ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-10 16:58:43    
ການປຽບທຽບ​ເນື້ອ​ໃນ​ລະ​ຫວ່າງ​ປຶ້ມ​ປະ​ຫວັດ​ສາດ​ທີ່​ຈີນ​ຍີ່​ປຸ່ນ​ແລະ​ສ.​ເກົາ​ຫຼີ​ຮຽບ​ຮຽງ​ກັບ​ປຶ້ມ​ຮຽນ​ປະ​ຫວັດ​ສາດ​ທີ່​ຮຽບ​ຮຽງ​ໂດຍ​ປີກ​ຂວາ​ຂອງ​ຍີ​ປຸ່ນ

cri Author: li
ປຶ້ມ"ປະຫວັດສາດ​ສະ​ໄໝ​ມໍ່​ແລະສະ​ໄໝ​ປະຈຸ​ບັນຂອງ​ສາມ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​​"ທີ່​ນັກປາດ​ຈີນ​ຍີ່​ປຸ່ນ​ແລະ​ສ.​ເກົາຫຼີ​ຮ່ວມ​ກັນ​ຮຽບຮຽງ​ກັບ​ປຶ້ມຮຽນ​ປະຫວັດ​ສາດ​ປີກ​ຂວາ​ຂອງ​ຍີ່​ປຸ່ນ​ໄດ້​ມີ​ການ​ບັນ​ລະ​ຍາຍ​ຕ່າງ​ກັນ​ຕໍ່​ເຫດການ​ສຳຄັນ​ໃນ​ປະຫວັດສາດ​ຈີນ​ແລະ​ຍີ່​ປຸ່ນ,ຕໍ່​ໄປ​ແມ່ນ​ການ​ປຽບທຽບ​ຕອນ​ສຳຄັນ​ທີ່​ແຕກ​ຕ່າງ​ກັນ​.

1 ການ​ສັງຫານ​ໂຫດ​ນານ​ກິ່ງ

​ປຶ້ມຮຽນ​ປະ​ຫວັດ​ສາດທີ່​ຮຽບຮຽງ​ໂດຍ​ປີກ​ຂວາ​ຂອງ​ຍີ່ປຸ່ນ: ບໍ່​ໄດ້​ກ່າວ​ເຖິງ​ການ​ສັງຫານ​ໂຫດ​ນານ​ກິ່ງ,ມີ​ແຕ່​ຂຽນ​ໃນ​ໝາຍ​ເຫດ​ວ່າ,"​ການ​ຕັດສິນ​ຢູ່​ໂຕ​ກຽວ​ເທື່ອ​ນີ້​ຮັບ​ຮອງ​ວ່າ,​ໃນ​ເວລາ​ທະຫານ​ຍີ່​ປຸ່ນ​ຍຶດຄອງ​ນານ​ກິ່ງ​​ເມື່ອ​ປີ 1937 ນັ້ນ ​ໄດ້​ຂ້າ​ປະຊາຊົນ​ຈີນ​ຫຼວງຫຼາຍ. ​ແຕ່​ສະພາບ​ຕົວ​ຈິງ​ກ່ຽວ​ກັບ​ເຫດ​ການ​ດັ່ງກ່າວ​ຍັງ​ມີ​ຂໍ້​ສົງ​ໄສ​ໃນ​ດ້ານ​ຂໍ້​ມູນ,ມີ​ຄວາມ​ເຫັນ​ຕ່າງ​ກັນ​ຫຼາຍ,​ໃນ​ຊູ່​ມື້​ນີ້ ຍັງ​ຄົງ​ແມ່ນ​​ເລື່ອງ​ທີ່​ໂຕ້​ຖຽງ​ກັນ."

ໜ້າ​ທີ 131 ຂອງປຶ້ມ"ປະຫວັດສາດ​ສະ​ໄໝ​ມໍ່​ແລະ​ສະ​ໄໝ​ປະຈຸ​ບັນຂອງ​ສາມ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​​"​ໄດ້​ຂຽນ​ຢ່າງ​ຈະ​ແຈ້ງ​ວ່າ:"​ໂດຍອີງ​ຕາມ​ການ​ສຳຫຼວດ​ຂອງ​ສານ​ທະຫານ​ຕັດສິນ​ອາ​ຊະ​ຍາ​ກອນ​ສົງຄາມ​ຍີ່​ປຸ່ນ​ທີ່​ນານ​ກິ່ງ​ຈີນ​ໃນ​ປີ 1946,ຮັບຮອງ​ວ່າ,ມີ 1 ​ແສນ 9 ໝື່ນ​ກວ່າ​ຄົນ​ຖືກ​ທະຫານ​ຍີ່​ປຸ່ນ​ຂ້າ​ຕາຍ​ເປັນ​ຮວມໝູ່​ແລະ​ທຳລາຍ​ສົບ​,ຍັງມີ 1 ​ແສນ 5 ໝື່ນ​ກວ່າ​ຄົນ​ຖືກ​ຂ້າ​ຕາຍ​ເປັນ​ຄົນ​ໜຶ່ງ​ສອງ​ຄົນ,ສົບ​ພວກ​ເຂົາ​ເຈົ້າຖືກ​ອົງການ​ກຸສົນ​ນານກິ່ງ​ຝັງ."​ໃນ​ເອກະສານ​ຕັດສິນ​ທີ່​ໂຕ​ກຽວ​ເຄີຍ​ບັນທຶກ​ໄວ້​ວ່າ,​ໃນ 6 ອາທິດ​ຕົ້ນທີ່​ທະຫານ​ຍີ່​ປຸ່ນ​ຍຶດຄອງ​ນັ້ນ,ສາມັນ​ຊົນ​ແລະ​ຊະ​ເລີຍ​ເສິກ​ທີ່​ຖືກ​ຂ້າ​ຢູ່​ນານ​ກິ່ງ​ແລ​ະ​ເຂດ​ອ້ອມ​ແອ້ມ​ມີ 2 ​ແສນ​ຄົນຂຶ້ນ​ໄປ."

2. ​ເຫດການ​ຂົວ​ລູ​ໂກ

ປຶ້ມຮຽນ​ປະ​ຫວັດ​ສາດທີ່​ຮຽບຮຽງ​ໂດຍ​ປີກ​ຂວາ​​ຍີ່ປຸ່ນ:​ ຕອນ​ກາງຄືນ​ວັນ​ທີ 7 ກໍລະກົດ​ປີ 1937,ຢູ່​ຂົວ​ລູ​ໂກ​ທີ່​ຊານ​ເມືອງ​ປັກ​ກິ່ງ,​ທະຫານ​ຍີ່​ປຸ່ນ​ທີ່​ພວມ​ຊ້ອມ​ລົບ​ໄດ້​ຖືກ​ປືນ​ຍິງ​ທີ່​ບໍ່​ຮູ້​ມາ​ຈາກ​ໃສ. ຕອນ​ເຊົ້າມື້​ລຸນ​ມາ,ຝ່າຍ​ຈີນ​ໄດ້​ຍິງ​ປືນ​​ໃສ່ເລື້ອໆ,​ແລ້ວ​ເຂົ້າສູ່​ສະພາວະ​ສົງຄາມ.

ປຶ້ມ"ປະຫວັດສາດ​ສະ​ໄໝ​ມໍ່​ແລະສະ​ໄໝ​ປະຈຸ​ບັນຂອງ​ສາມ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​​": ​ຕອນ​ກາງຄືນ​ວັນ​ທີ 7 ກໍລະກົດ​ປີ 1937 ຢູ່​ຊານ​ເມືອງ​ປັກ​ກິ່ງ,​ກອງ​ທະຫານ​ຍີ່​ປຸ່ນ​ໄດ້​ກໍ່​ເຫດການ​ຂົວ​ລູ​ໂກ. ຍີ່​ປຸ່ນ​ໄດ້​ອ້າງ​ວ່າ​ເຫດການ​ນີ້​ແມ່ນ​ຍ້ອນ​ກອງ​ທະຫານ​ຈີນ​ຍິງ​ປືນ​​ໃສ່​ຢ່າງ​ຜິດ​ກົດໝາຍ,​ແລ້ວ​ສົ່ງ​ກອງ​ທະຫານ​ງວດ​ໃຫຍ່​ເຂົ້າສູ່​ຈີນ​ເພື່ອ​ຍຶດຄອງ​ພາກ​ເໜືອ​ຂອງ​ຈີນ.

3. ການ​ປົກຄອງ​ແບບ​ລ່າ​ເມືອງ​ຂຶ້ນຢູ່​ໄຕ້​ຫວັນ

ແບບຮຽນ​ປະ​ຫວັດ​ສາດ​ທີ່​ຮຽບຮຽງ​ໂດຍປີກ​ຂວາ​ຍີ່ປຸ່ນ: ​ພາຍຫຼັງ​ສົງຄາມ​ລະຫວ່າງ​ຍີ່​ປຸ່ນກັບ​ລາຊະວົງ​ເຊັ່ງ​,ໄຕ້​ຫວັນ​​ໄດ້​ກາຍ​ເປັນ​ດິນ​ແດນ​ຂອງ​ຍີ່​ປຸ່ນ,ຍີ່​ປຸ່ນ​ໄດ້​ຕັ້ງ​ສຳນັກ​ຂ້າຫຼວງ​ໃຫຍ່​ໄຕ້​ຫວັນ,​ເພື່ອ​ບຸກ​ເບີກ​ແຫ່ງ​ດັ່ງກ່າວ. ປີ 1930 ​ໄດ້​ໃຊ້​​ເວລາ 10 ປີ​ສຳ​ເລັດ​ພາລະກິດ​ອັນ​ຍິ່ງ​​ໃຫຍ່​ທີ່​ມີ​ລັກສະນະ​ສະຕະວັດ,ທົ່ງ​ພຽງ​ເຈຍ​ນານ​ກາຍ​ເປັນ​ດິນ​ດອນ​ຕອນ​ຫຍ້າ​ທີ່​ສີຂຽວ.

ໃນໜ້າ​ທີ 60 ​ແລະ​ໜ້າ​ທີ 61 ຂອງ​ປຶ້ມ"ປະຫວັດສາດ​ສະ​ໄໝ​ມໍ່​ແລະ​ສະ​ໄໝ​ປະຈຸ​ບັນຂອງ​ສາມ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​​"​ໄດ້​ບັນທຶກ​ການ​ປົກຄອງ​ແບບ​ລ່າ​ເມືອງ​ຂຶ້ນ​ຂອງ​ຍີ່​ປຸ່ນຢູ່​ໄຕ້​ຫວັນຄື​ປາບ​ປາມອິດ​ທິ​ກຳລັງ​ຕໍ່ຕ້ານ​ຍີ່​ປຸ່ນຢ່າງ​​ບໍ່​ໄວ​ໜ້າ​ໄວ​ຕາ; ​ຂືນຮິບ​ເອົາ​ປ່າ​ໄມ້​ຂອງ​ປະຊາຊົນ​ໄຕ້​ຫວັນ,​ກຳນົດ​ສ່ວຍ​ສາ​ອາກອນ​ທີ່​ບໍ່​ສົມ​ເຫດ​ສົມ​ຜົນ​ທີ່​ສຸດ​ເພື່ອ​ປຸ້ນ​ສະດົມ​ເສດຖະກິດ; ດຳ​ເນີນ​ການ​ສຶກສາ​ທີ່​ຕ່າງ​ກັນ,ຫ້າມ​ບໍ່​ໃຫ້​ໃຊ້​ພາສາ​ຈີນ,ປະຕິບັດ​ນະ​ໂຍບາຍ​ບັງຄັບ​ຫັນ​ເປັນ​ຊົນ​ເຜົ່າ​ດຽວ​ກັນ.

4,​ເຫດການ 18 ກັນຍາ

ປຶ້ມຮຽນ​ປະ​ຫວັດ​ສາດ​ທີ່​ຮຽບຮຽງ​ໂດຍປີກ​ຂວາ​ຍີ່ປຸ່ນ: ຄຽງ​ຄູ່​ກັບ​ພັກ​ກົກ​ມິນ​ຕັງ​ໂຮມ​ປະ​ເທດ​ຈີນ​ເປັນ​ເອກະ​ພາບ​ກັນ,ຂະ​ບວນ​ການ​ປັດ​ປ່າຍ​ຍີ່​ປຸ່ນຂອງ​ຊາວ​ຈີນ​ກໍ​ໄດ້​ຮຸນແຮງ​ຂຶ້ນ,​ເຫດການ​ທີ່​ທຳລາຍ​ທາງ​ລົດ​ໄຟ​ໝັນ​ຈຸ​ໃຕ້​ແລະ​ທຳຮ້າຍ​ເດັກນ້ອຍ​ຍີ່​ປຸ່ນນັ້ນ​ເກີດ​ຂຶ້ນ​ເລື້ອຍໆ.

ປຶ້ມ"ປະຫວັດສາດ​ສະ​ໄໝ​ມໍ່​ແລະສະ​ໄໝ​ປະຈຸ​ບັນຂອງ​ສາມ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​​": ​ຕອນ​ກາງຄືນ​ວັນ​ທີ 18 ກັນຍາ​ປີ 1928,ທ້າວອີ​ທາ​ອະຄີ ​ເຊ​ອີ​ຊີ​ໂລ​ແລະ​ທ້າວອີ​ຊີ​ຮາ​ລະ ຄານ​ຈີ ​ເສນາ​ຊັ້ນສູງ​ຂອງ​ກອງ​ທະຫານ​ກວນ​ຕົງ​ໄດ້​ວາງ​ແຜນ​ການ​ກໍ່​ເຫດການ​ລະ​ເບີດ​ທາງ​ລົດ​ໄຟ​ໜານ​ໝານ​ຢູ່​ມໍ່​ໜອງ​ລິວ​ທຽວ​ນະຄອນ​ເສີນ​ຢາງ,​ແລ້ວ​ຖິ້ມ​ໜ້າ​ທີ່​ຮັບຜິດຊອບ​ໃຫ້​ທະຫານ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ,​​ແລະຫຼອນ​ໂຈມ​ຕີ​ກອງ​ທະຫານ​ຈີນ​ປະຈຳ​ເສີນຢາງ​ກ່ອນ…