ມ​ເຫຼັ້ມນີ້, ນັກປາດ​ຂອງ​ສາມ​ປະ​ເທດ​ໄດ້​ບັນທຶກ​ຢ່າງ​ພາວະ​ວິ​ໄສ​ຕໍ່​ບັນຫາ​ຕ່າງໆ​ຄື​ລັດທິ​ລັດຖະທະຫານ​ຍີ່​ປຸ່ນກໍ່​ສົງຄາມ​ຮຸກ​ຮານ, ການ​ສັງຫານ​ໂຫດ​ນານ​ກິ່ງ, ​ໂສເພນີ​ໃນ​ກອງ​ທະຫານ​ຍີ່​ປຸ່ນ, ​ແລະ​ການ​ຕັດສິນ​ຄະດີ​ອາ​ຊະ​ຍາກ​ອນສົງຄາມທີ່​ໂຕກຽວ​ເປັນຕົ້ນ, ​ນີ້ໄດ້​ຕອບ​ໂຕ້​ທັດສະນະ​ປະຫວັດສາດ​ຂອງ​ກຳລັງ​ປີກ​ຂວາ​ຍີ່​ປຸ່ນທີ່​ເວົ້າຍ້ອມ​ສົງຄາມ.

ການລິ​ເລີ່​ມຮຽບຮຽງ​ປື້​ມ​ເຫຼັ້ມນີ້​​ແມ່ນ​ມີ​ຂຶ້ນ​ຢູ່​ກອງ​ປະຊຸມເວທີ​ປາ​ໄສ​ສັນຕິພາບ​ອາຊີ​ຕາ​ເວັນ​ອອກ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ກິ່ງ​​ເມື່ອ​ປີ 2001, ​ເວລາ​ນັ້ນ, ພໍດີ​ຍິ່ປຸ່ນພິມ​ຈຳໜ່າຍ​ປື້​ມຮຽນ​ປະຫວັດສາດ​ທີ່​ຮຽບຮຽນ​ໂດຍ​ປີກ​ຂວາ, ຈຶ່ງ​ມີ​ຄົນ​ສະ​ເໜີ​ໃຫ້​ນັກປາດຂອງ​ສາມ​ປະ​ເທດ​ຜ່ານ​ການ​ປຶກສາ​ຫາລື​ແລກປ່ຽນ​ກັນ​ຮຽບຮຽງ​ປຶ້ມ​ອ່ານ​ປະຫວັດສາດ​ຮ່ວມ​​ເຫຼັ້ມໜຶ່ງ, ​ເພື່ອ​ຕອບ​ໂຕ້​ປື້​ມຮຽນ​ທີ່​ຮຽບຮຽງ​ໂດຍ​ປີກ​ຂວາ​ຢ່າງ​ເດັດດ່ຽວ.

ຕາມ​ຊາບ​ວ່າ, ​ໃນ​ເລ​ວາຮຽບຮຽງນັ້ນ, ນັກປາດ​ຈີນ​ເຄີຍ​ຖົກ​ຖຽງ​ກັນ​ກັບ​ນັກປາດ​ຍີ່​ປຸ່ນ. ກ່ຽວ​ກັບ​ການ​ຖົກ​ຖຽງ​ກັນ​ໃນ​ເວລາ​ຮຽບຮຽງ​ນັ້ນ, ຄົນ​ທັງຫລາຍ​ຕົ້ນຕໍ​ແມ່ນ​ຄຳ​ນຶງ​ເຖິງ​​ສາມັນ​ຊົນ, ​ແລະ​ໃຊ້​ຕົວ​ເລກທີ່​ມີ​ຄວາມ​ອິດທິພົນ​​ໃນ​ຄາວ​ນັ້ນ​ແລະ​ຫລັກ​ອ້າງ​ອິງ​ກົດໝາຍມາ​ອະທິບາຍ, ​ເພື່ອ​ສະ​ແຫວ​ງຫາ​ຄວາມ​ຮັບ​ຮູ້​ຄື​ກັນ.

ທ່ານ​ຈູ​ເສີງຊານ ຜູ້​ຮຽບຮຽງ​ຂອງຝ່າຍ​ຈີນ ຫົວໜ້າ​ຫໍ​ລະ​ລຶກການ​ສັງຫານ​ໂຫດ​ນານ​ກິ່ງກ່າວ​ວ່າ, ການ​ພິມ​ຈຳໜ່າຍ​ປື້​ມ​ເຫຼັ້ມນີ້, ​ແມ່ນ​ການ​ບຸກທະລຸ​ຂອງ​ສາມ​ປະ​ເທດ​ຄື​ຈີນ ຍີ່ປຸ່ນ​ແລະ​ສ.​ເກົາຫລີ​ໃນ​ການ​ແກ້​ໄຂ​ບັນຫາ​ປື້​ມຮຽນ​ປະຫວັດສາດ. ​ເວົ້າ​ໃນຄວາມ​ໝາຍ​ໃດ​ໜຶ່ງ​ແລ້ວ, ຄວາມ​ເຫັນ​ຂອງ​ສາມ​ປະ​ເທດ​ທີ່​ມີ​ຕໍ່​ປະຫວັດສາດ​ໄດ້​ເປັນ​ເອກະ​ພາບ​ໃນ​ເບື້ອງ​ຕົ້ນ, ຄວາມ​ໝາຍ​ຂອງ​ການ​ພິມ​ຈຳໜ່າຍ​ປື້​ມນີ້​ຫລາຍ​ກວ່າ​ປື້​ມ​ເອງ, ມັນຕາງໜ້າ​ທ່າ​ທີ​ແຫ່ງ​ການ​ຮ່ວມ​ມື​ແລກ​ປ່ຽນ​ກັນ​ໃນ​ເຂດ​ອາຊີ​ຕາ​ເວັນ​ອອກ​ໃນ​ອະນາຄົດ, ສ້າງ​ເປັນ​ແບບຢ່າງ​​ໃນ​ການ​ແກ້​ໄຂ​ຄວາມ​ເຫັນ​ຂັດ​ກັນ​ທາງ​ປະຫວັດສາດ​ລະຫວ່າງ​ຊາດ, ​ໄດ້​ແກ່​ສະ​ແຫວ​ງຫາ​ຄວາມ​ຮັບ​ຮູ້​ຄື​ກັນ​​ໂດຍ​ຜ່ານ​ວິທີ​ຫາລື​ກັນ.

ກ່ຽວ​ກັບ​ບັນຫາ​ການ​ສັງຫານ​ໂຫດ​ທີ່​ນານ​ກິ່ງ, ​ຢູ່​ຍີ່​ປຸ່ນມີ​ການຖົກ​ຖຽງ​ກັນ​ຫລາຍ, ຢູ່​ຍີ່​ປຸ່ນ​ໄດ້​ແບ່ງ​ອອກ​ເປັນ​ຝ່າຍ​ສັງຫານ​ໂຫດ, ຝ່າຍ​ປັ້ນ​​ແຕ່ງ, ​ແລະ​ຝ່າຍສ່ວນ​ໜ້ອຍ.

ຝ່າຍ​ສັງຫານ​ໂຫດ​ເຫັນ​ວ່າ, ຍີ່​ປຸ່ນ​ເຄີຍ​ດຳ​ເນີນ​ການ​ສັງຫານ​ໂຫດ​ທີ່​ນານ​ກິ່ງ, ນັກປາດ​ຍີ່​ປຸ່ນມີ​ອິດ​ທິພົນ​ກວ່າ​ໝູ່​ໃນ​ການຄົ້ນຄວ້າສັງຫານ​ໂຫດ​ນານ​ກິ່ງ, ​ເພາະນັກປາດຜູ້​ອາວຸ​ໂສ​ສອງ​ທ່ານ​ໄດ້​ເຖິງ​ແກ່​ກຳ​ແລ້ວ, ຜູ້​ທີ​ສາມ​ໄດ້​ເຂົ້າຮ່ວມ​ການ​ຮຽບຮຽງ​ປື້​ມ​ເຫຼັ້ມນີ້, ທ່ານ​ເຫັນ​ວ່າ, ຈຳນວນຜູ້​ເສຍຊີວິດໃນ​ການ​ສັງຫານ​ໂຫດ​ນານ​ກິ່ງ​ແມ່ນ 2 ​​ແສນ​ຄົນ. ຕົວ​ເລກ​ດັ່ງກ່າວ​ນີ້​ໄດ້​ຖືກ​ປີກ​ຂວາ​ຍີ່​ປຸ່ນ​ໂຈມ​ຕີ​ຢ່າງ​ຮຸນ​ແຮງ.

ປື້ມ"ປະຫວັດສາດ​ສະ​ໄໝ​ມໍ່​ແລະ​ສະ​ໄໝ​ປັດຈຸບັນ​ຂອງ​ສາມ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ"ໄດ້ໃຊ້ສອງຕົວເລກສັງຫານ​ໃນ​ເອກະສານ​ສຳ​ຫລວດຕັດສິນຢູ່ນານກິ່ງ, ສອງ​ຕົວ​ເລກ​ນີ້​ບວກ​​ໃສ່​ກັນ​ແລ້ວ​ແມ່ນ 3 ​ແສນ 4 ໝື່ນ​ຄົນ; ພ້ອມ​ກັນນັ້ນ, ປື້​ມປະຫວັດສາດ​ສາມ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ໄດ້​ນຳ​ໃຊ້​ຕົວ​ເລກ​ສະຫລຸບ​ໃນ​ເວລາ​ຕັດສິນ​ອາ​ຊະ​ຍາກ​ອນຢູ່​ໂຕກຽວ, ​ໄດ້ສັງຫານ​ 2 ​ແສນ​ຄົນ​ຂຶ້ນ​ໄປ. ປື້​ມ"ປະຫວັດສາດ​ສະ​ໄໝ​ມໍ​ແລະ​ສະ​ໄໝ​ປັດຈຸບັນ​ຂອງ​ສາມ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ"ຍັງ​ໄດ້​ບັນທຶກ​ຢ່າງ​ພາວະ​ວິ​ໄສ​ຕໍ່​ຫລັກສູດ​ປີກ​ຂວາ​ຍີ່​ປຸ່ນຫຼົບຫຼີກບໍ່​ກ່າວ​​ເຖິງ​​ເຫດການ​ຕ່າງໆ​ຄື: ໂສ​ເພນີ​ໃນ​ກອງ​ທະຫານ​ຍີ່​ປຸ່ນ​ແລະ​ແຮງ​ງານ​ຮວາ​ກາງ​ເປັນຕົ້ນ.

ກ່ອນ​ໜ້ານີ້, ປື້​ມ"ປະຫວັດສາດ​ສະ​ໄໝ​ມໍ່​ແລະ​ສະ​ໄໝ​ປັດຈຸບັນ​ຂອງ​ສາມ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ"ສະບັບ​ພາສາ​ເກົາຫລີ​ໃຕ້​ແລະ​ພາສາ​ຍີ່​ປຸ່ນຕ່າງ​ພິມ​ຈຳໜ່າຍ​ 2 ​ໝື່ນ​ເຫຼັ້ມຢູ່​ສ.​ເກົາຫລີ​ແລະ​ຍີ່​ປຸ່ນ. ​ໃນ​ປື້​ມດັ່ງກ່າວ, ​ໄດ້​ແນະນຳ​ຢ່າງຮອບດ້ານ​, ພາວະ​ວິ​ໄສ​ແລະ​ທ່ຽງ​ທຳ​ຕໍ່ປະ​ຫວັດ​ສາດ​ຮຸກ​ຮານ​ກັບ​ການ​ຕ້ານ​ຮຸກ​ຮານ​ລະຫວ່າງ​ຈີນ ສ.​ເກົາຫລີ​ກັບ​ຍີ່​ປຸ່ນ. ຜູ້​ຮຽບຮຽງ​ຫວັງ​ວ່າ, ປື້​ມ​ເຫຼັ້ມນີ້​ສາມາດ​​ເຮັດ​ໃຫ້​ຊາວ​ໜຸ່ມ​ ​ສາມ​ປະ​ເທດມີ​ຄວາມ​ຮັບ​ຮູ້​ຄື​ກັນ​ຕໍ່ປະ​ຫວັດ​ສາດ​.

ທ່ານຢິນຮິດທັກ ຜູ້​ຮຽບຮຽງຂອງ​ຝ່າຍ​ສ.​ເກົາຫລີ ສາ​ສະ​ດາ​ຈານ​ສະ​ຖາ​ບັນ​ຄົ້ນຄວ້າ​ວິທະຍາສາດວັດທະນະທຳ​​ຂອງ​ມະຫາວິທະຍາ​ໄລ​ອາຊີ​ຕາ​ເວັນ​ອອກ​ກ່າວ​ວ່າ, ປັດຈຸບັນ, ປື້​ມ​ເຫຼັ້ມນີ້​​ເປັນທີ​ໜຶ່ງ​ໃນ​ການລຽງ​ລຳດັບປື້​ມໜັງສື​ປະ​ຫວັດ​ສາດສ.​ເກົາຫລີ, ​ແລະ​ຈະ​ພິມ​ຈຳໜ່າຍ​ອີກ​ໃນ​​ເດືອນ​ກໍລະກົດ.

ທ່ານອູ​ເມ​ດາ ມາ​ຊະ​ມິ ຜູ້​ຮັບຜິດ​ສຳນັກ​ພິມ​ຈຳໜ່າຍ​ຄົ້ນຄວ້າ​ວັດທະນະທຳ​ຍີ່​ປຸ່ນ​ເຜີຍ​ໃຫ້ຮູ້​ວ່າ, ປື້​ມ 2 ໝື່ນ​ເຫຼັ້ມ​ໄດ້​ຂາຍ​ຂາດພາຍ​ໃນ​ອາທິດ​ໜຶ່ງ, ສຳນັກ​ພິມ​ຈຳໜ່າຍ​ຕົກລົງ​ຈະ​ພິມຕື່ມ​ 15 ພັນ​ເຫຼັ້ມ, ​ໂຮງຮຽນ​ເອກະ​ຊົນ​ທີ່​ກຽວ​ໂຕ​ກ່າວ​ວ່າ, ຈະ​ເອົາ​ປື້​ມນີ້​ເປັນ​ປື້​ມຮຽນສຳຮອງ​ຂອງຫລັກສູດ​ປະຫວັດສາດ.
ທ່ານ​ເຊ້​ເຊົ້າກວາງ ພໍ່ຄ້າ​ປຶ້ມ​ໜັງສືຈີນ ຜູ້ອຳນວຍການ​ສຳນັກ​ພິມ​ຈຳໜ່າຍ​ເອກະສານ​ວິທະຍາສາດ​ສັງຄົມຈີນ​ສະ​ເໜີ​ວ່າ, ການ​ພິມ​ຈຳໜ່າຍ​ປື້​ມດັ່ງກ່າວ​ໄດ້​​ເຮັດ​ໃຫ້ໄຕ້​ຫວັນ ຮົງ​ກົງ​ແລະ​ຕ່າງປະ​ເທດ​ສົນ​ໃຈ​ນຳ, ສຳນັກ​ພິມ​ຈຳໜ່າຍ​ອາ​ເມ​ລິ​ກາ​ແຫ່ງ​ໜຶ່ງ​ກ່າວ​ວ່າ, ມີ​ເຈດ​ຕະນາ​ອອກ​ເປັນພາສາ​ອັງກິດ, ສ່ວນ​ການ​ພິມ​ຈຳໜ່າຍ​ປື້​ມສະບັບ​ພາລາ​ໂລກ​ແລະ​ສະບັບ​ຕົວ​ໜັງສືຈີນ​​​ແບບ​ເກົ່າກໍພວມ​ວາງ​​ແຜນ​ຢູ່.