ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-15 16:21:33    
ກິນ​ໝາກ​ກະທັນ​ທັງໜ່ວຍ

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ນິທານ​ສຸພາສິດ. ​ໃນ​ລາຍການ​ພາກ​ນີ້, ຂ້າພະ​ເຈົ້າຈະ​ເລົ່າ​ເລື່ອງ​ກ່ຽວ​ກັບ​ສຸພາສິດ "ຫູ​ລຸນ​ທຸນຈາວ" ​ແປ​ວ່າ "​ກິນ​ໝາກ​ກະທັນ​ທັງ​ໜ່ວຍ" ສູ່​ຟັງ, ຫວັງ​ວ່າ​ທ່ານ​ຄົງ​ຈະ​ມັກ.

ຈູ​ຊີ(zhu xi)​ ​ມະຫານັກປາດປັດ​ຊະ​ຍາ​ຂອງ​ສຳນັກ​ຄວາມ​ຄິດ​ຂົງຈື້ດຳລົງ​ຊີວິດ​ຢູ່​ໃນ​ສະ​ໄໝ​ລາຊະວົງ​ຊົ້ງ​ໃຕ້ຂອງ​ຈີນ. ຕາມ​ເວົ້າກັນ​ວ່າ​​ໃນຄາວຍັງ​ນ້ອຍ​ ​ເພິ່ນກໍ​ສະຫຼາດທີ່​ສຸດ. ​ໃນ​ຄາວ​ທີ່​ເພິ່ນ​ຫາ​ກໍ່​ປາກເປັນ, ມີ​ເທື່ອ​ໜຶ່ງ ພໍ່​ຂອງ​ເພິ່ນ​ອຸ້ມ​ເພິ່ນ​ແລ້ວ​ຊີ້​​ໃສ່​ທ້ອງຟ້າ​ເວົ້າ​ຕໍ່​ເພິ່ນວ່າ: "​ເບິ່ງ​ແມ້ ຂ້າງ​ເທິງນີ້​ກໍ່​ແມ່ນທ້ອງ​ຟ້າ​ແຫຼະ!" ຈູ​ຊີ​ບໍ່​ໄດ້​​​​ຊ້ຳ​ຕາມຄຳ​ເວົ້າ​ຂອງ​ຜູ່​ໃຫຍ່​ແບບ​ງ່າຍໆຄື​​ກັບ​​ເດັກນ້ອຍທຳ​ມະ​ດາ, ຫາກ​ເງີຍ​ໜ້າ​ຂຶ້ນຖາມ​ວ່າ: "ຊັ້ນຢູ່​ຂ້າງ​ເທິງ​ຂອງ​ທ້ອງຟ້າ​​ແດ້ ​ແມ່ນ​ຫຍັງ?" ພໍ່​ຂອງ​ເພິ່ນ​ຮູ້ສຶກ​​ດີ​ໃຈ​ທັງ​ປະຫຼາດ​ໃຈ, ​ເຫັນ​ວ່າ​ເດັກ​ຄົນ​ນີ້​ບໍ່​​ແມ່ນ​​ເດັດ​ນ້ອຍ​ຄົນ​ທຳ​ມະ​ດາ, ຍ່ອມຈະ​ມີ​ອະນາຄົດ​ອັນ​ສົດ​ໃສ. ພາຍຫຼັງມາ, ຈູ​ຊີ​ກໍ​ສອບ​​​ໄດ້ຕຳ​ແໜ່​ງບັນດິດ​​ໃນ​ສະ​ໄໝລາຊະການ​ຈັກກະພັດກາວ​ຈົ່ງ​ຮ້ອງ​ເຕ້, ​ແລະ​ໄດ້​ດຳ​ລົງ​ຕຳ​ແໜ່ງ​ສຳຄັນຫຼາຍຕຳ​ແໜ່​ງ​ໃນ​ສະ​ໄໝ​ຈັກກະພັດກາວ​ຈົ່ງ​ຮ້ອງ​ເຕ້ ສະ​ໄໝ​ຈັກກະ​ພັດ​ຊ້ຽວ​ຈົ່ງ​ຮ້ອງ​ເຕ້ ສະ​ໄໝຈັກກະພັດກວ່າງຈົ່ງຮ້ອງ​ເຕ້​ແລະ​ສະ​ໄໝ​ຈັກ​ກະ​ພັດ​ໜິງ​ຈົ່ງ​ຮ້ອງ​ເຕ້​ຂອງ​ລາ​ຊະ​ວົງ​ຊົ້ງ​ໃຕ້​ຂອງ​ຈີນ.

​ໃນ​ຖານະ​ເປັນມະຫາ​ນັກປາດປັດ​ຊະ​ຍາ​ຂອງ​ສຳນັກ​ຄວາມ​ຄິດ​ຂົງຈື້ທີ່​ມີ​ຊື່​ລື​ນາມ​ໃນ​ສະ​ໄໝ​ລາຊະວົງ​ຊົ້ງ​ໃຕ້, ຈູ​ຊີ​ໄດ້​ພັດທະນາ​ທິດ​ສະ​ດີປັດ​ຊະ​ຍາ​ຂອງ​ເສິງ​ຮ້າວ ​ແລະເສິງອີ ນັກ​ປັດ​ຊະ​ຍາ​​ໃນ​ລາຊະວົງ​ຊົ້ງ​ເໜືອ​ຕື່ມ​ອີກ, ​ໄດ້​ສ້າງ​ລະບົບ​ສຳນັກ​ຄວາມ​ຄິດ​ຂົງຈື້ທີ່​ຈິດນິຍົມ​ພາ​ວະ​ວິ​ໄສຢ່າງ​ສົມບູນຄົບ​ຖ້ວນ​, ຖືກ​ເອີ້ນ​ເປັນ​ສຳນັກປັດ​ຊະ​ຍາ​ເສິງ​ຈູ. ​ເພິ່ນ​ລິ​ເລີ່ມ​ໂຄ​ສະ​ນາ​ຈະລິ​ຍະ​ທຳ​ສັກດິນາ, ນີ້​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງການ​ປົກຄອງ​ແບບ​ສັກ​ດິ​ນາ​ໃນ​ຄາວ​ນັ້ນ. ທິດ​ສະ​ດີປັດ​ຊະ​ຍາ​ຂອງ​ເພິ່ນຈິ່ງ​ຖືກ​ລາຊະວົງ​ໝິງ​ແລະ​ລາ​ຊະ​ວົງ​ຊິ່ງ​ຂອງ​ຈີນ​ຖື​ເປັນ​ສຳນັກ​ຄວາມ​ຄິດ​ສາຍ​ກົງຂອງ​ສຳນັກ​ຂົງຈື້. "ສຶຊູ່​ຈີ​ຈູ້" ​ແປ​ວ່າ "ໝາຍ​ເຫດ​ໜັງ​ສື​ສີ່​ເຫຼັ້ມ" ທີ່​​ເພິ່ນຮຽບຮຽງ​ນັ້ນ ​ໄດ້​ກາຍ​ເປັນຫຼັກອ້າງ​ອີງ​ຕົ້ນຕໍ​ຂອງ​ທຸກ​ລາ​ຊະ​ວົງ​ທຸກ​ສະ​ໄໝຂອງ​ຈີນ​ໃນ​ການ​ສອບຄັດ​ເລືອກຂຸນ​ນາງ.

​ຈູ​ຊີ​ມີ​ທ່າ​ທີ​ສຸຂຸມ​ຮອບ​ຄອບໃນ​ການ​ສຶກສາ​ຄົ້ນຄວ້າ, ​ເພິ່ນ​ໄດ້​ຮຽບຮຽງ​ແລະ​ໝາຍ​ເຫດ​ຄຳ​ພີ​ສຳນັກ​ຂົງຈື້ຢ່າງຫຼວງຫຼາຍ, ​ ​ມີ​ຄວາມ​ຄິດ​ຄວາມເຫັນຂອງ​ຕົນ​ໃນຫຼາຍດ້ານ. ​ເພິ່ນ​ສົ່ງ​ເສີມ​ຈິດ​ໃຈຄົ້ນຄວ້າທີ່ດຸ​ໝັ່ນ​ຂະຫຍັນ​ພຽນ, ຄັດຄ້ານ​​ແບບ​ທຳນອງ​ທີ່​ເຂົ້າ​ໃຈ​ແບບ​ຜິວ​ເຜີນ. ​ໃນ​ເວລາ​ເພິ່ນ​ເປັນ​ເຈົ້າ​ເປັນນາຍ​ຢູ່​ຖົງ​ອານ​ເມືອງ​ສຽນ​ໂຈ່​ວນັ້ນ, ​ມີ​ເຍົາວະ​ຊົນ​ຜູ່​ໜຶ່ງ​ຊື່ວ່າ​ສິ​ເຊິ່ງອາຍຸ 13 ປີ, ​ເດັກ​ຜູ່​ນີ້​ເປັນ​ຄົນ​ສະຫຼາດ​ແລະ​ມັກ​ຮຽນ, ມາ​ໄຫວ້​ຈູ​ຊີ​ຂໍເປັນ​ລູກສິດ. ພາຍຫຼັງຈູ​ຊີ​ພົ້ນຈາກ​ຕຳ​ແໜ່​ງ​ແລ້ວ, ຊາວ​ໜຸ່ມ​ຜູ່​ນີ້​ຍັງສືບ​ຕໍ່​ໄຫວ້​ຈູ​ຊີຂໍ​ເປັນ​ລູກສິດ. ​ແຕ່​ໜ້າ​ເສຍດາຍ​ທີ່ລາວ​ໄດ້ເສຍ​ຊີວິດ​ແຕ່​ຄາວຍັງ​ໜຸ່ມ, ຈູ​ຊີ​ຮູ້ສຶກ​ເສຍ​ໃຈ​ທີ່​ສຸດ. ຈູ​ຊີ​ເຄີຍ​ຂຽນ​ຈົດໝາຍ​ໄປ​​ໃຫ້​ລາວ, ​ໄດ້​ລົມ​ເຖິງ​ບັນຫາ​ແບບ​ທຳນອງ​ການ​ຮຽນ. ​ເພິ່ນ​ເວົ້າວ່າ: "ດຽວ​ນີ້​ມີຫຼາຍໆ​ຄົນ​ບໍ່​ຕັ້ງໜ້າ​ຄົ້ນຄວ້າ​​ສຶກສາ, ຢູ່​ບໍ່​ຢູ່​ກໍ່​​ໄດ້​ຂໍ້​ສະຫຼຸບຢ່າງ​ງ່າຍດາຍ, ​ເໝືອນ​ກິນ​ໝາກກະທັນທັງ​ໜ່ວຍ, ທັງບໍ່​ຮູ້​ວ່າ​ລົດ​ຊາດ​ມັນ​ເປັນ​ແນວ​ໃດ, ທັງ​ບໍ່​ມີ​ຜົນ​ດີ​ໃນ​ການ​ຍ່ອຍ."

ຈູ​ຊີ​ກ່າວ​​ເຕືອນ​ຜູ່​​ທີ່​ບໍ່​ຕັ້ງ​ໃຈ​ສຶກສາ​ຮ່ຳຮຽນ​ດ້ວຍ​ການ​ກິນ​ໝາກ​ກະທັນ​ນັ້ນ, ຈັ່ງ​ແມ່ນ​ແນບ​ນຽນ​ທີ່​ສຸດ. ຊູ່​ມື້​ນີ້, ຄົນ​ທັງຫຼາຍມັກ​ໃຊ້​ຄຳ​ສຸພາສິດ "ຫູ​ລຸນ​ທຸນຈາວ" ​​ມາ​ອຸປະມາ​ຜູ່​​ທີ່​ບໍ່ຕັ້ງ​ໃຈ​ຮ່ຳຮຽນ ຮັບ​ເອົາ​ໝົດ​ທຸກ​ຢ່າງ​ໂດຍ​ບໍ່​​ໄດ້ວິ​ເຄາະ​. ​ເຕືອນ​ໃຫ້​ຄົນ​ທັງຫຼາຍຕ້ອງ​​ເຄັ່ງ​ຄັດ​ຕໍ່​ການ​ຮ່ຳຮຽນ, ຢ່າ​ເໝືອນ​ດັ່ງກືນກິນໝາກກະທັນ​ທັງ​ໜ່ວຍ​ໃນ​ການ​ຮ່ຳຮຽນ. ​ເຫດຜົນ​ເຫຼົ່າ​ນີ້ ຍັງ​ຄົງ​ມີ​ຄວາມ​ໝາຍ​ສຳຄັນ​ເປັນ​ພິ​ເສດ​ຕໍ່​ຄົນ​ທັງຫຼາຍ​ໃນ​ຊູ່​ມື້​ນີ້ ​ໂດຍ​ສະ​ເພາະ​ແມ່ນ​ຊາວ​ໜຸ່ມ​ເຍົາວະ​ຊົນ.