ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-16 19:02:35    
ຈີນ​ຈະ​ສ້າງ​ກົດຫມາຍ​ຕ້ານ​ການກໍ່ການ​ຮ້າຍ

cri
ຕາມຫນັງສືພິມ​ປັກ​ກິ່ງອວນ​ປ້າວ: ວັນ​ທີ 16 ມິຖຸນາ,ຢູ່​ປັກ​ກິ່ງ,ທ່ານ​ຈ້າວ​ຢົງ​ເສີນ ຮອງ​ຫົວຫນ້າ​ກົມຕ້ານ​ການກໍ່ການ​ຮ້າຍ​ກະ​ຊວງ​ຄວາມ​ສະຫງົບ​ຈີນ​ກ່າວ​ວ່າ,ຈີນ​ຈະ​ສ້າງ​ກົດ​ຫມາຍ​ຕ້ານ​ການກໍ່ການ​ຮ້າຍ,ປະຈຸ​ບັນ​ໄດ້​ໃຊ້​ມາດ​ຕະການ​ຕ່າງໆ​ເຊັ່ນ​ສ້າງ​ກົນ​ໄກ​ປະສານ​ງານ​ຮັບ​ມື​ການກໍ່​ການ​ຮ້າຍ​ເປັນຕົ້ນມາ​ປ້ອງ​ກັນ​ການ​ຫລອນ​ໂຈມ​ຕີ​ລັດທິ​ກໍ່​ການ​ຮ້າຍ.

ໃນ​ງານ​ຊຸດ​ອົບຮົມ​ນາຍ​ຕຳ​ຫລວດ​ຊັ້ນສູງ​ອາຊຽນທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,ທ່ານ​ຈ້າວ​ຢົງ​ເສີນ​ເວົ້າວ່າ,​ອິດ​ທິກຳລັງ​ກໍ່​ການ​ຮ້າຍ​ສາກົນຂົ່ມຂູ່ຈີນ​ນັ້ນຕົ້ນຕໍ​​ແມ່ນ​ອົງການ​ກໍ່​ການ​ຮ້າຍ​​ແລະ​ລັດທິ​ກໍ່​ການ​ຮ້າຍສາກົນ​ຈຳນວນ​ຫນຶ່ງ​ຫລອນ​ໂຈມ​ຕີ​​ຜົນ​ປະ​ໂຫຍ​ດຂອງ​ຈີນຢູ່ພົ້ນທະ​ເລ​ໂດຍກົງ.

ທ່ານ​ເຜີຍ​ໃຫ້​ຮູ້​ວ່າ,ປະຈຸ​ບັນ,ຈີນ​ພວມ​ລົງມື​ສ້າງ​ກົດຫມາຍ​ຕ້ານການກໍ່ການ​ຮ້າຍ​ທີ່​ເປັນ​ເອກະ​ພາບ​ແລະ​ຄົບ​ຖ້ວນ,ມັນ​ຕົ້ນຕໍຈະ​ກຳນົດ​ຫລັກການ​ພື້ນ​ຖານ​ຂອງ​ຈີນໃນ​ການ​ຕ້ານ​ການກໍ່ການ​ຮ້າຍຢ່າງ​ຈະ​ແຈ້ງ,ກຳນົດ​ອົງການ​ແລະ​ຂອບ​ເຂດ​ອຳນາດ​ຂອງ​ວຽກ​ງານ​ຕ້ານ​ການກໍ່ການ​ຮ້າຍ,ພ້ອມ​ກັນ​ນັ້ນຍັງ​ຈະ​ກຳນົດ​ມາດ​ຕະການ​ທີ່​ຈີນ​ຄວນ​ໃຊ້​ໃນ​ການ​ປ້ອງ​ກັນ​ການ​ຕ້ອງ​ໂທດ​ກໍ່​ການ​ຮ້າຍ,​ເຮັດ​ໃຫ້​ອົງການ​ຕຸລາການ​ແລະ​ພາກສ່ວນ​ປະຕິບັດ​ກົດຫມາຍ​ມີ​ກົດຫມາຍ​ອ້າງ​ອີງ.