ສື່ມວນຊົນຫວຽດນາມກ່າວວ່າ,ໄດ້ມີຜູ້ເປັນພະຍາດໄຂ້ຫວັດສັດປີກອີກ 6 ຄົນ
cri
ຫນັງນືພິມຊາວຫນຸ່ມລາຍວັນຂອງຫວຽດນາມລາຍງານວ່າ,ຫວຽດນາມໄດ້ປະກົດເຫັນຜູ້ເປັນພະຍາດໄຂ້ຫວັດສັດປີກອີກ 6 ຄົນ,ນີ້ເຮັດໃຫ້ຜູ້ເປັນພະຍາດໄຂ້ຫວັດສັດປີກຢູ່ຫວຽດນາມແຕ່ເດືອນທັນວາປີ 2004 ມານີ້ໄດ້ເພີ່ມຂຶ້ນຮອດ 61 ຄົນ,ໃນນັ້ນ,ມີ 18 ຄົນເສຍຊີວິດ.
ຂ່າວລາຍງານວ່າ,"ປັດຈຸບັນ,ຜູ້ເປັນພະຍາດໄຂ້ຫວັດສັດປີກ 6 ຄົນດັ່ງກ່າວນີ້ພວມປິ່ນປົວຢູ່ໂຮງຫມໍແຫ່ງຫນຶ່ງຂອງຮ່າໂນ້ຍ,ໃນນັ້ນມີຜູ້ຫນຶ່ງແມ່ນນາຍຫມໍ,ເຄີຍຖອດເອົາຕົວຢ່າງຈາກຜູ້ຕິດແປດພະຍາດໄຂ້ຫວັດສັດປີກ H5N1."
|
|