ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-14 21:35:40    
ງານ​ວາງ​ສະ​ແດງ​ຜະລິດ​ຕະພັນ​ກະສິກຳ​ແລະ​ອາຫານ​ປອດ​ສານ​ເຄມີ​ຈີນ​ອາຊີ​ອາຄະ​ເນ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນິງຂອງ​ຈີນ

cri
ຕາມ​ຂ່າວ​ຈາກ​ເມືອງ​ນານ​ນິງ:ງານ​ວາງສະ​ແດງ​ຜະລິດ​ຕະພັນ​ກະສິກຳ​ ອາຫານ​ປອດ​ສານ​ເຄມີ​​ແລະ​ງານ​ວາງສະ​ແດງ​ອຸປະກອນ​​ປຸງ​ແຕ່ງ​ທັນ​ຍາ​ຫານ​ຈີນ​ອາຊີ​ອາຄະ​ເນ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນິງຂອງ​ຈີນ​ໄດ້​ອັດ​ລົງ​ໃນ​ວັນ​ທີ 13 ມິຖຸນາ.ງານ​ວາງສະ​ແດງ​ເທື່ອ​ນີ້​ໄດ້​ດຶງ​ດູດ​ໂຮງງານ​ຜະລິດ​ແລະ​ປຸງ​ແຕ່ງ​ທະຍາ​ຫານ​ຫລາຍ​ສິບ​ແຫ່ງ​ຂອງ​ຈີນ​ແລະ​ຫວຽດນາມ ມາ​ເລ​ເຊຍ​ແລະ​ມຽນມາ​ເປັນຕົ້ນມາ​ເຂົ້າຮ່ວມ​ການ​ວາງ​ສະ​ແດງ.ການ​ຊື້ຂາຍ​ຜະລິດ​ຕະພັນ​ສະບຽງອາຫານ​ແລະ​ນ້ຳມັນ​ພ້ອມ​ດ້ວຍ​ອຸປະກອນກົນ​ຈັກປຸງ​ແຕ່ງອາຫານ​ທີ່​ຈັດ​ຂຶ້ນ​ໃນ​ໄລຍະ​ດຽວ​ກັນ​ກໍ່​ຄຶກຄັກ​ທີ່​ສຸດ.

ຕາມ​ຮູ້​ວ່າ,​ໃນ​ງານ​ວາງສະ​ແດງ​ເທື່ອ​ນີ້​ໄດ້​ຕົກລົງ​ຊື້​ຂາຍ​ຜະລິດ​ຕະພັນ​ທັນ​ຍາ​ຫານ​ແລະ​ນ້ຳມັນ​ໃນ​ຂໍ້​ຜູກ​ພັນມີ 1 ​ແສນ 9 ຫມື່ນ 8 ພັນ​ໂຕນ,ມູນ​ຄ່າ​ຊື້​ຂາຍ​ກັນ 43 ລ້ານ 5 ​ແສນ 8 ຫມື່ນ​ໂດ​ລາ​ສະຫະລັດ;ມີ​ຄວາມ​ຈຳ​ນົງ​ຊື້​ຂາຍ​ບັນລຸ 1 ລ້ານ 4 ​ແສນ​ໂຕນ,​ເປັນ​ມູນ​ຄ່າ 326 ລ້ານ 8 ​ແສນ​ໂດ​ລາ​ສະຫະລັດ.ປະລິມານ​ຂາຍຍ່ອຍ 4 ​ແສນ 7 ​ຫມື່ນ​ໂຕນ,​ເປັນ​ມູນ​ຄ່າ 4 ຫມື່ນ 3 ພັນ​ໂດ​ລາ​ສະຫະລັດ.