ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-16 18:42:48    
[ບຸນຕວງອູ]

cri

ວັນ​ທີ 11 ມິຖຸນາ​ປີ​ນີ້​ກົງ​ກັບ​ບຸນ​ຕວນອູ​ຂອງຈີນ  ​ໃນ​ມະຫາຄອບ​ຄົວ​ປະຊາ​ຊາດຈີນ   ມີ29 ຊົນ​ເຜົ່າ​ຄື ​ເຜົ່າ​ຮ້ານ  ​ເຜົ່າ​ມານ ​ເຜົ່າ​ມົງ​ໂກນ​ແລະ​ເຜົ່າ​ຕິ​ເບ​ດ​ເປັນຕົ້ນລ້ວນ​ແຕ່​ສະ​ເຫຼີ​ມ ສະຫຼອງ​ບຸນຕວນອູ  ​ເຖິງວ່າຮີດຄອງ​ປະ​ເພນີ​​ໃນ ​​ເຂດຕ່າງ​ກັນມີອັນ​ຕ່າງ​ກັນ​ກໍ​ຕາມ ​ແຕ່​ມີ​ຈຸດຫນຶ່ງ​ແມ່ນ​ຄື​ກັນ ​ເຊັ່ນ​ໃນ​ບຸນ​ຕວນອູ ຄົນ​ທັງຫຼາຍ​ຈະ​ກິນ​ເຂົ້າຕົ້ມ


 ເດືອນ​ຫ້າມື້​ອອກ​ໃຫມ່ 5 ຄ່ຳ  ​ຈັນທະຄະຕິ​ຈີນແມ່ນ​ບຸນ​ຕວນອູ  ທັງ​ເອີ້ນ​​ເປັນ​ບຸນ​ຕວນຢ່າງ  ບຸນ​ເດືອນ​ຫ້າ ບຸນ​ລະດູ​ຮ້ອນ   ​ເຖິງ​ວ່າມີ​ຊື່​ຕ່າງ​ກັນ​ກໍ​ຕາມ ​ແຕ່​ຮີດຄອງ​ປະ​ເພນີ​​ໃນ​ບຸນ​ຕວນອູຂອງ​ປະຊາຊົນ​ຈີນ​ໃນແຫ່ງ​ຕ່າງໆ​ແມ່ນ​ຄື​ກັນ  ບຸນ​ຕວນອູ​ແມ່ນ​ຮີດຄອງ​ປະ​ເພນີ​ເກົ່າ​ຂອງ​ຈີນ​ທີ່​ມີ​ປະຫວັດ 2000 ກວ່າ​ປີ​​ໃນ​ສະ​ໄຫມ​ບູຮານ  ​ເມື່ອ​ຮອດ​ມື້ນັ້ນ   ທຸກຄອບຄົວຈະແຂວນ​ຮູບພະຈົ່ງ​ຄຸຍຄື​ເທບພະ​ເຈົ້າ​ໄລ່​ຜີ  ຈັດການ​​ເຄື່ອນ​ໄຫວ​ຊ່ວງ​ເຮືອ  ກິນ​ເຂົ້າຕົ້ມ​ແລະດື່ມ​ເຫຼົ້າ​ເຣອານ​ກາ​ເປັນ​ຕົ້ນ


ຄວາມ​ຫມາຍ​​ສຳຄັນ​ທີ່​ສຸດ​​ໃນ​ການ​ສະຫຼອງ​ບຸນ​ຕວນອູ​​ແມ່ນ​​ເພື່ອ​ລະ​ລຶກທ່ານ​ສຸຢວນ  ນັກກະວີ​ຊົນ​ເຜົ່າຜູ່​ຍິ່ງ​ໃຫຍ່​ໃນ​ປະຫວັດສາດຈີນ   ທ່ານ​ສຸຢວນ  ຊື່​ພິງ  ​ແມ່ນ​ຄົນ​ເມືອງສູ​ໃນ​ສະ​ໄຫມຈ້າ​ນ​ໂກວ  ທ່ານ​ເຄີຍ​ແຕ່ງ​ການບກອນ​ເຜີຍ​ແບ​ໂທດ​ທຳ​ຊະນິດ​ຕ່າງໆ​ຂອງ​ສັງຄົມ​ໃນ​ຄາວ​ນັ້ນ ຍ້ອນ​ອຸດົມ​ການ​ຮັກ​ຊາດຂອງ​ເພິ່ນ​ບັນລຸ​ຜົນ​ເປັນ​ຈິງ​ໄດ້ ທ່ານ​ສຸ​ຢວນຈຳ​ເປັນ​ຕ້ອງ ໂຕນ​​ເຂົ້າແມ່​ນ້ຳ​ມີ້​​ໂລ​ໃນ​ເດືອນ​ຫ້າມື້ອອກ​ໃຫມ່ 5 ຄ່ຳ  ຕາມ​ເລົ່າ​ລື​ກັນ​ວ່າ ຫຼັງ​ຈາກ​ທ່ານ​ໂຕນ​ນ້ຳ​ແລ້ວ​ຖືກ​ມັງກອນ​​ໂຕ​​ໃຫຍ່ລົບ​ກວນ  ຄົມ​ທັງຫຼາຍຮູ້ສຶກ​ໂສກສະຫຼົດ​ໃຈຫຼາຍ  ​ເມື່ອ​ຮອດ​ມື້ນັ້ນ​ກໍ​ຖິ້ມເຂົ້າຕົ້ມ​ສີ​ຕ່າງໆ​ໃນແມ່​ນ້ຳ  ​ເພື່ອ​ຂັບ​ໄລ່​ມັງກອນ  ຕາມ​ເລົ່າ​ລື​ກັນ​ອີກ​ແນວ​ຫນຶ່ງ​ວ່າ  ຫຼັງ​ຈາກ​ທ່ານ​ສຸ​ຢວນ​ໄດ້​ໂຕນ​​ແມ່​ນ້ຳ​ມີ້​ລໍ​ແລ້ວ  ​ເມື່ອມວນ​ຊົນ​ທ້ອງ​ຖິ່ນ​ນັ້ນໄດ້​ຮູ້​ຂ່າວ​​ແລ້ວກໍ​​ພາຍ​ເຮືອມາກອບ​ກູ້​ເອົາ​ໃນ​ທັນທີ  ​ເມື່ອພາຍ​ເຮືອ​ໄປ​ຮອດ​ຫນອງ​ຕຸ້ງທິງ ພວກ​ເຂົາ​ເຈົ້າກໍ​ບໍ່​ໄດ້​ຊອກ​ເຫັນ​ຊາກ​ພົບ​ຂອງ​ທ່ານ​ສຸ​ຢວນ​   ​ເວລາ​ນັ້ນ ຝົນຕົກ​ແຮງ  ​ເຮືອ​ນ້ອຍ​ໆຢູ່​ຕາມຫນອງ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ຂ້າງສາລາ​ທີ່​ແຄມ​ຝັ່ງ   ​ເມື່ອ​ຄົນ​ທັງຫຼາຍ​ໄດ້​ຮູ້​ວ່າ​ແມ່ນ​ເພື່ອ​ກອບ​ກູ້​ເອົາ​ທ່ານ​ສຸ​ຢວນ ​ເລີຍ​ແຂ່ງ​ຝົນ  ​ພາຍ​ເຮືອ​ໄປ​ຫາ​ຫນອງ​ຕຸ້ງທິງ ພາຍຫຼັງ​ມາ ​ເພື່ອ​ສະ​ແດງຄວາມ​ຄຶດ​ຮອດຄຶດ​ເຖິງ​ທ່ານ​ສຸ​ຢວນ  ຄົນ​ທັງ​ຫຼາຍ​ຈຶ່ງ​ພາຍ​ເຮືອ​ຢູ່ຕາມ​ແມ່​ນ້ຳ  ຕໍ່​ມາ​ຈຶ່ງ​ໄດ້​ຂະຫຍາຍ​ເປັນ​ການ​​ເຄື່ອນ​ໄຫວ​ຊ່ວງ​ເຮືອ​ເທື່ອ​ລະ​ກ້າວ


 ຄັນຊັ້ນ ​ໃນ​ມື້​ບຸນ​ຕວນອູຊູ່​ມື້ນ​ນີ້ ຄົນ​ທັງຫຼາຍ​ມີ​ຮີດຄອງ​ປະ​ເພນີ​ຫຍັງ​ແດ່?


 ຫນຶ່ງ​ແມ່ນ​ກິນ​ເຂົ້າຕົ້ມ:ຮີດຄອງ​ປະ​ເພນີ​ດັ່ງກ່າວ​ແມ່ນ​ມາ​ຈາກ​ບູຮານ ​ເມື່ອ​ກ່ອນ ຄົນ​ທັງຫຼາຍ​ເອົາ​ເຂົ້າຕົ້ມ​ຂະຫນົມ​ທີ່​ເຮັດ​ດ້ວຍ​ເຂົ້າຫນຽວ ຖິ້ມ​ລົງແມ່​ນ້ຳ​ໃນ​ເດືອນ​ຫ້າ​ມື້​ອອກ​ໃຫມ່ຫ້າ​ຄ່ຳ  ​ເພື່ອ​ບູຊາ​ທ່ານ​ສຸ​ຢວນ    ​ພວກ​ເຂົາ​ເຈົ້າເປັນ​ຫ່ວງ​ວ່າປາ​ຈະກິນ​​ເຂົ້າຕົ້ມເຫຼົ່າ​ນີ້  ​ເລີຍ​ໃຊ້​ບົ້ງໄມ້​​​​ໄຜ່​ໃສ່​ເຂົ້າຫນຽວ ​ແລ້ວຖິ້ມ​ລົງ​ແມ່​ນ້ຳ ດຽວນີ້ ​ໂດຍ​ທົ່ວ​ໄປ​ແລ້ວ ຄົນ​ທັງຫຼາຍ​ບໍ່​ຖິ້ມ​ເຂົ້າ​ເຈົ້າ​ແມ່​ນ້ຳ ພາກ​ແມ່ນ​ກິນ​ເຂົ້າຕົ້ມ​ແລະ​ກິນ​ເຂົ້າ​ເຣອານ​ກາ  ຮີດຄອງ​ປະ​ເພດ​ນີ້​ຍັງ​ນິຍົມ​ກັນຫ​ຫຼາຍ​ໃນ​ເຂດ​ລ້ອງ​ແມ່​ນ້ຳ​ຢາງ​ເຊ


ສອງ:ຊ່ວງ​ເຮືອ:   ຍ້ອນຄົນຈີນ​ບູຮານ​ບໍ່​ຢາກ​ໃຫ້​ທ່ານ​ສຸ​ຢວນ​ ຜູ່​ມີ​ຄວາມປີ​ຊາສາມາດ​ຕາຍ​ໄປ ​ແລ້ວ​ຈຶ່ງພາຍ​ເຮືອ​​ໄປ​ກອບ​ກູ້​ເອົາ​ທ່ານ   ພວກ​ເຂົາ​ໄດ້ພາຍ​ເຮືອໄປ​ຮອດ​ຫນອງ​ຕົ້ງທິງ ຍັງ​ບໍ່​ໄດ້​ພົບເຫັນທ່ານ​ສຸ​ຢວນ ນີ້​ກໍ​ແມ່ນ​ແຫຼ່ງກຳ​ເນີ​ດການ​ຊ່ວງ​ເຮືອ ​ເມື່ອ​ຮອດ​ເດືອນ​ຫ້າມື້​ອອກ​ໃຫມ່​ຫ້າ​ຄ່ຳ ​ແຕ່ລະ​ປີ ປະຊາຊົນ​ມັກຈັດການ​ເຄື່ອນ​ໄຫວ​ຊ່ວງ​ເຮືອ​ມາ​ລະ​ລຶກທ່ານ​ສຸ​ຢວນ.     ຮີດຄອງ​ປະ​ເພນີ​ຊ່ວງ​ເຮືອ​ໄດ້​​ແຜ່​ຂະຫຍາຍ​ຢູ່​ລັດ​ອູ ລັດ​​ເຢີແລະ​ລັດ​ສູ.  ​ໃນ​ສະ​ໄຫມ​ເຈົ້າ​ຊີວິດ​ຊຽນລົງ​ລາຊະວົງ​ເຊັງປີທີ 29     ​ໄຕ້​ຫວັນ​ໄດ້ເລີ່​ມຈັດການ​ຊ່ວງ​ເຮືອ   ນັບ​ມາ​ຮອດ​ປັດຈຸບັນ  ​ໄຕ້​ຫວັນ​ຍັງຈັດການ​​ຊ່ວງ​ເຮືອ​ໃນ​ເດືອນຫ້າມື້​ອອກ​ໃຫມ່ຫ້າ​ຄ່ຳ​ຊູ່ປີ   ຮົງ​ກົງ​ກໍ​ຈັດ​ການຊ່ວງ​ເຮືອຄື​ກັນ  ​ໃນ​ຫຼາຍ​ປີ​ມານີ້  ຊາວ​ອັງກິດ​ກໍ່​ເຮັດ​ຕາມ​ຊາວ​ຈີນ ຈັດຕັ້ງທິມຕ່າງປະ​ເທດ ດຳ​ເນີນ​ການ​ເຄື່ອນ​ໄຫວ​ຊ່ວງ​ເຮືອ


ສາມ:ຕິດ​ຖົງ​ຫອມ:​ໃນ​ບຸນ​ຕວນອູ ​ເດັກນ້ອຍມັກ​ຕິດ​ຖົງ​ຫອມມັນບໍ່ພ​ຽງ​ແຕ່​ມີ​ຄວາມ​ຫມາຍ​ຂັບ​ໄລ່​ຜີ​ສາງ​ມານ​ຮ້າຍ​ທໍ່​ນັ້ນ ຫາກ​ຍັງ​ມີ​ບົດບາດ​​ເປັນ ເຄື່ອງ​ປະດັບ​​ເສື້ອອີກ   ຢູ່​ໃນ​ຖົງ​ຫອມ​ມີ​ນ້ຳ​ແດງ​ຊ້ຳ ​ແຮ່​ເຣອານ​ກາ​ແລະ​ຢາ​ຫອມ  ນອກ​ຖົງ​ເຮັດ​ດ້ວຍ​ຜ້າ​ໄຫມ  ມີ​ກິ່ນ​ຫອມ​ສົ່ງ​ອອກ​ມາ  ຍັງມັດ​ດ້ວຍ​ເສັ້ນ​ໄຫມສີ​ຕ່າງໆ ​ແລະ​ເຮັດ​ເປັນ​ຮູບ​ຫຼາຍ​ຢ່າງ​ຫຼາຍ​ແນວທີ່​ງາມ​ປານີດ