ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-10 16:37:30    
ວິທີງ່າຍໆ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ທີ່​ມີ​ຜົນ​ດີ​ຕໍ່​ສຸ​ຂະ​ພາບ

cri Author: li
ໃນ​ການ​ບຳລຸງ​ຮ່າງກາຍ​ໃນ​ຊີວິດ​ປະຈຳ​ວັນ,ຄຽງ​ຄູ່​ກັບ​ການຄົ້ນຄວ້າ​ວິທະຍາສາດ​ຂະຫຍາຍ​ຕົວອອກ​ແລະ​ລົງ​ສູ່​ລວງ​ເລິກ,ທັດສະນະ​ຄະຕິ​ດັ້ງ​ເດີມ​ຈຳນວນ​ໜຶ່ງ​ກໍ​​ປ່ຽນ​ໃໝ່​ເລື້ອຍໆ.

ການ​ຫາຍ​ໃຈ​ໃຫຍ່​ແມ່ນ​ປະກົດ​ການ​ທາງສະລີລະສາດ​ຂອງຄົນໃນ​ເວລາພົບ​ກັບ​ເຫດການ​ທີ່​​ໂສກ​ເສົ້າ,​ເປັນ​ຫ່ວງ,ອາ​ໄລ​ອາ​ວອນ,ຄວາມທຸກ​ທໍລະມານ​ໃຈ​ຫຼື​ອຸກ​ອັ່ງ​ລຳ​ຄານ​ໃຈ.

​​ໃນ​ເວລາ​ດົນ​ນານ​ມາ​ນີ້,ຄົນ​ທັງຫຼາຍ​ເຫັນ​ວ່າ,ການ​ຫາຍ​ໃຈ​ໃຫຍ່​ການ​ອຸທານ​ແມ່ນ​ປະກົດ​ການ​ທີ່​ຫຍໍ້​ທໍ້​ແລະ​ເຫັນ​ໄປ​ໃນ​​ແງ່​ຮ້າຍ,​ແຕ່​ການ​ສັງ​ເກດ​ຂອງ​ນັກ​ຈິດຕະສາດ​ຍີ່​ປຸ່ນສະ​ແດງ​ໃຫ້​ເຫັນ​ວ່າ,​ໃນ​ເວລາ​ຄົນ​ເຮົາ​ຮູ້ສຶກ​ໂສກ​ເສົ້າ​ເຫງົາ​ງ່ວມ​ນັ້ນ,ຫາຍ​ໃຈ​ໃຫຍ່ສອງ​ບາດຈະ​ມີ​ຄວາມ​ຮູ້ສຶກ​ປະ​ໂລມ​ໃຈ,​​ໂລ່ງ​ໃຈ​; ຫາຍ​ໃຈ​ໃຫຍ່​ໃນ​ເວລາ​​ວຽກ​ງານ​ແລະການ​ຮ່ຳຮຽນ​ເຄັ່ງ​ຕຶງ​ແລະ​ອິດ​ເມື່ອຍ​,ຫາຍ​ໃຈ​ໃຫຍ່​ຫຼາຍ​ບາດ​ຈະ​ເຮັດ​ໃຫ້​ມີ​ຄວາມ​ຮູ້ສຶກໃຈ​ກວ້າງ,​ໃຈ​ທຸ່ນ​ທ່ຽງ; ໃນ​ເວລາທີ່​ເພິ່ງພໍ​ໃຈ,​​ມ່ວນ​ຊື່ນ​ຕື່ນ​ເຕັ້ນ,ຫາຍ​ໃຈ​ໃຫຍ່​ບາດ​ໜຶ່ງ​ກໍ​ຈະ​ຮູ້ສຶກ​ສະບາຍ​ອົກ​ສະບາຍ​ໃຈ. ນັກ​ຈິດຕະສາດ​ແລະ​ນາຍ​ໝໍ​ເຄີຍ​ແທກ​​ເລືອດ​ດັນ​ໃຫ້​ນັກ​ກິລາ​ກ່ອນ​ເຂົາ​ເຈົ້າ​ຈະ​ໄປຊິງ​​ເອົາ​​ແຊມ​ປຽນ​ແລະ​​ກ່ອນ​ນັກຮຽນ​ຈະ​ເຂົ້າຫ້ອງ​ສອບ​ເສັງ,​ແລ້ວ​ໃຫ້​ພວກ​ເຂົາ​ເຈົ້າຫາຍ​ໃຈ​ໃຫຍ່​ແລະ​ອຸທານ​ຫຼາຍບາດ,​ໃນ​ທີ່​ສຸດ​ປະກົດ​ເຫັນ​ວ່າ,ຄວາມດັນ​ຫົດ​ຫູ່​ແລະ​ຄວາມດັນ​ຂະ​ຫຍາ​ຍຂອງ​ພວກ​ເຂົາ​ເຈົ້າ​ລ້ວນ​ແຕ່​ຕ່ຳລົງ​ໜ້ອຍ​ໜຶ່ງ. ການ​ຫາຍ​ໃຈ​ແລະ​ໃຈ​ເຕັ້ນ​ກໍ​ຊ້າ​ລົງ,ສະພາບ​ຕື່ນ​ເຕັ້ນ​ໄດ້​​ຜ່ອນຄາຍ​ລົງ. ສະນັ້ນ ນັກສະ​ລີ​ລະ​ຊາດ​ຊີ້​ອອກ​ວ່າ,ກ່ອນ​ຫຼິ້ນກິລາ​ໃນ​ແຕ່​ລະ​ມື້,​ໃຫ້ຫາຍ​ໃຈ​ໃຫຍ່​ຫຼາຍ​ເທື່ອ​ກ່ອນ​ຈະ​ມີ​ບົດບາດ​ເຮັດ​ໃຫ້​ກ້າມ​ເນື້ອ​ຫາຍ​ໃຈ​ເຂັ້ມ​ແຂງ​ແລະ​ປົວ​ແປງ​ສັບ​ພະ​ຄຸນ​ຫາຍ​ໃຈ​ໃຫ້​ດີ​ຂຶ້ນ,ທັງ​ສາມາດ​ເຮັດ​ໃຫ້​ຈິດ​ໃຈຊື່ນ​ບານ,ທັງ​ຊຸກ​ຍູ້​ການ​ຫັດກາຍ​ບໍລິຫານ.

ຄົນ​ທັງຫຼາຍຍ່າງຫຼິ້ນໃນ​​​ເວລາອາກາດ​ປອດ​ໂປ່​ງຖືກ​ຖື​​ເປັນ​ເລື່ອງ​ປົກກະຕິ,​ແຕ່​ຢູ່​ບາງ​ປະ​ເທດ​ເອີ​ລົບ​ແລະ​ອາ​ເມ​ລິ​ກາ,ມີຄົນ​ນັບ​ມື້​ນັບຫຼາຍ​ໄປ​ຍ່າງ​ຫຼິ້ນ​ໃນ​ເວລາ​ຝົນຕົກ.​ ນີ້​ແມ່ນ​ຍ້ອນ​ວ່າ,ນັກ​ອຸຕຸ​ນິຍົມ​ເຫັນ​ວ່າ,ການ​ຍ່າງຫຼິ້ນ​ໃນ​ເວລາ​ຝົນຕົກ​ມີ​ບົດບາດ​ທີ່​ດີ​ຫຼາຍຢ່າງ​ກວ່າ​ການ​ຫັດກາຍ​ໃນຍາມ​ອາກາດ​ປົກກະຕິ. ​ເພາະ​ວ່າ​ໃນ​ເວລາ​ຝົນຕົກ,​ຝົນ​ຈະຊຸ​ລ້າງ​ຂີ້​ຝຸ່ນຖິ້ມ,​ເຮັດ​ໃຫ້​ອາກາດ​ສະອາດ,ຖະໜົນ​ຫົນທາງ​ຍິ່ງ​ສະອາດ,ອາກາດ​ຍິ່ງ​ສົດ​​ໃສ. ນອກ​ນີ້ ​ໃນ​ເວລາ​ແດດ​ກ້າ​ກ່ອນ​ຝົນຕົກ​ແລະ​​ໃນ​ເວລາຝົນ​ຫາ​ກໍ່​ຕົກ,ຈະ​ມີອີ​ອົງ​ລົບ​ເກີດ​ຂຶ້ນ​ຢ່າງ​ຫຼວງຫຼາຍ,​ເຊິ່ງຖືກ​ເອີ້ນ​ເປັນ"ວິຕາມິນ​ໃນ​ອາກາດ",​ແລະ​ຈະ​ຊ່ອຍ​ຫຼຸດ​ຄວາມ​ດັນ​ເລືອດ. ການ​ແຂ່ງ​ຝົນ​ຍ່າງ​ຫຼິ້ນ​ຍັງ​ຈະ​ຊ່ອຍລົບ​ລ້າງ​ພະຍາດ​ຊຶມ​ເສົ້າ​ຍ້ອນ​ຟ້າ​ບົດ​ຝົນຕົກ. ສ່ວນ​ຜູ້​ຍ່າງຫຼິ້ນ​ໂດຍ​ບໍ່​ມີ​ການ​ກັ້ງບັງ​ຫຍັງ​ນັ້ນ,ຝົນ​ຝອຍ​ຕົກ​ຮຳ​ໃສ່​ກໍ​ເໝືອນ​ກັບ​​ອາບນ້ຳ​ເຢັນ​ທຳ​ມະ​ຊາດ​ເທື່ອ​ໜຶ່ງ,ສາມາດ​ເພີ່ມ​ກຳລັງ​ຕ້ານທານ​ຂອງ​ຮ່າງກາຍ​​ໃຫ້​ສອດຄ່ອງ​ກັບ​ການ​ປ່ຽນ​ແປງ​ຂອງ​ສິ່ງ​ແວດ​ລ້ອມ​ພາຍ​ນອກ.

ຢູ່​ຈີນ​ມີ​ສຸພາສິດ​ເວົ້າວ່າ,"ຍາມ​ດີ​ຂອງ​ມື້ໜຶ່ງ​​ແມ່ນ​ຢູ່​ຕອນ​ເຊົ້າ". ຄົນ​ສ່ວນຫຼາຍ​ລື້ງ​ຫັດກາຍ​ໃນ​ຕອນ​ເຊົ້າ,​ນຶກ​ວ່າ​ຈະ​ເຮັດ​ໃຫ້​ຈິດ​ໃຈຊື່ນ​ບານ. ​ແຕ່​ວ່າ,ຜູ້​ຊ່ຽວຊ້ານ​ຮັກສາ​ສຸຂະ​ພາບ​ໄດ້​ຄົ້ນຄວ້າ​ເຫັນ​ວ່າ,ການ​ຫັດກາຍ​ໃນ​ຕອນ​ຫົວ​ຄ່ຳ​ກໍ​ມີ​ປະ​ໂຫຍ​ດຫຼາຍ. ສູນ​ສຸຂະພາບ​ຂອງ​ມະຫາ​ວິທະຍາ​ໄລ​ຫຼັງ​ໜຶ່ງ​ໃນ​ອາ​ເມ​ລິ​ກາ​ໄດ້​ຄົ້ນຄວ້າ​ແລ້ວ​ຊີ້​ອອກ​ວ່າ,ການ​ເຄື່ອນ​ໄຫວ​ຊະນິດ​ຕ່າງໆ​ຂອງ​ຮ່າງກາຍ​ລ້ວນ​ແຕ່​ຖືກ"​ໂມງ​ຊີວະ​ຊາດ"ຄວບ​ຄຸມ,​ໃນ 24 ຊົ່ວ​ໂມງ​ຂອງ​ມື້ໜຶ່ງ,ຈຸດ​ສູງ​ສຸດ​ແລະ​ຈຸດ​ຕ່ຳ​ສຸດ​ຂອງ​ກຳລັງ​ຮ່າງກາຍ​​ຂອງ​ຄົນ​ລ້ວນ​ແຕ່​ມີ​ກົດ​ເກນ​ອັນ​ແນ່ນອນ,ສ່ວນ​ເວລາ​ທີ່​ກຳລັງ​ຮ່າງກາຍ​ເສີມ​ຂະຫຍາຍ​ຮອດ​ຈຸດ​ສູງ​ສຸດນັ້ນ ສ່ວນຫຼາຍ​ແມ່ນ​ຢູ່​ຕອນ​ຫົວ​ຄ່ຳ,​ໃນ​ໄລຍະ​​ນີ້,ຄວາມ​ຄ່ອງ​ແຄ້ວ​ແລະ​ຄວາມ​ສອດຄ່ອງ​ຂອງ​ຮ່າງກາຍ​ຂອງຄົນ​ລ້ວນ​ແຕ່​ບັນລຸ​​ເຖິງລະດັບ​ສູງ​ສຸດ,​ຫົວ​ໃຈ​ເຕັ້ນ​ແລະ​ຄວາມ​ດັນ​ເລືອດ​ກໍ​ທຸ່ນ​ທ່ຽງ​ທີ່​ສຸດ,ຖ້າ​ຫັດກາຍ​ໃນ​ໄລຍະ​ນີ້,ຫົວ​ໃຈ​ຈະ​ບໍ່ເຕັ້ນ​ໄວ​ແລະ​ຄວາມ​ດັນ​ເລືອດ​ກໍ​ບໍ່​ສູງ​ຂຶ້ນ,ມີ​ຜົນ​ປະ​ໂຫຍ​ດຕໍ່​ສຸຂະພາບ. ການ​ຄົ້ນຄວ້າ​ຍັງ​ເຫັນ​ວ່າ,ການ​ຫັດກາຍ​ໃນ​ຕອນ​ຫົວ​ຄ່ຳ​ຍ້ອນ​ຫ່າງ​ຈາກ​ເວລາ​ນອນ​ບໍ່​ດົນ​ປານ​ໃດ,ຄວາມ​ອິດ​ເໝື່ອຍ​ໃນ​ເວລາ​ຫັດກາຍຈະ​ຊ່ອຍໃຫ້​ນອນ​ຫຼັບ​ໄວ.ນອກ​ນີ້ ການ​ຫັດກາຍ​ໃນ​ຕອນ​ຫົວ​ຄ່ຳ​ແຮ່ງເໝາະ​ສຳລັບ​ຜູ້​ອອກ​ແຮງ​ງານ​ດ້ວຍ​ສະໝອງ,​ເພາະວ່າ,​ເມື່ອ​​ໄດ້​ໃຊ້​ສະໝອງ​ມາ​ມື້ໜຶ່ງ​ແລ້ວ,ວຽກ​ທີ່​ເຮັດໃນຍາມ​ກາງ​ເວັນ​ຍັງ​ຄ້າງ​ຢູ່​ໃນ​ສະໝອງ​ຢູ່,ຖ້າ​ຫາບ່ອນ​ມິດ​ງຽບ​ໄປ​ຫັດກາຍ​ຫຼັງ​ອາຫານ​ຄ່ຳ​ເຄິ່ງຊົ່ວ​ໂມງ,ຢືດ​ເສັ້ນຢືດ​ແອວ,ຢຸດ​ຢ່ອນ​ອາລົມ​ຈະ​ເຮັດ​ໃຫ້​ສະໝອງ​ແຈ່ມ​ໃສ​,ທັງ​ສາມາດ​ປ່ຽນ​ແປງ​ສະພາບ​ນອນ,​ໄດ້​ປະ​ໂຫຍດ​ສອງ​ຢ່າງ.