ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-16 15:07:25    
ເຂດ​ການ​ຄ້າ​ເສລີ​ຈີນ-ອາຊ​ຽນຈະ​ນຳ​ເອົາ​ໂອກາດ​ການ​ຄ້າ​ໃໝ່​ມາ​ໃຫ້​ບັນດາ​ປະ​ເທດ​ອາຊ​ຽນ

cri

ທ່ານ​ຜູ້​ຟັງ, ສັນຍາ​ການ​ຄ້າ​ສິນຄ້າ​ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາຊ​ຽນທີ່​ຈີນ​ກັບ​ອາຊ​ຽນ​ເຊັນ​ກັນ​ຈະ​ເລີ່​ມປະຕິບັດ​ແຕ່​ວັນ​ທີ1​ກໍລະກົດ​ປີ2005ເປັນຕົ້ນໄປ. ນັບມາຮອດ​ດຽວ​ນີ້, ​ການ​ສ້າງສາ​ເຂດ​ການ​ຄ້າ​ເສລີ​ຈີນ-ອາຊ​ຽນຈະ​ກ້າວ​ເຂົ້າ​ສູ່​ໄລຍະ​ດຳ​ເນີນ​ງານ​ທີ່​ມີ​ລັກສະນະ​ທາດ​ແທ້​ຢ່າງຮອບດ້ານ. ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ທາງ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ10ປະ​ເທດ​ອາຊ​ຽນ, ຊຸກ​ຍູ້​ການ​ສ້າງສາ​ເຂດ​ການ​ຄ້າ​ເສລີ​ຈີນ-ອາຊ​ຽນ, ວັນ​ທີ13​ມິຖຸນາ, ​ເວທີ​ປາ​ໄສ​ຊັ້ນ​ສູງຂອງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາຊ​ຽນຄັ້ງ​ທີ​ສອງ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ຢ່າງ​ສະດວກ. ເອກ​ອັກ​ຄະ​ລັດ​ຖະ​ທູດ​ແລະ​ເຈົ້າ​ໜ້າ​ທີ່​ການ​ທູ​ດ​ບັນດາ​ປະ​ເທດ​ອາຊ​ຽນປະຈຳ​ຈີນ, ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ຂອງ​ພະ​ແນ​ກລັດຖະບານ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ເຊັ່ນ​ກະຊວງ​ການ​ຄ້າ​ຈີນ​ເປັນ​ຕົ້ນ​ແລະ​ນັກ​ທຸລະກິດ, ຜູ້​ຊ່ຽວຊານ​ທີ່​ມີ​ຊື່ສ​ຽງ, ສື່​ມວນ​ຊົນ​ເປັນ​ຕົ້ນ​ລວມ250ກວ່າ​ຄົນ​​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ຄັ້ງ​ນີ້. ຜູ້​ຮ່ວມ​ປະຊຸມ​ລ້ວນ​ແຕ່​ກ່າວ​ວ່າ​ເຂດ​ການ​ຄ້າ​ເສລີ​ຈີນ-ອາຊ​ຽນຈະ​ນຳ​ເອົາ​ໂອກາດ​ການ​ຄ້າ​ໃໝ່​ມາ​ໃຫ້​ບັນດາ​ປະ​ເທດ.
ທ່ານ​ສີ​ໜິງໜິງ ມົນຕີໃນຄະນະມົນຕີວຽກ​ງານ​ການ​ຄ້າ​ຈີນ-ອາຊຽນ​ເວົ້າ​ວ່າ:

ການ​ປະຕິບັດ​ສັນຍາ​ການ​ຄ້າ​ສິນຄ້າ​ຂອ​ງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາຊ​ຽນບໍ່ພ​ຽງ​ແຕ່​ແມ່ນ​ເລື່ອງ​ສຳຄັນໃນປະຫວັດສາດ​ລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທ​ດອາຊ​ຽນ​ເທົ່າ​ນັ້ນ, ແລະກໍ​ແມ່ນ​ເລື່ອງ​ສຳຄັນໃນ​ຂະ​ບວນການ​ເຊື່ອມໂຍງ​ເສດຖະກິດ​ອາຊີ​ຕາ​ເວັນ​ອອກ​ໃຫ້ເປັນ​ເອກະ​ພົບ​ດຽວ, ແລະກໍ​ແມ່ນ​ເລື່ອ​ງ​ສຳຄັນ​ໃນ​ການ​ຮ່ວມ​ມື​ເສດຖະກິດ​ພາກ​ພື້ນ​ຂອງ​ໂລກນຳອີກ. ການ​ສ້າງສາ​ເຂ​ດການ​ຄ້າ​ເສລີ​ຈີນ-ອາຊ​ຽນຍ່ອມ​ຈະ​ນຳ​ເອົາ​ການ​ປ່ຽນ​ແປງ​ທີ່​ຕັ້ງໜ້າ​ແລະ​ເລິກ​ເຊິ່ງມາ​ໃຫ້​ພາກ​ພື້ນ​ນີ້, ຍ່ອມ​ຈະ​ເຮັດ​ໃຫ້​ພາກ​ພື້ນ​ນີ້​ມີ​ສະຖານະ​ພາບ​ຮ່ວມ​ມື​ທີ່​ໃໝ່​ອ່ຽມ, ຄຶກຄັກ​ແລະ​ຮອບດ້ານ.

ຕາມ​ແນະນຳ​ວ່າ, ​ເດືອນ​ພະຈິກ​ປີ2001, ຈີນ​ກັບ​ອາຊ​ຽນ​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ກ່າວກັບ​ການ​ສ້າງ​ເຂດ​ການ​ຄ້າ​ເສລີ, ປີ2002, ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີກ່ອນ32%; ​ເດືອ​ນພະຈິກ​ປີ2002, ຈີນ​ກັບ​ອາຊ​ຽນ​ໄດ້​ເຊັນ​ສັນຍາ​ຂອບ​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ທີ່​ຖື​ເອົາ​ເຂ​ດການ​ຄ້າ​ເສລີ​ເປັນ​ເນື້ອ​ໃນ​ຕົ້ນຕໍ, ປີ2003, ຍອດ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ໄດ້​ເພີ່ມ​ຂຶ້ນ43%; ​ເດືອນ​ຕຸລາ​ປີ2003, ຈີນ​​ໄດ້​ເຂົ້າຮ່ວມ​ສົນທິ​ສັນຍາ​ມິດຕະພາບ​ອາຊີ​ອາຄະ​ເນ, ​ໄດ້​ກຳນົດ​ການ​ພົວພັນ​ຄ່ຂາຍຸດ​ທະ​ສາດ​ທີ່​ຫັນ​ໜ້າ​ໄປ​ສູ່​ສັນຕິພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ກັບ​ອາຊ​ຽນ.ວັນ​ທີ1​ມັງກອນ​ປີ2004, ​ແຜນການ​ຜົນ​ໄດ້​ຮັບ​ໄລຍະ​ຕົ້ນ​ຂອງ​ເຂດ​ການ​ຄ້າ​ເສລີ​ໄດ້​​ເລີ່​ມປະຕິບັດ​ຢ່າງຮອບດ້ານ. ​ໃນ​ປີ​ດັ່ງກ່າວນີ້, ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາຊ​ຽນ​ໄດ້​ເພີ່ມ​ຂຶ້ນ35%, ​​ບັນລຸ105​ຕື້900​ລ້ານ​ໂດ​ລາ​ສະຫະລັດ. ຕໍ່​ເລື່ອງ​ນີ້, ທ່ານ​ຫວາງ​ຢຸນ​ເຈີ ຮອງ​ປະທານ​ສະມາ​ຄົມ​ມິດຕະພາບ​ຕໍ່​ຕ່າງປະ​ເທດ​ຂອງ​ປະຊາຊົນ​ຈີນ​ວິ​ເຄາະ​​ແລະຊີ້​ອອກ​ວ່າ,

​ເຂດ​ການ​ຄ້າ​ເສລີ​ຈີນ-ອາຊ​ຽນ​ໄດ້​ກຳ​ເນີ​ດ​ເກີດ​ຂຶ້ນ​​ໂດຍ​ຄຽງ​ຄູ່​ກັບ​ການ​ຄ້າ​ລະຫວ່າງ​ຈີນ​ກັບປະ​ເທດ​ອາຊ​ຽນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ. ຄື​ກັນ​ກັບ​ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ໄດ້​ມີ​ຄວາມ​ໝັ້ນ​ໃຈ​ອັນ​ເຕັມ​ປ່ຽມ​ໃນ​ເວລາ​ທ່ານ​ໄປ​ຢ້ຽມຢາມ​ອາຊີ​ອາຄະ​ເນ​ນັ້ນ, ທ່ານ​ກ່າວ​ວ່າ: ຄຽງ​ຄູ່​ກັບ​ການ​ສ້າງສາ​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊ​ຽນກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ, ພວກ​ເຮົາ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ສົມບູນວ່າ​ຈະ​ສາມາດ​ບັນລຸ​ເປົ້າ​ໝາຍ​ທີ່​​ເຮັດໃຫ້​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາຊຽນບັນລຸ200​ຕື້​ໂດ​ລາ​ສະຫະລັດ​ກ່ອນ​ປີ2010.

​​ເທິງ​ເວທີ​ປາ​ໄສ, ​ໃນ​ເວລາ​ທ່ານ​ຈັດ​ຕຸລົງ ວົສີສະ​ຫວາດ ​ເຈົ້າ​ໜ້າ​ທີ່ສະຖານທູດ​ລາວ​ປະຈຳ​ຈີນ​ຕາງໜ້າ​ຝ່າຍ​ລາວ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ນັ້ນ, ທ່ານ​ກ່າວ​ວ່າ, ກ່ຽວ​ກັບ​ການ​ສ້າງສາ​ເຂດ​ການ​ຄ້າ​ເສລີ​ຈີນ-ອາຊ​ຽນ​, ​ໃນ​ການ​ປຶກສາ​ຫາລື​ຕ່າງໆ, ຄົນ​ທັງຫຼາຍ​​ໄດ້​ເວົ້າ​ເຖິງ​ກາລະ​ໂອກາດ, ທັງໄດ້​ເວົ້າ​ເຖິງ​ການ​ທ້າ​ທາຍ. ​ແຕ່​​ເວົ້າ​ລວມ​ແລ້ວ​ໂອກາດ​ຫຼາຍ​ກວ່າ​ການ​ທ້າ​ທາຍ. ​ໃນ​ຖານ​ເປັນ​ຕະຫຼາດ​ໃຫຍ່​ທີ່​ມີປະຊາກອນ1​ຕື້800​ລ້ານ​ຄົນ, ການສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​-ອາຊ​ຽນຈະ​ເພີ່ມ​ກຳລັງ​ແກ່ງ​ແຍ່ງ​ແລະ​ລະດັບ​ຊື້​ຂາຍຂອງ​ອົງ​ກອນ​ເສດຖະກິດ​ທີ່​ໃຫຍ່​ໂຕ​ດັ່ງກ່າວ​ໃຫ້​ສູງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ, ຈະ​ນຳ​ເອົາ​ໂອກາດ​ການ​ຄ້າ​ຫຼວງ​ຫຼາຍ​ມາ​ໃຫ້​ບັນດາ​ປະ​ເທດ.

ທ່ານ​ຈັດ​ຕຸລົງ​ຊີ້​ອອກ​ວ່າ, ​ເຖິງ​ວ່າ​ລາວ​ເປັນ​ປະ​ເທດ​ນ້ອຍ, ​ພື້ນຖານເສດຖະກິດ​ອ່າວ​ບອບ​ບາງ, ​ແຕ່​ກໍ​ມີ​ກຳລັງ​ບົ່ມ​ຊ້ອນ​ໃນ​ການ​ພັດທະນາຢ່າງ​ຫຼວງ​ຫຼາຍ, ​ເຊື່ອ​ວ່າການ​ສ້າງສາ​ເຂດ​ການ​ຄ້າ​ເສລີ​ຈີ​ນ-ອາຊ​ຽນຈະ​ນຳ​ເອົາ​ໂອກາດ​ພັດທະນາ​ໃໝ່​ມາ​ໃຫ້​ລາວ:

​ເວົ້າ​ສຳລັບ​ລາວ​ແລ້ວ, ການ​ເຂົ້າ​ຮ່ວມ​ເຂດ​ການ​ຄ້າ​ເສລີ​ຈະ​ມີ​ຜົນ​ດີ​ຕໍ່​ລາວ​ເຊື່ອມ​ໂຍງ​ເຂົ້າ​​ໃນ​ການ​ພັດທະນາ​ເສດຖະກິດ​ພາກ​ພື້ນ​​ແລະ​ຂອງ​ໂລກ, ມີ​ຜົນ​ດີ​ເພີ່ມ​ກຳລັງ​ແກ່ງ​ແຍ່ງ​ຂອງ​ຜະລິ​ດຕະພັນ​ລາວ​ໃນ​ຕະຫຼາດ​ສາກົນ, ຈະ​ຊ່ອຍ​ໃຫ້​ລາວ​ ​ມີຕະຫຼາດ​ຂອງ​ຕົນຈໍ່​ຕົວ​ຂຶ້ນຄື​ກັນ​ກັບປະ​ເທດ​ອ້ອມ​ຂ້າງ, ​ແລ້ວ​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ດີກ​ວ່າ​ເກົ່າ, ດູດ​ດຶງ​ທຶນ​ຕ່າງປະ​ເທດ, ຍັງ​ຈະ​ຊຸກ​ຍູ້​ການ​ພັດທະນາ​ການ​ຄ້າ​ແລະ​ການ​ລົງທຶນ​ລະຫວ່າງ​ລາວ​ຈີນ.

ຕໍ່​ເລື່ອງ​ນີ້, ມຽນມາ​ກໍ​ມີ​ຄວາມ​ຮູ້ສຶກ​ຄື​ກັນ. ​ໃນ​ເວລາ​ທ່ານ​ເອ​ເຢ​ໂກ​ໂກ ​ເຈົ້າ​ໜ້າທ່​ສະຖານທູດ​ມຽນມາ​ປະຈຳ​ຈີນ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ນັ້ນ, ທ່ານ​ຊີ້​ອອກວ່າ:

​ເສດຖະກິດ​ຈີນ​ເຕັມ​ໄປ​ດ້ວຍ​ພະລັງ​ຊີວິດອັນ​ຟົດ​ຟື້ນ. ການ​ພົ້ນ​ເດັ່ນ​ຂຶ້ນ​ຂອງ​ຈີນ​​ໄດ້​ສ້າງ​ໂອກາດ​ມະຫາສານ​ໃຫ້​ແກ່​ບັນດາ​ປະ​ເທດ​ອາຊຽນ. ພວກຂ້າພະ​ເຈົ້າ​ເຊື່ອ​ວ່າ, ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາຊ​ຽນຈະ​ມີ​ຜົນ​ດີ​ທີ່​ສຸດ​ຕໍ່​ການ​ພັດທະນາ​ພາກ​ພື້ນ​​ແຫ່ງນີ້, ​ແລະ​ຈະ​ນຳ​ເອົາ​ຜົນ​ດີ​ມາ​ໃຫ້​ສອງ​ຝ່າຍ.