ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-14 19:00:49    
ລັດຖະບານ​ຈີນ​ຄັດຄ້ານ​ພະດາ​ໄລລາ​ມາ​ໄປດຳ​ເນີນ​ການ​ເຄື່ອນ​ໄຫວ​ການ​ເມືອງ​ຢູ່​ປະ​ເທດ​ໃດໆ​ດ້ວຍ​ຂໍ້​ອ້າງ​ໃດ​ໆ

cri Author: MO
ຕາມ​ຂ່າວCRI: ວັນ​ທີ 14 ມິຖຸນາ, ​ໃນ​ງານ​ຖະ​ແຫລ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທ່ານ​ລິວ​ຈ້ຽນຊາວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນກ່າວ​ວ່າ, ​ແຕ່​ໃດ​ມາ, ລັດຖະບານ​ກາງ​ຈີນກໍຄັດຄ້ານ​ພະດາ​ໄລລາ​ມາ​ໄປດຳ​ເນີນ​ການ​ເຄື່ອນ​ໄຫວ​ການ​ເມືອງ​ຢູ່​ປະ​ເທດ​ໃດໆ​ດ້ວຍ​ຂໍ້​ອ້າງ​ໃດ​ໆ.

ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບພະ​ດາ​​ໄລ​ລາມາຢ້ຽມຢາມ​ຊູ​ແອັດ​ໃນ​ຫວ່າງ​ມໍ່ໆ​ນີ້, ທ່ານ​ລິວ​ຈ້ຽນຊາວ​ກ່າວ​ວ່າ, ພະດາ​ໄລ​ລາມາ​ແມ່ນ​ຜູ້​ພັດຖິ່ນ​ການ​ເມືອງ​ທີ່​ຄຸມ​ເສື້ອ​ສາສະໜາ​ແລ້ວ​ດຳ​ເນີນການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ປະ​ເທດ​ຈີນ​ແລະ​ທຳລາຍ​ຄວາມ​ສາມັກຄີ​ຊາດ. ປະຕູ​​ສົນທະນາ​ກັບ​ພະ​ດາ​ໄລລາ​ມາ​ຂອງ​ລັດຖະບານ​ກາງ​ຈີນ​ແມ່ນ​ເປີດ​ຢູ່ຕະຫລອດ, ​ແຕ່​ເງື່ອນ​ໄຂ​ແມ່ນ​ພະ​ດາ​ໄລ​ລາມາ​ຕ້ອງ​ເຊົາ​ທຸກການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ປະ​ເທດ​ຊາດ. ຝ່າຍ​ຈີນ​ກໍ​ເຕືອນ​​ໃຫ້​ປະ​ເທດ​ທີ່​ກ່ຽວຂ້ອງ​ເຄົາລົບ​​ຄຳ​ໝັ້ນສັນຍາ​ທີ່​ຍຶດໝັ້ນນະ​ໂຍບາຍ​ຈີນ​ດຽວ, ຄັດຄ້ານການ​ແຍກ​ຕິ​ເບ​ດ​ເປັນ​ເອກະ​ລາດ, ຊຳລະ​ບັນຫາ​ທີ່​ກ່ຽວຂ້ອງ​ຢ່າງ​ເໝາະ​ສົມ, ​​ເພື່ອບໍ່​ກະທົບ​ເຖິງ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ.