ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-17 15:02:51    
ທຳນຽບຂາວ​ປະຕິ​ເສດ​ອີກ​​ເທື່ອໜຶ່ງ​ກ່ຽວ​ກັບ​ການວາງ​ຕາລາງ​ເວລາ​ຖອນ​ທະຫານ​ອອກ​ຈາກ​ອີຣັກ

cri
ຕາມ​ຂ່າວCRI, ວັນ​ທີ16​ມິຖຸນາ, ລັດຖະບານ​ອາ​ເມ​ລິ​ກາ​ໄດ້​ປະ​ຕິ​ເສດອີກ​ເທື່ອ​ໜຶ່ງ​ກ່ຽວ​ກັບ​ການ​ວາງ​ຕາລາງ​ເວລາ​ຖອນ​ທະຫານ​ອາ​ເມ​ລິ​ກາທີ່​ປະຈຳ​ອີຣັກ.

​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ວໍ​ຊິງ​ຕັນ​ໃນ​ວັນ​ທ່16ມິຖຸນາ, ທ່ານ​ແມັກ​ເຄຼ​ເລິນ ໂຄສົກ​ທຳນຽບຂາວ​ອາ​ເມ​ລິ​ກາ​ກ່າວ​ວ່າ, ການ​ກຳນົດ​ເວລາ​ສຸດ​ທ້າຍ​ໃຫ້​ຖອນ​ທະຫານ​ອາ​ເມ​ລິ​ກາທີ່​ປະ​ຈຳ​ອີຣັກມີ​ແຕ່​ຈະ​ທຳລາ​ຍລັດຖະບານ​ໃໝ່​ຂອງ​ອີຣັກ​ເທົ່າ​ນັ້ນ, ​ແລະ​ມີ​ຜົນ​ດີ​ຕໍ່​ພວກ​ປະກອບ​ອາວຸດ​ຕ້ານ​ອາ​ເມ​ລິ​ກາ.

ທ່ານ​ແມັກ​ເຄຼ​ເລິນ​ເວົ້າ​ວ່າ, ທ່ານ​ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາ​ຈະ​ສະ​ແຫວ​ງ​ການ​ສະໜັບສະໜູນ​ຂອງ​ສາທາລະນະ​ຊົນ​ຕໍ່ນະ​ໂຍບ​າຍສົງຄາມ​ອີຣັກຂອງ​ເຂົາ, ​ແລະ​ຈະ​ພົບ​ປະ​ທ່ານ​ຈາ​ຟາ​ລີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລັດ​ຖະ​ບານ​ຂ້າມ​ຜ່ານ​ຂອງ​ອີຣັກຢູ່​ທຳນຽບຂາວ​ໃນ​ວັນ​ທີ24​ມິຖຸນາ, ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ການ​ຄືບ​ໜ້າ​ທີ່​ອາ​ເມ​ລິ​ກາ​ຝຶກ​ຊ້ອມ​ກອງ​ທະຫານ​ຄວາມ​ປອດ​ໄພ​ຂອງ​ອີຣັກ, ຮ່າ​ງລັດຖະທຳ​ມະນູນ​ໃໝ່​ຂອງ​ອີຣັກ​ພ້ອມ​ດ້ວຍ​ບັນຫາ​ຕ່າງໆລະຫວ່າງ​ສອງ​ຝ່າຍ, ບັນຫາ​ພາກ​ພື້ນ​ແລະ​ບັນຫາສາກົນ​ເປັນ​ຕົ້ນ.