|
 |
(GMT+08:00)
2005-06-14 21:12:58
|
 |
ສື່ມວນຊົນສິງກະໂປແລະໄທຕີລາຄາຢ່າງຕັ້ງຫນ້າຕໍ່ຈີນແລະສະຫະພາບເອີລົບແກ້ໄຂການວິວາດກັນກ່ຽວກັບສິ່ງປັ່ນທໍຢ່າງສຳເລັດຜົນ
cri
ຕາມຂ່າວສານຊິນຮວາ: ວັນທີ 14 ມິຖຸນາ,ສື່ມວນຊົນສິງກະໂປແລະໄທຕ່າງພິມບົດວິ ຈານ,ຕີລາຄາຢ່າງຕັ້ງຫນ້າຕໍ່ຈີນແລະສະຫະພາບເອີລົບແກ້ໄຂການວິວາດກັນກ່ຽວກັບ ການຄ້າສິ່ງປັ່ນທໍຢ່າງສຳເລັດຜົນ,ເຫັນວ່າດນີ້ແມ່ນເບົ້າແບບທີ່ຕ່າງຝ່າຍຕ່າງມີຜົນປະ ໂຫຍດໃນການແກ້ໄຂການວິວາດດ້ານການຄ້າ,ມີບົດບາດເປັນແວ່ນແຍງອັນຕັ້ງຫນ້າ ຕໍ່ຈີນອາເມລິກາແກ້ໄຂການວິວາດກັນດ້ານການຄ້າ.
ບົດນຳຂອງຫນັງສືພິມຫລຽນເຫີຈາວປ້າວຂອງສິງກະໂປຊີ້ອອກວ່າ,ຈີນແລະສະຫະ ພາບເອີລົບກ້າວເຖິງຂັ້ນຕົກລົງກັນທີ່ມີລັກສະນະຂ້າມຜ່ານກ່ຽວກັບການວິວາດການ ດ້ານການຄ້າສິ່ງປັ່ນທໍບໍ່ພຽງແຕ່ໄດ້ຫລີກເວັ້ນການວິວາດກັນດ້ານການຄ້າສອງຕໍ່ສອງ ເລື່ອນຂັ້ນຕື່ມອີກ,ຫາກຍັງໄດ້ບັນລຸຈຸດປະສົງທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ.
ບົດນຳຂອງຫນັງສືພິມຢ້າໂຈວຢື້ປ້າວສະບັບພາສາຈີນຂອງໄທໄດ້ຍ້ອງຍໍນະໂຍບາຍ ຂອງຈີນໃນການວິວາດກັນດ້ານການຄ້າກັບສະຫະພາບເອີລົບອາເມລິການັ້ນແມ່ນ"ມີ ເຫດຜົນມີຜົນດີແລະມີສິນທຳ".ບົດນຳຊີ້ອອກວ່າ,ເລື່ອງຈິງໄດ້ຢັ້ງຢືນໃຫ້ເຫັນວ່າ,ບໍ່ວ່າ ບັນຫາໃດທະແນມແຕ່ສອງຝ່າຍຫລືຫລາຍຝ່າຍທີ່ກ່ຽວຂ້ອງປຶກສາຫາລືກັນຢ່າງມີສະຕິສຳປະຊັນຍະແລະມີໄມຕີຈິດແລ້ວ,ກໍ່ຈະແກ້ໄຂໄດ້ແລະຈະໄດ້ຮັບຜົນປະໂຫຍດທັງສອງຝ່າຍຫລືຫລາຍຝ່າຍ.
|
|
|