ປະທານາທິບໍດີຟິລິບປິນບໍ່ຫ່ອນຈະອ່ອນຄໍ່ຕໍ່ການກ່າວຫາວ່າສໍ້ໂກງໃນການເລືອກຕັ້ງແລະສະມາຊິກຄອບຄົວສໍ້ລາດບັງຫລວງ
cri
ຕາມເວັບໄຊຂ່າວສານຈີນ:ຫນັງສືພິມຫລຽນເຫີຈ່າວປ້າວຂອງສິງກະໂປລາຍງານວ່າ,ໂດຍປະເຊີນກັບການກ່າວຫາວ່າສໍ້ໂກງໃນການເລືອກຕັ້ງແລະສະມາຊິກຄອບຄົວສໍ້ລາດບັງຫລວງ,ພ້ອມດ້ວຍກຳລັງຫນີບຂອງການສະແດງກຳລັງຕ້ານລັດຖະບານ,ວັນທີ 12 ມິຖຸນາ,ທ່ານນາງອາໂລໂຢ ປະທານາທິບໍດີຟິລິບປິນກ່າວວ່າ,ບໍ່ຫ່ອນຈະອ່ອນຄໍ່,ເພິ່ນຮຽກຮ້ອງປະຊາຊົນຈົ່ງສາມັກຄີກັນ,ແລະປະຕິຍານວ່າຈະໃຊ້ອຳນາດປົກປັກຮັກສາປະຊາທິປະໄຕແລະການປະຕິຮູບເສດຖະກິດ.
ທ່ານນາງອາໂລໂຢແມ່ນສະແດງທັດສະນະດັ່ງກ່າວໃນພິທີສະຫລອງວັນເອກະລາດທີ່ຈັດຂຶ້ນຢູ່ສວນສາທາລະນະລີຊາ ບິດາແຫ່ງຊາດຟິລິບປິນໃຕ້ການປ້ອງກັນຢ່າງເຂັ້ມງວດ.
ອາທິດແລ້ວນີ້,ບຸກຄົນຫລາຍທ່ານຂອງພັກຝ່າຍຄ້ານຟິລິບປິນຕິຕຽນທ່ານນາງອາໂລໂຢເຈດຕະນາຊັກໃຍຜົນນັບບັດເລືອກຕັ້ງ,ຍັງພ້ອມກັນກັບສະມາຊິກຕະກູນຮັບເອົາເປີເຊັນຂອງກຸ່ມກາຊີໂນທີ່ຜິດກົດຫມາຍ.
|
|