ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-10 20:58:55    
ຈີນ​ຟິ​ລິບ​ປິນ​ຈັດ​ງານ​ລ້ຽງ​ຮັບ​ຮອງ​​ເພື່ອ​ສະ​ຫຼອງ​ການ​ສ້າງ​ສາຍ​ສຳ​ພັນ​ທາງ​ການ​ທູດ​ຄົບ​ຮອບ​30​ປີ

cri Author: q
ຕາມ​ຂ່າວCRI,ວັນ​ທີ10​ມິຖຸນາ,ຢູ່​ທີ່​ປັກ​ກິ່ງ,ບຸ​ກຄົນ​ຜູ້​ມີ​ໄມຕີ​ຈິດຂອງ​ຈີນ​ແລະ​ຟີ​ລິບ​ປິນ​ນັບ​ເປັນ​ຮ້ອຍ​ຄົນ​​ໄດ້ຈັດ​ງານ​ລ້ຽງ​ຮັບຮອງ,ພ້ອມ​ກັນ​ສະຫຼອງ​ວັນ​ສ້າງສາ​ຍສຳພັນ​ທາງ​ການ​ທູດ​ຈີນ-ຟີ​ລິ​ບປິນຄົບຮອບ30​ປີ.

ໃນ​ງານ​ລ້ຽງ​ຮັບຮອງ,ທ່ານ​ວິ​ລີ​ກາ ​ເອກ​ອັກຄະ​ລັດຖະທູດ​ຟີ​ລິບ​ປິນປະຈຳ​ສ.ປຈີນ​ໄດ້​ກ່າວ​ຄຳ​ອວຍ​ພອນ​ວ່າ,ຂົງ​ເຂດ​ຮ່ວມ​ມື​ລະຫວ່າງ​ຈີນ​ຟີ​ລິບ​ປິນ​ໄດ້​ຂະຫຍາຍ​ກວ້າງ​ອອກ​ເລື້ອຍໆ,​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ເຂົ້າ​ສູ່​ໄລຍະ​ໃໝ່​ແຫ່ງ​ການ​ພັດ​ທະນາ​ຢ່າງ​ຮອບ​ດ້ານ.

ທ່ານ​ເສິນ​ຮ້າວ​ຊູ ປະທານ​ສະມາຄົມ​ມິດຕະພາບ​ຕໍ່​ຕ່າງປະ​ເທດ​ປະຊາຊົນ​ຈີນ​ກ່າວ​ວ່າ,​ສະ​ມາ​ຄົມ​ມິດຕະພາບ​ຕໍ່​ຕ່າງປະ​ເທດ​ປະຊາຊົນ​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ເພື່ອນ​ມິດ​ຟີ​ລິບ​ປິນ,​ຊຸກ​ຍູ້​ການ​ຮ່ວມ​ມືຈີນ​ຟີ​ລິບ​ປິນ​ໃນຂົງ​ເຂດ​ຕ່າງໆ​ກ້າວ​ຂຶ້ນ​ສູ່​ລະດັບ​ສູງ​ກວ່າ​​ເກົ່າ.