ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Tuesday    Apr 22th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-13 15:31:27    
ກອງ​ປະ​ຊຸມ​ເວທີ​ປາ​ໄສ​ຊັ້ນ​ສູງ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ​ຄັ້ງ​ທີ 2 ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

cri

ຕາມ​ຂ່າວCRI: ວັນ​ທີ 13 ມິ​ຖຸນາ, ​ກອງ​ປະຊຸມ​ເວທີ​ປາ​ໄສ​ຊັ້ນ​ສູງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນຄັ້ງ​ທີ 2 ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງກອງ​ປະຊຸມ​ຈັດ​ເປັນ​ມື້ໜຶ່ງ.

ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ເວທີ​ປາ​ໄສ​ເທື່ອ​ນີ້​ແມ່ນ: ​ເຂດ​ການ​ຄ້າ​ເສລີ​ຈີນ—ອາ​ຊຽນ​​ໄຂ​ປະຕູ​ຮ່ວມ​ມື​​ເຊິ່ງກັນ​ແລະ​ກັນ. ​ເຈົ້າ​ໜ້າ​ທີ່​ ນັກ​ບາດ​ແລະ​ນັກທຸລະກິດ​ຈີນ​ແລະ​ຕ່າງປະ​ເທດ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ ນະ​ໂຍບາຍ​ການ​ລົງທຶນ​ແລະ​ໂອກາດ​ທຸລະ​ກິດ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ​ແລະ​ຈີນ, ​ແລະ​​ເປັນ​ເອກະສັນ​ກັນ​ເຫັນ​ວ່າການ​ຊຸກຍູ້​ການ​ກໍ່ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນຢ່າງ​ບໍ່​ຢຸດ​ຢັ້ງ, ຈະ​ເຮັດ​ໃຫ້​ບັນດາ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ເຂດ​ການ​ຄ້າ​ເສລີ​ນັ້ນ​ຮຸ່ງ​ເຮືອງ​ແລະ​ພັດທະນາ​ພ້ອມ​ກັນ.

​ເອກ​ອັກຄະ​ລັດຖະທູດ​ ທີ່​ປຶກສາ​ການ​ຄ້າ 10 ປະ​ເທດ​ອາ​ຊຽນປະຈຳ​ຈີນ​ແລະ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ ຜູ່​ຊ່ຽວຊານ​ທີ່​ມີ​ຊື່​ສຽງ​ແລະ​ນັກທຸລະກິດ​ຂອງ​ຈີນ​ລວມ 200 ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເທື່ອ​ນີ້.

© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040