ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-13 16:29:52    
ນັກ​ກິລາ​ຈີນ​ທີ່​ເປັນ​ແຊມ​ປຽນ​ເທັນ​ນິສ​ໂອ​ລິມ​ປິກ​​ຄອງ​ຄອຍ​ມີ​ການ​ບຸກ​ທະ​ລຸ​ຄັ້ງ​ໃໝ່(ສຽງ)

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​​ໂຄລົບ. ​ໃນ​ໜຶ່ງ​ປີ​ທີ່​ຜ່ານ​ມາ, ກິລາ​ເທັນ​ນິສຈີນ​​ໄດ້​ກ້າວ​ໜ້າ​ຫຼາຍ. ​ໃນ​ງານ​ແຂ່ງຂັນ​ເທັນນິສອົສຕຼາລີ​ໂອ​ເພັນ​ທີ່​ຈັດ​ຂຶ້ນ​ເມື່ອ​ຕົ້ນປີ 2004, ນາງ​ເຈິ້ງ​ແຈ​ກັບ​ນາງ​ອ້ຽນ​ຈື​ໄດ້​ເຂົ້າຮອບ 8 ທິມສຸດ​ທ້າຍນີ້ເປັນບຸກທະລຸ​ເທື່ອ​ໜຶ່ງ​ທັງເປັນ​ຜົນງານ​ດີທີ່​ສຸດ​ຂອງ​ນັກ​ກິລາ​ເທັນ​ນິສ​ຕີ​ຄູ່ເພດ​ຍິງ​ຈີນ​ໃນ​ງານ​ແຂ່ງຂັນ​ເທັນ​ນິສ​ໂອ​ເພັນ​ແກຼນດ໌ສະ​ລາມ(Grand Slam); ​ໃນ​ງານ​ແຂ່ງ​ຂັນ​ເທັນ​ນິສຝຣັ່ງ​ໂອ​ເພັນ​ປີ 2004 ທີ່​ຈັດ​ຂຶ້ນຕາມຫຼັງ, ນາງ​ເຈິ້ງ​ແຈ​ໄດ້​ເຂົ້າຮອບ 16 ຄົນ​ສຸດ​ທ້າຍ ​ເຊິ່ງ​ເປັນ​ຜົນງານ​ດີ​ທີ່​ສຸດ​ຂອງ​ນັກ​ກິລາ​ຕີ​ດ່ຽວ​ເພດ​ຍິງ​ຂອງ​ຈີນ​ໃນ​ງານ​ແຂ່ງຂັນ Grand Slam, ຕໍ່​ຈາກ​ນັ້ນ  ​ໃນ​ງານ​ກິລາ​ໂອ​ລິມ​ປິກ​ອາ​ແຕນ, ນາງ​ລີ​ທິງ​ກັບ​ນາງ​ຊຸນ​ຖຽນຖຽນຊິງ​ໄດ້ຫຼຽນຄຳ​ເທັນ​ນິສຕີ​ຄູ່​ເພດ​ຍິງ. ​ໃນ​ເວ​ລາ 6 ​ເດືອນ​ທີ່​ຜ່ານ​ມາ, ນັກ​ກິລາ​ຈີນ​ເກົ້າອົດ​ເກົ້າ​ເຍື້ອນ, ນາງ​ລີ​ນາ​ຊິງ​ໄດ້​ແຊມ​ປຽນ​ເປັນ​ຄັ້ງ​ທຳ​ອິດໃນ WTA, ນີ້​ກໍ່​ແມ່ນ​ແຊມ​ປຽນຄັ້ງທຳ​ອິດ​ຂອງ​ຈີນ. ​ໃນ​ການ​ບຸກທະລຸດັ່ງ​ກ່າວ​ນີ້, ນັກ​ກິລາ​ທີ່​ຖືກ​ສົນ​ໃຈ​ຫຼາຍກວ່າ​ໝູ່​ແມ່ນ​ນາງ​ລີ​ທິງ​ກັບ​ນາງ​ຊຸນ​ຖຽນ​ຖຽນ ​ແຊມ​ປຽນ​ງານ​ກິລາ​ໂອ​ລິ​ມປິກ, ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​ໄດ້​ຜ່ານ​ພົ້ນ​ໄປ​ເກືອບ​ໜຶ່ງ​ປີ​ແລ້ວ, ພວກ​ເຂົາ​ເຈົ້າມີ​ຄວາມຄອງ​ຄອຍ​​ຫຍັງ​ແດ່? ​ໃນ​ລາຍ​ການ​ໂລກ​ກິລາ​ພາກ​ນີ້, ​ເຊິນ​ຟັງ​ບົດ​ແຈ້ງ​ຂ່າວ​ປະກອບສຽງທີ່​ພາດ​ຫົວ​ເລື່ອງ​ວ່າ: ນັກ​ກິລາ​ຈີນ​ທີ່​ເປັນ​ແຊມ​ປຽນ​ເທັນ​ນິສ​ໂອ​ລິມ​ປິກ​ຄອງ​ຄອຍ​ມີ​ການ​ບຸກທະລຸ​ຄັ້ງໃໝ່.

​ໃນ​ງານ​ແຂ່ງຂັນ​ເທັນ​ນິສຝຣັ່ງ​ໂອ​ເພັນ​ປີ 2005 ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ພຶດສະ​ພາ, ນາງ​ລີ​ທິງ​ກັບ​ນາງ​ຊຸນ​ຖຽນຖຽນບໍ່​ໄດ້​ເຂົ້າ​ຮອບ 8 ທິມສຸດທ້າຍ, ​​ແຕ່​​ເຂົາ​ເຈົ້າສອງ​ຄົນ​ກໍ​ມີ​ການ​ບຸກທະລຸ, ​ເພາະ​ນີ້​ແມ່ນ​ຜົນງານ​ດີ​ກວ່າ​ໝູ່​ທີ່ນັກ​ກິລາ​ຈີນ​ຍາດ​ມາ​ໄດ້ໃນ​ງານ​ແຂ່ງຂັນ​ຝຣັ່ງ​ໂອ​ເພັນ, ກໍ່​ແມ່ນ​ຜົນງານ​ດີທີ່​ສຸດ​ຂອງ​ສອງ​ຄົນ​ໃນ​ງານ​ແຂ່ງຂັນ​ Grand Slam. ການ​ບຸກທະລຸ​ເທື່ອ​ນີ້​ບໍ່​ແມ່ນ​ງ່າຍ. ຍ້ອນ​ວ່າຫຼັງຈາກ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ, ຜົນ​ການ​ແຂ່ງຂັນ​ຂອງ​ນາງລີ​ທິງ​ກັບ​ນາງ​ຊຸນ​ຖຽນຖຽນບໍ່​ດີ​ປານ​ໃດ, ​ໃນ​ການ​ແຂ່ງຂັນຕີ​ຄູ່​ເພດ​ຍິງ​ຂອງ​ງານ​ແ​ຂ່ງຂັນເທັນ​ນິສອົສຕຼາລີ​ໂອ​ເພັນທີ່​ຈັດ​ຂຶ້ນ​ເມື່ອ​ຕົ້ນປີ​ນີ້, ​ເຂົາ​ເຈົ້າສອງ​ຄົນ​ຕົກ​ຮອບທີ​ສາມ. ​​ນາງ​ລີ​ທິງ​​ໄດ້ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ, ກ່ອນ​ງານ​ແຂ່ງຂັນ​ຝຣັ່ງ​ໂອ​ເພັນ, ສະພາບ​ການ​ຂອງນາ​ງ​ບໍ່​ດີ​ປານ​ໃດ, ນາງ​ກັບ​ນາງ​ຊຸນ​ຖຽນຖຽນ​ແມ່ນ​ຊິງ​ໄດ້ຜົນ​ງານ​ດີ​ໂດຍ​ອາ​ໄສ​ການ​ຝຶກ​ແອບ​ຫຼາຍ​ແລະ​ລຳບາກ​ທີ່​ສຸດກ່ອນ​ງານ​ແຂ່ງຂັນ​ແລະ​ບຸກບືນ​ສູ້​ຊົນ​ຢ່າງ​ໝັ້ນໜຽວ​ທົນ​ທານ​ໃນ​ການ​ແຂ່ງຂັນ.

ນາງ​ລີ​ທິງ​ເວົ້າວ່າ: ກ່ອນ​ໜ້າ​ນີ້, ສະພາບ​ການ​ແຂ່ງຂັນ​ຂອງ​ຂ້າພະ​ເຈົ້າບໍ່​ດີ​ປານ​ໃດ, ຂ້າ​ພະ​ເຈົ້າເອງ​ກໍ​ບໍ່​ມີ​ຄວາມ​ໝັ້ນ​ໃຈ​ປານ​ໃດ, ກ່ອນ​ງານ​ແຂ່ງຂັນ​ຝຣັ່ງ​​ໂອ​ເພັນ ​ໄດ້​ເຂົ້າ​ຮ່ວມ​ງານ​ແຂ່ງຂັນຫຼາຍ​ເທື່ອ, ​ເຖິງ​ວ່າ​ຊິງ​ໄດ້​ແຊມ​ປຽນ​ໃນ​ງານ​ແຂ່ງຂັນ​ເທື່ອ​ທຳ​ອິດ​ກໍ່​ຕາມ, ​ແຕ່​ຄູ່​ແຂ່ງ​ຂັນ​ບໍ່​ແຂງ​ປານ​ໃດ, ​ເມື່ອ​ແຂ່ງຂັນ​ຢູ່​ອີ​ຕາ​ລີ, ​ໃນ​ຮອບ​ທຳ​ອິດ​ກໍ​ເສຍ​ໃຫ້​ນາງ​ເຜິງ​ຊວ້າຍ​ກັບ​ນາງ​ລີ​ຮຸ້ຍຈື. ກ່ອນ​ງານ​ແຂ່ງຂັນຝຣັ່ງ​ໂອ​ເພັນ ຂ້າພະ​ເຈົ້າ​ຝຶກ​ແອບ​​ເອົາ​ແທ້​ເອົາ​ວ່າ, ​ໄດ້​ປັບ​ປຸງ​ຕົນ​ເອງ​ໂດຍ​​ແນ​ໃສ່​ບັນຫາ, ​​ໃນ​ເວລາແຂ່ງຂັນກໍ​ສູ້​ຊົນ​ຢ່າງ​ໝັ້ນ​ໜຽວ​ທົນ​ທານ, ​ໃນ​ທີ່​ສຸດ​ ຂ້າພະ​ເຈົ້າຍິ່ງ​ຕີ​ກໍ​ຍິ່ງ​ມີ​ຄວາມ​ໝັ້ນ​ໃຈ.

ການ​ໄດ້​ຮັບ​ໄຊຊະນະ​ໃນ​ງານ​ແຂ່ງຂັນ​ເທັນ​ນິສຝຣັ່ງ​ໂອ​ເພັນ ​ເຮັດ​ໃຫ້​ນາງ​ລີ​ທິງ​ກັບ​ນາງ​ຊຸນ​ຖຽນຖຽນມີ​ຄວາມ​ໝັ້ນ​ໃຈ​ຕໍ່​ຕົນ​ເອງ​ອີກ, ​ເຂົາ​ເຈົ້າກ່າວ​ວ່າ, ຈະ​ພະຍາຍາມ​ມີ​ການ​ບຸກທະລຸຫຼາຍກວ່າ​ເກົ່າ​ໃນ​ງານ​ກິລາ​ທົ່ວ​ປະ​ເທດ​ຈີນ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ປີ​ນີ້ ​ແລະ​ໃນ​ງານ​ແຂ່ງຂັນ​ເທັນ​ນິສອາ​ເມ​ລິ​ກາ​ໂອ​ເພັນ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ກັນຍາ​ປີ​ນີ້. ທ່ານ​ຊຸນ​ຖຽນຖຽນກ່າວ​ວ່າ: "​ເປົ້າໝາຍ​ຂ້າງ​ໜ້າ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ແມ່ນ​ສືບ​ຕໍ່​​ໃຫ້​ມີ​ການ​ບຸກ​ທະ​ລຸ​ໃໝ່​ໃນ​ງານ​ແຂ່ງຂັນ​ເທັນ​ນິສ​ໂອ​ເພັນ, ​ເວົ້າສຳລັບ​ເທັນ​ນິສ​ແລ້ວ, ງານ​ແຂ່ງຂັນ​ໂອ​ເພັນ​ແມ່ນ​ສຳ​ຄັນ​ຫຼາຍ."

ຢາກ​ຈະ​ໄດ້​ຮັບ​ຜົນງານ​ດີ​ຕື່ມ​ອີກ, ນາງ​ລີ​ທິງ​ກັບ​ນາງ​ຊຸນ​ຖຽນຖຽນຕ້ອງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ອີກ​ປະການ​ໜຶ່ງ, ນັ້ນກໍ່​ຄື​ ໃນ​ຖານະ​ເປັນ​ແຊມ​ປຽນ​ງານ​ກິລາ​ໂອ​ລິ​ມປິກ ຈະ​ຮັບ​ມື​ແນວ​ໃດກັບ​ຄວາມ​ສົນ​ໃຈ​ຂອງ​ຜູ່​ອື່ນແລະ​​ຄວາມ​ກົດ​ດັນຢ່າງ​ບໍ່​ຟ້າວບໍ່​ຟັ່ງ​. ຕໍ່​ເລື່ອງ​ນີ້, ທ່າ​ທີ​ຂອງ​ພວກ​ເຂົາ​ເຈົ້າ​ແມ່ນ "ປັບ​ຕົນ​ເອງຫຼາຍກວ່າ​ເກົ່າ". ນາງ​ຊຸນ​ຖຽນຖຽນ​ເວົ້າວ່າ: "ຄົນຮູ້​ຈັກ​ພວກ​ຂ້າພະ​ເຈົ້າຫຼາຍຂຶ້ນ​ແລ້ວ, ​ຝາກຄວາມ​ຫວັງ​ນຳ​ພວກ​ຂ້າພະ​ເຈົ້າ​ກໍ​ຫຼາຍ​ຂຶ້ນ​ນຳ. ​ໃຕ້​ສະພາບ​ການ​ນີ້, ພວກ​ຂ້າພະ​ເຈົ້າຈະ​ເພີ່ມ​ຄວາມ​ກົດ​ດັນ​ໃສ່ຕົນເອງ​ບໍ່​ໄດ້, ຖ້າ​ບໍ່​ດັ່ງ​ນັ້ນ​ກໍ່​ຈະ​ແຂ່ງຂັນບໍ່​ໄດ້​ອີກ​. ​ແນ່ນອນ​ແລ້ວ, ບາງ​ເທື່ອ​ກໍ່​ມີ​ຄວາມ​ກົດ​ດັນ, ​ເພາະ​ນັດ​ໃດ​ກໍ່​ຢາກ​ເອົາ​ຊະ​ນະ. ສະນັ້ນ ຮັບ​ມື​​ກັບ​ຄວາມ​ກົດ​ດັນແລະປັບ​ຕົນ​ເອງ​​ແນວ​ໃດ​ແມ່ນ​ສຳຄັນ​ທີ່​ສຸດ."

ນອກຈາກ​ສືບ​ຕໍ່​ກ້າວ​ໄປ​ໜ້າ​ໃນ​ລາຍການ​ຕີ​ຄູ່​ແລ້ວ, ​ແຊມ​ປຽນ​ຄູ່ນີ້​ຍັງ​ມີ​ຂົງ​ເຂດ ໜຶ່ງ​ຕ້ອງ​ການ "ບຸກທະລຸ", ນັ້ນກໍ່​ຄື​ຈະ​ຍົກ​ລະດັບຕີ​ດ່ຽວ​​ໃຫ້​ສູງ​ຂຶ້ນແນວ​ໃດ? ​ໃນ​ກິລາ​ເທັນ​ນິສ​ອາ​ຊີບ, ນັກ​ກິລາ​ຈະ​ສົນ​ໃຈ​ການ​ຕີ​ດ່ຽວຫຼາຍກວ່າ​ການ​ຕີ​ຄູ່. ສະນັ້ນ, ຫຼັງ​ຈາກ​ງານ​ກິ​ລາ​ໂອ​ລິມ​ປິກ​ອາ​ແຕນ, ນາງ​ລີ​ທິງ​ກັບ​ນາງ​ຊຸນ​ຖຽນຖຽນກໍ່​ຕັດ​ສິນ​ໃຈມີ​ການ​ບຸກ​ທະ​ລຸ​ໃນ​ການ​ຕີ​ດ່ຽວ. ​ແຕ່​ໃນ​ດ້ານ​ນີ້, ພວກ​ເຂົາ​ເຈົ້າ​ໄດ້​ປະ​ເຊີນ​ກັບ​ສະ​ຖາ​ນະ​ພາບ​ທີ່​ຍັງ​ຫຍຸ້​ງຍາກ​ກວ່າ​ການ​ຊິງ​ເອົາ​ແຊມ​ປຽນ​ງານ​ກິລາ​ໂອ​ລິ​ມປິກ, ​ເພາະ​ການ​ຕີ​ດ່ຽວ​ກັບ​ການ​ຕີ​ຄູ່​ຂອງ​ເທັນ​ນິສ​ແຕກ​ຕ່າງ​ກັນ​ຫຼາຍ, ນາງ​ຊຸນ​ຖຽນຖຽນ​ເວົ້າວ່າ: ການ​ລຽງ​ລຳດັບ​ລະ​ຫວ່າງ​ການ​ຕີ​ດ່ຽວ​ກັບ​ການ​ຕີ​ຄູ່​ຂອງ​ພວກ​ຂ້າພະ​ເຈົ້າຈັ່ງ​ແມ່ນ​ໂຕນກັນ​ຫຼາຍ, ຫຼາຍ​ເທື່ອ​ແລ້ວ ພວກ​ຂ້າ​ພະ​ເຈົ້າ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ທາງ​ການບໍ່​ໄດ້, ​ເຂົ້າຮ່ວມ​ຮອບ​ຄັດ​ເລືອກ​, ຕ້ອງ​ແຂ່ງ​ຂັນ​ກັນ 3 ຮອບ​ຈິ່ງ​ເຂົ້າ​ຮອບ​ ​ແຂ່ງຂັນ​ທາງ​ການ​ໄດ້. ​ໃນ​ດ້ານ​ເຕັກນິກ​ກໍ່​ມີ​ບັນຫາ, ​​ເພາະນັກ​ກິລາ​ຕີ​ດ່ຽວ​​ແລ່ນ​ຢູ່​ສະ​ໜາມ​ກວ້າງ​ກວ່າ​ຕີ​ຄູ່, ຍັງມີ​ຄວາມ​ຮຽກ​ຮ້ອງຕ້ອງການ​ຕໍ່​ຄວາມ​ສາມາດ​ຂອງນັກ​ກິລາຕີ​ດ່ຽວຫຼາຍກວາ​ຕີ​ຄູ່.

ນັກ​ກິລາ​ຕີ​ດ່ຽວ​ຜູ່ເກັ່ງ​ກໍ່​ຍິ່ງຫຼາຍ, ການ​​ແຂ່ງຂັນຍິ່ງ​ດຸ​ເດືອດ​ກວ່າ, ນີ້ຈະເຮັດ​ໃຫ້​ນາງ​ລີ​ທິງ​ກັບ​ນາງ​ຊຸນ​ຖຽນຖຽນຍາກ​ທີ່​ຈະ​ໄດ້​ຮັບ​ໝາກຜົນ​ໃນ​ເວລາ​ສັ້ນ. ນັບ​ມາ​ຮອດ​ປະຈຸ​ບັນ, ຜົນງານ​ຕີ​ກ່ຽວ​ດີ​ທີ່​ສຸດ​ຂອງ​ນາງ​ລີ​ທິງ​ພຽງ​ແຕ່ເຂົ້າຮອບ​ແຂ່ງຂັນທາງ​ການ​ໃນ​ງານ​ແຂ່ງຂັນ​ເທັນ​ນິສ​ອົສຕຼາລີ​ໂອ​ເພັນ​ຕົ້ນປີ​ນີ້ທໍ່​ນັ້ນ, ສ່ວນນາງ​ຊຸນ​ຖຽນຖຽນ​ແມ່ນ​ພຽງ​ແຕ່​ເຂົ້າຮອບ​ທີ​ສອງ​ໃນ​ງານ​ແຂ່ງຂັນ​ວິມ​ເບີ​ດັນ​ໂອ​ເພັນ​​ໃນປີ​​ກາຍ; ງານ​ແຂ່ງຂັນ​ຝຣັ່ງ​ໂອ​ເພັນ​ເທື່ອ​ນີ້, ສອງ​ຄົນ​ກໍ່​ບໍ່​ໄດ້​ເຂົ້າຮອບ​​ແຂ່ງຂັນທາງ​ການ. ຍາກ ຈັ່ງ​ແມ່ນ​ຍາກ​ແທ້! ​ແຕ່​ນາງ​ສອງ​ຄົນ​ກໍ່​ກ່າວ​ເນັ້ນວ່າ, ການ​ຕີ​ດ່ຽວ​ສຳຄັນຫຼາຍ, ​ຈົນກວ່າເຕັກນິກຕີ​ຄູ່​ກໍ່​ຖື​ການ​ຕີ​ດ່ຽວ​ເປັນ​ພື້ນຖານ. ສະນັ້ນ ບໍ່​ວ່າບົນ​ເສັ້ນທາງມີ​ຄວາມ​ລຳບາກ​ກາກ​ກຳຫຼາຍ​ເທົ່າ​ໃດ, ແຊມ​ປຽນ​ງານ​ກິລາ​ໂອ​ລິ​ມປິກ​ຄູ່​ນີ້ກໍ່​ຈະ​ຍຶດໝັ້ນຍຸດ​ທະ​ສາດ​ສົນ​ໃຈຕີ​ດ່ຽວກັບ​ຕີ​ຄູ່​ພ້ອມ​ກັນ, ​ເພາະ​ເຂົາ​ເຈົ້າຍັງ​ຄອງ​ຄອຍ​ມີ​ການ​ບຸກທະລຸຫຼາຍກວ່າ​ເກົ່າ​ໃນຊີວິດ​ເທັນ​ນິສອາຊີບ​ຂອງ​ຕົນ ​ແລະ​ໃນ​ຂະ​ບວນ​ວິ​ວັດ​ພັດທະນາ​ກິລາ​ເທັນ​ນິສຂອງ​ຈີນ.