ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-14 15:19:54    
ດວງ​ຈັນ​ໃນ​ລະ​ດູ​ໃບ​ໄມ້​ຫຼົ່ນ​(ສຽງ)

cri Author: huachunmei

ທ່ານ​ຜູ່​ຟັງ​ທີ່​ເຄົາ​ລົບ,​ ທ່ານ​ອາດ​ຈະ​ເຄີຍ​ສັງ​ເກດ​ວ່າ, ​ໃນ​ເພງ​ຈີນ​ມັກ​ມີ​ເນື້ອ​ຮ້ອງ​ທີ່​ກ່າວ​ເຖິງດອກ​ໄມ້​ໃນ​ລະ​ດູ​ບານ​ໃໝ່​ແລະດວງ​ຈັນ​​ໃນ​ລະດູ​ໃບ​ໄມ້​ຫຼົ່ນ ​ເຊິ່ງຖື​ເປັນ​ສິ່ງ​ທີ່​ງາມ, ​ໃຊ້​ມາສະ​ແດງ​ຈິດ​ອາລົມ​ທີ່​ອອນຊອນ, ຫຼືອາ​ໄລ​ອາວ​ອນ​ແລະ​ອື່ນໆ, ​ໃນ​ລາຍການ​ພາກ​ນີ້, ພວກ​ເຮົາ​ກໍ​ໄດ້​ຈັດ​ເອົາ​ເພງປະມວນ​ໜຶ່ງກ່ຽວ​ກັບ​ດວງ​ຈັນມາສູ່​ທ່ານ​ຟັງ, ຫວັງ​ວ່າ, ທ່ານ​ຄົງຈະ​ມັກ.

​ເນື້ອ​ເພງ​ທີ່​ທ່ານ​ຟັງ​ມານັ້ນມີ​ຄວາມ​ໝາຍວ່າ, "ທ້ອງຟ້າ​ຍາມ​ລາ​ຕີ​ທີ່​​ແສນ​ໄກມີ​ຊີກ​ວົງ​ເດືອນ​ທີ່​ກົງ​ຄົ້ງນົ້ງ. ​ໃຕ້ວົງ​ເດືອນມີ​ຂົວກົ່ງນ້ອຍ. ຂ້າງ​ຂົວ​​ມີ​ເຮືອ​ນ້ອຍ​​​ເຫຼັ້ມໜຶ່ງ. ​ຢູ່​ເທິງເຮືອນ​ນ້ອຍ​​ໄກວໂງກ​ເງກ​ແມ່ນ​ນ້ອງອ້າ​ຈ່ຽວ​ໃນ​ໄວ​ເດັກ. ນ້ອງ​ອາ​ຈ່ຽວ​ພາຍ​ເຮືອ, ຮ້ອງ​ເພງ​ປາງ​ເກົ່າ​ແກ່. ​ເພງ​ລອຍຕາມ​ສາຍ​ລົມ, ລອຍ​ມາ​ຊູນ​ໜ້າ​ຂ້ອຍ. ​ໜ້າ​​ຂ້ອຍອາບ​ໄປ​ດ້ວຍ​ນ້ຳຕາ, ນ້ຳຕາ​ໄຫຼລິນ​ຄື​ກັບ​​ແມ່​ນ້ຳ​ທີ່​ຄົດ​ລ້ຽວ. ​ແມ່​ນ້ຳ​ໄຫຼ​ເຂົ້າໃຈ​​ຂ້ອຍ. ໃຈ​ຂ້ອຍ​ງ່ວມ​ເຫງົາ, ບໍ່​ແມ່ນ​ຍ້ອນ​​ວົງ​ເດືອນ​ທີ່ກົ່ງ​ຄົ້ງນົ້ງ, ຫາມ​ແມ່ນຍ້ອນ​​ເພງ​​ເກົ່າ​ຊວນ​ນ້ອຍ​ຄຶດ​ຮອດ​ເລື່ອງ​ໃນ​ໄວ​ເດັກ."

​​​​ເພງ ວານໆ​ເຕີ​ເຢລ້ຽງ ວົງ​ເດືອນກົ່ງ​ຄົ້ງນົ້ງ ທີ່​ຂັບ​ຮ້ອງ​ໂດຍທ່ານລິວ​ຮ່ວນໄດ້​ວາດ​ພາບ​ອັນ​ສວຍ​ງາມ​ໃນ​ຕອນ​ຄ່ຳ, ​ເມື່ອ​ຟັງ​ເພງ​ນີ້​ແລ້ວ​ກໍ​ເຮັ​ດ​ໃຫ້​ຄົນຄິດ​ເຖິງ​ກອນ​ບົດ​ໜຶ່ງ​ທີ່​ຄົນ​ຈີນ​ມັກ​ອ່ານ. ​ກອນ​ບົດ​ນີ້​ພາດ​ຫົວ​ເລື່ອງວ່າ ຈີ້​ງ​ເຢັສື່ ຄະນິງ​ໃນ​ລາຕີ​ສະຫງັດ ​ເຊິ່ງຂຽນ​ໂດຍ​ທ່ານຫຼີປາຍ ນັກ​ກະວີ​ທີ່​ມີ​ຊື່ສ​ຽງ​ໃນ​ສະ​ໄໝບູຮານ​ຂອງຈີນ, ກອນ​ບົດ​ນີ້​ຂຽນ​ວ່າ, "​ເໜືອ​ບັນທົມ​ບົນ​ຟ້າ, ​ແສງ​ຈັນທາ​ໃສ​ສ່ອງ, ​ມອງ​ເບິ່ງ​ເດີ່ນ​ນອກ​ບ້ານ, ປານ​ໝອກ​ຂຸ້ນ​ຟອກ​ລານ. ​ແຫງນ​ຄໍ​ຂຶ້ນ, ຊົມ​ພະຈັນ​ໃສ​ແຈ່ມ, ​ແນມ​ເບິ່ງ​ພື້ນ, ຄະນິງ​ບ້ານ​ຢູ່​ບໍ່​ເປັນ."

​ແມ່ນ​ແລ້ວ, ຄົນ​ຈີນ​ມັກ​ເອົາ​ດວງ​ຈັນ​ເຕັມ​ດວງຫຼືບໍ່ມາ​ສົມ​ມຸດ​ຄວາມ​​ເຕົ້າໂຮມ​ກັນຫຼື​ຈາກ​ກັນ​​ໄປ, ຈັ່ງ​ແມ່ນ​ຂໍດວງ​ຈັນູ​ເທິງຟ້າ​ດວງ​ນີ້​ເຄີຍ​ເຮັດ​ໃຫ້​ຄົນ​ທັງຫຼາຍມີຄວາມ​ນຶກ​ຄິດ​ຈິດ​ໃຈຫຼາຍສິ່ງຫຼາຍຢ່າງ:
"​​ໃບໜ້າມົນ​ອ້ອມ​ລ້ອມຂອງ​ດວງ​ຈັນ, ​​ໃບ​ໜ້າ​ທີ່ຍິ້ມອ່ອນ​ຫວານ​ຂອງ​ເຈົ້າ​, ​ແມ່ນຮອດ​ຍາມ​ເຮົາ​ຕ້ອງ​ຈາກ​ກັນ​ແລ້ວ​ບໍ່. ຂ້ອຍບໍ່ຢາກໃຫ້​ເຈົ້າ​ເຫັນ​ຂ້ອຍນ້ຳ​ຕາ​ໄຫຼອາບໜ້າ​, ​ເລີຍ​ເວົ້າວ່າ, ​​ເບິ່ງ​ແມ, ​ເບິ່ງ​ແມ, ​​​ໃບ​ໜ້າ​ຂອງ​ດວງ​ຈັນ​ພວມ​ປ່ຽນ​ແປງ. ​ຊາຍ​ຝັ່ງ​ທະ​ເລ​ຫງ່ວມ​ເຫງົາ​ຍາວຢຽດ, ທ້ອງຟ້າ​ສີຄາມ​ປອດ​​ໂປ່​ງມິດ​ງຽບ, ​ແມ່ນຮອດ​ຍາມ​ໃບ​ໄມ້​ຫຼົ່ນທີ່​ຕ້ອງຈາ​ກກັນ​ແລ້ວ​ບໍ່. ພວກ​ເຮົາ​ຍ່າງ​ມາ​ນຳ​ກັນ​ດົນ​ແລ້ວ, ​ບໍ່​ມີ​ຫຍັງ​ຈະ​ເວົ້າອີກ, ​ເລີຍ​ບອກ​ເຈົ້າວ່າ, ​​ເບິ່ງ​ແມ, ​​ເບິ່ງ​ແມ, ​​ໃບ​ໜ້າ​ຂອງ​ດວງ​ຈັນ​ພວມ​ປ່ຽນ​ແປງ."

1  2