ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-15 10:25:35    
ປີ​ນີ້ໂຮງຮຽນ​ອາຊີບ​ຊັ້ນ​ກາງຂອງ​ຈີນຈະຮັບ​ນັກຮຽນ​ຕື່ມ​ອີກ1​ລ້ານ​ຄົນ

cri
ຕາມ​ຂ່າວສານ​ຊິນ​ຮວາ, ​ແຕ່​ປີ​ນີ້​ເປັນຕົ້ນ​​ໄປ, ​ແຕ່ລະ​ປີ, ​ໂຮງຮຽນ​ອາຊີບ​ຊັ້ນ​ກາງຂອງ​ຈີນ​ຈະຮັບ​​ນັກຮຽນ​​ເພີ່ມ​ຂຶ້ນ1​ລ້ານ​ຄົນ, ​ເມື່ອ​ໄດ້​ພະຍາຍາມ​ເປັນ​ເວລາ​ສອງ​ສາມ​ປີ​ແລ້ວ​ຈະບັນລຸ​ເປົ້າ​ໝາຍ​ທີ່​ໃຫ້​ນັກຮຽນ​​ມັດທະຍົມ​ປາຍ​ກັບ​ໂຮງຮຽນ​ອາຊີບ​ຊັ້ນ​ກາງທີ່​ຮັບ​ເອົາ​ໃນ​​ແຕ່ລະ​ປີ​ເທົ່າ​ທຽມ​ກັນ.

ນີ້​ແມ່ນ​ທ່ານ​ໂຈ​ວຈີ້ ລັດຖະມົນຕີ​ກະຊວງ​ສຶກສາ​ທິການ​ຈີນ​ເຜີຍ​ໃຫ້​ຮູ້​ໃນ​ກອງ​ປະຊຸມ​ທີ່​ຈັດ​ຂຶ້ນ​ຢູ່​ປາວ​ຈີ​ແຂວງ​ສ້າ​ນຊີ​ຈີນ​ໃນ​ວັນ​ທີ14​ມິຖຸນາ.

ທ່ານ​ໂຈ​ວຈີ້​ກ່າວ​ວ່າ, ຈີນ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ວຽກ​ງານ​ອາຊີວະ​ສຶກສາ​. ​ໃນ​ໄລຍະ​ໜຶ່ງ​ຕໍ່​ໄປ​ພາຍ​ໜ້າ, ຕ້ອງ​ເອົາ​ການ​ເລັ່ງລັດ​ພັດທະນາ​ອາຊີວະສຶກສາ​, ​ໂດຍ​ສະ​ເພາະ​ແມ່ນ​​ການ​ສຶກສາ​ອາຊີບ​ຊັ້ນ​ກາງ​ໄວ້​ຢ່​ໃນູ​ຖານະ​ຍຸດ​ທະ​ສາດ​ທີ່​ສຳຄັນ​ທີ່​ສຸດ, ຕັ້ງໜ້າ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຊ່າງ​ເຕັກນິກ​ບົນ​ເສັ້ນທາງ​ຫັນ​ເປັນ​ອຸດສາຫະກຳຈະ​ເລີ​ນ​ໃໝ່, ອົບຮົມ​ຊ່າງ​ເຕັກນິກຄຸນ​ທາດ​ສູງ​ແລະ​ຜູ້​ອອກ​ແຮງ​ງານ​​ຄຸນ​ທາດ​ສູງ​ເປັນຫຼາຍ​ຮ້ອຍ​ລ້ານ​ຄົນ.