ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-10 21:23:49    
ສິງ​ກະ​ໂປ​-ບ່ອນ​ຮ່ຳ​ຮຽນ​ທີ່​ດີ(ສຽງ)

cri Author: da


ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ,​ປີ 2004 ລັດ​ຖະ​ບານ​ສິງກະ​ໂປ​ຈຶ່ງ​ເລີ່ມ​ເຜີຍ​ແຜ່​ການ​ສຶກສາ​ຂອງ​ປະ​ເທດ​ຕົນ​ຢູ່​ຈີນ​,ທີ່​ຈິງ ​ກ່ອນ​ນີ້,​ສິງ​ກະ​ໂປກໍ​ໄດ້​ມີ​ນັກ​ສຶກ​ສາ​ຈີນ​ຕັ້ງ 1 ໝື່ນ​ກວ່າ​ຄົນ​ແລ້ວ​,ການ​ສຶກ​ສາ​ແລະ​ໂຮງ​ຮຽນ​ຂອງ​ສິງ​ກະ​ໂປ​ມີ​ຈຸດ​ດີ​ຈຸດ​ເດັ່ນ​ຫຍັງ​ແດ່​ຈຶ່ງ​ໄດ້​ດຶງ​ດູດ​ນັກ​ສຶກ​ສາ​ຈີນ​ໄປ​ຮຽນ​ຫຼາຍ​ປານ​ນີ້​​?ຕໍ່​ໄປ ນັກ​ຂ່າວ​ຈະ​ພາ​ທ່ານ​ໄປ​ຊອກ​ຮູ້​ຢູ່​ສິງ​ກະ​ໂປ.

​ໃນ​ເວລາ​​ໄປທັດ​ສະ​ນະສຶກ​ສາ​ໂຮງ​ຮຽນ​ມັດທະ​ຍົມ​ຊາວ​ຈີນ​ຕ່າງ​ດ້າວ​ສິງກະ​ໂປ​ແລະ​ໂຮງ​ຮຽນ​ອື່ນໆ​ນັ້ນ ນັກ​ຂ່າວ​ໄດ້​ປະກົດ​ເຫັນ​​ວ່າ,​​ໂຮງ​ຮຽນ​ປະ​ຖົມ​ແລະ​ມັດທະ​ຍົມ​ສິງກະ​ໂປ​ໄດ້​ມີ​ໂຮງ​ຮຽນ​ຈຸດ​ໜັກ,​ໃນ​ໂຮງ​ຮຽນ​ຍັງ​ມີ​ຫ້ອງ​ຮຽນ​ຈຸດ​ໜັກ​,ມັດ​ທະ​ຍົມ​ປາຍ​ເຂົ້າມະ​ຫາວິ​ທະຍາ​ໄລ​ຕ້ອງ​ມີ​ການ​ສອບ​ເສັງ,​ເປັນ​ແບບ​ສະບັບ​ແລະ​ເຄັ່ງ​ຄັດ​ທີ່​ສຸດ.

ນອກ​ນີ້,​ຫຼັກ​ສູດ​ທີ່​ຕ້ອງ​ຮຽນ​ຂອງ​ນັກ​ຮຽນ​ວິຊາ​ປະຖົມ​ແລະ​ມັດ​ທະ​ຍົມ​ຂອງ​ສິງກະ​ໂປ​ຍັງ​ລວມ​ທັງ​ຫຼາຍ​ວິຊາ​ເຊັ່ນ ປີນ​ຜາ ຫາ​ທາງ​ຢູ່​ລອດ​ຢູ່​​ໃນ​ປ່າ ຈົນ​ກະ​ທັ້ງ​ການ​ໄຕ່​ເຊືອກຢູ່​ກາງ​ຫາວ​ເປັນ​ຕົ້ນ,​ເພື່ອ​​ເຝິກ​ຝົນ​ນ້ຳ​ໃຈ​ຂອງ​ພວກ​ເຂົາ​​​ເຈົ້າ.

ທ້າວ​ເສີນ​ຄວ່ນທີ່​ມາ​ຈາກ​​ເມືອງ​ເຊີນ​ເຈີ້ນ​ແຂວງ​ກວາງ​ຕຸ້ງ​ແມ່ນ​ນັກ​ຮຽນ​ມັດທະ​ຍົມປີ​ທີ 4 ,ນ້ອງ​ເວົ້າວ່າ,​ໃນ​ມື້​ທຳ​ມະ​ດາ ຂຸ້ນ​ນຳ​ການ​ຮຽນ​ຫຼາຍ,​ແຕ່​ໃນ​ຍາມ​ພັກ​ຫຼາຍ​ມື້ສອງ​ເທື່ອ​ໃນ​ປີ​ໜຶ່ງ​ພັດ​ໜ້ອຍ​ທີ່​ສຸດທີ່​ຈະ​ມີ​ການ​ບ້ານ​.ພ້ອມ​ກັນ​ນັ້ນ ນັກ​ຮຽນ​ທຸກ​ຄົນ​ຢ່າງ​ໜ້ອຍ​ຕ້ອງ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ນອກ​ໂມງ​ຮຽນ​ລາຍ​ໜຶ່ງ​,ຈະ​ແມ່ນ​ບານ​ບ້ວງ ບານ​ເຕະ​ຫຼື​ກອງ​ດົນຕີ​ເຄື່ອງ​ເປົ່າ​ກໍ​ໄດ້.​ແຕ່​ລະອາ​ທິດ​ມີ​ເວລາ​ເຝິກ​ແອບ​ອັນ​ແນ່​ນອນ,ມີ​ອາ​ຈານ​ສອນສະ​ເພາະ,ມີ​ການ​ແຂ່ງ​ຂັນ​ແລະ​ການ​ສະ​ແດງ​​​ໃນ​ທົ່ວ​ປະ​ເທດ​ເປັນ​ຕົ້ນ.​ໃນ​ໂຮງ​ຮຽນ​ຍັງ​ມີ​ການ​ຄົ້ນ​ຄວ້າ​ຫົວ​ຂໍ້ສະ​​ເພາະ ​ເຊິ່ງ​ເປັນ​ໂຄງ​ການ​ສຶກ​ສາທີ່​ມີ​ຄວາມ​ໝາຍ​ທີ່​ສຸດ​ໃນ​ໝົດ​ປີ,ນັກ​ຮຽນ​ຈະ​ປະກອບ​ເປັນ​ໜ່ວຍ​ຄົ້ນຄວ້າ​ວັດ​ທະນະ​ທຳ​ຢ່າງ​ໜຶ່ງ,ຫຼື​ປະດິດ​ສ້າງ​ເຄື່ອງ​ເລັກໆ​ນ້ອຍໆ,ຈົນ​ກະທັ້ງ​ແຕ່ງ​ລະ​ຄອນ​ຮ້ອງ​ເອົາ​ເອງກໍ​ໄດ້.​ທາງ​ໂຮງ​ຮຽນ​ແຕ່ງ​ອາຈານ​ຊີ້​ນຳ,​ບາງ​ຄົນ​ຍັງ​ອາດ​ຈະ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ສາດ​ສະດາ​ຈານ​ອາວຸດ​ໂສ​ຂອງ​ມະຫາ​ວິທະ​ຍາ​ໄລ​ແຫ່ງ​ຊາດ​ສິງກະ​ໂປ​ຫຼື​ມະຫາ​ວິທະ​ຍາ​ໄລ​ວິທະຍາ​ສາດ​ການ​ຊ່າງ​.ຕະ​ຫຼອດ​ການ​ຄົ້ນ​ຄວ້າ​​ເປັນ​ແບບ​ວິຊາ​ສະ​ເພາະທີ່​ສຸດ.

ສິງກະ​ໂປ​ບໍ່​ຈຳກັດ​ອາຍຸ​ຂອງ​ນັກ​ສຶກ​ສາທີ່​ໄປ​ຮຽນ,ນັກ​ສຶກ​ສາ​ຕ່າງປະ​ເທດທີ່​ອາຍຸ​ບໍ່​ເຖິງ​ກະສຽນ​ທາງ​ລັດຖະ​ບານ​ສິງກະ​ໂປ​ຍັງ​ອະນຸຍາດ​ໃຫ້​ພໍ່​ແມ່​ມາ​ຢູ່​ນຳ​ເພື່ອ​ເບິ່ງ​ແຍງ.

​ເຈົ້າ​ໜ້າ​ທີ່​ກົມ​ສຶກສາ​ຂອງ​ສິງກະ​ໂປ​ເວົ້າ​ວ່າ,​ໂຮງ​ຮຽນ​ປະຖົມ​ແລະ​ມັດທະ​ຍົມ​ຂອງ​ສິງກະ​ໂປ,ທົ່ວ​ໄປ​ແລ້ວ ​ແມ່ນ​ຮຽນ​ພາສາ​ຮ້ານ​ແລະ​ພາສາ​ອັງ​ກິດ​ໄປ​ພ້ອມ​ກັນ.​ໂຮງ​ຮຽນ​ສ່ວນ​ຫຼາຍ​ແມ່ນ​ໂຮງຮຽນ​ຫຼວງ,​ແຕ່​ຈົງ​ບ່ອນ​ໃຫ້​ນັກ​ຮຽນ​ຕ່າງປະ​ເທດ,​ທຳ​ມະ​ດາ​ບໍ່​​ໃຫ້​ລື່ນ​ກາຍ 20%.ນອກ​ນີ້ ນັກ​ສຶກ​ສາ​ຕ່າງປະ​ເທດ ສອງ​ປີ​ໃດຍັງ​ຕ້ອງ​ບໍລິ​ຈາກ​ເງິນ​ໃຫ້​ໂຮງ​ຮຽນ​ເທື່ອ​ໜຶ່ງ​.​ເພື່ອ​ສະ​ໜອງ​ຄວາມ​ສະດວກ​ແກ່​ນັກ​ສຶກ​ສາ​ນອກ​ຕື່ມ​ອີກ,​ລັດຖະ​ບານ​ສິງກະ​ໂປ​ຍັງ​ຈັດ​ການ​ສອບ​ເສັງ​ຄຸນ​ວຸດ​ທິ​ເຂົ້າ​ຮຽນ​ໂຮງ​ຮຽນ​ປະຖົມ​ແລະ​ມັດ​ທະ​ຍົມທີ່​ລັດຖະ​ບານ​ສະ​ເໜີ​ໃນ​ທົ່ວ​ໂລກ,​​ການ​ສອບ​ເສັງ​ປະ​ເພດ​ນີ້ ສາມ​ເດືອນ​ຈັດ​ຂຶ້ນ​ເທື່ອ​ໜຶ່ງ.

​ໂຮງ​ຮຽນ​ຊັ້ນ​ສູງ​ຂອງ​ສິງກະ​ໂປ​ມີ​​ແຕ່ 3 ຫຼັງ​ຄື​ມະຫາ​ວິທະ​ຍາ​ໄລ​ແຫ່ງ​ຊາດ​ສິງກະ​ໂປ ມະຫາ​ວິທະ​ຍາ​ໄລ​ວິທະ​ຍາສາດ​ການ​ຊ່າງ​ນານ​ຢາງ​ແລະ​ມະ​ຫາວິ​ທະຍາ​ໄລວິຊາ​ຄຸ້ມ​ຄອງ​ສິງກະ​ໂປ,ສາມາດ​ແຈກ​ປະກາດ​ສະ​ນີຍະ​ບັດ​ແຕ່​ຊັ້ນ​ປະລິນຍາ​ຕີ​ ປະ​ລີ​ນຍາ​​ໂທ​ແລະ​ປະ​ລີ​ນຍາ​ເອກ,​ລະດັບ​ວິຊາ​ສະ​ເພາະ​ຂອງ​ວິທະຍາ​ສາດ​ການ​ຄ້າ​ມະຫາ​ວິທະ​ຍາ​ໄລ​ແຫ່ງ​ຊາດ​ແລະ​ມະຫາ​ວິທະ​ຍາ​ໄລ​ວິທະຍາ​ສາດ​ການ​ຊ່າງ​ນານ​ຢາງລ້ວນ​ແຕ່​ຢູ່​​ໃນ​ຖັນ​ແຖວ​ແຕ່​ທີ​ໜຶ່ງ​ຫາ​ທີ 10 ​ໃນ​ອາຊີ.

ນາງ​ອູ​ສ້ຽວ​ຟ່ານ ນັກ​ສຶກສາ​ວິທະ​ຍາ​ຄານ​ການ​ຄ້າ​ເວົ້າ​ວ່າ,​ວິທີ​ການ​ສອນ​ຂອງ​ອາຈານ​ວິທະ​ຍາ​ຄານ​ການ​ຄ້າ​ມະ​ຫາວິ​ທະຍາ​ໄລ​ສິງກະ​ໂປ​ແມ່ນ​ຕ່າງ​ກັບ​ເຂດ​ໃນ​ຈີນ,​ເຊັ່ນ ອາຈານ​ສົ່ງ​ເສີມ​ແລະ​ເອົາ​ໃຈ​ໃສ່​ທີ່​ສຸດ​ນຳການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃນ​ຫ້ອງ​ຮຽນ,ຄະ​ແນນນີ້​ຈະ​ກວມ 10 ​ເຖິງ 30% ​ໃນ​ຄະ​ແນນ​ສຸດ​ທ້າຍ.

ກ່ຽວ​ກັບ​ຄ່າ​ຮຽນ​ຂອງ​ນັກ​ສຶກ​ສາ​ຢູ່​ສິງກະ​ໂປ,​ແມ່ນ​ບໍ່ຖືກ​,ຖ້າ​ວ່າ​ຮຽນ​ຢູ່​ມະຫາວິ​ທະຍາ​ໄລ,ຄ່າ​ຮຽນ​ແລະ​ຄ່າ​ກິນ​ຄ່າ​ຢູ່ໝົດ​ປີ​ໜຶ່ງກໍ​ຕ້ອງ 1 ​ແສນ​ຢວນ​ເງິນ​ຈີນ​ຂຶ້ນ​ໄປ,ຖ້າ​ຮຽນ MBA ຫຼື EM, ກໍ​ຕ້ອງ 1 ​ແສນ 5 ໝື່ນ​ຢວນ.

ຕາມ​ເຈົ້າໜ້າ​ທີ່​ທີ່​ກ່ຽວ​ຂ້ອງ​ຂອງ​ກົມ​ສຶກສາ​ສິງກະ​​ໂປ​ເວົ້າວ່າ,​ເຖິງ​ວ່າຄ່າ​ຮຽນ​ຂອງ​ນັກ​ສຶກສາ​ຢູ່​ສິງກະ​ໂປແພງ​ຫຼາຍ,​ແຕ່​ນັກ​ສຶກສາ​ຮ້ອງຂໍ​ແຜນ​ການ​ອຸດ​ໜູນ​ທາງ​ເສດ​ຖະ​ກິດ​ຊະນິດ​ຕ່າງໆ​ເຊັ່ນ ທຶນ​ລາງວັນ​ສຶກ​ສາ ຄ່າ​ຊ່ອຍ​ຄ່າຮຽນ​ແລະ​ເງິນ​ກູ້​ຢືມ​ຄ່າ​ຮຽນ​ເປັນ​ຕົ້ນ. ​ໃນ​ເວລາ​ແລກ​ປ່ຽນ​ກັບ​ນັກ​ສຶກ​ສາ MBA ຢູ່​ມະຫາ​ວິທະ​ຍາ​ໄລ​ວິທະຍາ​ສາດ​ການ​ຊ່າງ​ນານ​ຢາງ​ສິງກະ​ໂປ,ນັກ​ຂ່າວ​ໄດ້ຮູ້​ວ່າ,​ກູ້​​ເງິນຄ່າ​ຮຽນ​ຢູ່​ແຫ່ງ​ນີ້​ ຢືມ​ໄດ້​ຮອດ 75% ຂອງ​ຍອດ​ຈຳນວນ​ຄ່າ​ຮຽນໝົດ​ປີ,ລັດ​ຖະ​ບານ​ສິງກະ​ໂປ​ຍັງ​​ໄດ້​ຈົ່ງ​ທຶນ​ສຶກສາ​ຈຳ​ນວນ​ຫຼວງ​ຫຼາຍ​ໃຫ້​ນັກ​ສຶກສາ​​ຕ່າງປະ​ເທດ,ປີ​ໜຶ່ງ​ມີ​ນັກ​ສຶກ​ສາປະ​ມານ 500-600 ຄົນ​ໄດ້​ຮັບ​ທຶນ​ລາງວັນ​ການ​ສຶກ​ສາ​ລາຍ​ນີ້​,​ເມື່ອ​ໄດ້​ເງິນ​ກ້ອນ​ນີ້​ແລ້ວ ຄ່າ​ຮຽນ ຄ່າ​ຄອງ​ຊີບ​ແລະ​ຄ່າ​​ປີ່ນ​ປົວກໍ​ມີ​ຄົບ​ໝົດ.

ກ່ຽວ​ກັບ​ບັນຫາ​ການ​ສຶກ​ສາ​ຂອງ​ສິງກະ​ໂປ,ທ່ານ​ເຈີ​ນຊື້​ເຊີ່ງ ລັດຖະ​ມົນຕີ​ວຽກ​ງານການ​ເມືອງ​ຂອງ​ກະຊວງ​ສຶກສາ​ທິການ​ຂອງ​ສິງກະ​ໂປ​ເວົ້າວ່າ,​ໃນ​ຖານ​ເປັນ​ປະ​ເທດ​ເກາະ​ດອນ​ທີ່​ຂາດ​ເຂີນ​ຊັບ​ພະຍາ​ກອນ,​ການ​ລົງທຶນ​ເຂົ້າ​ໃນ​ດ້ານ​ການ​ສຶກສາ​ຂອງ​ສິງກະ​ໂປ​ກວມ​ມາດຕາ GDP ພຽງ​ແຕ່​ຕ່ຳ​ກວ່າ​ການ​ປ້ອງ​ກັນ​ປະ​ເທດ.ລັດຖະບານ​ສິງກະ​ໂປ​ບໍ່ເສຍ​​ດາຍ​ລົງທຶນ​ຫຼວງ​ຫຼາຍ ຊອກ​ຫາ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ທີ່​ດີ​​ເດັ່ນ​ໃນອາຍຸ​ຕ່າງ​ກັນ​ຈາກແຫ່ງ​ຕ່າງໆ,ບໍ່​ວ່າ​ແມ່ນ​ຜູ້​ເກັ່ງ​ກ້າ​ສາ​ມາດ​ຂອງ​ປະ​ເທດ​ຕົນ​ຫຼື​ມາ​ຈາກ​ຕ່າງປະ​ເທດ ກໍ​ຈະ​ສະໜອງ​ເງື່ອນ​ໄຂ​ທາງ​ວັດຖຸ​ທີ່ດີ​ສົມຄວ​ນ​ໃຫ້,​ໂດຍ​ສະ​ເພາະ​ແມ່ນ ການ​ອົບ​ຮົມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ດ້ານ​ຄົ້ນ​ຄວ້າ​ວິ​ທະຍາ​ສາດ​ຊັ້ນສູງ​ ກໍ​ແຮ່ງ​ເຂັ້ມງວດ​ແລະ​ຕັ້ງອົກ​ຕັ້ງ​ໃຈ.