ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-10 16:59:24    
ເວທີ​ປາ​ໄສ​ການ​ພັດ​ທະ​ນາ​ທັນ​ຍາ​ຫານ​​ແລະ​ກະ​ສິ​ກຳ​(ອາ​ຊີ​ອາ​ຄະ​ເນ)​ສາ​ກົນ​ຈີນ​ຈັດ​ຂຶ້ນ​ຢູ່​ນານ​ນິງ

cri Author: q
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ10​ມິຖຸນາ, ເວທີ​ປາ​ໄສ​ການ​ພັດທະນາ​ທັນ​ຍາ​ຫານ​​ແລະ​ກະສິກຳ(ອາຊີ​ອາຄະ​ເນ)ສາກົນ​ຈີນ​​ໄດ້ຈັດ​ຂຶ້ນ​ຢູ່ສູນ​​ປະຊຸມ​ວາງ​ສະ​ແດງ​ສາກົນນານ​ນິງ​ທີ່​ເຂດ​ກວາງ​ຊີ​ຈີນ.​ເວທີ​ປາ​ໄສ​ເທື່ອ​ນີ້​ຕົ້ນຕໍ​ມີ​ເນື້ອ​ໃນ​ດັ່ງ​ນີ້:ບັນຫາ​ນະ​ໂຍບາຍກະສິກຳ​ແລະ​ທັນ​ຍາ​ຫານ​ຈີນ,​ສະ​ຖາ​ນະ​ການ​ການ​ສະໜອງ​ແລະ​ຄວາມ​ຕ້ອງ​ການທັນ​ຍາ​ຫານ​ຂອງ​ຈີນ,ນະ​ໂຍ​ບາຍ​ການ​ປະ​ຕິ​ຮູບ​ການ​ຄ້າ​ຜະລິດ​ຕະພັນ​ກະສິກຳ​ຈີນ​ແລະ​ສະ​ພາບ​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ,​ການ​ສົ່ງ​ອອກ​ສິນ​ຄ້າ​ອາ​ຊີ​ອາ​ຄະ​ເນ​​ຕໍ່​ຈີນ​ພ້ອມ​ດ້ວຍ​ການ​ວິ​ເຄາະ​ໃນ​ດ້ານ​ນີ້,​ກະ​ສິ​ກຳ​ສີ​ຂຽວ​​ແລະ​ບັນ​ຫາ​ອື່ນໆ.

ງານ​ວາງສະ​ແດງຜະລິດ​ຕະພັນ​ກະ​ສິ​ກຳ​ອາ​ຫານ​ສີ​ຂຽວ​ອາ​ຊີ​ອາ​ຄະ​ເນ​ນານ​ນິງຈີນ​ປີ​2005​​ແລະ​ງານ​ວາງສະ​ແດງ​​ເຕັກ​ນິກ​ແລະ​ອຸ​ປະ​ກອນ​ປຸງ​ແຕ່ງ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​​ເຊິ່ງ​7​ຫົວ​ໜ່ວຍ​ຄື​ສາ​ຂາ​ຂະ​ແໜງ​ການ​ທັນ​ຍາ​ຫານ​ຂອງ​ຄະ​ນະ​ກຳ​ມະ​ການ​ສົ່ງ​ເສີມ​ການ​ຄ້າ​ສາ​ກົນ​ຈີນ​​ເປັນ​ຕົ້ນ​ຮ່ວມ​ກັນ​ເປັນ​ຜູ້​ຈັດ​ນັ້ນ​ຈະ​ຈັດ​ຂຶ້ນ​ຢູ່​ສູນ​ປະ​ຊຸມ​ວາງ​ວາງ​ສະ​ແດງ​ສາ​ກົນ​ນານ​ນິງ​ແຕ່​ວັນ​ທີ11​ຫາ​ວັນ​ທີ​13​ມິ​ຖຸ​ນາ.