ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-14 21:11:42    
ລະບອບ​"ນາງ​ໂສ​ເພນີ​ທະ​ຫານ"​ແມ່ນ​ໂທດ​ກຳ​ປະ​ຫວັດ​ສາດ​ທີ່​ປະຕິ​ເສດ​ບໍ່​ໄດ້(ສຽງ)

cri Author: mo


ໃນ​ກອງ​ປະຊຸມ​ທີ່​ຈັດ​ຂຶ້ນ​ຢູ່​ແຂວງ​ຊີ​ຈູ​ໂອ​ຄາ​ໃນ​ວັນ​ທີ 11 ມິຖຸນາ, ທ່ານ​ນາລີ​ຢາ​ຄິ ນາຄາ​ຢາ​ມາ ລັດຖະມົນຕີ​ກະຊວງ​ສຶກສາ​ທິການ​ແລະ​ວິທະຍາສາດ​ຍີ່​ປຸ່ນ​ໄດ້​ປະຕິ​ເສດ​ບໍ່​ຮັບ​ຮູ້​ປະຫວັດສາດ​ທີ່​ອັບອາຍ​ຂາຍໜ້າ​ຂອງ​ຍີ່​ປຸ່ນອີກ​ເທື່ອ​ໜຶ່ງ, ກ່າວ​​ເນັ້ນວ່າ, ຍີ່​ປຸ່ນບໍ່​ມີ​ບັນຫາ​ນາງ​ໂສ​ເພນີ​ທະຫານ​. ​ໂດຍ​ແນ​ໃສ່ຖ້ອຍ​ຄວາມ​ຂອງ​ທ່ານນາລີ​ຢາ​ຄິ ນາຄາ​ຢາ​ມາທີ່ປະຕິ​​ເສດ​ບໍ່​ຮັບ​ຮູ້​​ຍີ່​ປຸ່ນ​ເຄີຍ​ຂຶນ​​ເກນ​ນາງ​ໂສ​ເພນີ​ທະຫານໃນ​​ໄລຍະ​ສົງຄາມ​ໂລກ​ຄັ້ງທີ​ສອງ, ນັກ​ຂ່າວ​ວິທະຍຸ​ພວກ​ເຮົາ​ໄດ້​ສຳພາດ​ທ່ານ​ຊູ​ຈື້​ລຽງ ຫົວໜ້າ​ພະ​ແນ​ກປະຫວັດສາດ​ຂອງ​ມະຫາວິທະຍາ​ໄລ​ສ້າງ​ຄູ​ຊຽງ​ໄຮ້ ຫົວໜ້າ​ສູນ​ຄົ້ນຄວ້າ​ບັນຫາ"ນາງ​ໂສ​ເພນີ​ທະຫານ"ຂອງ​ຈີນ.

ທ່ານ​ຊູ​ຈື້ລຽງ​ເວົ້າວ່າ, ລະບອບ"ນາງ​ໂສ​ເພນີ​ທະຫານ" ​ແມ່ນ​ລະບອບ​ຂອງ​ລັດຖະບານ​ຍີ່​ປຸ່ນທີ່​ບັງຄັບ​ແມ່ຍິງບັນດາ​ປະ​ເທດ​​ເປັນ​ຂ້າ​ທາດ​ດ້ານ​ເພດຂອງ​ທະຫານ​ຍີ່​ປຸ່ນ​ໃນ​​ສົງຄາມ​ໂລກ​ຄັ້ງທີ​ສອງ, ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ການຈັດຕັ້ງທີ່ລັດຖະບານ​ແລະ​ກອງ​ທະຫານ​ຍີ່​ປຸ່ນວາງ​ແຜນ​ໂດຍ​ກົງ, ທະຫານ​ຍີ່​ປຸ່ນ​ໃນ​ແຫ່ງ​ຕ່າງໆ​ປະຕິບັດ. ຕາມ​ນັກ​ປະຫວັດສາດ​ຄາດ​ຄະ​ເນ​ວ່າ, ​ໃນ​ຄາວ​ນັ້ນ, ບັນດາ​ປະ​ເທດ​ອາຊີ​ຢ່າງ​ໜ້ອຍ​ມີ​ແມ່ຍິງ 4 ​ແສນ​ຄົນ​ຖືກ​ທະຫານ​ຍີ່​ປຸ່ນຂຶນ​ເກນ​ໄປ​ເປັນ​ຂ້າ​ທາດ​ດ້ານ​ເພດ, ​ແມ່ຍິງ​ເຫຼົ່ານີ້​ກວມ​ເຖິງ​ຈີນ, ​ແຫຼມ​ເກົາຫລີ, ​ບັນດາ​ປະ​ເທດ​ຢູອາຊີ​ອາຄະ​ເນ, ຍີ່​ປຸ່ນ​ແລະ​ແມ່ຍິງຊາວ​ຜິວ​ຂາວ​ສ່ວນ​ໜ້ອຍ​ທີ່​ອາ​ໄສ​ຢູ່​ອາຊີ.

ທ່ານ​ສາ​ສະ​ດາ​ຈານຊູ​ຈື້ລຽງຊີ້​ອອກ​ວ່າ, ລະບອບ"ນາງ​ໂສ​ເພນີ​ທະຫານ"​​ໄດ້​ຝ່າຝືນສິນ​ທຳ, ​ໄຮ້​ມະນຸດສະທຳ, ​ໄດ້​ນຳ​ເອົາ​ຄວາມທໍລະມານ​ຫລວງຫລາຍ​ມາ​ໃຫ້​​ແມ່ຍິງ​ທີ່​ປະສົບ​ຜົນ​ຮ້າຍ.

ແມ່ຍິງ​ເຫຼົ່ານີ້​ ​ສັງ​ເວດທີ່​ສຸດ, ພວກ​ເຂົາ​ເຈົ້າຖືກ​ຄຸ້ມ​ສົ່ງ​ໄປ​ຈຸດ​ທີ່​ຕັ້ງຂອງ​ທະ​ຫານ​ຍີ່​ປຸ່ນ, ​ແລ້ວ​ກໍ​ເສຍຄວາມ​​ເສລີ​ໝົດ, ​ແຕ່​ລະ​ມື້​ຖືກທໍລະ​ມານດ້ານ​ເພດ, ໃນ​ໄລຍະ​ສົງຄາມ ມີ​ຫລາຍ​ຄົນ​ຖືກ​ທະຫານ​ຍີ່​ປຸ່ນຂ້າຖິ້ມ​ດ້ວຍ​ວິທີ​ຕ່າງໆ​, ບາງ​ຄົນ​ປ່ວຍ​ໜັກຈົນ​ຕາຍ, ຜູ້​ທີ່ຍັງ​ມີ​ຊີວິດຢູ່​ນັ້ນ, ກໍ​ໄດ້​ປະສົບ​ຄວາມທຸກ​ທໍລະມານ​ທາງ​ຮ່າງກາຍ​ແລະ​​ຈິດ​ໃຈ.

ທ່ານຊູ​ຈື້ລຽງ​ເວົ້າວ່າ, ລະບອບ"ນາງ​ໂສ​ເພນີ​ທະຫານ", ​​ກັບ​​ສັງຫານ​ໂຫດ​ທີ່​ນະຄອນ​ນານ​ກິ່ງ, ການ​ທົດ​ລອງ​ດ້ວຍ​ຮ່າງກາຍ​ຄົນ, ​​​ກຸລີ​ໃນ​ສົງຄາມ​​ແລະ​ອື່ນໆ, ​ລ້ວນ​ແຕ່​ແມ່ນ​ເລື່ອງ​ຈິງ​​ໃນປະຫວັດສາດ​ທີ່​ໂຕ້​ຖຽງ​ກັນ​ບໍ່​ໄດ້. ​ໂທດ​ກຳຂອງ​ຍີ່​ປຸ່ນ​ໃນ​ການປະຕິບັດ​ລະບອບ"ນາງ​ໂສ​ເພນີ​ທະຫານ"​ແມ່ນ​ມີ​ຫລັກ​ຖານ​ແທ້ໆ.

ໜຶ່ງ, ລັດຖະບານ​ແລະ​ກອງບັນຊາ​ການ​ທະຫານ​ຍີ່​ປຸ່ນ​​​ໃນ​ໄລຍະ​ສົງຄາມມີເອກ​ະສານຫລວງຫລາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ໄລຍະ​ສົງຄາມ, ລັດ​ແລະ​ກອງທະຫານ​ຍີ່​ປຸ່ນ​ໄດ້​ປະຕິບັດລະບອບ"ນາງ​ໂສ​ເພນີທະຫານ"; ສອງ, ປີ 1996 ​ແລະ​ປີ 1998, ຄະນະ​ກຳມາ​ທິການ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ​ໄດ້​ຜ່ານ​ບົດ​ລາຍ​ງານ, ​ຮັບ​ຮູ້​​ເລື່ອງ​ຈິງ​ທີ່​ຍີ່​ປຸ່ນ​ໄດ້​ປະຕິບັດ​ລະບອບ"ຂ້າ​ທາດ​ດ້ານເພດ"​ໃນ​​ໄລຍະ​ສົງຄາມ​ໂລກ​ຄັ້ງທີ​ສອງ, ​ທັງ​​ເຕືອນ​ໃຫ້ລັດຖະບານ​ຍີ່​ປຸນ​​ຄວນ​ຮັບ​​ໂທດ​.

ແຕ່​ວ່າ, ທ່າ​ທີ​ຂອງ​ລັດຖະບານ​ຍີ່​ປຸ່ນ​ໃນການ​ຊຳລະ​ບັນຫາ"ນາງ​ໂສ​ເພນີ​ທະຫານ"ນັ້ນ​ເຮັດ​ໃຫ້​ຄົນ​ຮູ້ສຶກເສຍ​ໃຈ. ​ເພື່ອ​ເອົາ​ຄວາມ​ເປັນ​ທຳ, ​ໃນ 10 ກວ່າ​ປີ​ມານີ້, ນາງ​ໂສ​ເພນີ​ຂອງ​ຈີນ ເກົາຫລີ​​ໃຕ້ແລະ​ເກົາຫລີ​ເໜືອ​ເປັນຕົ້ນ​ທີ່​ຍັງ​ມີ​ຊີວິດ​ຫລາຍ​ຄົນ​ໄດ້​ໄປ​ໂຕ​ກຽວ, ກ່າວ​ຟ້ອງ​ລັດຖະບານ​ຍີ່ປຸ່ນກ່ຽວ​ກັບ​ບັນຫາ​ນາງ​ໂສ​ເພນີ​ທະຫານ. ​ແຕ່​ການ​ກ່າວ​ຟ້ອງ​ຂອງ​ພວກ​​ເຂົາ​ເຈົ້າລ້ວນ​ແຕ່​ເສຍ​ໄຊ.

ໃນ​​ເວລາ​ກ່າວ​ເຖິງ​ຈຸດປະສົງ​ຂອງ​ທ່ານ​ນາລີ​ອາ​ຄິ ນາຄາ​ຢາ​ມາ​ກ່າວ​ຖ້ອຍ​ຄວາມ​ປະຕິ​ເສດ​ບໍ່​ຮັບ​ຮູ້​ລະບອບ​ນາງ​ໂສ​ເພນີ​ໃນ​ຫວ່າງ​ມໍ່ໆ​ນີ້, ທ່ານຊູ​ຈື້ລຽງຊີ້​ອອກ​ວ່າ, ບຸກຄົນ​ການ​ເມືອງ​ຂອງ​ຍີ່​ປຸ່ນ​ເຮັດ​ແນວ​ນີ້​ແມ່ນ​ຢາກ​ຟື້ນ​ຄະ​ດີ​​ໃຫ້​ສົງຄາມ​ຮຸກ​ຮານ. ທ່ານ​ເວົ້າວ່າ:

ຫວ່າງ​ມໍ່ໆ​ນີ້, ລັດຖະມົນຕີ​ກະຊວງ​ສຶກສາ​ທິການ​ແລະ​ວິທະຍາສາດ​ຍີ່ປຸ່ນ​ໄດ້​ເປີດ​ປ່າວ​ວ່າ, ຈຸດປະສົງ​ຂອງ​ທ່ານ​ແມ່ນ​ເພື່ອ​ສອດຄ່ອງ​ກັບ​ອາລົມ​ຈິດ​ຊາດ​ນິຍົມ​ອັນ​ຄັບ​ແຄບ​ຢູ່ພາຍ​ໃນ​ປະ​ເທດ​ຍີ່ປຸ່ນ, ຢາກ​​ໄດ້​ບັດ​ເລືອກ​ຕັ້ງ, ​ເພື່ອ​ເດີນ​ໄປ​"ມະຫາ​ປະ​ເທດ​ການ​ເມືອງ".

ຖ້ອຍ​ຄວາມ​ຂອງ​ທ່ານ​ນາລີ​ອາ​ຄິ ນາຄາ​ຢາ​ມາ​ໄດ້​ຖືກ​ລັດຖະບານ​ແລະ​ສື່​ມວນ​ຊົນ​ຂອງ​ບາງ​ປະ​ເທດ​ອາຊີ​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ. ທ່ານ​ລິວ​ຈ້ຽນຊາວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ການ​ຂຶນ​​ເກນ​ນາງ​ໂສ​ເພນີທະຫານ​ແມ່ນ​ໂທດ​ກຳ​ອັນໜັກໜ່ວງ​ທີ່​ລັດທິ​ລັດຖະທະຫານ​ຍີ່​ປຸ່ນຕ້ອງ​ຫາ​ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງທີ​ສອງ. ສະມາຊິກ​​ລັດຖະບານ​ຍີ່​ປຸ່ນທີ່​ຮັບຜິດ​ຊອບ​ການ​ສຶກສາ​ໄດ້​ປະຕິ​ເສດ​ເລື່ອງ​ຈິງ​ອັນ​ຂີ້ຮ້າຍ​ໃນປະຫວັດສາດ​​ຢ່າງ​ບັງອາດ​ເປີດ​​ແປນນັ້ນ, ​ແມ່ນ​ການ​ທຳຮ້າຍ​ອາລົມ​ຈິດປະຊາຊົນຂອງ​ປະ​ເທດ​ທີ່​ປະສົບ​ເຄາະ​ຮ້າຍ​ຢ່າງ​ໜັກໜ່ວງ. ​ໂຄສົກ​ພັກ​ຄອງ​ອຳນາດ​ສ.​ເກົາຫລີ​ກໍ​ຕິຕຽນ​ວ່າ, ​ເຈົ້າໜ້າ​ທີ່​ສູງ​ສຸດ​ທີ່​ຮັບຜິດຊອບ​ການ​ສຶກສາ​ຍິ່ປຸ່ນປະຕິ​ເສດ​ບໍ່​ຮັບ​ຮູ້​ການ​ຮຸກ​ຮານ​ໃນ​ແຕ່​ກ່ອນ, ​ທັງ​ກ່າວ​ຖ້ອຍ​ຄວາມ​ທີ່​ອັບປະຍົດ​ແນວ​ນີ້, ພວກ​ຂ້າພະ​ເຈົ້າຮູ້ສຶກ​ເສຍ​ໃຈ​ແລະ​ຄຽດ​ແຄ້ນ​.