ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-15 16:44:24    
ເວລາ​ໄປ​ຢ້ຽມ​ຄົນ​ປ່ວຍ​ຄວນ​ຊື້​ຫຍັງ​ໄປ​ຕ້ອນ​ຈຶ່ງ​ຈະ​ເໝາະ?

cri Author: huachunmei
ໃນ​ຊີວິດ​ປະຈຳ​ວັນ, ຄົນ​ເຮົາ​ກໍ​ມັກ​ຈະ​ໄປ​ຢາມ​ຍາດ​ມິດ​ຜູ່​ທີ່​ພວມ​ເຈັບ​ເປັນ​ນັ້ນ​ສະ​ເໝີ, ​ແລະ​ກໍ​ມັກ​ຊື້​​ເຄື່ອງ​ກິນ​ຢ່າງ​ໃດ​ຢ່າງ​ໜຶ່ງ​ໄປ​ຕ້ອນ​ນຳ. ​ທ່ານ​ກໍ​ໄດ້​ສັງ​ເກດ​ແດ່​ບໍ່​ວ່າ, ​ສຳ​ລັບ​ຄົນ​ເຈັບ​ທີ່​ເປັນ​ພະ​ຍາດ​ຕ່າງ​ກັນ, ​ກໍ​ຕ້ອງ​ເລືອດ​ຊື້​ເຄື່ອງ​ກິນ​ແນວ​ຕ່າງ​ກັນ​ໄປ​ຕ້ອນ, ​ຢູ່​ໃນ​ນີ້, ​ມັນ​ກໍ​ມີ​ຄວາມ​ຮູ້​ບາງ​ອັນ​ທີ່​ເປັນ​ໜ້າ​ສົນ​ໃຈ​ຄື​ກັນ.

ຕົວ​ຢ່າງ​ຄື, ​ຖ້າ​ທ່ານ​ຈະ​ໄປ​ຢາມ​ຜູ່​ທີ່​ຖື​ຄີງ​ໄຂ່​ແຮງ​ຢູ່​ນັ້ນ, ​ທ່ານ​ກໍ​ຄວນ​ຊື້​ໝາກ​ໄມ້​ແນວ​ແກ້​ຮ້ອນ​ໃນ​ກິນ​​ແລ້ວ​ຊຸ່ມ​ປາກ​ຊຸ່ມ​ຄໍ, ​ເຊັ່ນ, ໝາກ​ໂມ ໝາກ​ຈອງ ຮາກ​ບົວ​ສົດ ໝາກ​ກ້ຽງ​ຫຼື​ນ້ຳ​ໝາກ​ກ້ຽງ​ແລະ​ໝາກ​ໄມ້​ກະ​ປ່ອງ​ກໍ​ໄດ້, ​ເພາະ​ວ່າ, ​ຜູ່​ຖື​ຄີງ​ໄຂ້​ນັ້ນ​ອອກ​ເຫື່ອ​ຫຼາຍ, ​ຈຶ່ງ​ມັກ​ຫິວ​ນ້ຳ​ແລະ​ຂັບ​ຖ່າຍ​ທາດ​ກາ​ລີ​ອອກ​ຫຼາຍ, ​ໝາກ​​ໂມ ໝາກ​ກ້ຽງ​ແລະ​ໝາກ​ຈອງ​ພັດ​ເປັນ​ໝາກ​ໄມ້​ທີ່​ມີ​ທາດ​ກາ​ລີ​ຫຼາຍ ກິນ​ແລ້ວ​ກໍ​ຈະ​ຕາບ​ຕື່ມ​ສ່ວນ​ທີ່​ຂັບ​ຖ່າຍ​ອອກ​ຈາກ​ຮ່າງ​ກາຍ​ນັ້ນ​ໄດ້.

ຖ້າ​ທ່ານ​ໄປ​ຢາມ​ຜູ່​ລົງ​ທ້ອງ​ກໍ​ຢ່າ​ສູ່​ຊື້​ໝາກ​ກ້ຽງ​ແລະ​ໝາກ​ຈອງ​ໄປ​ຕ້ອນ​ເພາະ​ມັນ​ຈະ​ພາ​ໃຫ້​ທ້ອງ​ຊຸ​ແຮງ​ຕື່ມ​. ດີ​ທີ່​ສຸດ​ແມ່ນ​ຊື້​ໝາກ​​ໂປມ ໝາກ​ພິ​ລາ​ແລະ​ອື່ນໆ, ​ເພາະ​ວ່າ,​ ໝາກ​ໄມ້​ປະ​ເພດ​ນີ້, ​ມັນ​ແກ້​ທ້ອງ​ໄດ້​ດີ, ​ສຳ​ລັບ​ຜູ່​ລົງ​ທ້ອງ​ບໍ່ຕຸ​ດງ່າຍ​ນັ້ນ​ຕ້ອງ​ຊື້​ໄນ​ໝາກ​ບົວ ​ແປ້ງ​ຮາກ​ບົດ​ທີ່​ບຳ​ລຸງ​ມ້ານ, ​ຫຼື​ຊື້​ນົມ​ຝຸນ​ແລະ​ເຂົ້າ​ໜົມ​ບິ​ສກຸຍ​ໂຊດາ​ໄປ​ຕ້ອນ​ກໍ​ໄດ້.

ຖ້າ​ໄປ​ຢາ​ມຄົນ​ປ່ວຍ​ທີ່​ທ້ອງ​ຜູກ​ຫຼື​ເປັນ​ສະ​ດວງ​ທວານ​ໜັກ, ​ໃຫ້​ຊື້​ນ້ຳ​ເຜິ້ງ​ແລະ​ໝາກ​ກ້ວຍ​ທີ່​ກິນ​ແລ້ວ​ເຮັດ​ໃຫ້​ຖ່າຍ​ສະດວກ​ນັ້ນ​ໄປ​ຕ້ອນ.

ສຳລັບ​ຄົນ​ປ່ວຍ​ເລືອດ​ດັນ​ສູງ ສາຍ​ເລືອດ​ແດງ​ແຂງ​ແລະ​ຜູ່​ເປັນ​ໂລກ​ຫົວ​ໃຈ, ກໍ​ຄວນຊື້​ໝາກກ້ຽງ​ນ້ຳ​ເຜິ້ງ ໝາກ​ແຫ້ວ ໝາກ​​ໂມ ໝາກ​​ໂປ​ມ ​ເຫັດ​ຫູໜູ​ຂາວ​ເປັນຕົ້ນ. ​ເພາະວ່າ, ​ເຄື່ອງກິນ​ເຫຼົ່ານີ້​ມີ​ວິດ​ຕາ​ມິນ​ເຊ​ແລະ​ເອີຫຼາຍ, ສາມາດ​ເຮັດ​ໃຫ້​ເລືອດ​ດັນ​ຕ່ຳລົງ, ​ແລະ​ເຮັດ​ໃຫ້​ອາການ​ສາຍ​ເລືອດ​ແຂງ​ນັ້ນທຸ​ເລົາ​ລົງ.

​ເມື່ອ​ໄປ​​ຢາມ​ຄົນ​ປ່ວຍ​ທີ່​ເປັນ​ພະຍາດ​ດັບ​ອັກ​ເສບ, ດີ​ທີ່​ສຸດ​ແມ່ນ​ຊື້​ເຄື່ອງກິນຫຼື​ເຄື່ອງ​ດື່ມ​ທີ່​ມີ​ນ້ຳຕານຫຼາຍ, ມີ​ທາດ​​ໂປຼຕິນຫຼາຍ​ແລະ​ມີ​ວິດ​ຕະມິນຫຼາຍ, ​ເຊັ່ນ: ໝາກ​ໄມ້ ປາ ຊີ້ນ​ລ້ວນໆ ​ແປ້ງ​ນົມ ນ້ຳ​ເຜິ້ງ ນ້ຳໝາກ​ໄມ້​ແລະ​ອື່ນໆ.

ສຳລັບ​ຜູ່​ເປັນ​ພະຍາດຫຼອດບີ, ບໍ່​ຄວນ​ຊື້​ຂອງ​ຈືນ​ແລະ​ຂອງ​ທີ່​ມີ​ທາດ​ໄຂມັນຫຼາຍ​ໄປ​ຕ້ອນ, ຄວນ​ຊື້​ນ້ຳນົມ ນ້ຳ​ເຕົາ​ຮູ້ ໝາກ​​​ໂມ​ແລະ​ໝາກ​ໄມ້​ອື່ນໆ.

​ໃນ​ເວລາ​ໄປ​ຢາມ​ຜູ່​ຜ່າ​ຕັດ​ແລະ​ກະ​ດູກ​ຫັກ​ນັ້ນ, ທ່ານ​ຄວນ​ຊື້​ເຄື່ອງ​ກິນ​ທີ່​ມີ​ວິດ​ຕາ​ມິນ​ຫຼາຍ, ມີທາດ​ການ​ຊີ​ອົມ​ແລະ​ທາດ​​ໂປຼຕິນຫຼາຍ​ໄປ​ຕ້ອນ​ເພິ່ນ, ​ເຊັ່ນ: ປາ ຊີ້ນ​ໄກ່ ​ໄຂ່ ນົມ​ຝຸ່ນ ດູກ​ຂ້າງ ປາ​ກະ​ປ໋ອງ​ແລະ​ໝາກ​ໄມ້​​ໄປ​ຕ້ອນ.

​ໄປ​ຢາມ​ຜູ່​ຖືກ​ໄຟ​ໄໝ້ ນ້ຳ​ຮ້ອນ​ລວກ​ຕ້ອງ​ຊື້​ເຄື່ອງກິນ​ທີ່​ແກ້​ຮ້ອນ​​ໃນ​ແລະ​ແກ້​ພິດ, ​ເຊັ່ນ: ໝາກ​​ໂມ ໝາກຈອງ ຮາກ​ບົວ, ດີ​ທີ່​ສຸດ​ແມ່ນ​ໝາກກ້ຽງ​ໝາ​ກພຸກ.

ສຳລັບ​ໄປ​ຕ້ອນ​ຜູ່​ເປັນ​ພະຍາດ​ມະ​ເຮັງ, ທ່ານ​ກໍ​ເລືອດ​ຊື້ ​ໂສມ ໝາກ​ເດືອຍ ນົມ​ຝຸ່ນ ໝາກ​ໄມ້ ​ໂອ​ວັນ​ຕິນ ​ເຫັດ​ຫູໜູ​ເປັນຕົ້ນ.

ຖ້າ​​​​ໄປ​ຢາມ​ແມ່ລູກອ່ອນ, ຄົນ​ຈີນ​ມັກ​ຊື້​ເຄື່ອງກິນ​ປະ​ເພດ ​ໄຂ່​ໄກ່ ​ໄກ່ ປາ ກຸ້ງ​ແລະ​ອື່ນໆ, ບາງ​ຄົນ​ກໍຊື້​ຕັບ​ໝູ​ແລະ​ໝາກ​ລຳ​ໃຍ​ແຫ້ງ​ໄປ​ຕ້ອນ. ​ເພາະ​ສອງ​ຢ່າງ​ນີ້​ເປັນ​ຂອງ​ກິນ​ບຳລຸງ​ເລືອດ.