ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-13 20:41:01    
ຕະຫລາດນັດ​ຄຸນ​ມິງ----​ເວທີ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ທີ່​ສຳ​ຄັນ​ລະ​ຫວ່າງ​ຈີນ​ອາ​ຊຽນ(ສຽງ)

cri Author: mo


ຕະຫລາດນັດ​ຄຸນ​ມິງ​ປີ 2005 ພວມ​ຈັດ​ຂຶ້ນ​ຢູ່​ສູນປະຊຸມ​ວາງສະ​ແດງ​ສາກົນ​ຄຸນ​ມິງ​ ​ເທດສະບານ​ແຂວງ​ຢຸນນານ​ຈີນ, ຕະຫລາດນັດ​ຄຸນ​ມິງ​ເທື່ອ​ນີ້​ໄດ້ຈັດ​ຫໍວາງສະ​ແດງ​ອາຊຽນ​ອີກ. ບຸກຄົນ​ທີ່​ກ່ຽວຂ້ອງ​ກ່າວ​ວ່າ, ຕະຫລາດນັດ​ຄຸນ​ມິງ​ໄດ້​ກາຍ​ເປັນ​​ເວທີ​ຮ່ວມ​ມື​ເສດຖະກິດ​ການ​ຄ້າທີ່ສຳຄັນ​ລະຫວ່າງ​ຈີນ​ອາຊຽນ​ແລ້ວ.

ເມື່ອຍ່າງ​ເຂົ້າຫ້ອງ​ໂຖງ​ໃຫຍ່​​ຊັ້ນໜຶ່ງ​ຂອງ​ສູນປະຊຸມ​ວາງ​ສະ​ແດງ​ສາກົນ​ຄຸນ​ມິງ, ​ເບື້ອງ​ຊ້າຍ​ກໍແມ່ນ​ຫ້ອງ​ວາງສະ​ແດງ​ຂອງ​ປະ​ເທດ​ອາຊຽນທີ່​ປະຈັກ​ຕາ​ຄົນ. ນັກທຸລະກິດ​ທີ່​ມາ​ຈາກ 10 ປະ​ເທດ​ອາຊຽນ​ໄດ້ເຂົ້າຮ່ວມການວາງສະ​ແດງ, ມີ​ບ່ອນ​ວາງສະ​ແດງລວມ 203 ບ່ອນ.

ເພື່ອ​ສະ​ແດງ​​ໃຫ້​ເຫັນຮີດຄອງ​ປະ​ເພນີ​ຂອງ​ບັນດາ​ປະ​ເທດ, ລາວ ​ໄທ ​ແລະ​ຫວຽດນາມ​ເປັນຕົ້ນ​ໄດ້​ຈັດວາງ​ຫ້ອງ​ວາງສະ​ແດງຂອງ​ຕົນ​ເປັນ​ພິ​ເສດ​. ຢູ່​ແຫ່ງ​ນີ້, ​ທ່ານ​ຈະ​ໄດ້​ເຫັນ​ທາດ​ຫລວງ----​ສັນຍະລັກ​ຂອງ​ປະ​ເທດ​ລາວ​ທີ່​ສ້າງດ້ວຍ​ໄມ້, ປະຕູ​​ແບບ​ເຈດີ​ຂອງ​ໄທ, ສາວ​ຫວຽດນາມ​ທີ່​ໃສ່​ງອບ​ແລະນຸ່ງກີ​ເພົາ, ​ແລະ​ອື່ນໆ, ​ເຮັດ​ໃຫ້​ທ່ານ​ຮູ້ສຶກເໝືອນ​ດັ່ງ​ຢູ່​ໃນ​ບັນດາ​ປະ​ເທດ​ອາ​ຊຽນ. ການຈັດ​ວາງ​ໃນ​ຫ້ອງ​ວາງສະ​ແດງ​ກໍ​ຈັດ​ໄດ້​ດີ​ຫລາຍ, ສິນຄ້າ​ຂອງ​ປະ​ເທດ​ອາ​ຊຽນທີ່​​ເອົາ​ມາ​ວາງສະ​ແດງລ້ວນ​ແຕ່​ໄດ້ສະ​ແດງ​ໃຫ້​ເຫັນ​ສິສັນ​ພິ​ເສດ​ຂອງປະ​ເທດ​ຕົນ, ​ເຊັ່ນ: ​ເພັດ​ນິນ​ຈີນ​ດາ​ທີ່​ເຫຼື້ອມຍິບຍັບ​ຂອງ​ມຽນມາ, ​ເຄື່ອງ​ໄຊ້ສວຍ​ທີ່​​ເຮັດດ້ວຍ​ໄມ້​ຂອງ​ລາວ, ກາ​ເຟ​ແລະ​ເຄື່ອງກິນ​ທີ່​ຫອມ​ຫວນຂອງຫວຽດນາມ, ດອກ​ໃບຕອງ​ແຫ້ງ​ທີ່​ສວຍ​ງາມຂອງ​ມາ​ເລ​ເຊຍ. ນອກ​ນີ້, ກຸ່ມຈະ​ເລີ​ນ​ໂພ​ກພັນຂອງ​ໄທ​ແລະ​ກຸ່ມຢວນຕົ່ງ​ຂອງສິງກະ​ໂປ​ໄດ້​​ເອົາ​ສິນຄ້າ​ລາຄາ​​ແພງ​ເຊັ່ນ​ເຄື່ອງ​ຈັກ​ໄຟຟ້າ​ເປັນຕົ້ນມາ​ວາງສະ​ແດງ​, ກຸ່ມຈິນຢວນຂອງຟິລິບ​ປິນຍັງ​​ໄດ້ຈັດ​ງານ​​ໂຄສະນາ​ເຮືອນ​ຢູ່​ທີ່​ຮ່ວມ​ມື​ສ້າງ​ຢູ່​ເມືອງ​ຄຸນ​ມິງ.

ທ່ານ​ຊຽວ​​ໂປ​ເຢີ​ນ ​ຮອງ​ເລຂາທິການ​ສະພາການ​ຄ້າ​ສາກົນ​ຈີນ​ສາຂາ​ຄຸນ​ມິງ​ກ່າວ​ວ່າ, ຢຸນນານ​ກັບ​​ອາ​ຊຽນມີ​ທີ່​ຕັ້ງພູມ​ສາດ​ອັນ​ດີ​ເລີດ; ກອງ​ປະຊຸມGMSກໍ​ຈະ​ຈັດ​ຂຶ້ນ​ຢູ່​ຄຸນ​ມິງ​ໃນເດືອນ​ກໍລະກົດ; ປີໜ້າ, ທາງ​ຫລວງ​ຄຸນ​ມິງ​ບາງ​ກອກ​ຈະ​ແລ່ນ​ລົດ​ໄດ້​ຕະຫລອດ​ສາຍ, ຈຸດ​ພິ​ເສດ​ຂອງ​ຄຸນ​ມິງທີ່​​ເປັນ​"ນະຄອນ​ແຫ່ງ​ງານ​ມະ​ໂຫລານ", "ສູນ​ຈໍລະ​ຈອນ​ສິນ​ຄ້າ"​ເປັນຕົ້ນ​ນັບ​ມື້​ນັບ​ພົ້ນ​ເດັ່ນ​ຂຶ້ນ, ສ່ວນການ​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາຊຽນ​ໄດ້​ກ້າວ​ເຂົ້າ​ໄລຍະ​ທາດ​ແທ້ ​​ຍິ່ງແມ່ນ​ສາ​ເຫດ​ຕົ້ນຕໍ​ທີ່ຫ້ອງ​ວາງສະ​ແດງ​ຂອງ​​​ອາ​ຊຽນ​ໄດ້ຍົກລະດັບ​ສູງຂຶ້ນ. ທ່ານ​ເວົ້າວ່າ:

ເຂດ​ການ​ຄ້າ​​ເສລີ​ຈີນ​ອາຊຽນ​ໄດ້​ຖືກ​ມວນ​ຊົນ​ອັນ​ໄພສານ​ຂອງ​ຈີນ​ແລະ​ບັນດາ​ປະ​ເທດ​ອາ​ຊຽນຮັບ​​ເອົາແລ້ວ, ສະ​ນັ້ນ, ​ໃນ​ຫ້ອງ​ວາງສະ​ແດງ​ຂອງ​ອາຊຽນປີ​ນີ້, ວິ​ສາ​ຫະກິດຂອງ​​ລາວ ​ໄທ ມຽນມາ ​ແລະ​ມາ​ເລ​ເຊຍ​ທີ່​ເຂົ້າຮ່ວມ​ການວາງສະ​ແດງ​ນັ້ນລ້ວນ​ແຕ່​ມີ​ຂະໜາດ​ໃຫຍ່​ກວ່າ​ທຸກ​ປີ​ທີ່​ຜ່ານ​ມາ.

ເຊັ່ນ​ດຽວ​ກັນ, ລັດຖະບານຂອງ​ບັນດາ​ປະ​ເທດອາ​ຊຽນກໍ​ໄດ້​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ຕະຫລາດນັດ​ຄຸນ​ມິງ. ຫວຽດນາມ ລາວ​ແລະ​ກຳປູ​ເຈຍ​ເປັນຕົ້ນ​ໄດ້​ແຕ່ງ​ຄະນະ​ຜູ້​ແທນ​ຂັ້ນຮອງ​ລັດຖະມົນຕີ​ມາ​ເຂົ້າຮ່ວມ​ຕະຫລາດນັດ, ລັດຖະມົນຕີ​ກະຊວງ​ພານິດ​ຂອງໄທ​ຍັງ​​ໄດ້​ມອບ​ໝາຍໃຫ້​ຫົວໜ້າ​ກົມສົ່ງ​ເສີມການ​ສົ່ງ​ອອກ​ນຳພາ​ຄະນະ​ຜູ້​ແທນມາ​ຮ່ວມ. ສ່ວນການ​ສະໜັບສະໜູນ​ຂອງ​ກົມ​ສົ່ງ​ເສີມການ​ສົ່ງ​ອອກ​ຂອງ​ໄທ​ໃນ​ດ້ານ​ທຶນຮອນ​ທີ່​ມີ​ຕໍ່​ຫ້ອງວາງສະ​ແດງ​ຂອງຕະຫລາດນັດ​ຄຸນ​ມີງ​ແມ່ນ​ຫລາຍ​ກວ່າ​ທຸກ​ປີ​ທີ່​ຜ່ານ​ມາ.

ທ່ານ​ຊຽວ​ໂປ​ເຢິນ ຮອງ​ເລຂາທິການ​ສະພາການ​ຄ້າ​ສາກົນ​ຈີນ​ສາຂາ​ຄຸນ​ມິງ​ກ່າວ​ວ່າ,
​ແຕ່​ໃດ​ມາ, ວັດຖຸ​ປະສົງ​ຂອງ​ຕະຫລາດນັດ​ຄຸນ​ມີງກໍ​​ບໍ່​​ໄດ້​ຈຳກັດ​ສາຍຕາ​ນຳ​ແຕ່ວິ​ສາ​ຫະກິດ​ແຂວງ​ຢຸນນານ​ແລະ​ຜະລິດ​ຕະພັນ​​ແຂວງຢຸນນານ​, ຄຳ​ຂວັນ​ຂອງພວກ​ຂ້າພະ​ເຈົ້າ​ແມ່ນ: ຂາຍ​ສິນຄ້າ​ອາຊຽນ, ຊື້​ສິນຄ້າ​ອາຊຽນ, ຂາຍ​ສິນຄ້າ​ທົ່ວ​ປະ​ເທດ​ຈີນ, ຊື້​ສິນຄ້າ​ທົ່ວ​ປະ​ເທດ​ຈີນ. ​ໝາຍ​ຄວາມ​ວ່າ, ພວກ​ຂ້າພະ​ເຈົ້າຈະ​ຈຳໜ່າຍ​ສິນຄ້າ​ທີ່​ດີ​ຂອງ​ຈີນ​ໃຫ້​ວິ​ສາ​ຫະກິດ​ຕ່າງປະ​ເທດ ​ແລະ​ຕະຫລາດ​ຂອງ​ຕ່າງປະ​ເທດ, ​ແລະ​ກໍ​​ແນະນຳ​ຜະລິດ​ຕະພັນ​ແລະ​ວິ​ສາ​ຫະກິດ​ທີ່​ດີ​ຂອງ​ຕ່າງປະ​ເທດ​​ໃຫ້​ຕະຫລາດ​ແລະ​ນັກທຸລະກິດ​ຂອງ​ຈີນ.

ຂໍ້​ມູນ​ຂ່າວສານ​ສະ​ແດງ​ໃຫ້​ເຫັນ​ວ່າ, ຜະລິດ​ຕະພັນ​ຢ່າງ​ຫລວງ​ຫລາຍ​ຂອງປະ​ເທດ​ອາ​ຊຽນ​ກໍ​ແມ່ນ​ຜ່ານຈາກ​ຫ້ອງ​ວາງສະ​ແດງ​ອາຊຽນຂອງ​ຕະຫລາດນັດ​ຄຸນ​ມີງ​, ​ແລ້ວ​ເຂົ້າສູ່​ຕະຫລາດ​ຈີນ. ບໍລິ​ສັດ​​ເຮັດເກີບ​ພິງ​ສຽນ​ຫວຽດນາມ​ກໍ​ແມ່ນ​ຜ່ານ​ຕະຫລາດນັດ​ຄຸນ​ມີງ​ເຂົ້າ​ສູ່​ຕົວ​ເມືອງ​ໃຫຍ່​ແລະຜ້ານ​ກາງຂອງ​ຈີນ, ປັດຈຸບັນ, ອັດຕາ​ກວມຕະຫລາດຢູ່​ຈີນ​ຂ້ອງ​ຂ້າງ​ສູງ. ກາ​ເຟ​ແລະ​ເຄື່ອງ​ສຳອາງ​ຂອງ​ຫວຽດນາມກໍ​ແມ່ນ​ເຂົ້າສູ່​ຕະຫລາດ​ຈີນ​ໂດຍ​ຜ່ານ​ຕະຫລາດນັດ​ຄຸນ​ມິງ. ຕົວຢ່າງ​ແນວ​ນີ້​ຍັງ​ມີ​ຫລາຍ​ຈົນ​ນັບ​ບໍ່​ຖ້ວນ.

ຢູ່​ຫ້ອງ​ວາງສະ​ແດງ​ອາຊຽນ, ນັກ​ຂ່າວ​ໄດ້​ພົບ​ທ່ານ​ຖຽນ ຜູ້ອຳນວຍການ​​ຂອງ​ບໍລິສັດ​ພັດທະນາ​ລາວ​ຊຸນ​ຈຳກັດຂອງ​ລາວ, ບໍລິສັດ​ດັ່ງກ່າວ​ແມ່ນ​ວິ​ສາ​ຫະກິດ​ທີ່​ຂຶ້ນ​ກັບ​ກະຊວງການ​ຄ້າ​ລາວ, ​​ທຸລະ​ກິດ​ການທ່ອງທ່ຽວ​ຂ້າມ​ຊາດ​ອາ​ຊີ​ອາຄະ​ເນ​ແລະ​​ຜະລິດ​ເຄື່ອງ​ເຟີ​ນີ​ເຈີ​​ແບບບູຮານ​​ເປັນຕົ້ນຢູ່​ລາວ. ​ເທື່ອ​ນີ້, ພວກ​ເຂົາ​ເຈົ້າ​​ໄດ້​ນຳ​ເອົາ​​ເຄື່ອງສິລະ​ປະ​ເຮັດ​ດ້ວຍ​​ໄມ້​​ຂອງ​ລາວ 70-80​ເຄື່ອງມາ​ເຂົ້າຮ່ວມ.

ທ່ານ​ຖຽນ​ເວົ້າວ່າ, ​ແຕ່​ເດີມ, ພວກ​ຂ້າພະ​ເຈົ້າບໍ່​ເຂົ້າ​ໃຈ​ຕະຫລາດ​ຈີນ​ປານ​ໃດ, ປີ​ກາຍ​ນີ້, ພວກ​ຂ້າພະ​ເຈົ້າ​ໄດ້​ເຂົ້າຮ່ວມ​ງານຕະຫລາດນັດຄຸນ​ມິງ​ເປັນຄັ້ງທຳ​ອິດ,  ຜ່ານການ​ເຂົ້າຮ່ວມ​ງານ​ຕະຫລາດນັດ​ໄດ້​ເຂົ້າ​ໃຈ​ຈີນ​ຕື່ມ​ອີກ, ​ແລະ​ໄດ້​ຕົກລົງ​ບຸກ​ເບີກ​ຕະຫລາດ​ຢູ່​ຈີນ​ຢ່າງ​ເປັນ​ທາງ​ການ, ພວກຂ້າພະ​ເຈົ້າຍັງ​ໄດ້​ຈັດຕັ້ງ 10 ກວ່າ​ຄະນະຂອງວິ​ສາ​ຫະກິດ​ຈີນ​ທີ່​ຮູ້ຈັກ​ໃນ​​ງານ​ຕະຫລາດນັດ​ໄປ​ທັດສະນະ​ສຶກສາ​ການ​ຄ້າ​ຢູ່​ລາວ. ​ໃນ​ງານ​ຕະຫລາດນັດ​ເທື່ອ​ນີ້, ຜະລິດ​ຕະພັນ​ທີ່​ພວກ​ຂ້າພະ​ເຈົ້າ​ເອົາ​ມາ​ວາງສະ​ແດງ​ນັ້ນ​ແມ່ນ​ເຫັນ​ໜ້ອຍ​ທີ່​ສຸດ​ຢູ່​ເຂດ​ໃນ​ຈີນ, ​ໃນ​ມື້​​ເປີດ​ງານມື້​ທຳ​ອິດ, ພາຍ​ໃນ​ເວລາ​ໜຶ່ງ​ຊົ່ວ​ໂມງອັນ​ສັ້ນໆ​ກໍ​ມີ​ນັກທຸລະກິດ 20 ກວ່າ​ຄົນ​ມາ​ຕິດ​ຕໍ່​ພົວພັນ​ກັບ​ພວກ​ຂ້າພະ​ເຈົ້າ, ຫລັງ​ກອງ​ປະຊຸມ, ພວກ​ຂ້າພະ​ເຈົ້າກຽມ​ສຳພາດ​ໂດຍ​ສະ​ເພາະ​ຕໍ່​ລູກ​ຄ້າທັງ​ໝົດ​ໄດ້​ຈົ່ງ​ວິທີ​​ຕິດ​ຕໍ່​​ໄວ້​ໃຫ້​ພວກ​ຂ້າພະ​ເຈົ້າ. ພວກ​ຂ້າພະ​ເຈົ້າກໍ​ຫວັງ​ເປີດ​ກວ້າງ​ອິດ​ທິພົນ​ແລະ​ຕະຫລາດ​ຂອງ​ຕົນ, ບັນລຸ​ຈຸດປະສົງ​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້ຜົນ​ປະ​ໂຫຍ​ດ​ກັບ​ວິ​ສາ​ຫະກິດ​ຈີນ.

ຢູ່​ບ່ອນວາງສະ​ແດງ​ເຄື່ອງ​ເຟີ​ນີ​ເຈີ​ຂອງ​ບໍລິສັດ​ລາວ​ອີກ​ຫຼັງໜຶ່ງ, ທ່ານ​ລີ​ວຊິ້ວ​ເຈ ປະທານ​ກຸ່ມອຸດສາຫະກຳ​ຈິ​ວພ້າ​ຍ​​ແຂວງ​ເຫີ​​ເປ​ຈີນ​​ໄດ້​ລູບຄຳເຄື່ອງ​ເຟີ​ນິ​ເຈີ​​ແບບ​ບູຮານ​ຂອງ​ລາວ​ຈົນ​ບໍ່​ຢາກ​ວາງ​ມື:

ຂ້າພະ​ເຈົ້າມັກ​ເຄື່ອງ​ເຟີ​ນິ​ເຈີ​ແບບ​ບູຮານ​ຫລາຍ, ​ໄມ້​ແລະ​ສີມື​​ດີ​ຫລາຍ, ​ແຕ່​ມີ​ບາງ​ແບບອາດ​ຈະ​ບໍ່​ເໝາະ​ກັບ​ຄວາມ​ຕ້ອງການ​ຂອງຕະຫລາດ​ຈີນ, ພວກ​ຂ້າພະ​ເຈົ້າຢາກ​ຊື້​ເຄື່ອງ​ເຟີ​ນິ​ເຈີ​ຊຸດ​ໜຶ່ງ​ສອງ​ຊຸດກັບ​​ເມືອ​ໃຫ້​ຊ່ຽວ​ຊານ​ຂອງ​ພວກ​​ເຮົາ​ເບີ່​ງ, ຖ້າ​ເປັນ​​ໄປ​ໄດ້, ພວກ​ຂ້າ​ພະ​ເຈົ້າຈະ​ເອົາ​ຜັງ​ວາດ​ຈຳນວນ​ໜຶ່ງມາ​​ໃຫ້, ​​ແລ້ວ​ເຊັນ​ສັນຍາ​ຮ່ວມ​ມື.

ຕາມ​ຊາບ​ວ່າ, ​ເມື່ອວິ​ສາ​ຫະກິດ​ລາວ​ທີ່​ຮ່ວມງານ​ປີ​ນີ້​ໄດ້​ປຽບ​ທຽບງານ​​ເອັສ​ໂປ​ຈີນ​ອາຊຽນທີ່​ນານ​ນິງກັບ​ງານ​ຕະຫລາດນັດ​ຄຸນ​ມິງ​ແລ້ວ, ຮູ້​ສຶກວ່າ, ງານ​ຕະຫລາດນັດ​ຄຸນ​ມິງ​ມີ​ປະສິດທິ​ຜົນ​ດີກ​ວ່າ, ພວກ​ເຂົາ​ເຈົ້າມາ​​ແລ້ວ​ໄດ້​ຮັບ​ໃບຈອງຢ່າງ​ແທ້​ຈິງ, ​ເຄື່ອງ​ວາງສະ​ແດງ​ທີ່​ພວກ​ເຂົາ​ເຈົ້າ​ເອົາ​ມານັ້ນລ້ວນ​ແຕ່​ຂາຍ​​ໄດ້ໝົດ.​ໃນ​ເວລາ​ທ່ານສຽວສະຫວາດ ຮອງລັດຖະມົນຕີກະຊວງ​ການ​ຄ້າ​ລາວ​ທີ່​ເຂົ້າຮ່ວມ​ງານ​ຕະຫລາດນັດ​ຄຸນ​ມິງ​ຕາມ​ຄຳ​ເຊີນ​ຕ້ອນຮັບ​ການ​ເຂົ້າສຳພາດ​ຂອງ​ນັກ​ຂ່າວCRIພວກ​​ເຮົາ​ນັ້ນ, ທ່ານ​ໄດ້​ວາດ​ພາບ​ງານ​ຕະຫລາດນັດ​ຄຸນ​ມີງຄື​ແນວ​ນີ້:(ອັດສຽງ)